ຄົນງານລາວ ທວງເງິນເດືອນ ກັບນາຍຈ້າງຈີນ ເຈົ້າຂອງບໍ່ຖ່ານຫິນ
2023.07.05
ເມື່ອປະມານວັນທີ 3 ກໍຣະກະດາ ທີ່ຜ່ານມານີ້ ຄົນງານລາວ ປະມານ 20 ຄົນ ທີ່ເຮັດວຽກ ຢູ່ບໍ່ຖ່ານຫິນ ຂອງບໍຣິສັດ SCC – MHC ຂອງນັກລົງທຶນຈີນ ຢູ່ເມືອງກະລຶມ ແຂວງເຊກອງ ໄດ້ພາກັນໄປທວງເງິນເດືອນ ຢູ່ຫ້ອງການຂອງບໍຣິສັດດັ່ງກ່າວ ກ່ອນທີ່ຈະພາກັນເດີນທາງກັບພູມລໍາເນົາ ຍ້ອນບໍ່ພໍໃຈ ທີ່ບໍ່ໄດ້ຮັບເງິນເດືອນ ແລະຖືກຕັດເງິນເດືອນຫຼາຍແນວ ແຕ່ເຫດການດັ່ງກ່າວ ບໍ່ໄດ້ເກີດຄວາມຮຸນແຮງ ຫຼືມີການປະທະກັນແຕ່ຢ່າງໃດ, ແຕ່ພະນັກງານ ປະຈໍາບໍຣິສັດ SCC – MHC ໄດ້ຊີ້ແຈງ ກ່ຽວກັບເຫດການດັ່ງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ວ່່າ ສາເຫດທີ່ທາງບໍຣິສັດ ໄດ້ຕັດເງິນເດືອນ ແລະບໍ່ໃຫ້ເງິນເດືອນແກ່ຄົນງານດັ່ງກ່າວ ຍ້ອນຄົນງານເຮັດຜິດກົດລະບຽບ ຂອງບໍຣິສັດ ກ່ຽວກັບເຣື່ອງຂໍລາພັກ ເຮັດວຽກ ເພາະຄົນງານກຸ່ມດັ່ງກ່າວ ບໍ່ໄດ້ແຈ້ງລາອອກລ່ວງໜ້າ 30 ມື້, ດັ່ງນັ້ນ ຈຶ່ງມີຂໍ້ຂັດແຍ້ງກັນເກີດຂຶ້ນ.
ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ກໍຣະກະດາ ນີ້ວ່າ:
“ໂອ້ຍ ເຂົາເຈົ້າປະທ້ວງ ເຂົາເຈົ້າຢາກໄດ້ເງິນ ເຂົາເຈົ້າຢາກກັບບ້ານ ແຕ່ວ່າ ທາງບໍຣິສັດເຮົາ ກໍມີກົດລະບຽບເນາະ ຄັນຊິອອກ ເຈົ້າຕ້ອງໄດ້ຂຽນໃບລາພັກລ່ວງໜ້າ 30 ມື້ ຕ້ອງແຈ້ງກ່ອນຊິລາອອກເນາະ ເຂົາເຈົ້າຢາກໄດ້ເງິນ ລະຊິອອກພ້ອມຫັ້ນ ມັນເປັນໄປບໍ່ໄດ້ ທາງເຮົາກໍມີກົດລະບຽບຂອງເຮົາຫັ້ນນ່າ.”
ຍານາງກ່າວຕື່ມວ່າ ສໍາລັບເຫດການດັ່ງກ່າວ ກໍໄດ້ມີການໄກ່ເກັ່ຽກັນແລ້ວ ຢ່າງຈົບງາມ ແລະທາງບໍຣິສັດ ກໍໄດ້ໃຫ້ເງິນເດືອນແກ່ຄົນງານກຸ່ມດັ່ງກ່າວ ພ້ອມທັງອະນຸຍາດໃຫ້ເດີນທາງກັບພູມລໍາເນົາຕ່າງແຂວງ ເພື່ອພັກຜ່ອນຈາກການເຮັດວຽກ ແລະຫາກຄົນງານດັ່ງກ່າວ ຕ້ອງການກັບມາເຮັດວຽກຫຢູ່ບ່ອນເກົ່າ ທາງບໍຣິສັດ ກໍໃຫ້ການຕ້ອນຮັບຢູ່ຕລອດ.
ກ່ອນໜ້ານີ້ ໃນວັນທີ 3 ກໍຣະກະດາ ທີ່ຜ່ານມາ ຄົນງານຢູ່ບໍຣິສັດດັ່ງກ່າວ ໄດ້ຖ່າຍວີດີໂອ ເຫດການທີ່ກຸ່ມຄົນງານ ໄປທວງເງິນເດືອນຈາກນາຍຈ້າງ.
ດັ່ງຄົນງານລາວ ທ່ານນຶ່ງ ໄດ້ກ່າວໃນຄລິບວີດີໂອ ເຫດການດັ່ງກ່າວ ໃນຕອນນຶ່ງວ່າ:
“ຢູ່ບໍ່ໄດ້ເດີ້ ບໍຣິສັດນີ້ນ່າ ບໍຣິສັດຈີນນີ້ນ່າ ກົດລະບຽບ ມັນປ່ຽນໄປປ່ຽນມາ ຢາກຕັດເງິນຈັ່ງໃດກໍຕັດ ອ້າຍນ້ອງບໍ່ພໍໃຈ ທວງເອົາເງິນເດືອນເງິນນີ້ ມື້ນີ້ເງິນເດືອນເຂົາບໍ່ໃຫ້ ຄັນຮູ້ແລ້ວບໍ່ຕ້ອງມາເດີ້ ທວງເອົາເງິນກະຍັງບໍ່ໄດ້ ຂຸດຄົ້ນຖ່ານຫິນ ຢູ່ບໍ່ກະລຶມນີ້ເດີ້ ບໍຣິສັດຈີນ ຂອງຕັ້ງໃໝ່.”
ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ຫາຄົນງານລາວ ຜູ້ຖ່າຍຄລິບວີດີໂອດັ່ງກ່າວ ແລະຄົນງານລາວ ທີ່ເຮັດວຽກຢູ່ບໍ່ຖ່ານຫິິນດັ່ງກ່າວ ເພື່ອຖາມຣາຍລະອຽດເພີ່ມຕື່ມ ແລະຄວາມຄືບໜ້າ ຂອງເຫດການດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້ເທື່ອ. ຢ່າງໃດກໍຕາມ ພະນັກງານບໍຣິສັດຂຸດຄົ້ນຖ່ານຫິນຂອງລາວ ອີກແຫ່ງນຶ່ງ ຢູ່ເຂດເມຶືອງກະລຶມ ກ່າວວ່າ ນັບຕັ້ງແຕ່ປີກາຍມານີ້ ກໍມີທັງບໍຣິສັດຈີນ ແລະບໍຣິສັດວຽດນາມ ໄດ້ມາສັມປະທານເນື້ອທີ່ຂຸດຄົ້ນຖ່ານຫິນ ຢູ່ເມືອງກະລຶມ ຈໍານວນຫຼາຍບໍຣິສັດ ເຊິ່ງບໍຣິສັດຂອງຈີນ ຈໍານວນນຶ່ງ ກໍມັກມີບັນຫາກັບຄົນງານລາວ ໂດຍສະເພາະ ເຣື່ອງບັນຫາຈ່າຍເງິນເດືອນ ສ່ວນສໍາລັບກໍຣະນີ ດັ່ງກ່າວນັ້ນ ທ່ານເອງກໍບໍ່ຮູ້ຣາຍລະອຽດ ຢ່່າງຄັກແນ່.
ດັ່ງທ່ານກ່າວວ່າ:
“ກະຂ້ອນຂ້າງຫຼາຍເນາະ. ມີຈີນ ແລ້ວກໍວຽດນາມເນາະ ກະມີ ແຕ່ວ່າ ມີການຕົວະກັນແນ່ ໂຕນີ້ເຮົາກໍບໍ່ຮູ້ເນາະ ເພາະວ່າ ຄືທາງເຮົາກະບໍ່ມີເນາະແນວນັ້ນ ພວກເຮົາກະເຮັດຕາມກົດໝາຍ ແຮງງານທຸກຢ່າງ.”
ໃນຂະນະທີ່ ຄົນງານລາວ ທ່ານນຶ່ງ ທີ່ເຄີຍໄປພົວພັນວຽກ ຢູ່ບໍ່ຖ່ານຫິນ ຂອງບໍຣິສັດຈີນດັ່ງກ່າວຢູ່ເມືອງກະລຶມ ກ່າວວ່າ ໃນໄລຍະທີ່ລາວເຮັດວຽກຢູ່ບໍ່ຖ່ານຫິນ ກໍບໍ່ເຄີຍມີເຫດການຂໍ້ຂັດແຍ້ງ ກ່ຽວກັບເງິນເດືອນ ແຕ່ສໍາລັບເຫດການທີ່ເກີດຂຶ້ນດັ່ງກ່າວນັ້ນ ທ່ານເອງ ກໍບໍ່ຮູ້ຣາຍລະອຽດຄັກແນ່.
ດັ່ງທ່ານກ່າວວ່າ:
“ໂອ້! ອັນນີ້ບໍ່ຮູ້ເດີ້ ບ່ໍແມ່ນເຮົາ ໄປເຮັດວຽກປະຈໍາຢູ່ຫັ້ນ ເຄີຍໄປຢູ່ ເຄີຍໄປເຫັນສະພາບຢູ່ຫັ້ນຢູ່ ກະຊິຫຼາຍຢູ່ ຊິຫຼາຍເຕີບຢູ່ຕິ ເຮົາບໍ່ຮູ້ນໍາເຂົາເຈົ້າ.”
ຢ່າງໃດກໍຕາມ ກ່ຽວກັບເຫດການດັ່ງກ່າວ ທາງຜແນກແຮງງານ ແລະສວັດດີການສັງຄົມ ແຂວງເຊກອງ ແລະ ຜແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ກໍບໍ່ທັນໄດ້ຮັບການແຈ້ງຂໍ້ມູນ ຈາກກຸ່ມຄົນງານດັ່ງກ່າວ ຫຼື ຈາກພະນັກງານທີ່ປະຈໍາຢູ່ເມືອງກະລຶມ ດັ່ງນັ້ນ ຈຶ່ງບໍ່ມີເຈົ້າໜ້າທີ່ຜູ້ໃດ ລົງພື້ນທີ່ໄປຕິດຕາມ ແລະແກ້ໄຂບັນຫາ.
ດັ່ງເຈົ້າໜ້າທີ່ ນາງນຶ່ງ ກ່າວວ່າ:
“ບໍ່ໆໃດ໋ຫັ້ນ ບໍ່ໄດ້ເຫັນເພິ່ນວ່າແນວໃດ ເຮັດບົດຣາຍງານຫຍັງມາ ແຕ່ວ່າເຮົາບໍ່ຮູ້ວ່າ ຢູ່ບໍຣິສັດໃດຫັ້ນນ່າ ບໍ່ທັນໄດ້ມີເອກກະສານຣາຍງານຫຍັງ ແຕ່ລະບໍຣິສັດ ມີພະນັກງານເຮົາ ໄປປະຈໍາຢູ່ໝົດນ່າ ພະນັກງານເຮົາບໍ່ໄດ້ເຮັດຣາຍງານອີ່ຫຍັງມາ.”
ກ່ອນໜ້າເຫດການນີ້ ກໍເຄີຍເກີດເຫດການຄົນງານລາວ ເກີດຂໍ້ຂັດແຍ້ງເຣື່ອງເງິນເດືອນ ກັບບໍຣິສັດຈີນຢູ່ເລື້ອຍໆ ເປັນຕົ້ນ ເມື່ອເດືອນມົກກະຣາ ປີ 2022 ຄົນງານລາວ ແລະຄົນງານຈີນ ປະມານ 30 ຄົນ ໄດ້ປະທ້ວງໂຮງງານບໍ່ເກືອ ຂອງບໍຣິສັດ ຊິໂນອາກຣີ ໂປຕາສ ຂອງນັກລົງທຶນຈີນ ຢູ່ເຂດບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ຍ້ອນນາຍຈ້າງຊາວຈີນ ບໍ່ຈ່່າຍເງິນເດືອນປະມານ 3 ເດືອນ ແລະເມື່ອປີ 2021 ຄົນງານລາວ ທີ່ເຮັດວຽກໃນໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ເຂດເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ບໍ່ໄດ້ຮັບເງິນຄ່າຈ້າງ ຈາກບໍຣິສັດທີ່ເປັນນາຍຈ້າງ ເຮັດໃຫ້ຄົນງານລາວປະທ້ວງ ດ້ວຍການຢຸດເຮັດວຽກ ແລະຕັດໄຟຟ້າ ໃນເຂດກໍ່ສ້າງ ຈົນໃນທີ່ສຸດ ນາຍຈ້າງກໍຍອມຈ່າຍເງິນເດືອນ.