ທາງການລາວ ມີແຜນເຈຣະຈາ ຊື້ນໍ້າມັນຈາກຣັສເຊັຽ

ໄຊຍາ
2022.05.10
ທາງການລາວ ມີແຜນເຈຣະຈາ ຊື້ນໍ້າມັນຈາກຣັສເຊັຽ ເຈົ້າຂອງຣົຖຕ້ອງໄດ້ໄປຊື້ນ້ຳມັນ ໃສ່ຕຸກ ແລ້ວເອົາມາໃສ່ຣົຖຊອງຕົນທີ່ຈອດໄວ້ແຄມທາງ ເພາະປ້ຳນ້ຳມັນໄດ້ປິດປະຕູທາງເຂົ້າ ເນື່ອງຈາກນ້ຳມັນຂາດປ້ຳ ທີ່ຈະໃຫ້ບໍຣິການຕໍ່ໄດ້, ວັນທີ 9 ພຶສພາ 2022.
ນັກຂ່າວ ພົລເມືອງ

ເມື່ອວັນທີ 06 ພຶສພາ ຜ່ານມາ ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຣີ ອອກແຈ້ງການສະບັບເລຂທີ 621/ຫສນຍ ຣະບຸໃຫ້ກະຊວງອຸດສາຫະກັມ ແລະການຄ້າ ສົມທົບກັບ ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄົ້ນຄວ້າກົນໄກ ການນໍາເຂົ້ານໍ້າມັນເຊື້ອໄຟ ພ້ອມເຈຣະຈາຂໍຊື້ນໍ້າມັນເຊື້ອໄຟ ລາຄາຍ່ອມເຍົາ ຈາກປະເທດຣັສເຊັຽ ເພື່ອຊ່ອຍຫຼຸດຜ່ອນບັນຫາຕົ້ນທຶນ ການນຳເຂົ້າແລະຂາດເຂີນນໍ້າມັນເຊື້ຶຶອໄຟ ພາຍໃນປະເທດ. ໂດຍປັດຈຸບັນແຜນການຈັດຕັ້ງ ປະຕິບັດດັ່ງກ່າວ ຍັງຢູ່ລະຫວ່າງການຈັດຕັ້ງ ຄະນະກັມມະການ ນໍາເຂົ້ານໍ້າມັນເຊື້ອໄຟແຫ່ງຊາດ ເພື່ອດຳເນີນການນຳເຂົ້າ ແລະແຈກຢາຍນໍ້າມັນເຊື້ອໄຟ ໃຫ້ມີຄວາມຄ່ອງໂຕ ແລະມີສະເຖັຽຣະພາບຕໍ່ໄປ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ລາຄານໍ້າມັນ ຢູ່ກະຊວງອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ພືສພາ 2022 ນີ້ວ່າ:

ຂໍ້ຈັດຕັ້ງປະຕິບັດນັ້ນ ເພິ່ນລິເຣີ່ມແລ້ວແຕ່ວ່າກາບໍ່ງ່າຍໆ ມັນຕ້ອງເບິ່ງສະພາບໂຕຈິງຫຼາຍ ອັນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຈ້ງການເພີ່ນເຣີ່ມອັນນ່າຈັດຕັ້ງ ຄະນະແຫ່ງຊາດ ມີທັງເບື້ອງຣັຖແດ່ ເບື້ອງບໍຣິສັດນໍ້າມັນເຂົ້າມາແດ່ ແຕ່ຕັ້ງຄະນະນຳເຂົ້ານໍ້າມັນແຫ່ງຊາດຫັ້ນ ຫຼັງຈາກເພິ່ນໄດ້ຄະນະແລ້ວ ເພິ່ນກໍສິໄດ້ລົມກັນ ແຜນໃນຕໍ່ໜ້າວ່າສິໄດ້ ແຜນນໍາເຂົ້າຈັ່ງໃດ ໃຫ້ມັນມີຄວາມຍືນຍົງ.

ສຳລັບແນວທາງ ໃນການຫຼຸດຜ່ອນບັນຫາຕົ້ນທຶນ ການນຳເຂົ້າ ແລະຂາດເຂີນນໍ້າມັນເຊື້ອໄຟ ພາຍໃນປະເທດ ດ້ວຍການເຈຣະຈາຂໍຊື້ນໍ້າມັນ ເຊື້ອໄຟໃນລາຄາຍ່ອມເຍົາ ຈາກປະເທດຣັສເຊັຽນັ້ນຍັງເປັນເຣື່ອງທີ່ ເປັນໄປໄດ້ຍາກຍ້ອນປັດຈຸບັນ ປະເທດຣັສເຊັຽຍັງມີຄວາມຂັດແຍ່ງກັບ ປະເທດຢູເຄຣນ ແລະ ຍັງບໍ່ທັນມີຂໍ້ສຣຸບເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການ ຄວບຄຸມນໍ້າມັນເຊື້ອໄຟຂັ້ນສູນກາງ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນດຽວກັນວ່າ:

ເພາະວ່າມັນກໍສະພາບຢູ່ເຄຣນ-ຣັສເຊັຽເນາະ ມັນກໍສະພາບຮວມທົ່ວໂລກຫັ້ນແຫຼະ ໂຕນີ້ມັນກໍແມ່ນໃນຣາຍລະອຽດດອກ ການປ່ຽນຕລາດມັນກໍບໍ່ງ່າຍດອກ ປົກກະຕິເຮົາກໍຮັບຜ່ານມາຈາກໄທຍນີ້ແຫຼະ ໄທຍສ່ວນໃຫຍ່ມັນກໍບໍ່ແນ່ດອກ ອັນນີ້ເພາະວ່າໃນກົນໄກຂອງຣັຖບານ ເພິ່ນກໍອີງໃສ່ຕລາດເກົ່າຫັ້ນແຫຼະ ທີ່ມັນມີ.

ກ່ຽວກັບເຣື່ອງນີ້ຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ຍັງຣະບຸໃຫ້ກະຊວງການເງິນສົມທົບກັບທນາຄານ ແຫ່ງປະເທດລາວ ແລະພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຄົ້ນຄ້ວາກົນໄກ ການຄຸ້ມຄອງອັດຕຣາແລກປ່ຽນເງິນຕຣາ ລະຫວ່າງປະເທດ ແລະສນອງເງິນຕຣາຕ່າງປະປະເທດ ເພື່ອຮັບປະກັນການສນອງນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການພາຍໃນປະເທດ ຍ້ອນທີ່ຜ່ານມາປະຊາຊົນໃນຫຼາຍພາກສ່ວນ ຕ້ອງປະສົບກັບການຂາດເຂີນນໍ້າມັນເຊື້ອໄຟ ໂດຍໃນຂະນະນີ້ໜ່ວຍງານ ທີ່ກ່ຽວຂ້ອງຢູ່ລະຫວ່າງການ ຊອກຫາແນວທາງໃນການຫຼຸດ ບັນຫາເງິນຕຣາ ລະຫວ່າງປະເທດທີ່ຈໍຣາຈອນ ໃນລະບົບບໍ່ພຽງພໍ ແລະບັນຫາເງິນເຟີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ທນາຄານ ແຫ່ງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງນາງນຶ່ງກ່າວວ່າ:

ແຕ່ວ່າໂຕນີ້ ມີວິກິຈເງິນຕຣາຕ່າງປະເທດ ຂາດເນາະ ໃນລາວມີການປະຊຸມຢູ່ ແຕ່ມະຕິຍັງບໍ່ທັນຮູ້ເທື່ອເດີ້.

ອີງຕາມແຈ້ງການ ຂອງບໍຣິສັດຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ສັງກັດກະຊວງອຸດສາຫະກັມ ແລະ ການຄ້າ ສະບັບເລຂທີ 3502/ລນລ.ຈນ ລົງວັນທີ 9 ພຶສພາ ທີ່ຜ່ານມານີ້ຣະບຸວ່າ ທາງບໍຣິສັດບໍ່ສາມາດສນອງນໍ້າມັນເຊື້ອໄຟ ໃຫ້ແກ່ລູກຄ້າໄດ້ຢ່າງພຽງພໍ ຍ້ອນສະພາບຮວມຂອງການແຜ່ຣະບາດ ຂອງພະຍາດໂຄວິດ-19 ບວກກັບສົງຄາມຢູ່ ຢູເຄຣນ ແລະ ສະພາບພາຍໃນປະເທດ ຍ້ອນບໍ່ສາມາດແລກປ່ຽນເງິນຕຣາ ຢູ່ທນາຄານຂອງຣັຖຕາມອັດຕຣາແລກປ່ຽນ ທີ່ຣັຖກຳນົດເພື່ອໄປຊື້ນໍ້າມັນຈາກຕ່າງປະເທດ ມາບໍຣິການໃຫ້ແກ່ສັງຄົມໄດ້.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ລາຄານໍ້າມັນ ຢູ່ກະຊວງອຸດສາຫະກັມ ແລະການຄ້າ ທ່ານດຽວກັນນີ້ກ່າວວ່າ:

ຫຼາຍອີ່ຫຼີ ເຮົານີ້ຂາດດຸນເງິນຕຣາ ລະຫວ່າງປະເທດ ເພື່ອສຳຣະ ໂດຍສະເພາະ ເຣື່ອງສຳຣະນໍ້າມັນເຊື້ອໄຟນີ້ແຫຼະ ດຽວນີ້ເງິນຕຣາເຮົາບໍ່ຮອດ 50% ຂອງການສຳຣະຄ່ານໍ້າມັນ ເຮົາຈຳເປັນຕ້ອງໄດ້ແລກປ່ຽນເງິນ ຢູ່ນອກລະບົບ ມັນເລີຍເຮັດໃຫ້ເຣທອັດຕຣາ ແລກປ່ຽນນີ້ມັນສູງນ່າ ທັງເງິນບາດແລະເງິນໂດລ້າຣ໌ແລ້ວຂຶ້ນກັບຫຼາຍບໍຣິສັດ ແລ້ວແຕ່ເນາະບາງບໍຣິສັດຄື ປຕທ ນີ້ໄລ່ເຣທເງິນບາດເນາະ ຫຼາຍບໍຣິສັດໄລ່ເຣທເງິນໂດລ້າຣ໌.

ກ່ຽວກັບເຣື່ອງນີ້ ສູນສະຖິຕິແຫ່ງຊາດເຜີຍແຜ່ບົດຣາຍງານ ສະພາບອັດຕຣາແລກປ່ຽນ ປະຈຳເດືອນເມສາ 2022 ເມື່ອທຽບໃສ່ກັບເດືອນດຽວກັນ ຂອງປີຜ່ານມານັ້ນເພີ່ມ 9.9% ຊຶ່ງເປັນ ການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາເຫດສຳຄັນ ມາຈາກການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟຕລາດໂລກ ອັນກ່ຽວພັນກັບຄວາມຂັດແຍ່ງ ລະຫວ່າງຣັສເຊັຽ ແລະຢູເຄຣນ ສົ່ງຜົລໃຫ້ລາຄາຂາຍຍ່ອຍນໍ້າມັນ ເຊື້ອໄຟພາຍໃນປະເທດ ປັບເພີ່ມຂຶ້ນ 86.3% ຮວມເຖິງການຜັນຜວນ ຂອງຄ່າເງິນກີບ ເມື່ອທຽບໃສ່ເງິນຕຣາຕ່າງປະເທດ ໂດຍສະເພາະເງິນໂດລ້າຣ໌ສະຫະຣັຖ ແລະ ເງິນບາດທີ່ຍັງສືບຕໍ່ອ່ອນຄ່າ ແລະເໜັງຕີງ.

ບັນຫາການຂາດນໍ້າມັນເຊື້ອໄຟ ພາຍໃນຫຼາຍເມືອງ ແລະແຂວງຕ່າງໆ ທົ່ວປະເທດ ເຮັດໃຫ້ປະຊາຊົນ ແລະຫົວໜ່ວຍແຮງງານຕ່າງໆ ບໍ່ສາມາດດຳເນີນຊີວິດ ແລະກິຈກັມໄດ້ ຕາມປົກກະຕິ ເຖິງແມ່ນວ່າບັນຫາດັ່ງກ່າວ ຈະເກີດຂຶ້ນມາດົນແລ້ວ ຕັ້ງແຕ່ປີກາຍແຕ່ມາຮອດປັດຈຸບັນ ທາງການລາວພັດບໍ່ມີແນວທາງ ໃນການແກ້ໄຂເປັນຮູບປະທັມ ອີກທັງຍັງມີທ່າອ່ຽງວ່າບັນຫາດັ່ງກ່າວນີ້ ຈະທະວີຄວາມຮຸນແຮງຫຼາຍຕື່ມ ຍ້ອນສະພາບເງິນເຟີ້ຢ່າງໜັກ ທີ່ໜ່ວຍງານກ່ຽວຂ້ອງຍັງ ບໍ່ສາມາດແກ້ໄຂໄດ້.

ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ກໍມັນຂາດເຂີນອີ່ຫຼີແຫຼະ ກໍຈັກສິເວົ້າຈັ່ງໃດລະໂຕນີ້ເນາະ ຢາກໃຫ້ພາກຣັຖເພິ່ນໄດ້ແກ້ໄຂ ບໍ່ວ່າສິເປັນປະຊາຊົນນີ້ເນາະ ຄືພະນັກງານຕຳຣວດ ສິໄປລ້າໄປການກໍຍາກ ປັດຈຸບັນນີ້ຕ້ອງໄປຊື້ບ່ອນໄກ ຄຶສິໄດ້ປະມານເດືອນກ່ວາແລ້ວເດີ້ ນີ້ເດີ້ຜົລກະທົບກໍຄືດ້ານເສຖກິຈອື່ນໆ ນີແຫຼະ ເນາະສຳຄັນນີ້ແຫຼະເນາະ ເຮົາຂາດນໍ້າມັນເນາະ ການສິໄປເຮັດວຽກ ການສິໄປຊອກຢູ່ຫາກິນ ຫັ້ນຍາກ.

ນັບແຕ່ປີ 2022 ເປັນຕົ້ນມາ ນໍ້າມັນເຊື້ອໄຟພາຍໃນປະເທດລາວ ປັບລາຄາມາແລ້ວ 11 ຄັ້ງ ແລະ ປັດຈຸບັນລາຄານໍ້າມັນ ແອັດຊັງທັມມະດາ 18,700 ກີບຕໍ່ລິດ, ແອັດຊັງພິເສດ 21,250 ກີບຕໍ່ລິດ ແລະ ກະຊວນ 18,640 ກີບຕໍ່ລິດ ແລະ ຖ້າຣົຖໃຫຍ່ຕ້ອງການຕື່ມນໍ້າມັນເຕັມຖັງ ຈະຕ້ອງໃຊ້ເງິນປະມານ 1 ລ້ານກີບ ຊຶ່ງເປັນຄ່າໃຊ້ຈ່າຍທີ່ສູງຫຼາຍ ເມື່ອທຽບໃສ່ກັບຄ່າຈ້າງແຮງງານຂັ້ນຕໍ່າ, ຄ່າຄອງຊີບແລະສະພາບເງິນເຟີ້ ສະນັ້ນທາງການລາວ ຈຶ່ງແກ້ໄຂບັນຫາລາຄານໍ້າມັນແພງ ດ້ວຍການປັບຫຼຸດອາກອນຊົມໃຊ້ ນໍ້າມັນກະຊວນ ແລະແອັດຊັງທັມມະດາລົງ ປະມານ 50%.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຄວບຄຸມສາງນໍ້າມັນເຊື້ອໄຟ ຂັ້ນສູນກາງທ່ານດຽວກັນກ່າວວ່າ:

ເອີ! ຣັຖບານກຳລັງຄົ້ນຄ້ວາ ກ່ຽວກັບການປັບຫຼຸດ ອາກອນຊົມໃຊ້ອີ່ຫຍັງຕ່າງໆ ຫັ້ນແຫຼະ ອໍຫຼຸດລົງ 50% ຂອງອັດຕຣາຫັ້ນ ອາກອນຊົມໃຊ້ແມ່ນເປັນສ່ວນນຶ່ງ ໃນການເຮັດໃຫ້ລາຄາມັນສູງ ແມ່ນມັນຈາກຄ່າພາສີ ເຂົາເອີ້ນວ່າສຸລະກາກອນ ແລ້ວມັນຈະມີອາກອນຊົມໃຊ້ເນາະ ມັນຈະ VAT”

ອີງຕາມມະຕິຂອງຄະນະ ປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງມາຕການ ຮັກສາສະພາບຂອງລາຄານໍ້າມັນເຊື້ອໄຟ ໃນສະພາບທີ່ມີການເໜັງຕີງ ຂັ້ນສູງສະບັບເລຂທີ 103/ຄປຈ ລົງວັນທີ 9 ພຶສາພາ 2022 ຣະບຸໃຫ້ເກັບອັດຕຣາ ອາກອນຊົມໃຊ້ຈາກນໍ້າມັນ ກະຊວນປັບຈາກ 21% ມາເປັນ 11% ແລະ ເກັບຈາກນໍ້າມັນແອັດຊັງທັມມະດາ, ປັບຈາກ 31% ມາເປັນ 16% ໂດຍການປັບຫຼຸດ ອັດຕຣາດັ່ງກ່າວນີ້ເປັນມາຕການຊົ່ວຄາວ ແລະຈະນຳໃຊ້ເປັນໄລຍະເວລາ 3 ເດືອນ ທັງນີ້ຖ້າຫາກລາຄານໍ້າມັນເຊື້ອໄຟຂອງຕລາດໂລກ ປັບຫຼຸດລົງທາງການລາວ ກໍຈະຍົກເລີກມາຕການດັ່ງກ່າວນີ້ ແລະຫັນໄປປະຕິບັດອັດຕຣາ ອາກອນຊົມໃຊ້ປົກກະຕິຕາມກົດໝາຽ.

ເມື່ອໄລຍະບໍ່ດົນມານີ້ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມເຊື້ອໄຟ ແລະ ອາຍແກັສ ປະເທດລາວກ່າວວ່າ ໃນແຕ່ລະເດືອນປະເທດລາວ ຕ້ອງການນໍາເຂົ້ານໍ້າມັນເຊື້ອໄຟ ທຸກຊະນິດຈຳນວນ 120 ລ້ານລິດ. ແຕ່ປັດຈຸບັນສາມາດນໍາເຂົ້າໄປພຽງ 20 ລ້ານລິດ ໂດຍສາເຫດທີ່ສຳຄັນທີ່ເຮັດໃຫ້ມີການນຳເຂົ້າຫຼຸດລົງ ເປັນຍ້ອນຜົລຜລິດນໍ້າມັນເຊື້ອໄຟ ຕລາດໂລກບໍ່ມີຄວາມແນ່ນອນ ເນື່ອງຈາກໂຮງງານກັ່ນນໍ້າມັນຈຳນວນນຶ່ງ ກັກເກັບນໍ້າມັນໄວ້ເພື່ອສ້າງກຳໄລ ປະກອບກັບອັດຕຣາ ການແລກປ່ຽນເງິນຕຣາ ລະຫວ່າງປະເທດແຂງຄ່າ ແລະຂາດເງິນໂດລ້າຣ໌ ເພື່ອໃຊ້ໃນການຊື້ນໍ້າມັນຈາກປະເທດອື່ນ ເຮັດໃຫ້ການນຳເຂົ້ານໍ້າມັນເຊື້ອໄຟ ຂອງປະເທດລາວຫຼຸດລົງ 18-24​% ເນື່ອງຈາກກ່ອນໜ້ານີ້ ມີບໍຣິສັດນໍາເຂົ້ານໍ້າມັນ 13 ແຫ່ງ ແຕ່ປັດຈຸບັນເຫຼືອພຽງ 4 ບໍຣິສັດເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.