ເຂດເສຖກິຈພິເສດ ໃນວຽງຈັນ ຕ້ອງການຄົນງານລາວ
2022.05.17

ເຂດເສຖກິຈພິເສດ ແລະ ສະເພາະ ໃນນະຄອນຫຼວງວຽງຈັນ ຫຼາຍແຫ່ງ ເປັນຕົ້ນ ເຂດພັທນາກວມລວມ ໄຊເສດຖາ, ເຂດເສຖກິຈພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ມີຄວາມຕ້ອງການ ຄົນງານລາວ ຈຳນວນຫຼາຍ ຍ້ອນປັດຈຸບັນ ຍັງບໍ່ສາມາດຈ້າງຄົນງານລາວ ເຂົ້າເຮັດວຽກກັບບໍຣິສັດ ແລະ ໂຮງງານຕ່າງໆ ໃນເຂດດັ່ງກ່າວ ໄດ້ເຕັມອັດຕຣາເທື່ອ ສາເຫດ ຍ້ອນຄົນງານລາວສ່ວນໃຫຍ່ ທີ່ເຂົ້າມາເຮັດວຽກ ແລະ ພວມຊອກວຽກ ຈະເປັນຄົນງານລາວ ທີ່ເຄີຍໄປເຮັດວຽກຢູ່ໄທຍມາກ່ອນ, ແຕ່ເມື່ອເຂົ້າມາເຮັດວຽກໃນເຂດ ພັດບໍ່ມີປະສົບການ ໃນວຽກງານນັ້ນໂດຍຕຣົງ ເລີຍເຮັດວຽກ ແບບຊົ່ວຄາວ ແລ້ວກໍອອກວຽກ ເພື່ອລໍຖ້າໄປເຮັດວຽກຢູ່ໄທຍ ຈຶ່ງເຮັດໃຫ້ ທາງບໍຣິສັດຕ່າງໆ ຂາດຄົນງານ. ເຈົ້າໜ້າທີ່ ໃນເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສພາ ນີ້ວ່າ:
“ໃນເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນນີ້ ຕ້ອງການຄົນງານ ຈຳນວນຫຼາຍ ພວກເຮົາບໍ່ສາມາດ ດຶງດູດຄົນງານເຂົ້າມາໄດ້. ບັນຫາທີນຶ່ງ ຄົນງງານທີ່ວ່າສ່ວນຫຼາຍ ເຂົ້າມາແລ້ວ, ຫັ້ນນ່າ ເຮັດເປັນຄົນງງານ ຣະດູການ ເປັນຄົນງານທີ່ວ່າ ບໍ່ມີທັກສະ ເປັນຄົນງານດິບ, ຢາກອອກລະອອກ ຢາກໄປລະໄປ.”
ຂະນະທີ່ເຈົ້າໜ້າທີ່ ດ້ານແຮງງານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍໄດ້ກ່າວວ່າ ສາເຫດອີກສ່ວນນຶ່ງ ທີ່ບັນດາເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ຂາດຄົນງານລາວ ຈຳນວນຫຼາຍນັ້ນ ເປັນຍ້ອນວ່າ ຄວາມສາມາດ ຂອງຄົນງານລາວ ບໍ່ຕຣົງຕາມຄຸນນະສົມບັດ ທີ່ແຕ່ລະໂຮງງານ ແລະ ແຕ່ລະບໍຣິສັດ ກຳນົດໄວ້ ແລະ ການໂຄສະນາ ປະກາດຮັບສມັກງານ ຂອງແຕ່ລະບໍຣິສັດ ຍັງບໍ່ກວ້າງຂວາງ ຫຼືໃນຕຳແໜ່ງງານ ທີ່ເປີດຮັບສມັກ ບໍ່ໄດ້ລົງຣາຍລະອຽດຈະແຈ້ງ.
“ຢູ່ໃນເຂດເສຖກິຈຫັ້ນ, ພາກການຜລິຕ ກະບໍ່ຮູ້ວ່າ ໃນຫັ້ນມັນມີຕຳແໜ່ງງານໃດແດ່ ຄວາມຕ້ອງການ ຂອງຕຳແໜ່ງງານນັ້ນ ມີຣາຍລະອຽດແນວໃດແດ່? ຄວາມສາມາດ, ຄວາມຮູ້ເປັນຈັ່ງໃດ? ມັນບໍ່ແມ່ນໜ່ວຍງານ ໂຕຢູ່ໃນຫ້ອງການ ບໍຣິຫານ. ຄົນງານເຮົານີ້ ບໍ່ຄ່ອຍມັກເຮັດວຽກ ຢູ່ໃນລະບຽບ ຫຼືວ່າຢູ່ໃນໂມງອຸດສາຫະກັມ ແລ້ວກະຄ່າຕອບແທນ ທຽບໃສ່ຢູ່ບ້ານເຮົານີ້ ມັນກະບໍ່ໄດ້, ຫັ້ນນ່າ.”
ນອກຈາກນີ້, ການເປີດຮັບສມັກງານ ຂອງບໍຣິສັດຕ່າງໆ ສ່ວນໃຫຍ່ແລ້ວ ຈະເປີດຮັບສມັກ ພຽງແຕ່ຕຳແໜ່ງວຽກ ທີ່ຈົບໃນການສຶກສາ ລະດັບສູງຂຶ້ນໄປ ເຊັ່ນ ຕຳແໜ່ງ ພະນັກງານບັນຊີ, ວິສະວະກອນ IT, ພະນັກງານການເງິນ, ນາຍແປພາສາ ແລະ ຕ້ອງສົ່ງເອກສານ ທາງອີເມລ ຫຼືສມັກທາງອອນລາຍ. ຖ້າຜູ້ໃດ ທີ່ບໍ່ໄດ້ໃຊ້ອິນເຕີເນັທ ກໍຍາກ ທີ່ຈະເຂົ້າໄປສມັກງານ, ເຊິ່ງຖ້າຫາກເປັນບໍຣິສັດ ຂອງຄົນຈີນ ສ່ວນໃຫຍ່ແລ້ວ ກໍຕ້ອງມີປະສົບການ ແລະ ຕ້ອງຮູ້ພາສາຈີນ ກໍຖືວ່າມີໂອກາດ ໄດ້ວຽກເຮັດງານທຳ. ດັ່ງເຈົ້າໜ້າທີ່ ບໍຣິສັດຈີນ ແຫ່ງນຶ່ງ ປະຈຳເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ກ່າວວ່າ:
“ແມ່ນໆ ເປັນບໍຣິສັດ ຂອງຄົນຈີນ ຕ້ອງເອົາພາສາ ຮູ້ພາສາຈີນໄດ້ດ້ວຍດີ ເຮົາກໍສາມາດສັ່ງງານໄດ້. ມີແຕ່ສົ່ງເອກສານ ເຂົ້າມາທາງອີເມລ. ຊິເບິ່ງເອກສານ ປວັຕອີ່ຫຍັງ ແລ້ວກະຄິດວ່າສົນໃຈ ແລ້ວກໍເຮົາຊິໂທສອບຖາມ ໃຫ້ເຂົ້າມາສມັກ.”
ພ້ອມດຽວກັນນີ້, ກໍບໍ່ແມ່ນວ່າ ທຸກບໍຣິສັດ ທີ່ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ຈະຮັບເອົາຄົນງານລາວ ເຂົ້າເຮັດວຽກໄດ້ເລີຍ ເພາະທາງບໍຣິສັດ ກໍຕ້ອງພິຈາຣະນາເອກສານ, ປະສົພການຕ່າງໆ ແລະ ລະດັບການສຶກສານຳດ້ວຍ. ດັ່ງເຈົ້າໜ້າທີ່ ພະນັກງານອີກບໍຣິສັດນຶ່ງ ທີ່ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ກ່າວວ່າ:
“ບໍຣິສັດເຮົາຮັບແຕ່ ຝ່າຍຜລິຕຕອນນີ້. ຈົບ ມ.7 ທັງຍິງ ທັງຊາຍ ກະອາຍຸ 18 ປີ ກະປະກອບ ເອກສານມາໃຫ້ຄົບ ແລ້ວກະມາຍື່ນບໍຣິສັດ. ມາຂຽນໃບສມັກ ປະໄວ້ເລີຍ.”
ກ່ຽວກັບເຣື່ອງນີ້, ຄົນງານລາວ ທ່ານນຶ່ງ ທີ່ເຄີຍເຮັດວຽກຢູ່ໄທຍ ກໍກ່າວວ່າ ທີ່ຜ່ານມາ ກໍເຄີຍສມັກເຂົ້າໄປເຮັດວຽກ ຢູ່ໃນເຂດຢູ່, ແຕ່ສ່ວນໃຫຍ່ ຈະບໍ່ໄດ້ວຽກ ເນື່ອງຈາກຄຸນນະສົມບັດ ບໍ່ໄດ້ຕາມຕ້ອງການ ແລະ ສ່ວນນຶ່ງ ກໍເປັນຍ້ອນເງິນເດືອນໜ້ອຍນຳດ້ວຍ.
“ຢູ່ເຂດເສຖກິຈນະຄອນຫຼວງວຽງຈັນ ສ່ວນຫຼາຍ ກໍເຫັນຫຼາຍຄົນທີ່ວ່າ ໄປສມັກແລ້ວ, ແຕ່ບໍ່ເປັນຄົນທີ່ຖືກເລືອກ, ຫັ້ນນ່າ. ສມັກໄປແລ້ວ, ແຕ່ວ່າຄັດເລືອກບໍ່ຜ່ານ ຈະເນັ້ນໃສ່ກັບເຣື່ອງພາສາ, ຫັ້ນນ່າ ບໍ່ໄດ້, ຫັ້ນນ່າ. ເວົ້າງ່າຍໆຄືວ່າ ສວັດດີການ ກັບຄ່າຄອງຊີບເງິນເດືອນ ມັນບໍ່ຖືກໃຈຂ້ອຍ ກະໄດ້ໜ້ອຍກວ່າ.”
ອີງຕາມການຣາຍງານ ຂອງທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງ ເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນ ໄດ້ຣາຍງານ ຫວ່າງສັປດາ ທີ່ຜ່ານມາວ່າ ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ມີ 5 ເຂດ ຄື: ເຂດພັທນາກວມລວມ ໄຊເສດຖາ, ເຂດເສຖກິຈພິເສດ ບຶງທາດຫຼວງ, ເຂດເສຖກິຈພິເສດ ລ໋ອງແທ່ງ-ວຽງຈັນ, ເຂດເສຖກິຈພິເສດ ດົງໂພສີ, ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ.
ຈຳນວນຜູ້ເຮັດວຽກ ຢູ່ໃນເຂດທັງໝົດນີ້ ກວມອັດຕຣາສ່ວນຫຼາຍກວ່າໝູ່ ແມ່ນເຮັດວຽກ ຢູ່ເຂດພັທນາກວມລວມ ໄຊເສດຖາ ມີ 3,375 ຄົນ.ໃນນັ້ນ, ມີຄົນງານລາວ 2,737 ຄົນ, ທີ່ເຫຼືອແມ່ນຕ່າງຊາຕ.
ທ່ານຣາຍງານຕື່ມວ່າ ສຳລັບການສົ່ງເສີມ ວຽກເຮັດ-ງານທຳ ຢູ່ເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ, ທາງເຂດກໍໄດ້ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເມື່ອບໍ່ດົນມານີ້ ກໍໄດ້ມີການເຊັນບົດບັນທຶກ ຄວາມເຂົ້າໃຈ ກັບກະຊວງແຮງງານ ແລະ ສວັດດີການສັງຄົມ, ສູນກາງຊາວໜຸ່ມ ຮ່ວມມືກັບຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ, ບັນດາສູນຝຶກອົບຮົມສີມືແຮງງານ ແລະ ບໍຣິສັດຈັດຫາງານ ເພື່ອສນອງຄົນງານ ໃຫ້ເຂດດັ່ງກ່າວ.
ສະເພາະປີ 2022 ນີ້, ບັນດາເຂດເສຖກິຈພິເສດ ໃນນະຄອນຫຼວງວຽງຈັນ ຕ້ອງການຄົນງານລາວ ລວມທັງໝົດ ອີກ 6,000 ຄົນ ແລະ ປີ 2023 ຄາດວ່າ ຈະຕ້ອງການອີກ 10,000 ຄົນ.