ເຣື້ອງທີ່ເກັບບັນທຶກໄວ້
2023-07-07
ຍັງມີຫຼາຍແຂວງ, ຊາວບ້ານ ບໍ່ມີນ້ຳສະອາດ ເພື່ອໃຊ້ອຸປະໂພກ-ບໍຣິໂພກ, ສ່ວນນ້ຳທີ່ໃຊ້ໃນຊີວິດປະຈຳວັນນັ້ນ ມາຈາກທັມມະຊາຕ ເຊິ່ງບາງຣະດູກໍບໍ່ພຽງພໍ ແລະ ທີ່ສຳຄັນ ບໍ່ມີຄວາມປອດໄພ ດ້ວຍເຫດນີ້ ປະຊາຊົນສ່ວນໃຫຍ່ ຈຶ່ງບໍ່ສາມາດສ້າງວິດຖ່າຍໄດ້ ກາຍເປັນບັນຫາຕໍ່ເນື່ອງ ເຖິງສຸຂອະນາໄມ.
2023-07-07
ປັດຈຸບັນ ຜ່ານມາຮອດ 2 ປີເຄິ່ງແລ້ວ ປະຊາຊົນລາວ ຈໍານວນໜຶ່ງ ເຫັນວ່າ ການແກ້ໄຂບັນຫາສຳຄັນຂອງຊາຕ ຍັງເຮັດບໍ່ໄດ້ດີ ເທົ່າທີ່ຄວນ ໂດຍສະເພາະເຣື່ອງການແກ້ຄວາມທຸກຍາກ ແລະ ບັນຫາດ້ານເສຖກິຈ-ການເງິນ ທີ່ຍັງສືບຕໍ່ຫຼຸດລົງເລື້ອຍໆ.
2023-07-06
ການໃຫ້ໂຮງໝໍ ຂອງຣັຖ ໄປກຸ້ມຕົນເອງ ດ້ານງົບປະມານ ຈະເປັນການສ້າງພາຣະ ໃຫ້ຜູ້ມີລາຍໄດ້ໜ້ອຍ ເຊິ່ງປະຊາຊົນຜູ້ທຸກຍາກ ອາດບໍ່ສາມາດເຂົ້າເຖິງ ການບໍຣິການສຸຂພາບໄດ້, ແຕ່ສິ່ງພາກຣັຖຄວນເອົາໃຈໃສ່ ຄືການປັບປຸງ ການບໍຣິການໂຮງໝໍຣັຖ ໃຫ້ມີຄຸນນະພາບ ແລະປະສິດທິພາບ.
2023-07-06
ຣັຖບານ ອອກໃບຕາດິນ ໃຫ້ປະຊາຊົນຫຼ້າຊ້າ ແລະໄດ້ໜ້ອຍກວ່າເປົ້າໝາຍຫຼາຍ ຊຶ່ງມາຮອດເຄິ່ງປີນີ້, ສາມາດອອກໃບຕາດິນ ໄດ້ພຽງ 40,394 ຕອນ ໃນເປົ້າໝາຍ 400,000 ຕອນ ສ່ວນເຫດຜົລຫຼັກແມ່ນງົບປະມານບໍ່ພຽງພໍ, ອຸປະກອນ ທີ່ໃຊ້ເຂົ້າໃນການວັດແທກ ທີ່ດິນ ມີຈຳກັດ ແລະບຸກຄະລາກອນມີໜ້ອຍ.
2023-07-06
ປັດຈຸບັນ ສປປ ລາວ ມີນັກໂທດປະຫານ ປະມານ 500-600 ຄົນ, ສ່ວນໃຫຍ່ ແມ່ນນັກໂທດ ຄະດີຢາເສບຕິດ ແຕ່ ຄວາມເປັນຈິງ ບໍ່ໄດ້ມີການດຳເນີນການ ປະຫານຊີວິດນັກໂທດແຕ່ຢ່າງໃດ ໂດຍອ້າງເຫດຜົລວ່າ ຕິດຂັດເຣື່ອງຂໍ້ກົດໝາຍຢູ່ ແຕ່ໃນອະດິດ ເຄີຍມີການປະຫານ ນັກໂທດ ດ້ວຍການຍິງເປົ້າ ມາແລ້ວ.
2023-07-06
ການປົກປ້ອງ ແລະຄຸ້ມຄອງແຫຼ່ງນໍ້າ ບໍ່ໃຫ້ເຊື່ອມໂຊມລົງຫຼາຍ ກວ່າທີ່ເປັນຢູ່ ຍ້ອນການສ້າງເຂື່ອນ, ການຖິ້ມຂີ້ເຫຍື້ອພລາສຕິກ ລົງໃສ່ແຫຼ່ງນ້ຳ ແລະການປ່ຽນແປງ ຂອງດິນຟ້າອາກາດ ເປັນເຣື່ອງທີ່ທ້າທາຍ ສຳລັບຣັຖບານລາວ.
2023-07-06
ທາງການລາວ ເປີດສາຍດ່ວນ ໃຫ້ປະຊາຊົນ ສາມາດໂທເຂົ້າໄປຂໍຄວາມຊ່ວຍເຫຼືອ ຈາກພາກຣັຖ, ແຕ່ປະກົດວ່າ ປະຊາຊົນບໍ່ຢາກໃຊ້ສາຍດ່ວນ ເພາະວ່າ ຜູ້ໂທເຂົ້າໄປ ຕ້ອງໄດ້ລະບຸ ຊື່, ນາມສະກຸນ, ເບີໂທຣະສັບ ແລະທີ່ຢູ່.
2023-07-05
ນັກລົງທຶນຈີນ ຮ່ວມມືກັບກະຊວງກະສິກັມ ແລະປ່າໄມ້ ຂອງລາວ ມີແຜນຂຍາຍການປູກໝາກໄມ້ ເຊັ່ນກ້ວຍ, ໝາກໜອດ, ໝາກກ້ຽງ ດ້ວຍການໃຊ້ວິຊາການ ຂອງຈີນ ຢູ່ຫລາຍແຂວງຂອງລາວ ເພື່ອສົ່ງຜລິຕພັນກະເສດໄປຈີນ ເຊິ່ງໂຄງການນີ້ ອາດສົ່ງຜົລກະທົບ ຢ່າງໜັກ ຕໍ່ຊາວກະເສດລາວ ຈຳນວນຫຼາຍ.
2023-07-05
ການຂຸດຄົ້ນແຮ່ທາດ ຢູ່ປະເທດລາວ ຍັງເປັນບັນຫາ ທີ່ບໍ່ສາມາດຄວບຄຸມໄດ້ ຍ້ອນວ່າ ຣັຖບານ ໄດ້ອະນຸມັດໃຫ້ ບໍຣິສັດ ຕ່າງປະເທດ ເຂົ້າມາຂຸດຄົ້ນຫຼາຍເກີນໄປ.
2023-07-05
ຄົນງານລາວ ປະມານ 20 ຄົນ ທີ່ເຮັດວຽກ ຢູ່ບໍ່ຖ່ານຫິນ ຂອງນັກລົງທຶນຈີນ ຢູ່ເມືອງກະລຶມ ແຂວງເຊກອງ ທວງເງິນເດືອນ ຢູ່ຫ້ອງການຂອງບໍຣິສັດດັ່ງກ່າວ ກ່ອນທີ່ຈະເດີນທາງ ກັບພູມລໍາເນົາ ຍ້ອນບໍ່ພໍໃຈ ທີ່ບໍ່ໄດ້ຮັບເງິນເດືອນ ແລະຖືກຕັດເງິນເດືອນຫຼາຍ.
2023-07-05
ສະມາຊິກ ສະພາແຫ່ງຊາຕ ຮຽກຮ້ອງໃຫ້ຣັຖບານຂຶ້ນເງິນເດືອນ ຕາມອັດຕຣາເງິນກີບເຟີ້ ເພາະເງິນເດືອນ ໃນປັດຈຸບັນ ບໍ່ກຸ້ມກິນ ໃນຄອບຄົວ ໂດຍສະເພາະຊາວຜູ້ອອກແຮງງານ ໃນໂຮງຈັກໂຮງງານ, ຂະນະທີ່ ຜູ້ປະກອບການ ກໍບໍ່ຕ້ອງການ ແບກຫາບພາຣະ ໃນການຈ່າຍເງິນເດືອນເພີ່ມ.
2023-07-05
ແຂວງຊຽງຂວາງ ໄດ້ເຊັນສັນຍາ ໃຫ້ສັມປະທານ ແກ່ບໍຣິສັດ ລັກກີ້ ສະໂຕນ ຈໍາກັດຜູ້ດຽວ ເພື່ອລົງທຶນສໍາຣວດ ຂຸດຄົ້ນຫິນແກຣນິດ ແລະ ຕັ້ງໂຮງງານ ຢູ່ເຂດບ້ານນາສົມ ແລະ ບ້ານປຽງ ເມືອງຄູນ ໃນເນື້ອທີ່ 4.5 ເຮັກຕ້າຣ໌ ໂດຍໃຊ້ງົປະມານລົງທຶນ 6 ລ້ານໂດລ້າຣ໌ສະຫະຣັຖ.
2023-07-04
ວັນຊາຕ ສະຫະຣັຖອາເມຣິກາ ທີ 4 ກໍຣະກະດາ ຊາວອາເມຣິກັນທັງມວນ ຮວມທັງຊາວລາວ-ອາເມຣິກັນ ພາກັນສລອງ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນ ແລະ ສໍາລັບປີ 2023 ນີ້ກໍຄົບຮອບ 247 ປີ.
2023-07-03
ໂຄງການຄຸ້ມຄອງຄວາມສ່ຽງ ພັຍພິບັດນໍ້າຖ້ວມ ໄລຍະສັນຍາທີ 2 ຢູ່ເຂດຂົວນໍ້າມາວ-ຂົວນໍ້າກໍ 2, ເມືອງໄຊ ແຂວງອຸດົມໄຊ ຄວາມຍາວປະມານ 8.5 ກິໂລແມັດ, ມູນຄ່າປະມານ 9 ລ້ານໂດລ້າຣ໌ ສະຫະຣັຖ, ຮັບເໝົາກໍ່ສ້າງໂດຍບໍຣິສັດຈີນ ຂະນະທີ່ຊາວບ້ານ ບໍ່ແນ່ໃຈວ່າ ຈະສາມາດຄຸ້ມຄອງ ນ້ຳຖ້ວມໄດ້ແທ້ ຫຼືບໍ່.
2023-07-03
ປະຊາຊົນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຢ່າງໜ້ອຍ 10,000 ຄອບຄົວ ເຊິ່ງໃນນັ້ນ ເປັນຄອບຄົວ ທີ່ຖືວ່າພົ້ນຄວາມທຸກຍາກແລ້ວ 4,000 ຄອບຄົວ, ຂະນະທີ່ອີກ ຢ່າງໜ້ອຍ 6,000 ຄອບຄົວ ຍັງຖືວ່າ ເປັນຄອບຄົວ ທຸກຍາກຢູ່ ເພາະວ່າລາຍຮັບ ຕໍ່ຄົນ ຕໍ່ປີ ບໍ່ໄດ້ຕາມມາຕຖານ ທີ່ທາງການກຳນົດ.