ພາກຣັຖຈະຫາວິທີ ສນອງເງິນຕຣາ ແກ່ຜູ້ນຳເຂົ້າ ນ້ຳມັນເຊື້ອເພີງ

ພູວົງສ໌
2022.05.16
ພາກຣັຖຈະຫາວິທີ ສນອງເງິນຕຣາ ແກ່ຜູ້ນຳເຂົ້າ ນ້ຳມັນເຊື້ອເພີງ ຊາວລາວ ຖືຕຸກນ້ຳດື່ມນ້ອຍ-ໃຫຍ່ ໄປຕໍ່ຄິວຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນເຊື້ອເພີງ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, 15 ພຶສພາ 2022. (TS)
RFA

ທ່ານ ຄຳແພງ ໄຊສົມແພງ, ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ ກ່າວເມື່ອວັນທີ 10 ພຶສພາ ທີ່ຜ່ານມາວ່າ ປັດຈຸບັນ ຣັຖບານລາວ ມີຄວາມພະຍາຍາມ ທີ່ຈະແກ້ໄຂບັນຫາ ການເໜັງຕີງຂຶ້ນ-ລົງ ຂອງລາຄານ້ຳມັນເຊື້ອເພີງ ເພື່ອຊ່ອຍໃຫ້ຜູ້ຊົມໃຊ້ນ້ຳມັນ ໃນຂອບເຂດທົ່ວປະເທດ ໄດ້ນຳໃຊ້ນ້ຳມັນ ໃນລາຄາປົກກະຕິ ແລະ ພຽງພໍຕໍ່ຄວາມຕ້ອງການ. ໂດຍໃນໄລຍະທຳອິດນີ້ ທາງການລາວ ມີແຜນຈະຫາວິທີ ສນອງເງິນຕຣາຕ່າງປະເທດ ແກ່ບໍຣິສັດນຳເຂົ້ານ້ຳມັນ ໃຫ້ໄດ້ 50% ຂຶ້ນໄປ. ດັ່ງເຈົ້າໜ້າທີ່ ປະຈຳທນາຄານແຫ່ງຊາຕລາວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 12 ພຶສພາ 2022 ນີ້ວ່າ:

“ການຕອບສນອງ ເງິນຕຣາຕ່າງປະເທດ ໃຫ້ກັບບັນດາຫົວໜ່ວຍທຸຣະກິຈ ທີ່ນຳເຂົ້າ ນ້ຳມັນເຊື້ອເພີງຫັ້ນ. ອັນນີ້ ບັນຫາມັນກະເກີດຈາກ ມັນສນອງໃຫ້ບໍ່ທັນ.”

ທ່ານກ່າວຕື່ມວ່າ ເນື່ອງຈາກທາງການລາວ ປະສົບບັນຫາຂາດເຂີນ ເງິນຕຣາຕ່າງປະເທດ ຢ່າງຮຸນແຮງ ຈຶ່ງເຮັດໃຫ້ບໍ່ສາມາດ ນຳເຂົ້ານ້ຳມັນເຊື້ອເພີງ ຈາກຕ່າງປະເທດ ໄດ້ພຽງພໍ ໃນໄລຍະນີ້. ໂດຍໃນໄລຍະທຳອິດ ທາງການລາວ ຈະຫາວິທີສນອງ ເງິນຕຣາຕ່າງປະເທດ ແກ່ບໍຣິສັດ ທີ່ນຳເຂົ້ານ້ຳມັນເຊື້ອເພີງ ສ່ວນໃດສ່ວນນຶ່ງກ່ອນ ແລະ ຄາດວ່າ ໃນອະນາຄົດ ຈະສາມາດສນອງ ເງິນຕຣາຕ່າງປະເທດ ໃຫ້ໄດ້ 100% ຫຼືປະມານ 50-60 ລ້ານໂດ່ລ້າຣສະຫະຣັຖ ເພາະໃນແຕ່ລະເດືອນ ຈະຕ້ອງນຳນ້ຳມັນເຂົ້າມາ ປະມານ 100 ລ້ານໂດ່ລ້າຣສະຫະຣັຖ. ທີ່ຜ່ານມາ, ປະເທດລາວ ມີບໍຣິສັດ ນຳເຂົ້ານ້ຳມັນເຊື້ອເພີງ ທັງໝົດ 13 ແຫ່ງ, ແຕ່ໃນຂະນະນີ້ ເຫຼືອພຽງ 4 ບໍຣິສັດ ເທົ່ານັ້ນ ທີ່ຍັງດຳເນີນກິຈການຢູ່.

ສຳລັບສາເຫດ ທີ່ບໍຣິສັດ ນຳເຂົ້ານ້ຳມັນ ຫຼາຍຫົວໜ່ວຍ ປິດກິຈການຊົ່ວຄາວນັ້ນ, ເປັນຍ້ອນຕ້ອງດຳເນີນທຸຣະກິຈ ໃນສະພາບຂາດທຶນ ປະມານ 1,000 ກີບຕໍ່ລິທ ອັນເນື່ອງມາຈາກ ການຈຳໜ່າຍນ້ຳມັນ ຢູ່ປ້ຳຍ່ອຍ ພາຍໃນປະເທດ ຕ້ອງຊື້-ຂາຍ ນຳກັນດ້ວຍເງິນກີບ ທີ່ພັດອ່ອນຄ່າລົງເລື້ອຍໆ. ສະນັ້ນ, ປ້ຳນ້ຳມັນເຊື້ອເພີງ ຈຳນວນຫຼາຍ ຈຶ່ງຕັດສິນໃຈ ປິດກິຈການຊົ່ວຄາວ ເນື່ອງຈາກຂາດເຂີນນ້ຳມັນ ມາຕື່ມປ້ຳ ແລະ ບໍ່ສາມາດ ແບກຮັບຕົ້ນທຶນໄດ້ ຈຶ່ງເຮັດໃຫ້ປ້ຳນ້ຳມັນຍ່ອຍ ບໍ່ມີນ້ຳມັນຂາຍ ຫຼືຈຳໜ່າຍໝົດ ພາຍໃນໄລຍະເວລາບໍ່ດົນ. ດັ່ງເຈົ້າຂອງກິຈການ ປ້ຳນ້ຳມັນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂາດເຂີນນ້ຳມັນຫຼາຍເລີຍ ຫຼາຍປ້ຳກະປິດບໍຣິການຊົ່ວຄາວແລ້ວ ເພາະຍ້ອນວ່າ ນ້ຳມັນນຳເຂົ້າບໍ່ໄດ້, ຫັ້ນນ່າ ປ້ຳຂອງພວກເຮົາ ກະໄດ້ປິດຄືກັນ ປິດໄດ້ປະມານ 3-4 ວັນ. ຄືຕອນນີ້ ເຮົາຖ້າບໍຣິສັດແມ່ ຫຼືວ່າສາງນ້ຳມັນໃຫຍ່ ເພິ່ນນຳນ້ຳມັນເຂົ້າມາ ເຮົາຈຶ່ງອັນ ເປັນແຟຣນຊາຍ (ສາຂາ) ຈຶ່ງສາມາດໄປເອົານ້ຳມັນ ມາຂາຍໄດ້, ຊີ້ນ່າ ເພາະວ່າດຽວນີ້ ນ້ຳມັນບໍ່ມີ, ຫັ້ນນ່າ. ຈະບໍ່ນຳເຂົ້ານ້ຳມັນ ເພາະວ່າ ຕົ້ນທຶນການນຳເຂົ້າ ລາຄາຂ້ອນຂ້າງແພງ.”

ໃນຂະນະດຽວກັນ, ພັດມີບາງບໍຣິສັດ ທີ່ຈຳໜ່າຍນ້ຳມັນ ພາຍໃນປະເທດ ບາງຫົວໜ່ວຍ ມີການເຄື່ອນໄຫວ ແບບບໍ່ຖືກຕ້ອງ ຕາມກົດໝາຍ ດ້ວຍການລັກລອບຊື້ນ້ຳມັນ ຈາກພາກສ່ວນອື່ນ ມາລົງປ້ຳ ໂດຍສະເພາະຫົວໜ່ວຍ ທີ່ມີລະບົບສາງເກັບ ເພື່ອສວຍໂອກາດ ໃນການກັກຕຸ໋ນ ນ້ຳມັນເຊື້ອເພີງ ໃນໄລຍະ ທີ່ມີກາປັບ ລາຄານ້ຳມັນເຊື້ອເພີງ ແລະ ພາກັນຂາຍເປັນແກ້ວ. ອີກທັງຍັງບໍ່ປະຕິບັດ ຕາມລາຄາ ທີ່ທາງການອອກແຈ້ງການ ໃນແຕ່ລະຄັ້ງ. ​ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ຜູ້ປະສົງອອກຊື່ ແລະ ຕຳແໜ໋ງ ທ່ານນຶ່ງ ກາວວ່າ:

“ໄລຍະທຳອິດ ກະຢາກວ່າຂາຍເກີນລາຄາ ເພາະວ່າ ເພິ່ນກະຊື້ມາຂາຍແຄມທາງເນາະ ຢາກແກ້ໄຂພວກຈູງພວກຫຍັງ ພວກໄປບໍ່ຮອດປ້ຳ ອີ່ຫຍັງຊີ້ ເກີນລາຄາ. ບາງເຈົ້າ ກະເກີນຫັ້ນແຫຼະ, ແຕ່ວ່າ ມັນເກີດໜ້ອຍ ມັນມີເກີນໜ້ອຍ ກັບເກີນຫຼາຍ ກະປະມານ ຕົກຢູ່ລິທ ປະມານ 10,000 ກີບ ພຸ້ນແຫຼະ, ເກີນໜ້ອຍ ກະປະມານ 2,000-3,000 ກີບຕໍ່ລິທ.”

IMG20220513081617.jpg

Photos: ປ້າຍບອກໃຫ້ຄົນ ທີ່ມາຊື້ນ້ຳມັນ ແບບຮ່າຍໃສ່ກະຕຸກ ໃຫ້ໄປຕໍ່ຄິວໃຫ້ຖືກຈຸດ. RFA/TS

ບັນຫາການຂາດເຂີນ ນ້ຳມັນເຊື້ອເພີງ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ເກີດຂຶ້ນມາແລ້ວ ປະມານ 1 ເດືອນ, ແຕ່ພັດມາເປັນ ບັນຫາຢ່າງໜັກໜ່ວງ ນັບແຕ່ວັນທີ 9 ພຶສພາ ມານີ້ ຍ້ອນປະຊາຊົນ ຕ່າງກໍເດີນທາງ ໄປໃສ່ນ້ຳມັນ ເພື່ອຕຣຽມໂຕ ໄປເຮັດວຽກ. ໃນຂະນະຜູ້ໃຫ້ບໍຣິການ ປ້ຳນ້ຳມັນ ພັດບໍ່ມີນ້ຳມັນ ສນອງໃຫ້ປະຊາຊົນ ໄດ້ພຽງພໍຕໍ່ຄວາມຕ້ອງການ ເຮັດໃຫ້ວຽກງານຕ່າງໆ ດຳເນີນໄປ ຢ່າງຫຍຸ້ງຍາກ. ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ມັນບໍ່ມີປ້ຳໃດທີ່ວ່າ ມັນບໍຣິການແລ້ວ,​ ຫັ້ນນ່າ. ມັນເຫຼືອແຕ່ໜ້ອຍດຽວນຶ່ງນ່າ. ເສັ້ນທາງ ຖນົນເສັ້ນນຶ່ງ, ຫັ້ນນ່າ ມັນຈະປິດປະມານ 4-5 ປ້ຳ ເຫຼືອປະມານ 2 ປ້ຳ.​ ໄດ້ຕໍ່ແຖວກັນຊື້ ຈົນມີບັດຄິວຢູ່ໃນປ້ຳ, ພຸ້ນແຫຼະ. ລາຄາດຽວນີ້ ຢູ່ທີ່ 18,000 ປາຍໜ້ອຍນຶ່ງ. ມັນຂຶ້ນທຸກຢ່າງເລີຍ ທັງກາຊວນ ທັງແອັດຊັງ ແລ້ວກໍແອດຊັງພິເສດ. ນ້ຳມັນຂຶ້ນ ແລ້ວບາງຄົນ ກໍໄດ້ຂາດການຍ້ອນ ກໍມີ. ກະບາງຄົນ ທີ່ຂີ່ຣົຖໃຫຍ່ ກໍມາຂີ່ຣົຖຈັກແທນ.”

ນ້ຳມັນເຊື້ອເພີງ ຖືເປັນສິນຄ້ານ້ຳເຂົ້າ ອັນດັບຕົ້ນຕໍ ຂອງປະເທດລາວ ຫຼືກວມເອົາອັດຕຣາສ່ວນສຳຄັນ ຂອງການນຳເຂົ້າທັງໝົດ. ສະເພາະປີ 2020,​ ການນຳເຂົ້ານ້ຳມັນເຊື້ອເພີງ ມີມູລຄ່າສູງເຖິງ 5,064,425,360 ໂດ່ລ້າຣສະຫະຣັຖ (ຫ້າຕື້ ຫົກສິບສີ່ລ້ານປາຍ ໂດ່ລ້າຣສະຫະຣັຖ) ຫຼືກວມເອົາ 9.4% ໃນຂະນະທີ່ປີ 2021, ມີຍອດການນຳເຂົ້ານ້ຳມັນ 5,887,331,437 ໂດ່ລ້າຣສະຫະຣັຖ (ຫ້າຕື້ ແປດຮ້ອຍແປດສິບເຈັດລ້ານປາຍ ໂດ່ລ້າຣສະຫະຣັຖ) ຫຼືກວມເອົາ 10.2% ຂອງມູລຄ່າການນຳເຂົ້າສິນຄ້າທັງໝົດ, ໂດຍສ່ວນຫຼາຍ ກໍແມ່ນນຳໃຊ້ ກັບພາຫະນະທາງບົກ ແລະ ທາງອາກາດ.

ທີ່ຜ່ານມາ, ປະເທດລາວ ນຳເຂົ້ານ້ຳມັນເຊື້ອເພີງ ຈາກປະເທດສິງກະໂປ, ໄທຍ ແລະ ວຽດນາມ ເປັນຫຼັກ, ແຕ່ປັດຈຸບັນ ພັດບໍ່ມີ ເງິນຕຣາຕ່າງປະເທດ ພຽງພໍ ສຳລັບໃຊ້ຈ່າຍ ໃນການນຳເຂົ້ານ້ຳມັນ ຈາກຕ່າງປະເທດ ຈຶ່ງເຮັດໃຫ້ເກີດ ປະກົດການ ຂາດເຂີນນ້ຳມັນ ຢ່າງໜັກ ໃນບັນດາເມືອງ ແລະ ແຂວງຕ່າງໆ ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.