ແມ່ຍິງລາວ ທີ່ຖືກນາຍຈ້າງໄທຍ ຄຸກຄາມ ກັບເມືອເຮືອນແລ້ວ
2024.03.07

ເມື່ອບໍ່ດົນທີ່ຜ່ານມາ, ກົງສູນໃຫຍ່ ຂອງລາວ ທີ່ແຂວງຂອນແກ່ນ ປະເທດໄທຍ ໄດ້ສົ່ງແມ່ຍິງລາວ ຊື່ວ່າ ຍານາງ ແພ (ນາມສົມມຸດ) ອາຍຸ 18 ປີ ເປັນຄົນຈາກເມືອງໂຂງ ແຂວງຈຳປາສັກ ກັບເມືອເຮືອນແລ້ວ ພາຍຫຼັງຍານາງ ແພ ຖືກນາຍຈ້າງ ທີ່ເປັນອະດີດທ່ານໝໍ ຢູ່ແຂວງອຸດອນທານີ ປະເທດໄທຍ ເຮັດອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ອະນຸຍາດ ໃຫ້ລາອອກ, ຍຶດພາສປອດ ແລະ ໃບອະນຸຍາດເຮັດວຽກ.
ຜູ້ເປັນອ້າຍ ຂອງຍານາງ ແພ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ມີນາ 2024 ວ່າ ໂຕເອງກໍຮູ້ສຶກດີໃຈ ທີ່ທາງການລາວ ແລະ ໄທຍ ຊ່ອຍເຫຼືອນ້ອງສາວ ຂອງລາວ ເປັນຢ່າງດີ. ປັດຈຸບັນ, ທາງນ້ອງສາວ ກໍຮອດເຮືອນ ຢູ່ປະເທດລາວແລ້ວ ແລະ ອະນາຄົດ ຈະຕ້ອງກັບມາປະເທດໄທຍ ເພື່ອເຂົ້າສູ່ ຂະບວນການຍຸຕິທັມ ຮ່ວມກັບຄູ່ກໍຣະນີ ກໍຄືນາຍຈ້າງ. ດັ່ງຜູ້ເປັນອ້າຍ ກ່າວວ່າ:
“ໂດຍ, ຮອດແລ້ວ, ວຽງຈັນ. ກໍດີໃຈທີ່ວ່າ ທາງກົງສູນລາວ ທີ່ວ່າໃຫ້ການຊ່ອຍເຫຼືອ ແລ້ວກໍຄຸ້ມຄອງ ແລ້ວກໍທາງເຈົ້າໜ້າທີ່ ແລ້ວກໍທາງໂຮງໝໍ ທີ່ໃຫ້ການຊ່ອຍເຫຼືອຄຸ້ມຄອງ ເປັນຢ່າງດີ. ກໍຂໍຂອບໃຈ ກໍດີໃຈ ເຫັນຄວາມເອົາໃຈໃສ່ ຂອງຕຳຣວດ, ພະຍາບານ ທີ່ເບິ່ງແຍງນ້ອງ. ຕອນນີ້, ນ້ອງກໍລໍຖ້າ ໃຫ້ການກັບຕຳຣວດຢູ່ ກໍຢູ່ໃນຂັ້ນຕອນ ການດຳເນີນການ ຂອງເຈົ້າໜ້າທີ່ຢູ່. ຕ້ອງເຂົ້າມາອີກ ເພາະວ່າຄູ່ກໍຣະນີ ມາຕົກລົງກັນ ທີ່ຍຸຕິທັມ.”
ທາງດ້ານ ເຈົ້າໜ້າທີ່ ກົງສູນໃຫຍ່ ຂອງລາວ ປະຈຳແຂວງຂອນແກ່ນ ປະເທດໄທຍ ກໍຢືນຢັນວ່າ ຕັ້ງແຕ່ມື້ທຳອິດ ທີ່ກົງສູນໃຫຍ່ ຂອງລາວ ປະຈຳປະເທດໄທຍ ໄດ້ສົ່ງຍານາງ ແພ ກັບປະເທດລາວ ຜ່ານດ່ານສາກົລ ຂົວມິຕພາບໄທຍ-ລາວ ແຫ່ງທີ 1 (ໜອງຄາຍ-ວຽງຈັນ) ແລະ ໂຕຍານາງ ແພ ກໍບໍ່ໄດ້ເປັນຫຍັງຫຼາຍແລ້ວ, ລາວຍັງຕິດຕໍ່ນຳກົງສູນໃຫຍ່ ຢູ່ເລື້ອຍໆ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກົງສູນໃຫຍ່ ຂອງລາວ ປະຈຳແຂວງຂອນແກ່ນ.
ສ່ວນຄະດີ ຂອງຍານາງ ແພ, ປັດຈຸບັນ ຍັງຢູ່ໃນຊັ້ນຕຳຣວດ, ໂດຍມີຕຳຣວດ ຈາກສະຖານີຕຳຣວດພູທອນ ແຂວງອຸດອນທານີ ເປັນຜູ້ຮິບໂຮມຂໍ້ມູນ, ພະຍານ ແລະ ຫຼັກຖານ ເພື່ອສົ່ງເຂົ້າສູ່ ຊັ້ນອັຍການ ແລະ ຈາກນັ້ນ ອັຍການ ຈະສົ່ງສູ່ສານ ແລະ ປັດຈຸບັນ ຍັງລໍຖ້າເບິ່ງວ່າ ທາງນາຍຈ້າງ ທີ່ເຮັດຜິດນີ້ ຈະຍອມເຂົ້າສູ່ ຂະບວນການຍຸຕິທັມ ຫຼືບໍ່, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກົງສູນໃຫຍ່ ຂອງລາວ ປະຈຳປະເທດໄທຍ ໄດ້ກ່າວຢືນຢັນ.
ສຳລັບຄົນງານລາວ ຈາກນະຄອນຫຼວງວຽງຈັນ ທີ່ເຮັດວຽກ ເປັນພະນັກງານ ປະດັບປະດາພາຍໃນ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ກໍເຫັນຂ່າວ ແມ່ຍິງລາວ ຖືກນາຍຈ້າງຄົນໄທຍ ຄຸກຄາມຢູ່ ແລະ ເບິ່ງວ່າ ແມ່ຍິງລາວຜູ້ນີ້ ໂຊກດີ ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຊ່ອຍອອກມາໄດ້ ຈົນໄດ້ກັບປະເທດລາວ ພ້ອມໃຫ້ຄວາມເຫັນວ່າ ເຖິງແມ່ນວ່າ ຄົນງານລາວ ຈະເຂົ້າມາເຮັດວຽກ ທີ່ປະເທດໄທຍ ຢ່າງຖືກກົດໝາຍ ຫຼືບໍ່ນັ້ນ, ບາງຄັ້ງ ກໍຈະຖືກກົດຂີ່ແຮງງານ ແລະ ການຕໍ່ສູ້ ໃນຂະບວນການຍຸຕິທັມ ແມ່ນໃຊ້ເວລາ ແລະ ມີຄ່າໃຊ້ຈ່າຍຫຼາຍ. ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ຖືວ່າໂຊກດີ ທີ່ວ່າ ເຈົ້າໜ້າທີ່ໄທຍ ເຂົາກໍເຮັດຈິງ. ຖືກ ກະຖືກ, ບໍ່ຖືກເຂົາກົດຂີ່ໄດ້, ຫັ້ນນ່າ. ຖືວ່າ ກົດໝາຍຄຸ້ມຄອງ ມັນກໍຈະຕໍ່ສູ້ ມັນກະໃຊ້ເວລາ ແລ້ວກໍໃຊ້ງົບປະມານ.”
ສຳລັບສິ່ງທີ່ທາງຄອບຄົວ ແລະ ຜູ້ເສັຽຫາຍ ຄື ແມ່ຍິງລາວ ຕ້ອງການ ໃນຂະບວນການຍຸຕິທັມ ຂອງໄທຍນັ້ນ, ແມ່ນຢາກໃຫ້ນາຍຈ້າງ ໄລ່ເງິນເດືອນ ຂອງເດືອນມີນາ ເປັນຈຳນວນ 10,000 ບາທ ໃຫ້ຍານາງ ແພ ຍ້ອນວ່າ ນາຍຈ້າງ ຍັງບໍ່ທັນໄດ້ຈ່າຍເງິນເດືອນ ເດືອນສຸດທ້າຍ ໃຫ້ຍານາງ ແພ ແລະ ຢາກໃຫ້ນາຍຈ້າງ ເຊັນເອກສານ ຍິນຍອມ ໃຫ້ຍານາງ ແພ ອອກຈາກການເປັນລູກຈ້າງ, ອີງຕາມຂໍ້ມູນ ຂອງຜູ້ເປັນອ້າຍ ທີ່ເຄີຍໃຫ້ສັມພາດ ກັບຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ ທີ່ຜ່ານມາ.
ກ່ອນໜ້ານີ້, ໃນຄ່ຳຄືນ ຂອງວັນທີ 3 ມີນາ 2024 ຍານາງ ແພ ໄດ້ຕັດສິນໃຈ ອອກຈາກເຮືອນຫຼັງໃຫຍ່ ຂອງນາຍຈ້າງຊາວໄທຍ ດ້ວຍການປີນຮົ້ວສູງ ເກືອບ 2 ແມັຕ ອອກມາຫາຕຳຣວດ ສະຖານີຕຳຣວດພູທອນ ເມືອງອຸດອນທານີ ແຂວງອຸດອນທານີ ປະເທດໄທຍ ເພື່ອຂໍຄວາມຊ່ອຍເຫຼືອ ພາຍຫຼັງທີ່ຍານາງ ຖືກນາຍຈ້າງຄຸກຄາມ.