ປະຊາຊົນ ເຫັນວ່າ ການແກ້ໄຂ 7 ບັນຫາໃຫຍ່ ເຮັດບໍ່ໄດ້ດີ
2023.07.07
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ໄດ້ວາງແຜນ 5 ປີ ແຕ່ປີ 2021-2025 ວ່າຈະແກ້ໄຂ 7 ບັນຫາ ຕົ້ນຕໍ ຂອງປະເທດຄື:
- ການແກ້ໄຂຄວາມທຸກຍາກ,
- ຊັພຍາກອນທັມມະຊາຕ,
- ເສຖກິຈ-ການເງິນ,
- ການຈັດເກັບລາຍຮັບ,
- ອັດຕຣາຫວ່າງງານ,
- ຄຸ້ມຄອງຣັຖ-ດຶງດູດການລົງທຶນ ແລະ
- ການພັທນາຊັພຍາກອນມະນຸສ.
ປັດຈຸບັນ ຜ່ານມາຮອດ 2 ປີເຄິ່ງແລ້ວ ປະຊາຊົນລາວຈໍານວນໜຶ່ງ ເຫັນວ່າ ການແກ້ໄຂ 7 ບັນຫາດັ່ງກ່າວ ຍັງເຮັດບໍ່ທັນໄດ້ດີ ເທົ່າທີ່ຄວນ ໂດຍສະເພາະເຣື່ອງການແກ້ຄວາມທຸກຍາກ ແລະ ບັນຫາດ້ານເສຖກິຈ-ການເງິນ ທີ່ຍັງຫຍຸ້ງຍາກຫຼາຍ ໃນປັດຈຸບັນ.
ດັ່ງຊາວລາວ ທີ່ເປັນສະມາຊິກ ອົງການທີ່ບໍ່ຂຶ້ນກັບຣັຖບານ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ກໍຣະກະດາ ນີ້ວ່າ:
“ເອີ! ມັນເປັນເປົ້າໝາຍ ຂອງຣັຖບານເນາະ, ແຕ່ວ່າມາເບິ່ງໂຕຈິງແລ້ວ ມັນກາໄດ້ແຕ່ທິດສະດີສື່ໆແຫຼະຄວາມທຸກຍາກ ມັນຍັງທຸກຍາກຫຼາຍຢູ່. ເຮົາກາຍັງເຫັນ ມັນບໍ່ພັທນາເທົ່າທີ່ຄວນ ເທົ່າທີ່ງົບປະມານ ມັນລົງໄປ.”
ຊາວລາວຜູ້ນີ້ ກ່າວຕື່ມວ່າ ສະພາບການເປັນຢູ່ ຂອງປະຊາຊົນ ຈໍານວນຫຼາຍ ໂດຍສະເພາະ ໃນເຂດຊົນນະບົດ, ຫ່າງໄກສອກຫຼີກ ຖືວ່າມີຄວາມທຸກຍາກ-ລຳບາກທີ່ສຸດ ເພາະບໍ່ມີອາຊີບ, ລາຍໄດ້ທີ່ບໍ່ໝັ້ນຄົງແລ້ວ ຍັງຕ້ອງປະເຊີນກັບ ສະພາບເສຖກິຈຕົກຕໍ່າ ຄືໃນປັດຈຸບັນ ຍິ່ງເປັນການຊໍ້າຕື່ມຄວາມທຸກຍາກ ໃຫ້ກັບປະຊາຊົນເລົ່ານັ້ນ.
ນອກຈາກນີ້ ການຊ່ອຍເຫຼືອດ້ານຕ່າງໆ ຈາກຣັຖບານລາວ ກໍຍັງບໍ່ທົ່ວເຖິງ ໃນຫຼາຍພື້ນທີ່ ເຮັດໃຫ້ຈຳນວນຄົນລາວ ເຫຼົ່ານັ້ນຍັງໃຊ້ຊີວິດແບບເກົ່າ ຄືຫາເຄື່ອງປ່າຂອງດົງມາກິນ ແລະ ນໍາໄປຂາຍໃນຕລາດບໍ່ໄດ້ມີການປ່ຽນແປງ ທີ່ດີຂຶ້ນ.
ຊາວລາວອີກຜູ້ໜຶ່ງ ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ ຍັງບໍ່ເຫັນວຽກງານໃດ ທີ່ຈະບັນລຸຜົລສຳເຣັດ ຕາມແຜນການທີ່ວາງໄວ້ ໂດຍສະເພາະເຣື່ອງການແກ້ໄຂບັນຫາ ດ້ານເສຖກິຈ, ການເງິນ, ບັນຫາເງິນເຟີ້ ແລະ ການຄວບຄຸມລາຄາສິນຄ້າ ນັບມື້ນັບຈະແພງຂຶ້ນເລື້ອຍໆ ເຊິ່ງປັດຈຸບັນ ໄດ້ສົ່ງຜົລກະທົບຢ່າງໜັກ ຕໍ່ການດຳຣົງຊີວິດ ຂອງປະຊາຊົນລາວ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ການແກ້ໄຂ ຂອງຣັຖບານ ກະຈະບໍ່ຮອດ ບາງທີ່ຂະເຈົ້າກາແບບ ປະຕິບັດບໍ່ໄດ້. ແບບຕາມນັ້ນ ຄືທາງເມືອງ ແບບຄຸມລາຄາ ຄຸມໄດ້ສິ່ງທີ່ພາຍໃນເມືອງເຮົາເຮັດ ໂຕຢ່າງຄືເຂົ້າ ແຕ່ວ່າສິ່ງທີ່ນຳເຂົ້າຈາກ ບ່ອນອື່ນ ຄຸມບໍ່ໄດ້.”
ຊາວບ້ານອີກຜູ້ໜຶ່ງ ຢູ່ເມືອງໃໝ່ ແຂວງຜົ້ງສາລີ ກ່າວວ່າ ດ້ວຍສະພາບເສຖກິຈ ຄືໃນປັດຈຸບັນ ທີ່ເຮັດໃຫ້ປະຊາຊົນລາວ ຍັງຕ້ອງປະເຊີນກັບບັນຫາເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ກໍເປັນເຣື່ອງຫຍຸ້ງຍາກ ແລະ ທ້າທາຍທີ່ຈະເຮັດໃຫ້ປະຊາຊົນລາວ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ແຕ່ການປະຕິບັດໂຕຈິງ ບໍ່ໄດ້ເປັນໄປຕາມແຜນການ ເພາະມັນມີຄວາມຫຍຸ້ງຍາກ ໃນເຣື່ອງຂອງພື້ນທີ່ ບໍ່ເອື້ອອຳນວຍ, ຂາດແຫຼ່ງນໍ້າ, ເງິນທຶນບໍ່ພຽງພໍ ແລະ ຄວາມຮູ້ຄວາມເຂົ້າໃຈ ຂອງຊາວບ້ານ ກໍຍັງບໍ່ມີຄວາມເລິກເຊິ່ງ ໃນການພັທນາແບບຍືນຍົງ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ແມ່ນເຈົ້າມາພາເຮົາ ເຮັດແຕ່ວ່າ ເງິນຫັ້ນມັນຍັງໜ້ອຍ ຄືຢູ່ບ້ານນີ້ ລ້ຽງໄກ່ ຂະເຈົ້າລ້ຽງແບບຄື ທັນສໄມ ບໍ່ໄດ້. ມັນເຣື່ອງເງິນລົງທຶນນີ້ເດ້ຫັ້ນນ່າ ຈະໃຫ້ຫຼຸດພົ້ນບາດດຽວເລີຍ ມັນກາຄືຊິເປັນໄປບໍ່ໄດ້.”
ເຈົ້າໜ້າທີ່ກອງທຶນ ຫຼຸດຜ່ອນຄວາມທຸກຍາກ ແຂວງຊຽງຂວາງ ກ່າວວ່າ ປັດຈຸບັນການເຂົ້າເຖິງ ລະບົບການສຶກສາ ໃນລະດັບຊັ້ນປະຖົມ, ມັທຍົມສຶກສາພາຍໃນແຂວງຊຽງຂວາງ ຖືວ່າຢູ່ໃນລະດັບທີ່ດີຂຶ້ນເລື້ອຍໆ ໝາຍຄວາມວ່າ ເດັກນ້ອຍທີ່ຢູ່ໃນເຂດຫ່າງໄກ ສອກຫຼີກ ແລະ ຄອບຄົວທຸກຍາກ ມີໂອກາດໄດ້ຮຽນໜັງສື ເກືອບທຸກຄອບຄົວ ເນື່ອງຈາກໄດ້ສ້າງໂຮງຮຽນ ເພີ່ມຂຶ້ນເພື່ອເປີດໂອກາດໃຫ້ ເດັກນ້ອຍເລົ່ານັ້ນເຂົ້າເຖິງການສຶກສາ, ແຕ່ຍັງມີເດັກນ້ອຍຈໍານວນໜຶ່ງ ທີ່ຍັງບໍ່ສາມາດເຂົ້າເຖິງ ລະບົບການສຶກສາໄດ້ດ້ວຍປັດໄຈ ຂອງຄອບຄົວ ເປັນຕົ້ນຄອບຄົວມີຄວາມທຸກຍາກ ຫຼາຍຕ້ອງໄປເຮັດວຽກ ຊ່ອຍຄອບຄົວ ຫຼືມີບາງຄອບຄົວ ກໍບໍ່ເຫັນຄວາມສຳຄັນ ໃນເຣື່ອງຂອງການສຶກສາ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າກາໄດ້ຮຽນຫຼາຍແລ້ວ ຍາມນີ້ເພາະວ່າ ໂຮງຮຽນກອງທຶນ ຫຼຸດຄວາມທຸກຍາກ ກາເຮັດໃຫ້ຫຼາຍເກືອບທຸກບ້ານແລ້ວເດ້ເນາະ. ໂຮງຮຽນປະຖົມຫັ້ນນ່າ ແລ້ວບາດນີ້ໂຮງຮຽນມັທຍົມ ບາດນີ້ ຂະເຈົ້າກາມີເປັນຈຸດຫຼາຍຈຸດແລ້ວ ທີ່ເຂົ້າເຖິງໄດ້ແລ້ວຫັ້ນນ່າ.”
ເຈົ້າໜ້າທີ່ ກອງທຶນຫຼຸດຜ່ອນ ຄວາມທຸກຍາກ ແຂວງໄຊຍະບູຣີ ກ່າວວ່າ ເປັນໄປໄດ້ຍາກຫຼາຍ ທີ່ຈະແກ້ໄຂ 7 ບັນຫາ ຕາມແຜນການຂອງພັກ ປະຊາຊົນ ປະຕິວັດລາວ ເພາະເຈົ້າໜ້າທີ່ສ່ວນຫຼາຍ ກໍຍັງເຮັດວຽກໄປຕາມໜ້າທີ່ ເທົ່ານັ້ນ ບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ, ງົບປະມານ ມີຈຳກັດ, ຫຼາຍໂຄງການທີ່ໄປຊ່ອຍເຫຼືອ ເມື່ອປະຕິບັດໄດ້ແລ້ວ 1-2 ປີ ກໍຖືກປະຖິ້ມບໍ່ມີຄວາມຍືນຍົງ (ຕໍ່ເນື່ອງ). ສ່ວນປະຊາຊົນ ໃນເຂດຊົນນະບົດ ແລະຫ່າງໄກສອກຫຼີກ ສ່ວນຫຼາຍເພີ່ງໂຕເອງໂດຍຫັນໄປລົງທຶນ ປູກພືດຕາມຣະດູການ ແລະພືດເສຖກິຈ ສາມາດສ້າງລາຍຮັບ ໃຫ້ໂຕເອງ ແລະ ຄອບຄົວໄດ້ ແຕ່ຍັງບໍ່ເຖິງຂັ້ນ ທີ່ຈະຫຼຸດພົ້ນຈາກຄວາມທຸກຍາກ.
ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທ້ອງຖິ່ນມີຄວາມທຸກຍາກ. ການໄປການມາ ກາຫຍຸ້ງຍາກ ເງິນກີບກາເຟີ້ ພັກ-ຣັຖ ກາບໍ່ຊ່ອຍຫຍັງ ແລ້ວດຽວນີ້ໄຄແຕ່ວ່າ ຂະບວນການຜລິດ ເປັນສິນຄ້າ ເຂົາປູກມັນສຳປະຫຼັງ-ມັນຕົ້ນ ນ່າ ຕິດພັນກັບປ່າ ສງວນ ເຮັດນາບໍ່ມີການປະເມີນ ຕິດຕາມ ເຮັດໄປຕາມໜ້າວຽກໄປ.”
ພະນັກງານ ບໍຣິສັດເອກະຊົນ ແຫ່ງໜຶ່ງໃນແຂວງຈຳປາສັກ ກ່າວວ່າ ຫຼາຍບັນຫາຍັງສ້າງຄວາມຫຍຸ້ງຍາກ ໃຫ້ປະຊາຊົນລາວ ທັງເຣື່ອງການແກ້ໄຂ ອັດຕຣາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ ບັນຫາເລົ່ານີ້ ປະຊາຊົນລາວ ຍັງບໍ່ເຫັນແນວທາງປະຕິບັດ ຂອງທາງການລາວ ທີ່ເປັນຮູບປະທັມເທື່ອ.
ນອກຈາກນີ້ ນັບແຕ່ການຣະບາດ ຂອງໂຄວິດ-19 ເຣີ່ມຜ່ອນຄາຍລົງ ແລະ ມີການເປີດປະເທດຄືນໃໝ່ ກໍສັງເກດເຫັນວ່າ ມີຄົນລາວຈຳນວນຫຼາຍ ພາກັນເດີນທາງ ຂ້າມໄປເຮັດວຽກ ຢູ່ປະເທດໄທຍ ເພາະມີວຽກເຮັດງານທຳ ຫຼາກຫຼາຍ ມີໂອກາດຫາເງິນໄດ້ຫຼາຍກ່ວາ ເຮັດວຽກໃນປະເທດລາວ ຍ້ອນຄວາມຈຳ ເປັນຂອງຄວາມທຸກຍາກ ທີ່ຈະຕ້ອງດິ້ນຮົນ ເພື່ອຄວາມຢູ່ລອດ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ສວັນ. ຢູ່ວຽງນີ້ ຫາວຽກງ່າຍ ແຕ່ຢູ່ທາງຕ່າງແຂວງນີ້ ມັນຫາວຽກຍາກ ເຂົາກາຈົນ ໄປໄທຍໝົດ ຮຽນຈົບປະຣິນຍາຕຣີ ມາ. ເຂົາກາຈົນ ໄປໄທຍໝົດ ສົມມຸດວ່າ ເງິນເດືອນ 7-8 ແສນ ມັນກາບໍ່ໄດ້ກຸ້ມກິນໄດ໋. ແມ່ນຢູ່ ຢູ່ບ້ານແຕ່ມັນກາມີອັນໃຊ້ຈ່າຍ ສູງເນາະຄືເງິນບາທໄທຍ ມັນຂຶ້ນອິຫຍັງ ມັນຫາຂຶ້ນ ຫັ້ນນ່າ.”
ສໍາສັບ 7 ບັນຫາ ທີ່ພັກ ແລະຣັຖບານລາວ ຕ້ອງເອົາໃຈໃສ່ ແກ້ໄຂຢ່າງຮີບດ່ວນ ໃນ 5 ປີ, ແຕ່ປີ 2021-2025 ປະກອບມີ.
- ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ການພັທນາຕາມທິດ 3 ສ້າງ ເພື່ອຫຼຸດຜ່ອນ ຄວາມແຕກໂຕນ ທາງດ້ານສັງຄົມ ລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ, ໂຕເມືອງ ແລະ ຊົນນະບົດ, ການເຂົ້າເຖິງ ລະບົບສາທາຣະນະສຸຂ, ສຶກສາທິການ ຢູ່ເຂດຫ່າງໄກສອກຫຼີກ.
- ແກ້ໄຂຄວາມບອບບາງ ທາງດ້ານເສຖກິຈ ເປັນຕົ້ນການເຕີບໂຕ ສ່ວນໃຫຍ່ ທີ່ຊັກຊ້າ ອີງໃສ່ແຕ່ການຂຸດຄົ້ນ ແລະນໍາໃຊ້ຊັພຍາກອນ ທັມມະຊາຕ ທີ່ບໍ່ທັນມີປະສິດທິຜົລ ເທົ່າທີ່ຄວນ, ຄຸນນະພາບ ຂອງການເຕີບໂຕ ບໍ່ສູງ, ບໍ່ທັນສາມາດ ກະຈາຍລາຍໄດ້ ຢ່າງທົ່ວເຖິງ, ຖານການຜລິດບໍ່ທັນໜັກແໜ້ນ.
- ແກ້ໄຂຄວາມບອບບາງ ທາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາຣະນະ, ການເກັບລາຍຮັບບໍ່ຄົບຖ້ວນ ແລະ ການຮົ່ວໄຫຼ, ງົບປະມານ ບໍ່ພຽງພໍກັບຄວາມຈຳເປັນ ຂອງການພັທນາ ສ່ວນຫຼາຍແມ່ນສຸມໃສ່ ການແກ້ໄຂໜີ້ສິນ.
- ແກ້ໄຂຄວາມບອບບາງ ທາງດ້ານເງິນຕຣາ, ດ້ານການຄ້າ ເຫັນວ່າມີເກີນດຸນ ແຕ່ດຸນການສຳລະກັບ ຕ່າງປະເທດ ມີທ່າອ່ຽງຫຼຸດລົງ, ລາຄາສິນຄ້າ ມີທ່າອ່ຽງເພີ່ມສູງຂຶ້ນ ແລະອັດຕຣາການແລກປ່ຽນ ຍັງເໜັງຕີງ ເຮັດໃຫ້ເກີດມີຕລາດນອກລະບົບ.
- ແກ້ໄຂຜົລກະທົບ ການຣະບາດຂອງໂຄວິດ-19 ເປັນຕົ້ນແກ້ໄຂອັດຕຣາຫວ່າງງານ, ການຟື້ນຟູທຸຣະກິຈ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ໃຫ້ຄືນສູ່ສະພາບ ປົກກະຕິ.
- ແກ້ໄຂການຄຸ້ມຄອງ ຂອງຣັຖ, ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ຫັນເຂົ້າສູ່ການຄຸ້ມຄອງ ດ້ວຍກົດໝາຍ ຢ່າງເຂັ້ມງວດ ແລະເດັດຂາດ ລວມເຖິງການປັບປຸງ ແລະສ້າງສະພາບແວດລ້ອມ ເອື້ອອຳນວຍໃຫ້ ແກ່ການດດຶງດູດ ການລົງທຶນ.
- ສຸມໃສ່ແກ້ໄຂການພັທນາ ຊັພຍາກອນມະນຸສ ໃຫ້ມີຄຸນນະພາບ, ສົ່ງເສີມວິຊາຊີບ ແລະການຜັນປ່ຽນຊ່ຽວຊານ ຕິດພັນກັບການຫັນປ່ຽນ ທັນສໄມໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ ຫຼື New Normal .
ໃນປີ 2026 ນີ້ອົງການ ສະຫະປະຊາຊາຕ ມີແຜນຈະປະກາດ ໃຫ້ປະເທດລາວ ພົ້ນອອກຈາກ ສະຖານະປະເທດ ດ້ອຍພັທນາ ຫາກທາງການລາວ ຄົງສະຖານະ ໃຫ້ຄົງທີ່ ຫຼື ດີຂຶ້ນຕາມເກນມາຕຖານ ຂອງສະຫະປະຊາຊາຕ ທັງໝົດ 3 ເງື່ອນໄຂ ປະກອບມີ. (1) ດັດສະນີຣາຍໄດ້ແຫ່ງຊາຕ, (2) ດັດສະນີຊັພຍາກອນມະນຸສ ແລະ (3) ດັດສະນີຄວາມບອບບາງ ທາງດ້ານເສຖກິຈ.
ລະຫວ່າງວັນທີ 4-5 ມີນາ 2023 ຜ່ານມາ ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກ ຣັຖມົນຕຣີ ຕາງໜ້າຣັຖບານລາວ ໄດ້ຮຽກຮ້ອງໃຫ້ ອົງການສະຫະປະຊາຊາຕ ສືບຕໍ່ຊ່ອຍເຫຼືອ ປະເທດລາວ ແລະຊອກຫາວິທີທາງ ແກ້ໄຂຄວາມຕ້ອງການ ອັນຮີບດ່ວນ ແລະບັນຫາທ້າທາຍຕ່າງໆ ເພື່ອໃຫ້ປະເທດລາວຫຼຸດພົ້ນ ຈາກສະຖານະ ປະເທດດ້ອຍ ພັທນາພາຍໃນປີ 2026 ນີ້.