ຍິງສາວຊາວລາວ ອາຍຸ 17 ປີ, ເຫຍື່ອການຄ້າມະນຸສ ໃນປະເທດພະມ້າ
2024.03.07
ເນື່ອງໃນໂອກາດ ວັນແມ່ຍິງສາກົນ ປີ 2024 ນີ້, ພວກເຮົາ ຈະສເນີເຣື່ອງລາວ ຂອງເດັກນ້ອຍແມ່ຍິງລາວ ຄົນນຶ່ງ ທີ່ຖືກຂາຍໄປເຮັດວຽກ ຢູ່ພະມ້າ.
ມາຮອດປັດຈຸບັນ ລວມເປັນເວລາ ປະມານ 4 ເດືອນ ທີ່ເດັກນ້ອຍແມ່ຍິງລາວ ຊື່ວ່າ ນາງຈັນ (ນາມສົມມຸດ) ອາຍຸ 17 ປີ ເປັນຄົນ ຈາກນະຄອນຫຼວງວຽງຈັນ ຖືກນາຍໜ້າຄົນລາວ ທີ່ມີເຄືອຂ່າຍ ແກ້ງຄ້າມະນຸສ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕົວະໄປຂາຍ ເພື່ອເຮັດວຽກເປັນສາວຮ້ານ ຂາຍບໍຣິການທາງເພດ ຢູ່ຮ້ານບັນເທີງຈີນ ຢູ່ໃນເມືອງລາ ຣັຖສານ ປະເທດພະມ້າ.
ສະພາບການເຮັດວຽກ ທີ່ນາງຈັນ ພະເຊີນທີ່ຜ່ານມາ ຈົນຮອດປັດຈຸຸບັນ ຄື 1 ມື້ ມີ 24 ຊົ່ວໂມງ ຕອນກາງຄືນ ຕັ້ງແຕ່ເວລາ 6 ໂມງແລງ ຈົນຮອດ 6 ໂມງເຊົ້າ ນາງຈັນຈະເຮັດວຽກຢູ່ຮ້ານບັນເທີງຈີນຢ່າງດຽວ ແລະນາງ ຕ້ອງເຮັດວຽກກາຍ 8 ຊົ່ວໂມງ ໂດຍບໍ່ໄດ້ຮັບເງິນຈັກຢວນ ບາງກໍຣະນີ ມີລູກຄ້າມາໃຊ້ບໍຣິການ ກໍຕ້ອງເຮັດວຽກກາງເວັນນໍາ ສ່ວນຕອນກາງເວັນ ຕັ້ງແຕ່ເວລາ 6 ໂມງເຊົ້າ ຫາ 6 ໂມງແລງ ຫົວໜ້າຈີນ ໃສ່ກະແຈລ໋ອກຫ້ອງນອນ ບໍ່ໃຫ້ນາງຈັນ ອອກໄປໃສ.
ນອກຈາກນີ້ ບາງມື້ ນາງຈັນບໍ່ໄດ້ກິນເຂົ້າ ແລະຖືກຫົວໜ້າຈີນ ໃຊ້ໄມ້ທຸບຕີ, ໃຊ້ມືບີບຄໍ ຍ້ອນນາງຈັນ ຂັດຄໍາສັ່ງຫົວໜ້າຈີນ ບໍ່ຍອມໄປເຮັດວຽກ ຂາຍບໍຣິການທາງເພດໃຫ້ລູກຄ້າ ເນືື່ອງຈາກນາງຈັນ ເຈັບປ່ວຍ ບໍ່ສະບາຍ, ຕາມຄວາມເວົ້າ ຂອງນາງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
“ແບບວ່າ ເປັນໄຂ້ເປັນຫຍັງ ເພິ່ນກໍບໍ່ໃຫ້ພັກ ອັນນັ້ນ ອັນນີ້ ຕອນນີ້ ນ້ອງກໍເປັນໄຂ້ ນ້ອງກໍຍັງເຮັດວຽກຢູ່ 18 ໂມງ ຫາ 6 ໂມງເຊົ້າ. ແບບຖືກຂາຍ. ເຂົາເຈົ້າເອົາ ຄ່ານາຍໜ້ານໍາ. ແລ້ວກໍເປັນໜີ້ເຂົາເຈົ້າ ເຮັດວຽກໄດ້ ເຂົາເຈົ້າກໍຫັກເອົາເລີຍ ແບບວ່າ ບໍ່ໄລ່ໃຫ້ເລີຍ. ເຮັດທຸກມື້ ຄັນເຮົາບໍ່ເຮັດວຽກ ເຂົາກໍຊິມາຄຸມເຮົາ ມາລາກເຮົາໄປເຮັດວຽກຊີ້ນ່າ. ແບບວ່າ ນ້ອງບໍ່ສະບາຍ ນ້ອງເປັນໄຂ້ ນ້ອງປວດຕົນ ປວດໂຕ. ແລ້ວນ້ອງບໍ່ໄດ້ໄປເຮັດວຽກແລ້ວ ມັນເຂົ້າມາຫ້ອງ. ແລ້ວມັນກະຄຸມນ້ອງໄປ, ນ້ອງບໍ່ໄປ ມັນບີບຄໍນ້ອງ. ນ້ອງໂຕຊໍ້າໝົດເລີຍ. ຕອນກາງເວັນ ແບບວ່າເລີກວຽກ ລະກະກັບມາຫ້ອງ ອິຫຍັງເຂົາເຈົ້າກະລ໋ອກ ອິຫຍັງໄວ້ໝົດເລີຍ.”
ນາງຈັນ ຢືນຢັນ ກັບຕໍາຣວດລາວ ແລະວິທຍຸເອເຊັຽເສຣີ ວ່າ ນາງ ບໍໍ່ໄດ້ເຕັມໃຈ ມາເຮັດວຽກເປັນສາວຮ້ານ ຢູ່ຮ້ານບັນເທີງຈີນ ໃນເມືອງລາ ປະເທດພະມ້າ ແຕ່ຢ່າງໃດ ແຕ່ນາງ ຖືກນາຍໜ້າຄົນລາວ ຈາກເຂດເສຖກິຈພິເສດສາມຫຼ່ຽມຄໍາ ຕົວະ ແລະ ຂົ່ມຂູ່ ໃຫ້ນາງ ຂີ່ເຮືອຈາກທ່າເຮືອ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ໄປທ່າເຮືອ ປະເທດພະມ້າ.
ພໍໄປເຖິງປະເທດພະມ້າ ນາງຈຶ່ງຮູ້ໂຕວ່າ ຖືກນາຍໜ້າທີ່ເປັນຄົນລາວນັ້ນ ຂາຍນາງມາ ດ້ວຍເງິນ 2 ໝື່ນຢວນ ແລະນາງ ເປັນໜີ້ນໍາເຖົ້າແກ່ຈີນ 2 ໝື່ນຢວນ ນາງຈັນ ເຮັດວຽກທຸກມື້ ໜີ້ຈໍານວນນີ້ ກໍບໍ່ໝົດຈັກເທື່ອ.
ດັ່ງນາງຈັນ ກ່າວໃຫ້ເຫັນພາບຂຶ້ນວ່າ:
“ບໍ່ ຕອນແລກຫັ້ນນ່າ ນ້ອງເຮັດວຽກຢູ່ສາມຫຼ່ຽມ ແລ້ວພໍດີ ເຂົາແລ້ວບອກວ່າ ມາເຮັດຢູ່ນີ້ ເຮັດຢູ່ນີ້ລະກັບ ເຮັດຢູ່ເດືອນນຶ່ງແລ້ວກັບ ມາຫາເງິນໃຊ້ໜີ້ນ່າ. ລາວວ່າ ນ້ອງຫັ້ນ ຕິດໜີ້ລາວ ແລ້ວພໍດີມາຮອດ ມາຮອດແລ້ວ. ເຂົາລະຕົວະ ແບບວ່ວາ ຂີ່ຣົຖມາສົ່ງຢູ່ທ່າເຮືອ ມາຮອດທ່າເຮືອແລ້ວ ນ້ອງຊິອອກໄປຊື້ແນວກິນນ່າ ແບບວ່າບໍ່ໃຫ້ອອກໄປ. ໂທນໍ່າໆມາວ່າ ຢູ່ໃສ ມືງກັບໄປເຮືອດຽວນີ້ ຄັນມືງ ບໍ່ຢາກເຈັບໂຕ. ນ້ອງກໍໄດ້ກັບເຮືອ ນ້ອງມາພີ້ນ່າ. ນ້ອງຈຶ່ງໄດ້ຮູ້ວ່າ ຖືກຂາຍ ຖືກຂາຍແລ້ວ ລາວກໍເອົາເງິນໄປ. ແລ້ວມາໃຫ້ນ້ອງໃຊ້ໜີ້ອີກ. ຕອນແລກກໍຂຶ້ນມາ ມາເຮັດວຽກ ຜູ້ສາວນີ້ແຫຼະ ກໍຮູ້ ແລ້ວກໍເຕັມໃຈຂຶ້ນມາ ແຕ່ມາພະມ້ານີ້ນ່າ ຖືກຕົວະມາ.”
ນາງຈັນ ຖືກຊັກຊວນ ຈາກຄົນຮູ້ຈັກ ໃຫ້ໄປເຮັດວຽກ ເປັນສາວຂາຍບໍຣິການ ທາງເພດ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ແບບເຕັມໃຈ ຍ້ອນຖືກຄົນຮູ້ຈັກ ຊັກຊວນດ້ວຍປໂຍກ ວ່າ “ເງິນດີ” ຂະນາງຈັນ ຈຶ່ງຕັດສິນໃຈ ໄປເຮັດວຽກນັ້ນ ດ້ວຍຄວາມສມັກໃຈ ເພື່ອຢາກຫຼຸດອອກຈາກຄວາມທຸກຍາກ ແລະຊ່ອຍໃຫ້ຄອບຄົວ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ດັ່ງນາງຈັນ ເລົ່າຕື່ມວ່າ:
“ແບບວ່າ ນ້ອງຮູ້ຈັກກັບຜູ້ບ່າວລາວ ແລ້ວຜູ້ບ່າວລາວ ຕິດຕໍ່ມາຫານ້ອງ ວ່າ ອັນນັ້ນ ຂຶ້ນໄປເຮັດວຽກນໍາອ້າຍບໍ່. ຢູ່ສາມຫຼ່ຽມ ແລ້ວພໍດີ ວ່າ ອ້າຍຊິບໍ່ຕົວະນ້ອງຫວາ. ລາວວ່າ ອ້າຍບໍ່ຕົວະ ລາວວ່າ ຂຶ້ນມາເຮັດວຽກແລ້ວ ໄດ້ເງິນດີ. ແລ້ວນີ້ກໍວ່າ ຊິຫາເງິນແບບວ່າ ຊ່ວຍພໍ່ແມ່ ແບບວ່າ ບໍ່ໄດ້ເອົາອິຫຍັງມາຫຼອກ ມີແຕ່ບອກວ່າ ຫາໝູ່ໂຕ ແລ້ວກໍຂຶ້ນໄປ ແຕ່ວ່າ ເຮົາບອກໝູ່ເຮົາວ່າ ອັນເຮົານີ້ນ່່າ ຊິລອງໄປເຮັດວຽກເບິ່ງກ່ອນ ຄັນມັນດີ ແລ້ວຊິໃຫ້ ໝູ່ນ້ອງນໍາໄປ.”
ເມື່ອບໍ່ດົນທີ່ຜ່ານມາ ດ້ານຄອບຄົວຂອງນາງຈັນ ໄດ້ເດີນທາງໄປຍັງ ກະຊວງປ້ອງກັນຄວາມສງົບແຫ່ງຊາຕ ຂອງລາວ ເພື່ອດໍາເນີນການແຈ້ງຄວາມ ວ່າ ນາງຈັນ ຖືກຄ້າມະນຸສ ຢູ່ປະເທດພະມ້າ ແລ້ວ ພ້ອມໃຫ້ປາກຄໍາ ນໍາເຈົ້າໜ້າທີ່ຕໍາຣວດ ວ່າ ທີ່ຜ່ານມາ ທາງຄອບຄົວ ພຍາຍາມຫາເງິນໄປໃຊ້ໜີ້ ທີ່ນາງຈັນຕິດຄ້າງນາຍໜ້າຄົນລາວ ຍ້ອນນາງຈັນ ເຮັດເຄື່ອງຂອງ ຂອງນາຍໜ້າຄົນລາວເສັຍ ມູນຄ່າຫຼາຍສິບລ້ານກີບ ແຕ່ຊັບສິນທີ່ມີ ຢູ່ພາຍໃນຄອບຄົວ ຄື ທີ່ດິນ ບໍ່ສາມາດເອົາໄປຈໍາ ເພື່ອເອົາເງິນມາໃຊ້ໜີ້ນາຍໜ້າຄົນລາວໄດ້ ນາງຈັນ ຈຶ່ງຖືກນາຍໜ້າຄົນລາວ ຂາຍໄປພະມ້າ ທັ້ງໆທີ່ ອາຍຸນາງຈັນ ບໍ່ຮອດກະສຽນ.
ດັ່ງຍາດພີ່ນ້ອງ ຂອງນາງຈັນ ກ່າວເຖິງຣາຍລະອຽດຕອນນຶ່ງ ທີ່ໃຫ້ປາກຄໍາ ນໍາຕໍາຣວດລາວ ວ່າ:
“ຕໍາຣວດກໍລົມ ເຮັດວຽກຫັ້ນ ເຮັດແລ້ວໆ ເຂົາເອົາໄວ້ໃນຫ້ອງ ບໍ່ໃຫ້ໄປໃສເລີຍ ລ໋ອກກະແຈໄວ້ ມັນເວົ້າຫັ້ນນ່າ ບາດນີ້ ໃບຕາດິນອີ່ແມ່ຫັ້ນ ບໍ່ໄດ້ເສັຍພາສີເນາະ. ແລ້ວບໍ່ສາມາດໄປເອົາເງິນທະນາຄານບໍ່ໄດ້ ເວລານ້ອງເຮັດວຽກແຕ່ລະເດືອນ ຕົກເງິນມາ ໃຫ້ຫັກເອົາຂອງມັນເອົາ. ສົມມຸດ ຂ້ອຍຢາກໄປຂາຍ ຂ້ອຍກໍໍໄປເດ້ ມັນວ່າຊີ້ຜົວມັນເວົ້າມື້ນັ້ນນນ່າ. ຕໍາຣວດຖາມວ່າ ນາງເຕັມໃຈໄປບໍ່ ຂ້ອຍກໍວ່າ ໄປທໍາອິດ ມັນກໍໄປນໍາເພິ່ນຫັ້ນແຫຼະ ເພາະວ່າເພິ່ນຊວນມັນໄປເຮັດວຽກ ລະກະມັນກະຊິໄປນໍາເພິ່ນ. ຂ້ອຍບອກຈັ່ງຊີ້ ມັນຊິບໍ່ພໍໃຈໄປແຫຼະທໍາອິດນ່າ ແຫຼະບາດສຸດທ້າຍ ຕອນບາດຢ້ານມັນບໍ່ມີເງິນໃຊ້ເຂົາ. ເຂົາກະຊິຂາຍຕົ່ວະ ຂ້ອຍກໍວ່າຊີ້ແຫຼະ.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງປ້ອງກັນຄວາມສງົບແຫ່ງຊາຕລາວ ກ່າວວ່າ ກໍຣະນີ ຂອງນາງຈັນ ແມ່ນຂັ້ນເທິງ ໄດ້ເຊັນຮັບຮູ້ແລ້ວ ແລ້ວຈະໄດ້ສົ່ງເອກະສານຕ່າງໆ ໄປຍັງກະຊວງການຕ່າງປະເທດ ປະເທດລາວ ພ້ອມທັງ ບໍ່ສາມາດຢັ້ງຢືນໄດ້ວ່າ ທາງການລາວ ແລະພະມ້າ ຈະຊ່ອຍນາງຈັນ ອອກມາຈາກພະມ້າ ໄດ້ມື້ໃດ ຂະນະດຽວກັນ ທາງການລາວ ຈະຕິດຕາມຂບວນການຊ່ອຍເຫຼືອ ນາງຈັນ ກັບປະເທດລາວ ທຸກສັປດາ ຫຼື ທຸກເດືອນ.
ດັ່ງທ່່ານກ່າວວ່າ:
“ອັນນີ້ ແມ່ນເຮົາກະຮັບປາກບໍ່ໄດ້ເນາະ ເພາະວ່າ ຜແນກເຮົາ ກໍມີແຕ່ຮັບແຈ້ງຄວາມເບື້ອງຕົ້ນເນາະ ການປະສານຊ່ອຍເຫຼືອ ຫຼືວ່າ ການເຮັດວຽກ ມັນກໍມີຜແນກສະເພາະເພິ່ນ. ເປັນຄົນເຮັດອີກທີ່ຫັ້ນນ່າ. ຫຼັງຈາກອາທິດນຶ່ງ ຫຼືວ່າ ເປັນອາທິດ ເປັນເດືອນ. ເຮົາກໍຈະປະສານເອົາຂໍ້ມູນເພີ່ມຕື່ມ ອີກວ່າ ຄະດີ ຫຼື ຮູບແບບໃນການເຮັດວຽກເພິ່ນ ໄປຮອດໃສແລ້ວຫັ້ນນ່າ ແຕ່ວ່າ ເຮົາກໍຮັບປາກບໍ່ໄດ້ ເພາະວ່າ ມັນກໍຢູ່ນອກປະເທດເດ້ ອີກຢ່າງ ປະເທດພະມ້າ ເອງຫັ້ນນ່າ ການປະສານຊ່ອຍເຫຼືອ ກະຫຍຸ້ງຍາກແດ່ ເພາະວ່າ ມັນມີຫຼາຍເຂດປົກຄອງ ທີ່ີຜ່ານມາກໍມີມາເອງ. ແລ້ວກໍແຈ້ງໃຫ້ເຈົ້າໜ້າທີ່. ບາງເທື່ອເຮົາໄປຮັບ ສຸດແຕ່ອີ່ຕົນ ແຫຼະ ຜູ້ໃດມາ ກໍ..... ບໍ່ແມ່ນວ່າ ມັນຄືຢູ່ສາມຫຼ່ຽມເຮົາເດ້ ເຮົາໄປຕັ້ງກອງບັນຊາການຢູ່ພຸ້ນແລ້ວ ເຮົາກະສາມາດເຂົ້າໄປແລ້ວ ເຈົ້າໜ້າທີ່ເຮົາ.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ກ່າວວ່າ ທາງການພະມ້າ ໃຫ້ການຮ່ວມມື ຮັບເອກະສານ ຈາກທາງການລາວ ທີ່ຮ້ອງຂໍ ໃຫ້ຊ່ອຍເຫຼືອພົລເມືອງລາວ ທີ່ຕົກເປັນເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ ແຕ່ວ່າ ກໍພະເຊີນກັບສິ່ງທ້າທາຍ ດ້ານເຂດການປົກຄອງ ທີ່ບາງເຂດ ທາງການພະມ້າ ບໍ່ສາມາດເດີນທາງຜ່ານທາງບົກ ເພື່ອໄປຊ່ອຍເຫຼືອເຫຍື່ອຄ້າມະນຸສໄດ້.
ດັ່ງທ່ານກ່າວ ໃຫ້ເຫັນພາບຈະແຈ້ງຂຶ້ນວ່າ:
“ການຮ່ວມມີຂອງເຂົາ ເຂົາກໍຮັບຢູ່ເອກະສານເຮົາ ແຕ່ການທີ່ໄປຊ່ວຍເຫຼືອທັນທີທັນໃດ ໃຫ້ມັນໄດ້ດັ່ງໃຈເຮົາ. ແລ້ວກໍບໍ່ມີຄໍາຕອບໃຫ້ເຮົາ ວ່າມື້ໃດຫັ້ນນ່າ ແລ້ວຊິຊ່ວຍແບບໃດ ແລ້ວຊິເອົາອອກມາແບບໃດ ມັນມີຣັຖສານ ສະເຕດເນາະ. ຣັຖວ້າແດງ ຢູ່ຫັ້ນນ່າ ເຂົາຕີກັນເລີຍໆ ເຂົາມີຂໍ້ຂັດແຍ່ງ ຂ້າຟັງ ລັນແທງກັນເລີຍໆເດ້ ພື້ນທີ່ ທິີ່ ອັນນີ້ນີ່ ມັນບໍ່ຮູ້ວ່າ ແມ່ນພົລເມືອງຈີນ ຫຼື ພົລເມືອງພະມ້າ. ອັນທີ່ເປັນເຖົ້າແກ່ຫັ້ນນ່າເພາະສະນັ້ນແລ້ວ ເປັນພື້ນທີ່ສັບສົນ ບັນຫາຢາເສບຕິດ ກະຢູ່ຫັ້ນ ບັນຫາເຖື່ອນໆ ອິສັງຕ່າງໆ ກໍຢູ່ພື້ນທີ່ນີ້ນີ່. ລະຫວ່າງເຂດວ້າແດງ ກັບຣັຖສານ ແຖວນີ້ຫັນນ່າ ມັນບໍ່ມີທາງຣົຖ ລະຫວ່າງ ຣັຖອັນນີ້ ເຂົ້າໄປຫາໂຕເມືອງຢັ້ງກຸ້ງ ບໍ ອິສັງ ໂຕເມືອງມັນພຸ້ນ ບໍ່ມີ ຊິອະທິບາຍ ໂດຍຄ້າວໆ ເພື່ອໃຫ້ນ້ອງນຶກພາບເຫັນວ່າ ໂອ້ ມັນເປັນໄປຈັ່ງຫວະ ນີ້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ບໍ່ແມ່ນແຕ່ເຫຍື່ອຄ້າມະນຸສ ຈາກການຕົວະ ຂາຍບໍຣິການທາງເພດ ແຕ່ລວມເຖິງ ເຫຍື່ອຄ້າມະນຸສ ຈາກການຖືກຕົວະ ໄປເຮັດວຽກຕອບແຊັດ ຢູ່ປະເທດພະມ້າ ທີ່ຍັງມີອີກຈໍານວນນຶ່ງ ທີ່ທາງການພະມ້າ ແລະລາວ ບໍ່ສາມາດຊ່ອຍກັບລາວໄດ້ ຍ້ອນເຫຍື່ອຈໍານວນສ່ວນຫຼາຍ ບໍ່ເຂົ້າເມືອງພະມ້າ ແບບຖືກກົດໝາຍ ຈຶ່ງເຮັດໃຫ້ທາງການ ສອງປະເທດ ບໍ່ສາມາດເຂົ້າໄປຊ່ອຍໄດ້ຢ່າງເຕັມເມັດເຕັມໜ່ວຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ບາງຄົນ ຈົນຮອດປີນຶ່ງ ປີປາຍ ແລ້ວກໍຍັງບໍ່ສາມາດ ທີ່ຈະຊ່ວຍເຫຼືອໄດ້ ທັ້ງໆທີ່ເຮົາເຮັດໜັງສືທາງການໄປແລ້ວ ແລ້ວເຂົາກໍຕອບທາງການມາ ໄດ້ຈໍານວນຣາຍຊື່ ອັນນ່າ ທີ່ທາງການລາວ ປະສານໃຫ້ຊ່ວຍເຫຼືອ ແລ້ວທາງການພະມ້າ ໄດ້ກວດບັນດາດ່ານສາກົລ ແລະດ່ານທ້ອງຖິ່ນ. ໝົດແຜ່ນດິນພະມ້າ ບໍ່ພົບເຫັນຣາຍຊື່ ຊັ້ນໃດ໋ ເຂົາຕອບມາ ເນື່ອງຈາກວ່າ ພວກເຮົາເອົາເຂົ້າໄປນີ້ ແມ່ນລັກຂ້າມເຮືອ, ຂ້າມແພ ມັນລັກເຂົ້າເດ້ເນາະ. ມັນບໍ່ໄດ້ເຂົ້າມຕາມດ່ານເດ້ເນາະ ເພາະສະນັ້ນ ມັນບໍ່ເຫັນຣາຍຊື່.”
ກ່ຽວກັບການຊ່ອຍເຫຼືອ ນາງຈັນ ກັບຄືນປະເທດລາວ ທາງວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາພະມ້າ ແລ້ວທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຕອບກັບມາ ວ່າ “ຈະດໍາເນີນການ ສົ່ງໃຫ້ກົມກົງສູນ, ກະຊວງການຕ່າງປະເທດ ແລ້ວ ກະຊວງການຕ່າງປະເທດ ຈະສົ່ງໃຫ້ສະຖານທູດລາວ ທີ່ຢັ້ງກຸ້ງ ເພື່ອແຈ້ງຕໍ່ໄປຍັງ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງຝ່າຍພະມ້າ ເພື່ອເຂົ້າຊ່ວຍເຫຼືອນ້ອງ ຕາມລໍາດັບຕໍ່ໄປ.”
ສໍາລບຮ້ານບັນເທີງຈີນ ຢູ່ເມືອງລາ ປະເທດພະມ້າ ທີ່ນາງຈັນ ເຮັດວຽກຢູ່ນີ້ ບໍ່ໄດ້ເປີດບໍຣິການແບບໂຈ່ງແຈ້ງ ວ່າເປັນຮ້ານບັນເທີງ ແຕ່ເປີດແບບແອບແຝງ ຄື ໜ້າຮ້ານ ເປັນຮ້ານຂາຍເສື້ອຜ້າ ສ່ວນຫຼັງຮ້ານ ເປັນຮ້ານສາວຂາຍບໍຣິການທາງເພດ ໂດຍເຈົ້າຂອງຮ້ານ ເປັນຄົນຈີນ ທີ່ີມີຫຸ້ນສ່ວນຂອງຄົນໄທຍ, ອີງຕາມຂໍ້ມູນ ຈາກຫ້ອງການ ກະຊວງປ້ອງກັນຄວາມສງົບແຫ່ງຊາຕລາວ.
ນອກຈາກນີ້ ເມື່ອວັນທີ 8 ເດືອນກຸມພາ ປີ 2024 ທີ່ຜ່ານມາ ຄົນຈີນ ຮ້ານບັນເທີງ ຄາຣາໂອເກະ KTV ຢູ່ເມືອງລາ ປະເທດພະມ້າ ຈີກສັນຍາເຮັດວຽກ ແລະຍອມປ່ອຍໂຕ ແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ເຫຍື່ອຄ້າມະນຸສ ທີ່ຖືກຮຽກຄ່າໄຖ່ ຈໍານວນ 3 ຄົນ ກັບປະເທດລາວແລ້ວ ພາຍຫຼັງໄດ້ຮັບແຮງກົດດັນ ຈາກທາງການພະມ້າ ແລະລາວ.