ລາວ ຂາດແຄນຄົນງານ ທີ່ມີທັກສະ
2022.05.15

ຄົນງານລາວ ທີ່ຂາຍແຮງງານ ແມ່ນມີຕົ້ນທຶນມະນຸດຕໍ່າຫຼາຍ, ອັຕຣາ ການຮູ້ໜັງສື ກໍຢູ່ໃນລະດັບຕໍ່າສຸດ ໃນເອເຊັຽຕາເວັນອອກສຽງໃຕ້, ເຮັດໃຫ້ ສປປລາວ ຂາດແຄນຄົນງານ ທີ່ມີທັກສະ ສົ່ງຜົລໃຫ້ລາວບໍ່ໄດ້ຮັບຜົລປໂຍດຫຍັງ ຈາກການລົງທຶນ ຂອງຕ່າງປະເທດໃນລາວ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າມາສູ່ຣາຍການ “ມາຟັງນຳກັນ”, ສັປດານີ້ພວກເຮົາ ມາເວົ້າ ກ່ຽວກັບ ບັນຫາຄົນງານລາວ. ປັດຈຸບັນ ປະເທດລາວ ມີການລົງທຶນ ຈາກຕ່າງປະເທດ ເປັນຈຳນວນຫຼາຍ ແຕ່ໂຄງການເລົ່ານັ້ນ ບໍ່ໄດ້ສ້າງ ວຽກເຮັດງານທຳ ໃຫ້ກັບຄົນງານລາວ. ສ່ວນຫຼາຍ ໂຄງການໃຫຍ່ ຂອງຈີນລົງທຶນ ທັງໂຄງການເຂື່ອນໄຟຟ້າ, ເຂດເສຖກິຈພິເສດ, ທາງດ່ວນ, ຂຸດຄົ້ນ ແຮ່ທາດຕ່າງໆ ແລະ ທາງຣົຖໄຟລາວ-ຈີນເປັນຕົ້ນ ກໍລ້ວນແລ້ວແຕ່ ນຳໃຊ້ຄົນງານມາຈາກ ປະເທດຈີນ ເປັນສ່ວນຫຼາຍ.
ສ່ວນຄົນງານລາວ ກໍໄດ້ແຕ່ເປັນລູກມື ບໍ່ໄດ້ເຮັດວຽກລະດັບສູງ ຊຶ່ງມັນສົ່ງຜົລ ຕໍ່ລາຍໄດ້ ສ່ວນຫຼາຍ ຄົນລາວ ກໍໄດ້ແຕ່ ເປັນຄົນງານວຽກ ການຜລິດລະດັບທີ່ບໍ່ໃຊ້ ທັກສະຫຼາຍ ເຊັ່ນການກໍ່ສ້າງ, ການຂົນເຄື່ອງເປັນລູກມື ຈັບຫັ້ນຈັບນີ້ ໃຫ້ຄົນງານຕ່າງປະເທດ. ພ້ອມນີ້ ຄົນງານລາວ ໃນແຕ່ລະໂຄງການ ຍັງມີລາຍຮັບ ບໍ່ພໍກັບ ຄ່າຄອງຊີບ ແລະ ກໍຖືກເອົາປຽບ ໂດຍບໍ່ມີພາກຣັຖ ເຂົ້າມາຊ່ອຍເຫຼືອ ແຕ່ຢ່າງໃດ. ຕໍ່ບັນຫາ ທີ່ເກີດຂຶ້ນ ມັນກໍເຮັດໃຫ້ ຄົນງານລາວ ຕ້ອງຂ້າມໄປເຮັດວຽກ ຢູ່ໄທຍ ຫຼື ໄປປະເທດອື່ນ ເຊັ່ນເກົາຫຼີ, ຢີ່ປຸ່ນ ເປັນຕົ້ນ ຍ້ອນລາຍຮັບ ສູງກວ່າ ຢູ່ໃນລາວຫຼາຍ.
ສຳລັບມື້ນີ້ ຫົວຂໍ້ ໃນຣາຍການແມ່ນ ປະເທດລາວ ຂາດແຄນຄົນງານ ທີ່ມີທັກສະ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ຄືດັ່ງທີ່ ໄມຊູລີ ໄດ້ສເນີຫົວຂໍ້ ເວົ້າເຖິງ ປະເທດລາວ ຂາດແຄນຄົນງານ ຫຼື ແຮງງານ ທີ່ມີທັກສະ ເຣື່ອງນີ້ ແມ່ນມັນໄດ້ສົ່ງ ຜົລກະທົບ ຫຼາຍທີ່ສຸດ ຕໍ່ກັບຜົລປໂຍດ ຂອງປະເທດລາວ. ເພາະປັດຈຸບັນ ໄດ້ມີການລົງທຶນ ຈາກຕ່າງປະເທດ ເປັນຈຳນວນຫຼາຍ ແຕ່ຄົນລາວ ບໍ່ໄດ້ຮັບຜົລປໂຍດ ຈາກໂຄງການລົງທຶນເລີຍ. ດັ່ງເຂດເສຖກິຈພິເສດ, ໂຄງການພທັນາ ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ທາງຣົຖໄຟລາວ-ຈີນ, ໂຮງງານ ແລະ ບໍຣິສັດຕ່າງໆ ຖ້າເຮົາເບິ່ງໂຄງການໃຫຍ່ ທີ່ເວົ້າມານີ້ ກໍເວົ້າໄດ້ວ່າມີຄົນງານລາ ວທີ່ເຂົ້າໄປ ເຮັດວຽກ ໃນໂຄງການຕ່າງໆ ເຫລົ່ານີ້ໜ້ອຍຫຼາຍ. ຖ້າໄດ້ເຮັດ ກໍຢູ່ໃນກຸ່ມວຽກລະດັບຕໍ່າ ບໍ່ແມ່ນຜູ້ບັນຊາ ຫຼື ໄດ້ຮັບການຖ່າຍທອດ ເທັກໂນໂລຈີ ຈາກເຈົ້າຂອງໂຄງການ. ຊຶ່ງຜ່ານມາກໍບໍ່ເຫັນ ຣັຖບານ ໃຫ້ຄວາມສຳຄັນ ຕໍ່ປະເດັນນີ້ ພໍປານໃດ ນອກຈາກ ຈະລົງນາມເຊັນສັນຍາ ໃຫ້ໂຄງການດຳເນີນ ໂດຍໄວສຳເຣັດ ຕາມແຜນການ ແຕ່ເບື້ອງຫຼັງ ຂອງການພັທນາໂຄງການ ກຳໄລແມ່ນຕົກເປັນຂອງ ນາຍທືນ ດັ່ງເຊັ່ນ ໂຄງການຣົຖໄຟລາວ-ຈີນ, ເຂື່ອນໄຟຟ້າ, ບໍ່ແຮ່ຕ່າງໆ, ເຂດເສຖກິຈພິເສດ ກໍລ້ວນແລ້ວແຕ່ ແມ່ນຄົນງານຕ່າງປະເທດ ໂດຍສະເພາະ ແມ່ນຄົນຈີນ ເພາະວ່າ ການລົງທຶນຂອງຈີນ ໃນລາວ ແມ່ນກວມເອົາ ເປັນອັນດັບນຶຶ່ງ ມີມູນຄ່າປະມານ 12 ຕື້ໂດລ້າຣ໌ ສະຫະຣັຖ ແລະກວມທຸກຂແນງການ. ໃນນັ້ນ, ຄົນງານລາວ ທີ່ເຮັດວຽກ ໄດ້ເງິນຄ່າແຮງງານ ບໍ່ເກີນ 3 ລ້ານກີບ ແຖມຍັງບໍ່ໄດ້ຮັບ ການຄຸ້ມຄອງ ເຣື່ອງແຮງງານ ຖ້າເກີດຂໍ້ຂັດແຍ່ງກັບ ນາຍທຶນ ເຊັ່ນ ບໍ່ຈ່າຍເງິນເດືອນ ຫຼື ເອົາປຽບແຮງງານ ເຮັດວຽກເກີນໂມງ ໂດຍບໍ່ໄດ້ຮັບ ເງິນລ່ວງເວລາ ເປັນຕົ້ນ, ຊຶ່ງປະກົດການ ເຫລົ່ານີ້ ມີໃຫ້ເຫັນຫຼາຍ ແຕ່ກົດໝາຍແຮງງານ ກໍເຮັດຫຍັງ ໃຫ້ກັບກຸ່ມນາຍທຶນຈີນ ບໍ່ໄດ້. ນີ້ແມ່ນ ປັດຈັຍ ທີ່ນັກວິຊາການ ເພິ່ນອ້າງອີງ ໃນບົດຣາຍງານ ທີ່ວ່າ ປະເທດລາວ ຂາດຄົນງານ ທີ່ມີທັກສະ ສົ່ງຜົລໃຫ້ເສັຽຜົລປໂຍດ ມະຫາສານ ທັງທີ່ວ່າ ເສຖກິຈ ຂຍາຍໂຕ ແຕ່ຄົນລາວ ກັບຊອກຫາ ທາງໄປເຮັດວຽກ ຢູ່່ຕ່າງປະເທດ ບ່ອນທີ່ມີ ລາຍໄດ້ຮັບສູງກວ່າ. ທ່ານຜູ້ຟັງ ຕ້ອງການສະແດງ ຄຳຄິດເຫັນ ຫຼື ຕ້ອງການອອກໃນຣາຍການ ໃນຮູບແບບສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານມາໃນ ອີນບ໊ອກ ເພຈ ອາຣ໌ ແອັຟ ເອ (RFA), ແລ້ວພວກເຮົາ ຈະໂທຫາ ເພື່ອສັມພາດ ມາອອກຣາຍການ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)