ປະຊາຊົນ ຢູ່ຊໍາເໜືອ ແຂວງຫົວພັນ ສ່ວນໃຫຍ່ຍັງທຸກຍາກ

ຈຳປາທອງ
2023.07.03
ປະຊາຊົນ ຢູ່ຊໍາເໜືອ ແຂວງຫົວພັນ ສ່ວນໃຫຍ່ຍັງທຸກຍາກ ດ້ານນອກເຮືອນ (ຮູບຊ້າຍມື) ແລະດ້ານໃນເຮືອນ ຂອງຊາວບ້ານ ຜູ້ມີຖານນະທຸກຍາກ, ໃນແຂວງນຶ່ງ ທາງພາກເໜືອ ຂອງລາວ, ເດືອນນີນາ ປີ 2021.
ນັກຂ່າວ ພົລເມືອງ

ທ່ານ ອານຸສັກ ແສງສຸລິຍາ, ເຈົ້າເມືອງ ເມືອງຊໍາເໜືອ ແຂວງຫົວພັນ ເວົ້າວ່າ ເມືອງຊໍາເໜືອມີປະຊາຊົນ 10,000 ຄອບຄົວ ໃນນັ້ນມີຄອບຄົວພົ້ນທຸກແລ້ວ 4,000 ຄອບຄົວ ຫລື 40% ຂອງຈໍານວນຄອບຄົວທັງໝົດ ພາຍໃນເມືອງນີ້ ແລະສ່ວນທີ່ເຫລືອ ອີກ 6,000 ຄອບຄົວ ຍັງທຸກຍາກຢູ່ ອີງຕາມຣາຍງານຂອງໜັງສືພິມ ລາວພັທນາ ວັນທີ 2 ກໍຣະກະດານີ້. ສາເຫດສ່ວນໃຫຍ່ ຄືທາງການກໍານົດ ລາຍຮັບໃສ່ຫົວຄົນຕໍ່ປີສູງ, ຜູ້ທີ່ຢູ່ເຂດຊົນບົດຫ່າງໄກສອກ ຫລີກ ບໍ່ມີຖນົນຫົນທາງ, ບໍ່ມີທີ່ດິນທໍາກິນ ແລະປັດຈຸບັນເງິນກີບກໍເຟີ້, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ແລະຊາວເມືອງຊໍາເໜືອ.

ເວົ້າສະເພາະ ດໍາຣັດສະບັບໃໝ່ ຂອງຣັຖບານ ເລກທີ 348/ລບ ວ່າດ້ວຍມາຕຖານພົ້ນທຸກ ແລະມາຕຖານພັທນາ ແລະຮັບຮອງຂໍ້ມູນ ເປັນທາງການຢູ່ຂັ້ນເມືອງ ລະບຸວ່າ ລາຍຮັບໃສ່ຫົວຄົນຕໍ່ປີ ຜູ້ນຶ່ງຕ້ອງໄດ້ 5,600,000 ກີບ, ແຕ່ປະຕິ ບັດບໍ່ໄດ້ ດັ່ງນັ້ນຈຶ່ງເຮັດໃຫ້ເມືອງຊໍາເໜືອ ຍັງມີປະຊາຊົນທຸກຍາກຫລາຍຢູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຊໍາເໜືອ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ກໍຣະກະດານີ້ວ່າ:

“ຕາມດໍາຣັດໃໝ່ນີ້ ຖືວ່າທຸກຫລາຍ ເພີ່ມຂຶ້ນຫລາຍ ມາຕຖານເຮົາມັນສູງເນາະ ລາຍຮັບນ່າຕາມດໍາຣັດໃໝ່ 348 ນີ້ ຄອບຄົວທີ່ວ່າ ທຸກຍາກຫລາຍນີ້ ແມ່ນວ່າສເລັ່ຽໃສ່ 5.6 ລ້ານກີບ ຕໍ່ຄົນຕໍ່ປີ ເນາະ ແລ້ວບໍ່ໄດ້ນ່າ.”

ທ່ານເວົ້າວ່າ ດໍາຣັດຂອງຣັຖບານ ສະບັບເກົ່າ ວ່າດ້ວຍມາຕຖານພົ້ນທຸກ ລະບຸລາຍຮັບຕໍ່ຄົນຕໍ່ປີ, ຜູ້ນຶ່ງຕ້ອງໄດ້ 2 ລ້ານ 4 ແສນກີບເທົ່ານັ້ນ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງຊໍາເໜືອ ອີກຜູ້ນຶ່ງ ກໍເວົ້າເຖິງຈໍານວນບ້ານ ຢູ່ເມືອງຊໍາເໜືອວ່າ ມີຈຳນວນບ້ານຫລາຍບ້ານ ທຸກກວ່າ ທຸກເມືອງ ຄືມີເຖິງ 110 ບ້ານ ແລະໃນນັ້ນ ສ່ວນຫລາຍເປັນບ້ານ ທີ່ຢູ່ເຂດຫ່າງໄກສອກຫລີກ ຊາວບ້ານບໍ່ສາມາດເຮັດທຸຣະກິຈ ການຄ້າ ດ້ານການກະເສດໄດ້ ຍ້ອນເສັ້ນທາງຄົມນາຄົມເປັນທາງດິນແດງ ແລະທາງພູດອຍ ຣົຖຂົນສິນຄ້າໄປມາຫຍຸ້ງຍາກ. ນອກຈາກນັ້ນ ໃນສະພາບເສຖກິຈ ຫຍຸ້ງຍາກຄືປັດຈຸບັນນີ້ ປະຊາຊົນແຮງທຸກລົງ ເຖິງຈະຂາຍເຂົ້າ ແລະໝາກສາລີ ໄດ້ລາຄາດີ ແຕ່ ກໍປະເຊີນ ກັບຄ່າຄອງຊີບແພງຂຶ້ນ ຕາມອັດຕຣາເງິນເຟີ້ ແລະເງິນກີບອ່ອນຄ່າ.

“ເມືອງຊໍາເໜືອນີ້ ມັນເປັນບ້ານ ທີ່ມີຈໍານວນບ້ານຫລາຍເນາະ ປະຊາຊົນທີ່ວ່າທຸກຍາກຖືວ່າ ຍັງມີຫລາຍກວ່າໝູ່ ນ່າ. ໃນແຂວງຫົວພັນ ມັນເປັນບ້ານຊົນເຜົ່າແດ່ເນາະ ແລະບ້ານພູດອຍແດ່. ໂຕນີ້ເປັນທາງເຂົ້າທີ່ວ່າ ຊ່ວງຝົນ ເຂົ້າບໍ່ໄດ້ນ່າ ນັບເຖິງການຄ້າ, ການຂາຍ ມັນກໍຫຍູ້ງຍາກເນາະ ຄັນອີງໃສ່ເສຖກິຈ ປັດຈຸບັນ ຖືວ່າການທໍາຜລິດຫຍຸ້ງຍາກ ເນາະ ມັນອີງໃສ່ເງິນມັນເຟີ້ ຫັ້ນນ່າເນາະ. ເວລາທີ່ເຂົາເຈົ້າຂາຍໄດ້ແລ້ວ ມາຊື້ສິນຄ້າ ທີ່ວ່າໄປຮັບໃຊ້ຊີວິດ ການເປັນຢູ່ ແພງ, ແພງຄືກັນໂຕນີ້ເນາະ.”

ພ້ອມດຽວກັນນັ້ນ ຊາວບ້ານຜູ້ນຶ່ງ ຢູ່ບ້ານພຽງຄັງ ເມືອງຊໍາເໜືອ ກໍເວົ້າເຖິງສະພາບບ້ານພຽງຄັງວ່າ ເປັນບ້ານທຸກຍາກ ຢູ່ເຂດຫ່າງໄກສອກຫລີກ ມີທັງໝົດ 34 ຄອບຄົວ. ໃນນັ້ນ ມີຄອບຄົວທຸກຍາກຢູ່ 10 ຄອບຄົວ ຍ້ອນບໍ່ມີດິນທໍາການຜລິດ, ຂາດເຂົ້າກິນ ເຖິງແມ່ນວ່າ ບາງຄອບຄົວຈະອອກໄປຮັບຈ້າງ ເປັນກັມມະກອນ ຢູ່ຕ່າງແຂວງ ເພື່ອຫາເງິນ, ຫາລາຍໄດ້ ເຂົ້າຄອບຄົວ ແຕ່ເງິນທີ່ຫາໄດ້ນັ້ນ ກໍບໍ່ພຽງພໍ ທີ່ຈະຊື້ເຂົ້າກິນ ຍ້ອນລາຄາເຄື່ອງຂອງ ທຸກຢ່າງແພງ ຄ່າຄອງຊີບສູງ, ມີຄວາມຫຍຸ້ງຍາກຂຶ້ນຕື່ມ.

“ດິນນາທໍາການຜລິດນີ້ ຖືວ່າບໍ່ພຽງພໍເນາະ ໄປເຮັດໄຮ່ ໄຮ່ເຮົາກໍຈໍາກັດ ກໍຖືວ່າຍັງຂາດເຂົ້າກິນ ຫ່າງໄກສອກຫລີກນີ້ ມັນບໍ່ມີບ່ອນສິຫາເງິນ ແຕ່ວ່າມີບາງອັນນ່າ ຄອບຄົວບາງຄົນນີ້ເຂົາກໍໄປອັນນ່າ ເຝົ້າສວນກ້ວຍບໍ່ ໄປປາດຢາງພາລາຢູ່ໄຊຍະບູຣີ ຢູ່ບໍ່ແກ້ວ ຢູ່ອຸດົມໄຊ ພຸ້ນ. ໄປມາພໍໄດ້ມາກໍຊື້ເຂົ້າກິນ ມັນກໍໝົດ ດຽວນີ້ ຄ່າຄອງຊີບກໍຂຶ້ນແບບວ່າ ຈັ່ງຊີ້ຫັ້ນນ່າ, ກໍມີຄວາມຫຍຸ້ງຍາກຂຶ້ນຕື່ມ.”

ທ່ານເວົ້າວ່າ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ຈະແກ້ໄຂບັນຫາຄວາມທຸກຍາກ ຢູ່ບ້ານພຽງຄັງນີ້ ກໍຈະຕ້ອງສົ່ງເສີມໃຫ້ປະຊາຊົນ ລ້ຽງສັດ ຢູ່ປ່າໂຄກ ເນື່ອງຈາກເປັນພື້ນທີ່ ທີ່ເໝາະສົມ ສໍາລັບການລ້ຽງສັດ ເພາະດິນຢູ່ປ່າໂຄກ ເປັນດິນຊາຍປົນມີຫິນ, ບໍ່ເໝາະສໍາລັບກັບການປູກຝັງ.

ທີ່ບ້ານທັນໄຊ ຊຶ່ງເປັນບ້ານທີ່ຢູ່ໃກ້ກັບຕົວເມືອງຊໍາເໜືອນັ້ນ ອໍານາດການປົກຄອງບ້ານ ກໍເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 3 ກໍຣະກະດານີ້ວ່າ ຍັງມີຄອບຄົວບໍ່ພົ້ນທຸກຄືກັນ, ຊາວບ້ານຈໍານວນນຶ່ງ ເປັນກັມມະກອນ ຮັບເໝົາກໍ່ສ້າງ ແລະເປີດຮ້ານສ້ອມແປງຣົຖ, ຄອບຄົວມີລາຍໄດ້ ບໍ່ສມໍ່າສເມີ, ມີລາຍໄດ້ບໍ່ຮອດ 5 ລ້ານ 6 ແສນກີບຕໍ່ຄົນຕໍ່ປີ ຕາມທີ່ທາງການກໍານົດ, ຍັງບໍ່ພົ້ນທຸກ ແຕ່ທາງອໍານາດການປົກຄອງ ຢາກໃຫ້ພັທນາຂຶ້ນຕື່ມ ເພື່ອໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກ.

“ມີເຮືອນກໍເຮືອນອີງ ຫາກແຕ່ວ່າລາຍຮັບຫັ້ນດອກ ມັນບໍ່ສູງ. ເຂົ້າເອີ້ນວ່າ ຍັງຕໍ່າກວ່າຄອບຄົວອື່ນ ແບບນັ້ນດອກ. ເປີດຮ້ານສ້ອມແປງບໍ່, ແປງຣົຖບໍ່ ຫລືວ່າ ເປັນຄົນຮັບເໝົາກໍ່ສ້າງບໍ່. ເຮົາກໍຍັງ...ຍັງບໍ່ທັນພົ້ນທຸກ ...ເປັນໃຫ້ເຈົ້າພັທນາຕື່ມ.”

ໃນການແກ້ໄຂບັນຫາດັ່ງກ່າວ ຈໍາເປັນຕ້ອງມີທຶນ ຖ້າຫາກພາກສ່ວນທີ່ກ່ຽວຂ້ອງ ບໍ່ມີງົບປະມານ, ບໍ່ມີເງິນໃຫ້ຊາວບ້ານກູ້ຢືມ ດ້ວຍດອກເບັ້ຍຕໍ່າ ເພື່ອປູກຝັງ ແລະລ້ຽງສັດ ຢ່າງທົ່ວເຖິງແລ້ວ ມັນກໍຍາກທີ່ຈະແກ້ໄຂບັນຫານັ້ນໄດ້ ຂະນະທີ່ ປັດຈຸ ບັນ ເມືອງຊໍາເໜືອ ມີກອງທຶນຊ່ອຍເຫລືອ ພຽງເລັກນ້ອຍເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຊໍາເໜືອ ຜູ້ທີ່ເວົ້າເຖິງດໍາຣັດສະບັບໃໝ່ ຂອງຣັຖບານ ນັ້ນກ່າວວ່າ:

“ຖ້າເຮົາບໍ່ມີທຶນບໍ່ມີອັນນັ້ນໃຫ້ເຮົາ ຍາກ. ທຶນເຮົາກໍມີບາງບ້ານເນາະ ສ່ວນຫລາຍລະແມ່ນເກືອບວ່າ ບໍ່ມີຫັ້ນນ່າເນາະ. ເຂົາເອົາກອງທຶນເອົາເງິນທຶນ ປູກຝັງລ້ຽງສັດຫັ້ນ.”

ແຕ່ເຖິງຢ່າງໃດກໍຕາມ ອໍານາດການປົກຄອງເມືອງຊໍາເໜືອ ກໍໄດ້ກໍານົດເອົາ 4 ທ່າແຮງຕົ້ນຕໍ ໃນການພັທນາເສຖກິຈ ແລະສັງຄົມ ຂອງເມືອງນັ້ນ ຄືການປູກຝັງ ແລະລ້ຽງສັດ, ເລັ່ງໃສ່ການປູກພືດ ເຂດໜາວ ເປັນສໍາຄັນ ພ້ອມທັງລ້ຽງສັດທີ່ເໝາະສົມ ກັບສະພາບດິນອາກາດ; ຄ້າຂາຍ, ແລກປ່ຽນສິນຄ້າ ຕາມຊາຍແດນ ລະຫວ່າງແຂວງຕໍ່ແຂວງ ແລະກັບແຂວງປະເທດໃກ້ຄຽງ; ຕໍ່າຫູກທໍໄໝ ຫຍິບປັກຖັກແສ່ວ ແລະຖືເອົາການທ່ອງທ່ຽວ ເປັນວຽກສໍາຄັນ ໃນການພັທນາ ໃຫ້ເຂັ້ມແຂງ, ອີງຕາມຄໍາເວົ້າ ຂອງທ່ານ ອານຸສັກ ແສງສຸລິຍາ ເຈົ້າເມືອງເມືອງຊໍາເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.