ສະມາຊິກ ສະພາ ຮຽກຮ້ອງ ໃຫ້ຂຶ້ນເງິນເດືອນ ຄົນງານ
2023.07.05
ທ່ານ ອຸດົມ ວົງໄກສອນ ສະມາຊິກສະພາແຫ່ງຊາຕ ເຂດ 11 ແຂວງບໍຣິຄໍາໄຊ ສເນີຕໍ່ກອງປະຊຸມສະພາແຫ່ງຊາຕ ໃຫ້ຣັຖບານຫາວິທີ ເພີ່ມຄ່າແຮງງານໃຫ້ກັມມະກອນ ຢູ່ໂຮງຈັກໂຮງງານ ແລະເພີ່ມເງິນເດືອນໃຫ້ພະນັກງານ-ຣັຖກອນ ຕາມອັດຕຣາເງິນເຟີ້. ຄໍາສເນີນີ້ ກັມມະກອນ ແລະພະນັກງານ-ຣັຖກອນຫລາຍຄົນກໍເຫັນດີນໍາ ຍ້ອນເງິນເດືອນໃນປັດຈຸບັນ ບໍ່ກຸ້ມກິນ, ລາຄາສິນຄ້າທຸກຢ່າງນັບມື້ເພີ່ມຂຶ້ນ.
ຄົນງານຢູ່ໂຮງງານຕັດຫຍິບ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ນາງນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກໍຣະກະດານີ້ວ່າ ເຫັນດີນໍາຜູ້ແທນ ທີ່ສເນີໃຫ້ຂຶ້ນເງິນເດືອນ ກັມມະກອນ ເນື່ອງຈາກວ່າ ໂຕເອງມີພາຣະລ້ຽງພໍ່ແມ່ ແລະລ້ຽງລູກ, ໄດ້ເງິນເດືອນ ເດືອນນຶ່ງລ້ານສອງ, ລ້ານສາມ ກີບ, ບໍ່ກຸ້ມກິນ, ຢາກໃຫ້ຂຶ້ນເງິນເດືອນເປັນ 2-3 ລ້ານ ຂຶ້ນໄປຈຶ່ງຈະກຸ້ມກິນ.
“ທໍາງານຕັດຫຍິບ, ເພິ່ນໃຫ້ ລ້ານ 2, ລ້ານ 3. ອັນນີ້ກໍສົ່ງເງິນໃຫ້ທາງບ້ານ ກໍບໍ່ຄ່ອຍພໍປານໃດ. ສົ່ງໃຫ້ເດືອນລະ 5 ແສນ, 6 ແສນ ນີ້ແຫລະ. ອັນນີ້ແບບມີລູກເພີ່ມມາອີກ ກໍໄດ້ຊື້ນົມ ຊື້ຫຍັງອີກ. ຊ່ວງນຶ່ງຫັ້ນໄປຊື້ ເກືອບບໍ່ຮອດແສນ, ດຽວນີ້ແສນປາຍ ຂຶ້ນ 2-3 ເທື່ອ ລະມັນກໍໜ້າຈະເພີ່ມເງິນເດືອນ 2-3 ລ້ານຂຶ້ນໄປພຸ້ນລະ.”
ນາງເວົ້າຕື່ມວ່າ ຖ້າພາກສ່ວນທີ່ກ່ຽວຂ້ອງ ບໍ່ເພີ່ມເງິນເດືອນໃຫ້ ກໍຄວນຈະເພີ່ມເງິນຄ່າອາຫານ, ຄ່ານໍ້າມັນຣົຖ ແລະຄ່າຂຍັນ ຄືມາວຽກຖືກເວລາ, ບໍ່ຂາດວຽກ ເພື່ອໃຫ້ຄົນງານມີເງິນພໍກຸ້ມກິນ, ບໍ່ພາກັນອອກໄປຫາເຮັດວຽກອື່ນ ຫລື ກາຍເປັນຄົນວ່າງງານ ຍ້ອນສວັດດິການບໍ່ດີ ແລະເງິນເດືອນບໍ່ກຸ້ມກິນ.
ໃນຂະນະດຽວກັນ ກັມມະກອນຂົນເຄື່ອງ ຢູ່ໂຮງງານຜລິດເກີບ ທີ່ນະຄອນຫລວງວຽງຈັນ ຜູ້ນຶ່ງກໍເວົ້າໃນມື້ດຽວກັນນັ້ນວ່າ ໂຕເອງກໍເຫັນດີນໍາຄໍາສເນີ ຂອງຜູ້ແທນ ທີ່ໃຫ້ເພີ່ມເງິນເດືອນ ໃຫ້ກັມມະກອນນັ້ນ ຍ້ອນໄດ້ເງິນເດືອນພຽງ 2 ລ້ານປາຍກີບ, ບໍ່ກຸ້ມກິນ. ຄ່າຄອງຊີບສູງ ແລະວ່າ ວຽກທີ່ຕົນເຮັດເປັນວຽກໜັກ, ໃຊ້ແຮງງານ ໂດຍທີ່ບໍ່ມີເຄື່ອງຈັກຊ່ອຍ, ດັ່ງນັ້ນຈຶ່ງສົມຄວນເພີ່ມເງິນເດືອນ ໃຫ້ເປັນ 4-5 ລ້ານກີບ ຈຶ່ງຈະກຸ້ມກິນ.
“ມີແຕ່ຍົກເຄື່ອງບໍ່ ດຽວນີ້ໂຮງງານເກີບ ດຽວນີ້ 2 ລ້ານປາຍກີບ ເງິນບໍ່ພໍກໍຈໍາເປັນເນາະ ອັນນ່າວຽກມັນໜັກໂພດ ເຮັດເຮັດເອງເລີຍ ບໍ່ມີອັນຊິຊ່ວຍຫຍັງດອກ ເຮົາເປັນກັມກອນນ່າ.”
ລູກສາວຂອງກັມມະກອນ ກໍ່ສ້າງຜູ້ນຶ່ງກໍເວົ້າວ່າ ໂຕເອງກໍເຫັນດີນໍາ ຜູ້ແທນທີ່ ສເນີໃຫ້ຂຶ້ນເງິນເດືອນກັມມະກອນ ຍ້ອນເຫັນພໍ່ເຮັດວຽກເປັນກັມມະກອນກໍ່ສ້າງ ໄດ້ເງິນເດືອນ 2-3 ລ້ານກີບ, ບໍ່ພຽງພໍກັບຄ່າໃຊ້ຈ່າຍ ໃນຊີວິດປະຈໍາວັນ. ນາງເວົ້າວ່າ ສະເພາະຄົນງານຈາກຕ່າງແຂວງ ທີ່ມາເຮັດວຽກຢູ່ນະຄອນຫລວງວຽງຈັນ ກໍຍິ່ງມີຄ່າໃຊ້ຈ່າຍຫລາຍ ທັງຄ່າເຊົ່າເຮືອນ ແລະຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນ ຂະນະທີ່ວຽກກໍ່ສ້າງ ເປັນວຽກອັນຕະລາຍ, ເງິນເດືອນຄວນໄດ້ປະມານ 4-5 ລ້ານກີບ ຈຶ່ງຈະກຸ້ມກິນ.
ດັ່ງທີ່ນາງເວົ້າວ່າ ໃນມື້ວັນທີ 5 ກໍຣະກະດາ ນີ້ວ່າ:
“ທາງພໍ່ເຮົາກໍແບບ ເພິ່ນກໍຂາດເງິນຫລາຍເຕີບຫັ້ນແຫລະ ເພາະວ່າ ຄ່າໃຊ້ຈ່າຍຫຍັງກໍແບບບໍ່ພຽງພໍ ແຕ່ລະມື້ກໍມາຊື້ກິນ, ຊື້ເຂົ້າ, ຈ່າຍຄ່າໄຟຄ່າເຮືອນ, ກໍ່ສ້າງ ເຈາະເຫລັກ ອິຫຍັງກໍໜ້າຈະເປັນວຽກໜັກ ສ່ວນຫລາຍເພິ່ນກໍຂຶ້ນແບບບໍ່ສູງຫັ້ນນ່າ ເຮັດຫລັງຄາ ອິຫຍັງປະມານນີ້ຫັ້ນນ່າ. ກໍໜ້າຈະຂຶ້ນຄ່າແຮງງານ ໃຫ້ຈັກໜ່ອຍ ຄັນແມ່ນຮ່ວມເປັນເດືອນແລ້ວ ສົມມຸດເດືອນນຶ່ງ 2 ລ້ານກີບ, 2-3 ລ້ານກີບ ກໍຍັງບໍ່ພໍແລ້ວ.”
ພ້ອມດຽວກັນນັ້ນ ຣັຖກອນຄຣູ ຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ກໍເວົ້າໃນມື້ດຽວກັນນັ້ນວ່າ ຂແນງການສຶກສາເງິນເດືອນຂັ້ນຕໍ່າ 1.8 ລ້ານກີບ ຖືວ່າບໍ່ກຸ້ມກິນ ຍ້ອນລາຄາເຄື່ອງຂອງແພງ ເຂົ້າສານເປົ໋ານຶ່ງກໍເທົ່າກັບເຄິ່ງນຶ່ງ ຂອງເງິນເດືອນແລ້ວ ນອກນັ້ນຍັງມີຄ່າໃຊ້ຈ່າຍ ທີ່ຈໍາເປັນ ອື່ນໆອີກ ເຊັ່ນຄ່ານໍ້າ, ຄ່າໄຟ, ຄ່າປະກັນສັງຄົມ ແລະອື່ນໆ. ດັ່ງນັ້ນຈຶ່ງເຫັນດີນໍາຜູ້ແທນ ທີ່ເພີ່ນສເນີໃຫ້ຂຶ້ນເງິນເດືອນ ພະນັກງານ-ຣັຖກອນ, ແຕ່ຈະຂຶ້ນໃຫ້ເທົ່າໃດນັ້ນ ກໍເປັນການຕັດສິນໃຈ ຂອງຂັ້ນເທິງ.
“ປະມານລ້ານ 8 ນີ້ແຫລະ ບໍ່ພໍແຫລະເນາະ ເຂົ້າກໍເປົ໋ານຶ່ງ 7-8 ແສນກີບແລ້ວເດ໋. ກໍໄລ່ເບິ່ງຄອບຄົວນຶ່ງກໍມີ 4 ຄົນ, 5 ຄົນ ຊິກຸ້ມບໍ໋ ເດືອນ ຄ່າຢ່າງອື່ນເດ໋. ຄ່າຢູ່, ຄ່າຢາ, ຄ່ານໍ້າ, ຄ່າໄຟ, ຄ່າປະກັນສັງຄົມຕ່າງໆກໍມີ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ບໍຣິຫານໂຮງງານຕັດຫຍິບ ຂນາດກາງ ຢູ່ນະຄອນຫລວງວຽງຈັນ ທີ່ສົ່ງເຄື່ອງຂອງ ຊຶ່ງຜລິດ ໄດ້ໄປຂາຍຢູ່ສະຫະຣັຖອາເມຣິກາ ກ່າວວ່າ ຍັງເວົ້າບໍ່ໄດ້ ຈະສາມາດເພີ່ມເງິນເດືອນ ເຣີ່ມຕົ້ນໃຫ້ຄົນງານຂຶ້ນເປັນ 1.8 ລ້ານກີບ, 2 ລ້ານກີບ ໄດ້ ຫລື ບໍ່ ເນື່ອງຈາກວ່າ ປັດຈຸບັນ ເງິນເດືອນເຣີ່ມຕົ້ນ 1.5 ລ້ານກີບແລ້ວ ແລະຖ້າຜ່ານໄລຍະທົດລອງ 3 ເດືອນຂຶ້ນໄປ ກໍຈະເພີ່ມຄ່າແຮງງານ ໃຫ້ເປັນເດືອນລະ 1.8 ລ້ານກີບ ເຖິງ 2 ລ້ານກີບ.
ດັ່ງທີ່ທ່ານກ່າວວ່າ:
“ອັນນີ້ກໍເວົ້າກັນບໍ່ໄດ້ເດີ ຄວາມສາມາດເຮົາໄດ້ສໍ່ານີ້ ເຮົາວ່າໄດ້ສໍ່ານີ້ ເຮົາຊິເອົາເກີນ ອັນນັ້ນໄປ ເຮົາກໍວ່າບໍ່ໄດ້ແລ້ວຫັ້ນນ່າ ເຣີ່ມຕົ້ນລ້ານຫ້າ. 3 ເດືອນຂຶ້ນໄປ. ເອື້ອຍກໍຊິເພີ່ມໃຫ້ອີກລ້ານແປດ. 2 ລ້ານ.”
ເວົ້າເຖິງ ເຣື່ອງການເພີ່ມເງິນເດືອນ ໃຫ້ພະນັກງານ-ຣັຖກອນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງການເງິນເວົ້າໃນມື້ດຽວກັນນີ້ວ່າ ການຂຶ້ນເງິນເດືອນ ແມ່ນຈະຂຶ້ນກັບແຫລ່ງລາຍຮັບ ງົບປະມານຂອງຣັຖ, ການທີ່ຈະຂຶ້ນເງິນເດືອນ ຕື່ມອີກ 7 ແສນກີບຄືຈາກ 1.8 ລ້ານກີບ ເປັນ 2.5 ລ້ານກີບ ມັນຕ້ອງໃຊ້ເວລາໃນລະຫວ່າງ 2 ຫາ 7 ປີ.
“ເຮົາຢາກຂຶ້ນເງິນເດືອນຈາກຫັ້ນນ່າ. 1,800,000 ກີບເປັນ 2,500,000 ກີບ. ເຮົາຄາດຄະເນໃຫ້ມັນຂຶ້ນໃຫ້ມັນໄດ້ 7 ແສນກີບ ແລ້ວເຮົາຄາດຄະເນຈັກປີໃຫ້ມັນໄດ້ແນວນັ້ນແທ້ຈັ່ງຊິໄດ້. ສົມມຸດວ່າ ເຂື່ອນນໍ້າເທີນຈັ່ງຊີ້ ມັນເປັນແຫລ່ງລາຍຮັບໃຫຍ່ຢູ່ ແຕ່ວ່າເຮົາຈະເອົາເປັນພື້ນຖານຄິດໄລ່ ເປັນລາຍຮັບ ທີ່ຈະມາເພີ່ມເງິນເດືອນ ມັນຄິດໄລ່ບໍ່ໄດ້ມັນບໍ່ແມ່ນຂອງເຮົາ 100% ເດ້. ສົມມຸດເຮົາມີ 49 ຂອງເພິ່ນມີ 51 ເດ້ ຄັນຖ້າເປັນຂອງເຮົາ 100 ແທ້ ມັນກໍໄດ້.”
ແຕ່ເຖິງຢ່າງໃດກໍຕາມ ທ່ານ ອຸດົມ ວົງໄກສອນ ກໍໄດ້ສເນີ ຕໍ່ກອງປະຊຸມ ສະພາແຫ່ງຊາຕວ່າ ໃຫ້ຣັຖບານ ຫາວິທີແກ້ໄຂບັນຫາ ເງິນເດືອນບໍ່ກຸ້ມກິນ ນັ້ນ ບໍ່ວ່າຈະເປັນການເພີ່ມເງິນເດືອນ, ເງິນອຸດໜູນ ຫລືວ່າ ເງິນນະໂຍບາຍຕ່າງໆ ທີ່ເປັນໄປໄດ້ ຍ້ອນວ່າ ຖ້າປ່ອຍປະໃຫ້ບັນຫາ ເປັນແບບນີ້ອີກຕໍ່ໄປ ພະນັກງານ-ຣັຖກອນ ແລະກັມມະກອນ ຫລາຍຄົນຈະຢູ່ບໍ່ລອດ ເພາະເງິນເດືອນບໍ່ກຸ້ມກິນ ແລະໂຮງຈັກໂຮງງານ ກໍຈະຮ້າງ ແລະພະນັກງານ-ຣັຖກອນ ໂດຍສະເພາະ ຂັ້ນວິຊາການ ທີ່ໄດ້ເງິນເດືອນສເລັ່ຍປະມານ 2 ລ້ານກີບ ກໍບໍ່ກຸ້ມກິນ ຍ້ອນຄ່າໃຊ້ຈ່າຍໂຕຈິງຫລາຍ ທັງຄ່ານໍ້າ, ຄ່າໄຟ, ຄ່ານໍ້າມັນຣົຖ ໄປເຮັດວຽກ, ຄ່າລູກຮຽນໜັງສື ແລະຄ່າອື່ນໆອີກຫລາຍຢ່າງ.