ເຣື້ອງທີ່ເກັບບັນທຶກໄວ້
2024-03-08
ໂຄງການເຂື່ອນໄຟຟ້າ ເຊກອງຕອນລຸ່ມ A ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ມີ ບໍຣິສັດ ຂອງວຽດນາມ ເປັນຜູ້ລົງທຶນ ແລະ ເປັນຜູ້ຮັບເໝົາກໍ່ສ້າງ ດ້ວຍມູນຄ່າການລົງທຶນ 152.88 ລ້ານໂດລ້າຣ໌ສະຫະຣັຖ ແລະມີກໍາໜົດສ້າງແລ້ວ ໃນປີ 2023, ແຕ່ໂຄງການດັ່ງກ່າວ ໄດ້ຊະລໍການກໍ່ສ້າງ ອອກໄປ.
2024-03-08
ທາງການລາວ ແລະອົງກອນສາກົລ ເປີດນໍາໃຊ້ເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ-ເດັກນ້ອຍ” ເພື່ອເປັນອີກນຶ່ງຊ່ອງທາງ ແຫ່ງການສື່ສານ ທີ່ທັນສໄມ ໃຫ້ສາມາດເຂົ້າເຖິງ ແຫຼ່ງຂໍ້ມູນຂ່າວສານ ກ່ຽວກັບ ການສະກັດກັ້ນ ແລະຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະການຄ້າມະນຸສ.
2024-03-08
ສານປະຊາຊົນສູງສຸດ ຫາລືເປີດສຳນັກງານ ສານປະຊາຊົນ ຢູ່ເຂດເສດຖະກິຈ ພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ແຕ່ປະຊາຊົນຈຳນວນນຶ່ງ ກັງວົນ, ຢ້ານຄົນຈີນ ຊື້ຈ້າງເຈົ້າໜ້າທີ່ ເພື່ອຫຼີກລ້ຽງຄວາມຜິດທີ່ກະທຳ ກາຍເປັນຄວາມອະຍຸຕິທັມ.
2024-03-07
ເປັນເວລາ ເກືອບ 4 ເດືອນ ທີ່ເດັກນ້ອຍແມ່ຍິງລາວ ຊື່ວ່າ ນາງຈັນ (ນາມສົມມຸດ) ອາຍຸ 17 ປີ ຖືກນາຍໜ້າຄົນລາວ ຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແລ້ວຂາຍຕໍ່ ໃຫ້ໄປເຮັດວຽກເປັນສາວຂາຍບໍຣິການ ທາງເພດ ຢູ່ປະເທດພະມ້າ.
2024-03-07
ວັນທີ 02 ມີນາ 2024 ຜ່ານມາ ຊາວບ້ານ 3 ຄົນ ຢູ່ບ້ານອຸທຸມພອນ ເມືອງສຸຂະມາ ແຂວງຈຳປາສັກ ຕິດເຊື້ອພະຍາດໄຂ້ເລືອດດຳ ຈາກການກິນຊີ້ນງົວຕາຍ ບໍ່ຮູ້ສາເຫດ ເຮັດໃຫ້ຄົນນຶ່ງມີ ອາການສາຫັດ ຕອນນີ້ ປິ່ນປົວຢູ່ໃນຫ້ອງສຸກເສີນ ຂອງໂຮງໝໍແຂວງຈຳປາສັກ.
2024-03-07
ອຳນາດການປົກຄອງ ເມືອງໂພນໂຮງ ສັ່ງໃຫ້ຍຸຕິ ການຖາງປ່າ ຈູດປ່າ ລວມເຖິງການຕັດໄມ້ ໃກ້ເຂດປ່າສງວນພູພະນັງ ໂດຍສະເພາະໃນໃນໄລຍະນີ້ ຊາວບ້ານກະຕຣຽມພື້ນທີ່ ເພື່ອປູກພືດຜົລທາງການກະເສດ ເຊິ່ງຄຳສັ່ງຫ້າມດັ່ງກ່າວ ລວມເຖິງການເຜົາຖ່ານນຳດ້ວຍ.
2024-03-07
ກົງສູນໃຫຍ່ ຂອງລາວ ປະຈຳປະເທດໄທຍ ສົ່ງແມ່ຍິງລາວ ອາຍຸ 18 ປີ ທີ່ຖືກນາຍຈ້າງໄທຍ ຄຸກຄາມ ກັບເມືອເຮືອນແລ້ວ ແລະ ອະນາຄົດ ຈະຕ້ອງກັບມາປະເທດໄທຍ ເພື່ອເຂົ້າສູ່ ຂະບວນການຍຸຕິທັມ ຮ່ວມກັບຄູ່ກໍຣະນີ ກໍຄືນາຍຈ້າງຜູ້ທີ່ຖືກ່າວຫາ.
2024-03-07
ບໍຣິສັດຈີນ ມີການປ່ອຍນໍ້າເປື້ອນ, ນໍ້າເສັຍ ທີ່ມີສານເຄມີປົນເປື້ອນ ລົງສູ່ຫ້ວຍມັນ ເຊິ່ງເປັນແຫຼ່ງນໍ້າທັມມະຊາຕ ຈົນເປັນເຫດໃຫ້ປາຕາຍ, ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະລ້ຽງສັດ ເຊິ່ງກະທົບຕໍ່ການທຳມາຫາກິນ ນັບຕັ້ງແຕ່ວັນທີ 22 ກຸມພາ 2024 ຈົນມາຮອດປັດຈຸບັນ.
2024-03-06
ເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າ-ອອກ ເມືອງ ຣາຍງານໃນປີ 2023 ທີ່ຜ່ານມາວ່າ ສະເພາະແຕ່ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ມີຄົນຈີນເດີນທາງ ເຂົ້າມາປະເທດລາວ ປະມານ 400,000 ປາຍຄົນ ແບ່ງເປັນສາມກຸ່ມຄື ນັກທ່ອງທ່ຽວ, ກຸ່ມທີ່ເຮັດວຽກຢູ່ໃນກາສິໂນ ແລະ ກຸ່ມສຸດທ້າຍ ເດີນທາງໄປແຂວງອື່ນໆ.
2024-03-06
ກຸ່ມຕົ້ມຕຸ໋ນ ທາງອອນລາຍນ໌ ໃນລາວ ມີຫຼາຍຂຶ້ນ, ມີການສ້າງເຟສບຸກຄ໌ປອມ ແອບອ້າງເປັນກູ້ພັຍ ເພື່ອເປີດຮັບບໍຣິຈາກເງິນ ຊ່ອຍເຫຼືອຄົນທຸກຍາກ, ເຊິ່ງມີຄົນຫຼົງເຊື່ອ ຫຼາຍ 100 ຄົນ, ນອກຈາກຈະສ້າງຄວາມເດືອດຮ້ອນ ໃຫ້ຜູ້ທີ່ຫຼົງເຊື່ອແລ້ວ ຂະນະດຽວກັນ ໄດ້ສ້າງຄວາມເຊື່ອມເສັຍ ໃຫ້ແກ່ກູ້ພັຍນຳ.
2024-03-06
ວັນແມ່ຍິງສາກົລ ຄົບຮອບ 114 ປີ ໃນ 2024 ຂະນະທີ່ແມ່ຍິງລາວ ຈຳນວນນຶ່ງ ຍັງຕົກເປັນເຫຍື່ອ ການຄ້າມະນຸສ ໃນຫຼາກຫຼາຍຮູບແບບ ແລະ ຖືກປະຕິບັດ ຢ່າງບໍ່ເທົ່າທຽມ.
2024-03-06
ນາຍົກຣັຖມົນຕຣີ ຕ້ອງການໃຫ້ມີການແປຮູບ ແຮ່ທາດ ກ່ອນທີ່ຈະສົ່ງອອກນອກປະເທດ ຍ້ອນວ່າ ການສົ່ງແຮ່ດິບ ອອກນອກປະເທດ ເຮັດໃຫ້ປະເທດຊາດ ເສັຽຜົນປະໂຫຍດ ແລະ ສົ່ງຜົນກະທົບ ຕໍ່ເສັ້ນທາງ ໃນການຂົນສົ່ງແຮ່ທາດ ໃນປະຣິມານຫຼາຍ.
2024-03-05
ໃນປີ 2023 ທີ່ຜ່ານມາມີບໍລິສັດ ຈາກທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນໃໝ່ ໃນເຂດພັດທະນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນຈຳນວນ 26 ບໍລິສັດທຽບໃສ່ປີ 2022 ເພີ່ມຂຶ້ນ 14 ບໍລິສັດ.
2024-03-05
ແຂວງອັດຕະປືໃຫ້ບໍຣິສັດ ພັທນາຫິນປາໂກດິດ ອັດຕະປື ຈໍາກັດຜູ້ດຽວ ສັມປະທານຂຸດຄົ້ນ ແລະປຸງແຕ່ງຫິນອ່ອນ ປາໂກດິນ ແລະຫິນປະດັບ ໃນເນື້ອທີ່ 4.19 ເຮັກຕ້າຣ໌ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແຂວງອັດຕະປື ໂດຍມີໄລຍະເວລາ ສັມປະທານ ທັງໝົດ ເປັນເວລາ 10 ປີ.
2024-03-05
ສະພາບໂຮງຮຽນປະຖົມດອນຄຳ ແຂວງຊຽງຂວາງເປ່ເພ ອາດອັນຕະລາຍຕໍ່ນັກຮຽນ ໂດຍສະເພາະເວລາຝົນຕົກຟ້າລົມ, ຫ້ອງຮຽນເປິເປື້ອນ, ຫຼັງຄາຮົ່ວ ແລະໂຕະຕັ່ງ ມີສະພາບບໍ່ເໝາະສົມ ກັບເດັກນ້ອຍໄວຮຽນ ຊຶ່ງໂຮງຮຽນແຫ່ງນີ້ ນອກຈາກເປ່ເພແລ້ວ ຍັງບໍ່ມີຝາກັນລົມໜາວ ຫຼືຝົນສາດ.