ລາວພິຈາຣະນາ ຊື້ນໍ້າມັນຈາກຣັສເຊັຽ ທ່າມກາງ ນ້ຳມັນຂາດແຄນ
2022.05.09

ປັດຈຸບັນປະເທດລາວ ກຳລັງປະເຊີນກັບວິກິຕການນໍ້າມັນເຊື້ອໄຟ ຢ່າງຮຸນແຮງເຖິງແມ່ນວ່າຣັຖບານລາວ ຈະອອກມາຕການເພື່ອປະຄອງລາຄາ ແຕ່ລາຄານໍ້າມັນກໍຍັງຂຶ້ນໄປເຣື້ອຍໆ ຈົນສ້າງຜົລກະທົບຕໍ່ປະຊາຊົນທີ່ຕ້ອງແບກຫາບ ຄ່າຄອງຊີບສູງພ້ອມທັງປໍ້ານໍ້າມັນຫຼາຍປໍ້າ ຍັງຂາດນໍ້າມັນບໍຣິການລູກຄ້າ.
ຕໍ່ກັບວິກິຕການທີ່ເກີດຂຶ້ນຕອນນີ້ ປະຊາຊົນໄດ້ຮັບຜົລກະທົບໂດຍກົງ ແບບຫຼີກລ້ຽງບໍ່ໄດ້ສະພາບການດຳຣົງຊີວິດ ແມ່ນພົບກັບຄວາມຫຍຸ້ງຍາກ ເພາະລາຄານ້ຳແພງ ມັນສົ່ງຜົລໃຫ້ສິນຄ້າ ເຊັ່ນອາຫານການກິນນີ້ແພງຂຶ້ນທົບເຄິ່ງ ບວກກັບເງິນບາດແລະໂດລາຣ໌ທີ່ເປັນເງິນຕຣາ ໃຊ້ຊື້ສິນຄ້ານໍາເຂົ້າອັດຕຣາແລກປ່ຽນ ພັດຖີບໂຕສູງຂຶ້ນແບບບໍ່ເຄີຍມີມາກ່ອນ.
ດັ່ງປະຊາຊົນອາຊີບຄ້າຂາຍ ໃນນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກຊື່ ແລະສຽງກ່າວຕໍ່ RFA ໃນວັນທີ 09 ພຶສາພານີ້ວ່າ:
“ທັງຄ່າເຊົ່າເຮືອນແພງຂຶ້ນຫຼາຍ ກວ່າແຕ່ກ່ອນເປັນຫຍັງເປັນຫຍັງທຸກສິ່ງ ທຸກຢ່າງຈຶ່ງແພງອັດຕຣາເງິນເຟີ້ ເປັນຫຍັງຄ່ານໍ້າມັນຈຶ່ງແພງຂຶ້ນ ຍ້ອນວ່າຣັສເຊັຽບຸກລຸກຢູ່ເຄຣນ ກະທົບກະເທືອນຕໍ່ການຂົນສົ່ງ ຄ່າເຄື່ອງໃຊ້ຂອງສອຍອາຫານ ການກິນຈຳເປັນທົ່ວໄປແພງຂຶ້ນ ເປັນອັນດັບທີສອງບໍ່ມີທ່າທີວ່າ ຈະລົງຄືນງ່າຍ ອາດຈະຂຶ້ນສ່ວນເງິນເດືອນບໍ່ຂຶ້ນເນາະ.”
ຍານາງໄດ້ກ່າວຕື່ມວ່າລຳບາກຫຼາຍ ເພາະນໍ້າມັນທີ່ໃຊ້ຢູ່ເປັນປະຈຳ ແຕ່ກັບຂຶ້ນບໍ່ລົງແບບນີ້ ອາດຈະເຮັດໃຫ້ທຸຣະກິຈນ້ອຍໆ ຂອງເຮົາຢູ່ບໍ່ລອດ ຖ້າສະພາບການຍັງແກ່ຍາວໄປແບບນີ້ ແລະ ຣັຖບານບໍ່ອອກມາຕການໃດນຶ່ງ ເພື່ອຊ່ອຍປະຄອງໃຫ້ລາຄາຖືກກວ່ານີ້ ຊໍ່າກັບລາຍໄດ້ຂອງປະຊາຊົນ ເພາະຕອນນີ້ຄ່າຄອງຊີບສູງຫຼາຍ ມັນກໍກະທົບໄປໝົດທຸກດ້ານ ກໍຕ້ອງລໍຖ້າເບິ່ງວ່າຣັຖບານຈະແກ້ໄຂແນວໃດ.
ສ່ວນປະຊາຊົນອີກທ່ານນຶ່ງ ທີ່ເປັນຜູ້ປະກອບການໄດ້ເວົ້າວ່າ ມັນຢູ່ໃນສະພາບຈຳຍອມອີຫຼີ ເຮັດຫຍັງຫຼາຍບໍ່ໄດ້ ກໍໄດ້ແຕ່ຊ່ອຍເອົາໂຕເອງໃຫ້ລອດກ່ອນ ເພາະນໍ້າມັນແພງມັນກະທົບໃສ່ໝົດທຸກຢ່າງ ຊຶ່ງຕົນກໍບໍ່ເຄີຍເຫັນມາກ່ອນ ວ່າຜົລກະທົບມັນຈະຮຸນແຮງຂນາດນີ້ ເຄື່ອງຂອງແພງຫຼາຍຕອນນີ້ ກໍເອົາຊີວິດລອດໄປແຕ່ລະເດືອນຄິດໄກບໍ່ໄດ້.
“ຫຼ້າສຸດນໍ້າມັນແອັດຊັງຂຶ້ນ ຮອດລິດຊາວພັນແລ້ວ ເປັນປວັດສາດຂອງປະເທດເຮົາເລີຍເດເນາະ ເງິນບາດຂຶ້ນອີ່ຫຍັງທຸກສິ່ງ ທຸກຢ່າງຂຶ້ນຊ່ວງນີ້ຫຼາຍໆ ຄົນເອົາຊີວິດລອດເດືອນຊົນເດືອນ ກາວ່າດີແລ້ວເນາະ.”
ຜູ້ປະກອບການກ່າວວ່າ ພວກເຮົາໃນນາມປະຊາຊົນກໍບໍສາມາດ ໄປແກ້ໄຂໄດ້ທັງເຣື່ອງລາຄານໍ້າມັນແພງ, ເງິນຂຶ້ນ ກໍຫວັງວ່າຣັຖບານ ຈະອອກມາຕການມາຊ່ອຍເຫຼືອ ປະຊາຊົນດ້ານໃດນຶ່ງ ເພາະຜ່ານມາຍັງບໍ່ເຫັນ ການປະກາດການຊ່ອຍເຫຼືອ ຂອງຣັຖບານຢ່າງຈິງຈັງ.
ການປັບຂຶ້ນລາຄານໍ້າມັນ ເມື່ອວັນທີ 30 ເມສາ 2022 ເປັນການຕອກຢໍ້າ ເຖິງຣັຖບານລາວບໍ່ສາມາດຄຸມລາຄາ ທີ່ເໜັງຕີງຂຶ້ນຢ່າງຕໍ່ເນື່ອງໄດ້. ນໍ້າມັນແອັດຊັງທັມມະດາ ລິດລະ 18,060 ກີບ, ແອັດຊັງພິເສດລິດລະ 20,610 ກີບ ແລະ ກະຊວນ ລິດລະ 18,000 ກີບ. ການປັບຂຶ້ນເທື່ອນີ້ສ້າງຄວາມປັ່ນປ່ວນຫຼາຍ ເພາະຫຼາຍປໍ້າມັນບໍ່ມີນໍ້າມັນ ມາບໍຣິການຂາຍໃຫ້ກັບລູກຄ້າ. ຕໍ່ກັບສາເຫດທີ່ວ່ານໍ້າມັນເໜັງຕີງ ຂຶ້ນລາຄາຢ່າງຕໍ່ເນື່ອງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ອະທິບາຍເຖິງສາເຫດວ່າ:
“ຈຳເປັນກາຕ້ອງໄດ້ມີ ການແບກຫາບທັງສອງຝ່າຍ ກາຍ້ອນວ່າເປັນຫຍັງ ກາຍ້ອນວ່າລາຄາຂອງພວກເຮົານີ້ ເວລາທຽບໃສ່ກັບເພື່ອນບ້ານ ພວກເຮົາກາສູງອັນນຶ່ງ ລະແມ່ນພວກເຮົານໍາເຂົ້າ 100% ເດ.”
ທ່ານໄດ້ກ່າວຕື່ມວ່າ ເຖິງວ່າເຮົາຈະສັ່ງຊື້ຢູ່ສິງກະໂປ ຫຼື ໄທຍ ແຕ່ເວລາຈະຊື້ ເຂົາເຈົ້າກໍອີງໃສ່ ລາຄາລາຕລາດນໍ້າມັນ ຂອງປະເທດສິງກະໂປ ຄິດໄລ່. ເພາະສະນັ້ນຣັຖບານ ຈຶ່ງໄດ້ຊ່ອຍແບກຫາບໃນໂຄງປະກອບ ຫຼຸດລົງອັນໃດທີ່ພໍຫຼຸດໄດ້ກາຫຼຸດ ອັນນີ້ກໍເອີ້ນວ່າເປັນການແບກຫາບ ຂອງຣັຖບານ. ສ່ວນເບື້ອງທຸຣະກິຈກໍມີທັງຜູ້ນໍາເຂົ້າ ແລະ ມີທັງຜູ້ດຳເນີນທຸຣະກິຈ ຂາຍຍ່ອຍສະນັ້ນເພື່ອໃຫ້ທັງຜູ້ນໍາເຂົ້າ ແລະຂາຍຍ່ອຍໄປລອດ ກໍຈຳເປັນຕ້ອງໄດ້ຂຶ້ນລາຄາ ຕາມລາຄານໍ້າມັນຕລາດໂລກ.
ສ່ວນເຈົ້າໜ້າທີ່ຂແນງອຸດສາຫະກັມ ແລະການຄ້າຜູ້ຂໍສງວນຊື່ ແລະສຽງໄດ້ເວົ້າວ່ານໍ້າມັນແພງ ແລະປັບຂຶ້ນເຣື້ອຍໆ ນັ້ນມັນກໍອີງໃສ່ລາຄາຕລາດຊື້-ຂາຍ ໃນປັດຈຸບັນ ເພາະປະເທດລາວນໍາເຂົ້າ 100% ເປັນນໍ້າມັນສຳເຣັດຮູບ ພ້ອມທັງບວກຄ່າໃຊ້ຈ່າຍ ໃນການດຳເນີນການ ລາຄານໍ້າມັນຂອງປະເທດລາວ ຖ້າທຽບໃສ່ເພື່ອນບ້ານ ກໍຈະແພງຫຼາຍ.
“ລາຄານໍ້າມັນເຊື້ອໄຟ ຂອງພວກເຮົານີ້ເວົ້າແທ້ ກາປັບເຂົ້າສູ່ຢູ່ໃນຣະດັບທີ່ວ່າ ກາແນ່ນອນແລ້ວວ່າ ກາຍ້ອນວ່າເຮົານໍາເຂົ້າ 100% ສະນັ້ນກາບວກຫຼາຍອັນ ພວກເຮົາກາສິສູງກວ່າເຂົາເຈົ້າ.”
ທ່ານໄດ້ກ່າວຕື່ມວ່າ ການແກ້ໄຂບັນນີ້ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັບພາກຣັຖບານເພື່ອຫາທາງອອກ ໃຫ້ໄດ້ໄວທີ່ສຸດໂດຍສະເພາະ ແມ່ນການຊອກຫາແຫຼ່ງພລັງງານ ທີ່ມີລາຄາຖືກກວ່າປັດຈຸບັນນີ້ ເພື່ອມາສນອງໃຫ້ກັບປະຊາຊົນ.
ເພື່ອເປັນການຫາທາງອອກ ຕໍ່ກັບວິກິຕການນໍ້າມັນແພງໃນປັດຈຸບັນ ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການສະບັບເລຂທີ 621/ຫສນຍ ລົງວັນທີ 06 ເດືອນພຶສພາ ປີ 2022 ວ່າດ້ວຍ ກ່ຽວກັບ ການສເນີມາຕການຮັກສາ ສະເຖຽຣະພາບຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານໍ້າມັນເຊື້ອໄຟ ເໜັງຕີງຂຶ້ນສູງ.
ໂດຍແຈ້ງການຣະບຸວ່າ ເຫັນດີຕາມການສເນີຂອງ ກະຊວງການເງີນ ທີ່ມອບໃຫ້ກະຊວງອຸດສາຫະກັມ ແລະການຄ້າເປັນໃຈກາງສົມທົບ ກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວາກົນໄກການນຳເຂົ້າ ນໍ້າມັນເຊື້ອໄຟຜ່ານບໍຣິສັດໃດນຶ່ງ ໃນການເຈຣະຈາຕໍ່ລອງ ຊື້ນໍ້າມັນເຊື້ອໄຟໃຫ້ສາມາດ ຮວມສູນໃນການນຳເຂົ້າ ແລະແຈກຢາຍນໍ້າມັນເຊື້ອໄຟ ເຊັ່ນໃຫ້ຣັຖວິສາຫະກິຈນໍ້າມັນເຊື້ອໄຟ ຮ່ວມກັບບໍຣິສັດນໍ້າມັນເຊື້ອໄຟເອກຊົນ ຈຳນວນນຶ່ງຕັ້ງເປັນ ບໍຣິສັດນໍ້າມັນເຊື້ອໄຟແຫ່ງຊາດ ແລະແຈກຢາຍນໍ້າມັນເຊື້ອໄຟໃຫ້ມີຄວາມຄ່ອງໂຕ, ກວດກາ ແລະ ສະດວກໃນການຕິດຕາມ ເກັບຣາຍຮັບພ້ອມທັງເຈຣະຈາຊື້ນໍ້າມັນເຊື້ອໄຟ ລາຄາຍ່ອມເຍົາຈາກປະເທດຣັສເຊັຽ ເພື່ອຊ່ອຍຫຼຸດຕົ້ນທຶນການນຳເຂົ້ານໍ້າມັນເຊື້ອໄຟ.
ໃນຂະນະດຽວກັນ ກໍໃຫ້ກະຊວງການເງິນ ຮ່ວມກັບທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວາກົນໄກການຄຸ້ມຄອງ ອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ແລະ ສນອງເງິນຕຣາຕ່າງປະເທດ ໃຫ້ພຽງພໍເພື່ອຮັບປະກັນ ໃຫ້ມີນໍ້າມັນເຊື້ອໄຟພຽງພໍກັບຄວາມຕ້ອງການ.
ການແກ້ໄຂວິກິຕການນໍ້າມັນໃນລາວ ນັກວິຊາການທ່ານນຶ່ງທີ່ຂໍສງວນຊື່ແລະສຽງໃຫ້ຄຳເຫັນວ່າ ເງິນເຟີ້ແມ່ນຕົ້ນເຫດ ຂອງລາຄານໍ້າແພງ ໃນປະເທດລາວ. ນັບແຕ່ຕົ້ນປີນີ້ຈົນມາຮອດປັດຈຸບັນ ອັດຕຣາແລກປ່ຽນເງິນບາດ ແລະ ໂດລ້າຣ໌ ຖີບໂຕສູງຂຶ້ນແບບບໍ່ເຄີຍມີມາກ່ອນ. ພ້ອມນີ້ລາວເປັນປະເທດເພີ່ງພາການນຳເຂົ້າ ຈຶ່ງເຮັດໃຫ້ອັດຕຣາເງິນເຟີ້ສູງຫຼາຍ ໃນເມື່ອອັດຕຣາແລກປ່ຽນເພີ່ມຂຶ້ນ ກໍແນ່ນອນວ່າສິນຄ້າກໍແພງໄປຕາມກົດເກນ. ບໍ່ວ່າແຕ່ນໍ້າມັນຂຶ້ນລາຄາ, ອາຫານການກິນ ເຄື່ອງໃຊ້ທຸກຢ່າງແມ່ນແພງໝົດ.
ໃນໄລຍະຍາວຖ້າຣັຖບານ ບໍ່ມີເງິນຕຣາຕ່າງປະເທດ ເຂົ້າມາໝູນວຽນໃນລະບົບ ແນ່ນອນວ່າເງິນເຟີ້ ກໍຈະເພີ່ມຂຶ້ນອີກ ເຖິງວ່າຣັຖບານຈະພິຈາຣະນາຊື້ນໍ້າມັນ ຈາກຣັສເຊັຽແຕ່ກໍບໍ່ແມ່ນເຣື່ອງງ່າຍ ເຊິ່ງຄາດວ່າຈະໄດ້ລາຄາຖືກບໍ່ນັ້ນ ເພາະບັນຫາຫຼັກກໍແມ່ນການຂົນສົ່ງ ຈາກຣັສເຊັຽມາລາວ ແລະ ບັນຫາ ນີ້ຄາດວ່າຕ້ອງໃຊ້ເວລາຢ່າງໜ້ອຍສອງປີ ຈຶ່ງຈະບັນລຸຂໍ້ຕົກລົງກັນໄດ້.