ຊາວອາເມຣິກັນ ສລອງວັນຊາຕ ຢ່າງຄຶກຄື້ນ

ຈຳປາທອງ
2023.07.04
ຊາວອາເມຣິກັນ ສລອງວັນຊາຕ ຢ່າງຄຶກຄື້ນ ທຸງຊາຕສະຫະຣັຖ ອາເມຣິກາ, ນະຄອນຫຼວງ ວໍຊິງຕັນ ດີ.ຊີ.
Photo: RFA

ວັນທີ 4 ກໍຣະກະດາ 1776 ເປັນມື້ປະກາດເອກກະຣາຊ ແລະເປັນວັນສ້າງຕັ້ງ ສະຫະຣັຖອາເມຣິກາ, ເປັນວັນສໍາຄັນຍິ່ງ ທາງດ້ານປວັດສາດ ຂອງຊາວອາເມຣິກັນ ທັງມວນ ທີ່ໄດ້ເສັຍສະຣະທັງສະຕິປັນຍາ, ເຮື່ອແຮງ ແລະເລືອດເນື້ອ ເຂົ້າໃນການຕໍ່ສູ້ ເປັນເວລາຍາວນານ ກວ່າຈະປະສົບຜົລສໍາເຣັດ ຄືໄດ້ເອກກະຣາຊ ຈາກອັງກິດໃນປີ 1776.

ວັນດັ່ງກ່າວ ເປັນວັນພັກທາງຣາຊການ ທີ່ຊາວອາເມຣິກັນທັງມວນ ທັງຢູ່ພາຍໃນ ແລະຕ່າງປະເທດ ຮວມທັງ ຊາວລາວ-ອາເມຣິກັນ ພາກັນສເລີມສລອງຢ່າງ ມີຄວາມໝາຍ ແລະເບີກບານມ່ວນຊື່ນຢ່າງຍິ່ງ. ແຕ່ການສເລີມສລອງໃນປີ 2023 ນີ້ ກໍຍັງມີຄວາມລະມັດລະວັງ ໃນເຣື່ອງການປ້ອງກັນໂຄວິດ-19 ຢູ່.

ວັນທີ 4 ກໍຣະກະດາ ເປັນວັນເອກກຣາຊ ຂອງສະຫະຣັຖອາເມຣິກາ, ມາເຖິງປີ 2023 ນີ້ກໍຄົບຮອບ 247 ປີ, ປີນີ້ຕົກຖືກວັນອັງຄານ, ຊາວຜູ້ອອກແຮງງານອາເມຣິກັນ ທົ່ວທັງປະເທດ ມີໂອກາດໄດ້ເຕົ້າໂຮມຄອບຄົວ, ຍາດພີ່ນ້ອງ ແລະໝູ່ຄູ່ເພື່ອນຝູງ, ພົບປະສັງສັນ, ຮ່ວມພາເຂົ້າ ແລະພ້ອມກັນສເລີມສລອງ ຢ່າງເບີກບານມ່ວນຊື່ນ ຕາມປະເພນີທີ່ສືບທອດກັນມາ ເຖິງແມ່ນປີນີ້ ວັນດັ່ງກ່າວຈະບໍ່ຕົກຖືກວັນຈັນ ທີ່ໄດ້ພັກຍາວເຖິງສາມມື້ຕິດຕໍ່ກັນຄືປີກາຍກໍຕາມ.

ການສເລີມສລອງ ວັນຊາຕອາເມຣິກາ ຕາມປົກກະຕິ ແຕ່ລະປີກ່ອນໂຄວິດ-19 ຣະບາດ ແມ່ນມີການຈັດກິຈກໍາຕ່າງໆຢ່າງໃຫຍ່ໂຕ ມີການເດີນສວນສນາມຢູ່​ຕາມ​ຕົວເມືອງ​ຕ່າງໆ, ມີງານວາງສະແດງສິນຄ້າ, ງານລື້ນເລີງ, ສະ​ແດງ​ດົນຕຣີ-ຄອນເສີດ, ມີການ​ກິນ​ເຂົ້າຮ່ວມກັນ, ປິກນິກ-ກິນເຂົ້າປ່າ-ປີ້ງບາບີຄິວ (Barbecues), ມີການແຂ່ງຂັນກິລາ ເບສບອລ (Baseball) ແລະກິຈກໍາອື່ນໆຢູ່​ຕາມສະຖານ​ທີ່ສໍາຄັນໆ, ​ມີ​ການ​ຈູດ​ບັ້ງ​ໄຟ​ດອກ​ຢ່າງ​ສວຍ​ສົດ​ງົດງາມ ໃນ​ທົ່ວ​ເມືອງ​ ເປັນຕົ້ນຢູ່ນະຄອນຫລວງ ​ວໍ​ຊິງ​ຕັນ ດີ.ຊີ., ນະຄອນ​ນິວຢອກ ​ແລະຢູ່​ນະຄອນ​ຟີ​ລາ​ແດນ​ເຟັຍ ບ່ອນທີ່ໄດ້​ລົງ​ນາມ​ໃນ​ຄໍາປະກາດ​​ເອກກະຣາຊນັ້ນ ແລະພ້ອມດຽວກັນ ຜູ້ຄົນທັງຫລາຍໃນທົ່ວສະຫະຣັຖອາເມຣີກາ ກໍພາກັນຈູດບັ້ງໄຟດອກ ແລະດອກໄມ້ໄຟສເລີມສລອງ ຢູ່ຕາມບ້ານເຮືອນຮ່ວມກັບຄອບຄົວ ຢ່າງສນຸກສນານ.

ໃນການສເລີມສລອງວັນຊາຕ ສະຫະຣັຖອາເມຣິກາ ທີ 4 ກໍຣະກະດານີ້ ທ່ານ ແດນນີ ວໍຣະຈິດ ອາດີດນາຍທະຫານກອງທັບແຫ່ງ ພຣະຣາຊອານາຈັກລາວ ປະທານອົງການມໍຣະດົກລາວ ທີ່ສະຫະຣັຖອາເມຣິກາ ປັດຈຸບັນຢູ່ຣັຖ ນໍ ແຄໂຣລາຍນາ ໃຫ້ສັມພາດວິທຍຸ ເອເຊັຽ ເສຣີ ໃນຂະນະທີ່ກໍາລັງກະກຽມການ ສລອງໃນຄອບຄົວ ຮ່ວມກັນລູກຫລານ ແລະໝູ່ຄູ່.

(................ສຽງ................)

ທ່ານ ແດນນີ ວໍຣະຈິດ ເວົ້າວ່າ ການສເລີມສລອງ ວັນຊາຕອາເມຣິກາ ກ່ອນເກີດການຣະບາດ ຂອງໂຄວິດ-19 ຊາວອາເມຣິກັນ ຮວມທັງຊາວລາວອາເມຣິກັນ ພາກັນສເລີມສລອງວັນຊາຕ ທີ 4 ກໍຣະກະດາ ຢ່າງໃຫຍ່ໂຕ, ຄຶກຄື້ນ ມ່ວນຊື່ນຫລາຍ.

ແລະທ່ານ ບຸ່ງຄໍາ ອະດີດ ນາຍທະຫານ ກອງທັບແຫ່ງພຣະຣາຊອານາຈັກລາວ, ຄະນະນໍາອົງການອໍານາດ ປະຊາຊົນລາວ ທີ່ສະຫະຣັຖອາເມຣິກາ, ປັດຈຸບັນຢູ່ຣັຖ ນໍ ແຄໂຣລາຍນາ ກໍໃຫ້ສັມພາດຕໍ່ ວິທຍຸ ເອເຊັຽ ເສຣີ ກ່ຽວກັບການສລອງວັນຊາຕ ອາເມຣິກາ ທີ 4 ກໍຣະກະດາ ປີນີ້ວ່າ ມີການສລອງຢູ່ວັດລາວ ທີ່ເມືອງ High Point, ສໍາລັບທ່ານປີນີ້ແມ່ນມີພາຣະກິຈ ທີ່ຈະເຂົ້າຮ່ວມພິທີ ທາງການ 3 ມື້ຢູ່ເມືອງ Atlanta ຣັຖ Georgia.

(................ສຽງ................)

ໃນຕອນທ້າຍຂອງການສໍາພາດ ທ່ານ ບຸ່ງຄໍາ ກໍໄດ້ຖືໂອກາດການສເລີມ ສລອງວັນຊາຕ ອາເມຣິກາ ທີ 4 ກໍຣະກະດາ ຊຶ່ງມີຄວາມສໍາຄັນນີ້ ຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກຄວາມແພງ ຄວາມສາມັກຄີໄປຍັງຊາວລາວຢູ່ໃນທຸກມຸມໂລກ.

(................ສຽງ................)

ແລະທ່ານ ແດນນີ ວໍຣະຈິດ ກໍໄດ້ຖືໂອກາດອວຍພອນໄຊ ໃຫ້ຊາວລາວທີ່ຢູ່ທຸກມຸມໂລກ ຈົ່ງມີສຸຂພາບເຂັ້ມແຂງ, ຕໍ່ສູ້, ທໍາມາຫາກິນໃຫ້ຄອບຄົວຈະເຣີນເຕີບໂຕ.

(................ສຽງ................)

ຈະວ່າໄປແລ້ວ ວັນເອກກະຣາຊ ຫລືວັນຊາຕອາເມຣິກາ ແມ່ນມີປວັດຄວາມເປັນມາຍືດເຍື້ອຍາວນານ. ໃນຕົ້ນສັຕວັຕທີ 17 ຊາວຢູໂຣບຫລາຍເຊື້ອຊາດ ອັນມີທັງຊາວອັງກິດ, ຝຣັ່ງເສດ, ສະເປນ, ສວີເດັນ, ໂຮນລັງ ໄດ້ພາກັນ ເຣີ່ມຫລັ່ງໄຫລເຂົ້າໄປຕັ້ງຖິ່ນຖານ ແລະທໍາມາຫາກິນຢູ່ດິນແດນອາເມຣິກາ ຫລາຍຂຶ້ນນໍາເລື້ອຍໆ ແລະຕ່າງກໍຕໍ່ສູ້ກັນເພື່ອຍາດແຍ່ງອໍານາດ ຄອບຄອງດິນແດນແຫ່ງນີ້ ແລ້ວສ້າງຕັ້ງເປັນເຂດປົກຄອງຂອງຕົນເອງຂຶ້ນ. ສົງຄາມຍາດແຍ່ງອໍານາດ ແລະຄອບຄອງເຂດແດນ ຣະຫ່ວາງຊາວຢູໂຣບທີ່ວ່ານັ້ນ ໄດ້ຍືດເຍື້ອນານກ່ວາ 100 ປີ.

ຈາກຕົ້ນສັຕວັຕທີ 17 ຄືແຕ່ປີ 1607 ຫາປີ 1732 ຂອງສັຕວັຕທີ 18 ອັງ ກິດສາມາດສ້າງຕັ້ງ 13 ຣັຖທໍາອິດ ຂຶ້ນຢູ່ໃນດິນແດນອາເມຣິກາ ທາງຝັ່ງຕະເວັນອອກ ຫລືຝັ່ງມະຫາສມຸດ ແອັດແລັນຕິກ. ຣັຖທໍາອິດແມ່ນຣັຖ ເວີຈິເນັຍ (Virginia) ຖືກສ້າງຕັ້ງຂຶ້ນເມື່ອປີ 1607 ແລະຣັຖທີ 13 ແມ່ນຣັຖ ຈໍເຈັຍ (Georgia) ປີ 1732. ໃນຈໍານວນ 13 ຣັຖເມືອງຂຶ້ນນີ້ ກະສັດອັງກິດໄດ້ແບ່ງອອກເປັນ 3 ພາກ ຄື ພາກເໜືອ, ພາກກາງ ແລະພາກໃຕ້.

ໃນໄລຍະທ້າຍສັຕວັຕທີ18 ອະນານິຄົມອັງກິດໃໝ່ ຫລື New England ໄດ້ເຣີ່ມທໍາການຕໍ່ສູ້ຕ້ານຄວາມພະຍາຍາມ ຂອງຣັຖສະພາອັງກິດ ທີ່ໄດ້ກໍານົດການເກັບພາສີໃໝ່ ໂດຍທີ່ບໍ່ໄດ້ຮັບຄວາມຍິນຍອມຈາກຊາວອານານິຄົມ. ຊາວອານານິຄົມ ໄດ້ຈັດງານລ້ຽງນໍ້າຊາເພື່ອເປັນການປະທ້ວງ ທີ່ເມືອງ ບອສຕັນ, ແຕ່ໄດ້ຖືກຕອບໂຕ້ຈາກອັງກິດ ໂດຍທີ່ອັງກິດໃຊ້ກົດໝາຍຊຸດນຶ່ງລົງໂທດ ທັບມ້າງການປົກຄອງຕົນເອງຂອງຣັຖແມສຊາຊູເຊັດ ຊຶ່ງຊາວອະນານິຄົມເອີ້ນວ່າເປັນ ກົດໝາຍທີ່ທົນບໍ່ໄດ້”. ການປະເຊີນໜ້າກັນທີ່ວ່ານັ້ນ ນໍາໄປສູ່ການເປີດສົງຄາມກັນຂຶ້ນໃນປີ 1775 ຊຶ່ງຊາວອະນານິຄົມສາມາດຂັບໄລ່ ພວກເຈົ້າໜ້າທີ່ທາງການອັງກິດ ອອກໄປຈາກເຂດ New England ໄດ້ໃນລະດູໃບໄມ້ປົ່ງປີ 1776 ແລະໄດ້ປະກາດເອກກະຣາຊ ໃນເດືອນກໍຣະກະດາ ຂອງປີດຽວກັນນັ້ນ.

ສະຫະຣັຖອາເມຣິກາ ເປັນປະເທດນຶ່ງໃນໂລກທີ່ສີວິລັຍ ທັງທາງດ້ານວັດຖຸ ແລະຈິຕໃຈ, ເປັນປະເທດທີ່ມີການພັທນາອຸດສາຫະກໍາທັນສມັຍທີ່ສຸດຂອງໂລກ, ພົລເມືອງອາເມຣິກັນທຸກທົ່ວໜ້າ ແລະປະຊາຊາຕຕ່າງໆທີ່ມາຈາກທຸກມຸມໂລກ ບໍ່ວ່າຈະເປັນເຊື້ອຊາດໃດ, ສັນຊາຕໃດ, ສາສນາໃດ ຫຼືຄວາມເຊື່ອຖືອັນໃດ ທີ່ດໍາລົງຊີວິດ ແລະທໍາມາຫາກິນຢູ່ສະຫະຣັຖອາເມຣິກາ ກໍລ້ວນແລ້ວແຕ່ມີອິສຣະເສຣີ, ມີຄວາມສເມີພາບ, ສະຫະຣັຖອາເມຣິກາ ເປັນປະເທດ ທີ່ເປີດໂອກາດໃຫ້ທຸກຄົນ.  

ການສເລີມສລອງວັນຊາຕ ສະຫະຣັຖອາເມຣິກາ ທີ 4 ກໍຣະກະດາ ຄົບຮອບ 247 ປີໃນປີນີ້ ຊາວອາເມຣິກັນທັງມວນ ຮວມທັງຊາວລາວອາເມຣິກັນ ພາກັນ ສລອງຢ່າງໃຫຍ່ໂຕ, ຄຶກຄື້ນ ມ່ວນຊື່ນ ດັ່ງທີ່ເຄີຍປະຕິບັດກັນມາ. ສະບາຍດີ 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 06, 2023 01:48 AM

ວັນຊາດອາເມລິກາ ເຫັນພີ່ນ້ອງລາວ ຢູ່ພຸ້ນ ສະຫລອງກັບເພິ່ນ ຢ່າງເບີກບານມ່ວນຊື່ນເນາະ ເຫັນພີ່ນ້ອງຂ້ອຍຊຸມເຂົ້າກັນ ປີ້ງໄກ່ປີງຊີ້ນ ລາບ ຕຳຫມາກຫຸ່ງກິນ ເປັນຕາອອນຊອນນຳແທ້ໆ. ພວກເພິ່ນ ຄືຊິບໍ່ອິດຢູ່ອຶດກິນ. ບາງວັດ ກໍ່ສະຫລອງກັນຢ່າງຄຶກຄື້ນ ມີດົນຕີເສບ ມີອາຫານລາວຂາຍຢ່າງຫລວງຫລາຍ ເປັນຕາຢາກໄປສະຫລອງນຳເດ້. ຢູ່ເມືອງລາວ ຂ້ອຍກໍ່ບໍ່ໄດ້ສະຫລອງວັນຊາດ ທີ່ຄຶກຄື້ນ ຄືພວກເພິ່ນ. ມາສັງເກດເບິ່ງດີໆແລ້ວ ວັນຊາດແຕ່ລະປີ ປະຊາຊົນ ກະບໍ່ມີຄວາມກະຕືລືລົ້ນ ບາງຄົນ ກໍ່ບໍ່ໃຫ້ຄວາມສຳຄັນຊ້ຳ ມີແຕ່ ພັກລັດ ແລະ ເຈົ້າຫນ້າທີ່ ລະດັບສູງ ບາງຄົນເທົ່ານັ້ນ ໃຫ້ຄວາມສຳຄັນ, ບາງຄົນ ກໍ່ຖືວ່າ ເປັນວັນທຳມະດາ. ສ່ວນປະຊາຊົນທຳມະດາ ກໍ່ຫນີອອກໄປທ່ຽວຫລິ້ນຢູ່ຕ່າງປະເທດຊ້ຳ ເພາະວ່າ ມີການຮັກສາຄວາມສະຫງົບ ແລະ ເຄັ່ງຄັດເກີນໄປ ແທນທີ່ ຈະສະຫລອງແບບມີຄວາມສຸກ.