ປະຊາຊົນບໍ່ເຊື່ອໝັ້ນ ກັບຄະນະປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ

ສຳນັກງານ ຂອງໄຟຟ້ານະຄອນຫຼວງ ທີ່ຖນົນສາມແສນໄທ, ໃນນະຄອນຫຼວງວຽງຈັນ (TS) ວັນທີ 22 ມິຖຸນາ 2021
ສຳນັກງານ ຂອງໄຟຟ້ານະຄອນຫຼວງ ທີ່ຖນົນສາມແສນໄທ, ໃນນະຄອນຫຼວງວຽງຈັນ (TS) ວັນທີ 22 ມິຖຸນາ 2021 (Photo: RFA)

0:00 / 0:00

ໃນວັນທີ 22 ເມສາ 2022 ທີ່ຜ່ານມາ ນາຍົກຣັຖມົນຕຣີ ທ່ານ ດຣ. ພັນຄຳ ວິພາວັນ ໄດ້ອອກຂໍ້ຕົກລົງ ສບັບເລກທີ 22/ນຍ ລົງວັນທີ 4 ເມສາ 2022 ແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສະຫະກິຈໄຟຟ້າລາວ ຄະນະໃໝ່ 9 ຄົນ ເພື່ອແກ້ໄຂໜີ້ສິນຄຸມເຄືອ ແລະ ປົກປ້ອງຊັພສິນ ຂອງຣັຖ ບໍ່ໃຫ້ມີຣາຍຮັບຮົ່ວໄຫລ ຫລື ມີການຍັກຍອກຊັພ ແລະ ການສໍ້ຣາສບັງຫລວງ. ການແຕ່ງຕັ້ງດັ່ງກ່າວ ກໍປະກອບດ້ວຍ:

  • ທ່ານ ພູທະນູເພັດ ໄຊສົມບັດ, ຮອງຣັຖມົນຕຣີ ກະຊວງການເງິນ, ເປັນຫົວຫນ້າຄະນະ
  • ທ່ານ ທອງພັດ ອິນທະວົງ, ຮອງຣັຖມົນຕຣີ ກະຊວງພະລັງງານ ເເລະ ບໍ່ເເຮ່, ເປັນຮອງຫົວໜ້າຄະນະ
  • ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ, ເປັນຄະນະ
  • ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຫົວໜ້າກົມຄຸ້ມຄອງໜີ້ສິນ ສາທາລະນະ, ກະຊວງການເງິນ, ເປັນຄະນະ
  • ທ່ານ ສອນເພັດ ອິນທະວົງ, ຫົວໜ້າກົມປະຕິຮູບຣັຖວິສາຫະກິຈ ເເລະ ການປະກັນພັຍ ກະຊວງການເງິນ, ເປັນຄະນະ
  • ທ່ານ ສົມພິດ ເເກ້ວວິຈິດ, ຫົວໜ້າກົມທຸລະກິຈພະລັງງານ, ກະຊວງພະລັງງານ ເເລະ ບໍ່ເເຮ່, ເປັນຄະນະ
  • ທ່ານ ຮສ. ດຣ. ພູເພັດ ກ້ຽວພິລາວົງ, ຄະນະບໍດີ ຄະນະເສຖສາຕ, ມະຫາວິທະຍາລັຍແຫ່ງຊາຕລາວ, ເປັນຄະນະ
  • ຍານາງ ເຄືອວັນ ຈັນທະພູວົງ, ຮອງຫົວໜ້າກົມພັທະນາ ການບໍລິຫານຣັຖ, ກະຊວງພາຍໃນ, ເປັນຄະນະ ແລະ
  • ທ່ານ ບຸນເອື້ອ ສີວັນເພັງ, ຫົວໜ້າຝ່າຍບໍຣິຫານ, ປະທານສະຫະພັນກໍາມະບານ ຣັຖວິສາຫະກິຈໄຟຟ້າລາວ, ເປັນຄະນະ

ຕໍ່ເຣຶ່ອງດັ່ງກ່າວນີ້ ຊາວລາວ ຈຳນວນບໍ່ໜ້ອຍ ເຫັນວ່າ ຍັງເປັນເຣຶ່ອງທີ່ທ້າທາຍສູງ ທີ່ຈະເຮັດໄດ້ 100% ເນື່ອງຈາກວ່າ ລະບົບໃນລາວ ຍັງເອົາພັກ-ເອົາພວກຢູ່ ແລະ ມີກຸ່ມຜົລປໂຍດ ຄົນເພິ່ນ-ຄົນໂຕ ແອບແຝງຢູ່ໃນອົງກອນ ແລະ ມີກຸ່ມຄົນທີ່ກຳອຳນາດຢູ່ ກໍຍິ່ງຈະບໍ່ແມ່ນເຣຶ່ອງງ່າຍ ທີ່ຈະມີການແກ້ໄຂບັນຫາ ການເອື້ອຜົລປໂຍດໃຫ້ກັນ. ສຸດທ້າຍ ການປະຕະຮູບ ກໍອາດຈະບໍ່ເປັນໄປຕາມແຜນ ຫລື ຫລ້າຊ້າອອກໄປອີກ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ ວິທະຍຸ ເອເຊັ້ຽເສຣີ ໃນວັນທີ 29 ເມສາ ທີ່ຜ່ານມານີ້ວ່າ: "ຄືຊິບໍ່ໄດ້ດອກ ສ່ວນຫລາຍຜ່ານມານີ້ ຍາກຄືເກົ່າຫັ້ນແລ້ວ. ເວົ້າເຣຶ່ອງນະໂຍບາຍນີ້ ມັນບໍ່ໄດ້ຄືຕ່າງປະເທດເຂົາເນາະ ເວົ້າເຣຶ່ອງຜົລປໂຍດນີ້ ມັນກໍຈະມີນຳກັນເນາະ. ຄົນລາວເຮົາສ່ວນຫລາຍ ມີບຸນຄຸນ ຫລືວ່າຄົນໂຕ. ໃຫຍ່ເທົ່າໃດແຮ່ງໃຫຍ່ນ່າວ່າຈັ່ງຊີ້ສາ. ມີບົດບາດຫລາຍ ລະແມ່ນມີພັກມີພວກ ກໍນຳເອົາເງິນດັ່ງກ່າວ ໄປໝູນໃຊ້ທາງອື່ນຫັ້ນນ່າ ຍັກຍອກສໍ້ຣາສບັງຫລວງ ແລ້ວໂຕນີ້. ພາກປະຕິບັດຕົວຈິງ ມັນຊິເຮັດບໍ່ໄດ້. "

ຂະນະ ທີ່ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ ກ່ຽວກັບການແກ້ໄຂ ບັນຫາໜີ້ສິນໄຟຟ້າລາວນີ້ ກໍຍັງບໍ່ໝັ້ນໃຈປານໃດ ວ່າ ທາງການລາວ ຫລື ຄະນະ ປະຕິຮູບ ຄະນະໃໝ່ນີ້ ຈະແກ້ໄຂໄດ້ຫລືບໍ່ ແຕ່ໃນຄວາມຄິດຂອງທ່ານເອງ ກໍຍັງເຫັນວ່າ ເປັນເຣຶ່ອງທີ່ຍາກຫລາຍຢູ່ ຕໍ່ສະພາບຄວາມເປັນຈິງ ໃນປັຈຸບັນ.

“ຄັນຊິເວົ້າລະ ກະບໍ່ໝັ້ນໃຈ ຊິໃຫ້ມັນໝົດໄປຮ້ອຍນີ້ ກະຄືຊິຍາກຍາກ ຄົນສ່ວນຫລາຍ ກະຄືຮູ້ຫັ້ນແຫລະ ລະດັບເງິນເດືອນສໍ່ານີ້ ຊິເຮັດວຽກໃຫ້ມັນເຕັມຮ້ອຍ ແລ້ວມັນປາສຈາກ ເຣຶ່ອງອັນນັ້ນ ມັນກະຊິຍາກຢູ່. ແຕ່ວ່າ ເພິ່ນກະຊິໃຫ້ມັນເຂົ້າ ເປັນຮູບເປັນຮ່າງຫັ້ນແຫລະ.”

ນອກຈາກຊາວລາວຫລາຍຄົນ ຈະຍັງຮູ້ສຶກບໍ່ໝັ້ນໃຈ ໃນການແກ້ໄຂບັນຫາໜີ້ສິນ ແລະ ການສໍ້ຣາສບັງຫລວງ ຕໍ່ຄະນະປະຕິຮູບ ຣັຖວິສະຫະກິຈໄຟຟ້າລາວ ຄະນະໃໝ່ແລ້ວ ຊາວລາວຫລາຍຄົນ ກໍຍັງຢາກໃຫ້ແກ້ໄຂ ເຣຶ່ອງລາຄາຄ່າໄຟຟ້າ ໃຫ້ຖືກລົງນຳດ້ວຍ ເນຶ່ອງຈາກເປັນປະເທດທີ່ຜລິດໄຟຟ້າເອງໄດ້ ແຕ່ຄ່າໄຟຟ້າ ຂອງປະຊາຊົນ ບາງຄົນ ຫລື ບາງຄອບຄົວ ກໍຍັງພົບບັນຫາ ເຣຶ່ອງລາຄາໄຟຟ້າແພງຫລາຍຢູ່. ດັ່ງຊາວບ້ານ ອີກທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ:

“ມັນມີບາງຄອບຄົວ ອາດແພງເກີນຄວາມເປັນຈິງ. ເຂົາຈົດເລກກົງເຕິເນາະ ໝໍ້ນັບໄຟ ຂ້ອຍກະຖືກຢູ່ ແຕ່ວ່າ ມັນເປັນຍ້ອນສາເຫດຫຍັງ ຂ້ອຍກະບໍ່ເຂົ້າໃຈໂຕນີ້ ໂດຍບໍ່ຮູ້ສາເຫດ.”

ກ່ຽວກັບເຣຶ່ອງດັ່ງກ່າວນີ້ ເຈົ້າໜ້າທີ່ໄຟຟ້າລາວ ທ່ານນຶ່ງທີ່ ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ທີ່ ນາຍຍົກ ຣັຖມົນຕຣີແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສະຫະກິຈໄຟຟ້າລາວ ຄະນະໃໝ່ 9 ຄົນນັ້ນ ກໍເພື່ອມີຈຸດປະສົງ ຈະແກ້ໄຂບັນຫາໜີ້ສິນ ທີ່ຄ້າງຄາ ແລະ ຄຸມເຄືອຢູ່ ແລະ ຍັງຈະແກ້ໄຂຣາຍຮັບ ບໍ່ໃຫ້ຮົ່ວໄຫລ ແລະ ບັນຫາການ ກະທຳຜິດອື່ນໆ ທີ່ກ່ຽວກັບ ການສໍ້ຣາສບັງຫລວງ ໃຫ້ດີຂຶ້ນ ເຊິ່ງຣາຍລະອຽດ ກໍຕ້ອງມີການສຶກສາ ແລະ ຄົ້ນຄ້ວາກັນກ່ອນ.

ສ່ວນເຣຶ່ອງການຍັກຍອກ ແລະ ສໍ້ຣາສບັງຫລວງ ໃນອົງກອນນັ້ນ ກໍຖືວ່າ ເປັນເຣຶ່ອງທີ່ຈະຕ້ອງສືບຄົ້ນກັນຄັກແນ່ ເພາະວ່າປະເທດໃດ ກໍຍ່ອມມີບັນຫາດັ່ງກ່າວ ຕ່າງແຕ່ວ່າ ຮຸນແຮງ-ໜ້ອຍຫລາຍ ແຕກຕ່າງກັນໄປ. ແຕ່ ຖ້າຫາກວ່າ ມີການກວດກາພົບພໍ້ ຄົນທີ່ກະທຳຜິດ ຍັກຍອກຊັບສິນຕ່າງໆ ເຈົ້າໜ້າທີ່ກໍຕ້ອງກວດສອບ ຫາຫລັກຖານ ວ່າເຮັດຜິດແທ້ ຫລືບໍ່ ຈຶ່ງຈະຖືກລົງໂທດ ຕາມກົດໝາຍບ້ານເມືອງໄດ້.

ດັ່ງເຈົ້າໜ້າທີ່ ໄຟຟ້າລາວ ທ່ານດັ່ງກ່າວ ໄດ້ກ່າວວ່າ:

“ໂອໂຕນີ້ ມັນກະປະຕິເສດບໍ່ໄດ້ດອກ ຢູ່ປະເທດໃດກໍມີໝົດ ຫັ້ນແຫລະ. ຕ້ອງມີຂໍ້ມູລ ຄວາມເປັນຈິງ ຫັ້ນນ່າ ຂໍ້ມູລວ່າ ກະທຳຜິດແທ້ບໍ່ ຕ້ອງມີຂໍ້ມູລລະອຽດນ່າ ຈັ່ງຄ່ອຍຈັດຕັ້ງປະຕິບັດໄດ້. ມັນມີມາຕຣາດອກ ເຣຶ່ອງໄສ່ລະບຽບ ຫັ້ນແຫລະ.”

ກ່ຽວກັບເຣື່ອງ ການສູນເສັຽຣາຍຮັບ ຂອງຣັຖວິສາຫະກິຈໄຟຟ້າລາວ ນັ້ນ, ນອກຈາກຈະມີບັນຫາ ຣາຍຮັບຮົ່ວໄຫຼ ຫຼືບັນຫາໜີ້ສິນຄຸມເຄືອແລ້ວ, ໃນປີ 2021 ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ກໍສູນເສັຽຣາຍຮັບ ປະມານ 200 ປາຍ ຕື້ກີບ ຍ້ອນບັນຫາມີ ຜູ້ລັກດັດແປງ ໝໍ້ນັບໄຟ ເພື່ອໃຫ້ຕົວເລກ ການໃຊ້ໄຟຟ້າ ໜ້ອຍກວ່າຕົວຈິງ ຫລື ສະແດງຜົລບໍ່ເປັນໄປຕາມຕົວຈິງ ແລະ ການໃຊ້ໄຟຟ້າ ໃນຫລາຍຮູບແບບ ເຊິ່ງທາງ ຣັຖວິສາຫະກິຈໄຟຟ້າລາວ ກໍສາມາດຈັບ ຜູ້ກະທຳຜິດໄດ້ ຈຳນວນນຶ່ງ ພ້ອມກັບດຳເນີນຄະດີ ທັງທາງອາຍາ ແລະ ເສັຍຄ່າເສັຍຫາຍທາງແພ່ງ ເຊິ່ງສ່ວນໃຫຍ່ ເກີດຢູ່ໃນນະຄອນຫລວງວຽງຈັນ.

ໃນຄວາມເປັນຈິງແລ້ວ,​ ຣັຖບານລາວ ມີຄວາມພະຍາຍາມ ທີ່ຈະປະຕິຮູບ ບັນດາຣັຖວິສາຫະກິຈ, ໂດຍສະເພາະ ຣັຖວິສາຫະກິຈໄຟຟ້າລາວ ມາເປັນເວລາຫຼາຍປີແລ້ວ, ແຕ່ກໍຍັງບໍ່ທັນ ເປັນຮູບປະທັມ ທີ່ຈະແຈ້ງເທື່ອ. ກ່ອນໜ້ານີ້, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ໃນເວລານັ້ນ ກໍເຄີຍກ່າວໃນວາຣະ ກອງປະຊຸມສະພາແຫ່ງຊາດ ຫຼາຍຄັ້ງ ຄືເມື່ອປີ 2017-2018 ວ່າຈະປະຕິຮູບ ບັນດາຣັຖວິສາຫະກິຈ ທີ່ຂາດທຶນສະສົມ ເປັນເວລາຫຼາຍປີ ຫຼືມີຜົລປະກອບການ ອັນບໍ່ເປັນທີ່ໜ້າພໍໃຈ ແລະ ທັງເປັນພາຣະ ດ້ານງົບປະມານ ຂອງຣັຖບານ ຈົນເຖິງຂັ້ນຈະປະກາດ ໃຫ້ມີການລົ້ມລະລາຍ ຖ້າຫາກບໍ່ສາມາດແກ້ໄຂໄດ້. ແຕ່ເຖິງຢ່າງໃດກໍຕາມ, ການປະຕິຮູບດັ່ງກ່າວ ກໍບໍ່ປະສົບຜົລສຳເຣັດ ໃນຍຸກທີ່ທ່ານເປັນນາຍົກຣັຖມົນຕຣີ ຫຼືໃນຖານະທີ່ທ່ານ ໄດ້ກຳຕຳແໜ່ງຜູ້ບໍຣິຫານສູງສຸດ ຂອງຣັຖບານ.

ຕົກມາເຖິງຍຸກປັຈຸບັນ, ທີ່ມີທ່ານ ດຣ. ພັນຄຳ ວິພາວັນ ເປັນນາຍົກຣັຖມົນຕຣີ ຈຶ່ງຖືວ່າມີການແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ຢ່າງເປັນທາງການ ເພື່ອແກ້ໄຂບັນຫາບັນຫາຕ່າງໆ ໃຫ້ດີຂຶ້ນ, ອີງຕາມຈຸດປະສົງ ຂອງການແຕ່ງຕັ້ງຄະນະປະຕິຮູບດັ່ງກ່າວ. ສບາຍດີ.