ບໍ່ດ່ວນປານໃດ!
2023.07.06
ທາງການລາວ ເປີດໂທຣະສັບສາຍດ່ວນ ເພື່ອໃຫ້ປະຊາຊົນ ສາມາດໂທເຂົ້າໄປຂໍຄວາມຊ່ວຍເຫຼືອ ໃນການແກ້ໄຂບັນຫາຕ່າງໆ ຈາກພາກຣັຖ, ແຕ່ປະກົດວ່າ ປະຊາຊົນບໍ່ຢາກໃຊ້ສາຍດ່ວນ ເພາະວ່າ ຜູ້ໂທເຂົ້າໄປ ຕ້ອງໄດ້ລະບຸ ຊື່, ນາມສະກຸນ, ເບີໂທຣະສັບ ແລະທີ່ສຳຄັນ ຕ້ອງບອກທີ່ຢູ່.
ລາວເປັນນຶ່ງ ໃນຈຳນວນບໍ່ເທົ່າໃດປະເທດ ໃນໂລກ ທີ່ນັບຖືຣັດທິ ມາກ-ເລນິນ (Marxist-Leninist) ແລະ ມີການລົງໂທດ ຜູ້ທີ່ວິພາກ-ວິຈານ ຜ່ານສື່ສັງຄົມອອນລາຍນ໌. ຊາວບ້ານເວົ້າວ່າ ເຂົາເຈົ້າບໍ່ຢາກມີບັນຫາ ກັບຣັຖບານ ເຖິງແມ່ນວ່າ ຕ້ອງການຣາຍງານບັນຫາ ເພື່ອໃຫ້ຣັຖບານຊ່ວຍເຫຼືອກໍຕາມ.