ເປີດນໍາໃຊ້ ເຟສບຸກ ແຟນເພຈໃໝ່ ເພື່ອຊ່ອຍຕ້ານ ການຄ້າມະນຸສ
2024.03.08
ສຸກສັນວັນ ແມ່ຍິງສາກົລ ວັນທີ 8 ເດືອນມີນາ ຄົບຮອບ 114 ປີ, ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ ແລະເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ມູນນິທິເອເຊັຍ ປະຈໍາລາວ ຈັດພິທີ ເປີດນໍາໃຊ້ເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ-ເດັກນ້ອຍ” ເມື່ອວັນທີ 5 ເດືອນມີນາ ປີ 2024 ທີ່ຜ່ານມາ ເພື່ອເປັນອີກນຶ່ງຊ່ອງທາງ ແຫ່ງການສື່ສານ ທີ່ທັນສໄມ ໃຫ້ສາມາດເຂົ້າເຖິງ ແຫຼ່ງຂໍ້ມູນຂ່າວສານ ກ່ຽວກັບ ການສະກັດກັ້ນ ແລະຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະການຄ້າມະນຸສ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສູນກາງສະຫະພັນແມ່ຍິງລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ມີນາ ນີ້ວ່າ:
“ທາງພວກເອື້ອຍ ກໍຊິມີອັນ ໂພສ ເປັນບົດຮຽນ ເປັນອີຫຍັງລົງໃຫ້ ໃນແຕ່ລະໄລຍະເນາະ ຖ້າທ່ານໃດ ສົນໃຈຂໍ້ມູນຫຍັງເພີ່ມຕື່ມ ກໍສາມາດຕິດຕໍ່ ເຂົ້າມາໄດ້ ສົ່ງຂໍ້ຄວາມໄວ້ນໍາເຟສບຸກໄດ້ ແລ້ວທາງພວກເອື້ອຍ ກໍຊິຕອບກັບໄປ ເພາະຫຼັກໆແລ້ວ ພວກເອື້ອຍ ກໍຈະເປັນການສນອງຂໍ້ມູນຂ່າວສານ ກ່ຽວກັບຄວາມຮູ້ທາງດ້ານນີ້ຫັ້ນ ໃຫ້ກັບບັນດາໄວໜຸ່ມຕ່າງໆເນາະ ທີ່ເຂົາເຈົ້າມີຄວາມສ່ຽງ ຄວາມສ່ຽງຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ ແລະການໃຊ້ຄວາມຮຸນແຮງ."
ຕາມການຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ທີ່ຜ່ານມາ ຕັ້ງແຕ່ເດືອນສິງຫາ ປີ 2022 ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ເປັນເດັກນ້ອຍວັຍໜຸ່ມ ອາຍຸລະຫວ່າງ 14-30 ປີ ຈໍານວນທັງໝົດ 45 ຄົນ ສ່ວນໃຫຍ່ເປັນຜູ້ຊາຍ ຈາກແຂວງຫຼວງນໍ້າທາ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ບໍຣິສັດຂອງຈີນ ທີ່ກາຊິໂນ ໂກຊາຍ ເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ໃນນັ້ນ ຈໍານວນນຶ່ງ ຫົວໜ້າຈີນ ຮຽກຄ່າໄຖ່ ເພື່ອປ່ອຍໂຕກັບປະເທດລາວ, ອີກຈໍານວນນຶ່ງ ຫົວໜ້າຈີນ ປ່ອຍກັບປະເທດລາວ ຍ້ອນເຮັດວຽກຕອບແຊັດບໍ່ໄດ້ ແລະຫຼ້າສຸດ ໃນວັນທີ 8 ເດືອນ ມີນາ ປີ 2024 ເວລາຜ່ານໄປ ເກືອບຈະ 1 ປີ 6 ເດືອນ ທີ່ຍັງມີຜູ້ຖືກເຄາະຮ້າຍ ທີ່ລໍຖ້າການຊ່ອຍເຫຼືອ ຈາກທາງການທີ່ກ່ຽວຂ້ອງ 17 ຄົນ ໃນນັ້ນ ສ່ວນຫຼາຍ ເຮັດວຽກຕອບແຊັດໄດ້.
ກ່ຽວກັບເຣື່ອງນີ້ ຜູ້ເປັນພໍ່ ຂອງວັຍໜຸ່ມ ອາຍຸ 18 ປີ ທີ່ຕົກເປັນຜູ້ເຄາະຮ້າຍ ຢູ່ກາຊິໂນ ໂກຊາຍ ກ່າວວ່າ ລູກຊາຍຂອງໂຕເອງ ຍັງລໍຖ້າການຊ່ອຍເຫຼືອຢູ່ຄືເກົ່າ ເຖິງແມ່ນ ທຸກມື້ນີ້ ລູກຊາຍ ຈະເຮັດວຽກຕອບແຊັດໄດ້ ແລະໄດ້ເງິນປະມານເດືອນ 2-3 ໝື່ນບາທ ສົ່ງໃຫ້ຄອບຄົວ ແຕ່ຖ້າທຽບກັບການເຮັດວຽກ 10-12 ຊົ່ວໂມງຕໍ່ມື້ ກໍບໍ່ຄຸ້ມ ແລະລູກຊາຍ ບໍ່ມັກເປັນສະແກມເມີ້ ຕົວະເອົາເງິນຜູ້ອື່ນ ອີກທັງ ສຸຂພາບຂອງລູກຊາຍ ກໍບໍ່ແຂງແຮງ ເປັນທັງໝາກໄຂ່ຫຼັງ ແລະປອດ.
ສ່ວນເຣື່ອງທາງການລາວ ແລະອົງກອນສາກົລ ເປີດນໍາໃຊ້ເຟສບຸກເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ” ຖືເປັນເຣື່ອງດີ ທີ່ຈະຊ່ອຍລູກຫຼານຜູ້ອື່ນ ບໍ່ຕົກເປັນຜູ້ຖືກເຄາະຮ້າຍ ຄືກັບລູກຊາຍຂອງໂຕເອງ ຍ້ອນຄັນຕົກເປັນຜູ້ຖືກເຄາະຮ້າແລ້ວ ຈະບໍ່ໄດ້ກັບເຮືອນໄດ້ງ່າຍ.
ດັ່ງຜູ້ເປັນພໍ່ ກ່າວໃນມື້ດຽວກັນນີ້ວ່າ:
“ເຮັດແນວນັ້ນ ກໍດີຫຼາຍຢູ່ ກໍດີ ຊ່ວຍລູກຊ່ວຍຫຼານ ມີສະຕິເຕືອນໃຈ ບໍ່ໃຫ້ຜູ້ທີ່ຍັງບໍ່ທັນຖືກຕົວະ ທັນພໍ້ເນາະ ໃຫ້ໄດ້ຕົກເປັນຜູ້ຖືກເຄາະຮ້າຍ ຄັນເປັນເມືອມາ ກໍຄືພວກລູກ ພວກຫຼານ ຢູ່ໂກຊາຍ ໂອ້ ກໍຣະນີຊິໄຂ້ ອີມາ ກໍໄດ້ມາໂອ້ ເຈັບເປັນນ່າ ປອດແນ່ ເມື່ອເປັນປີ ສອງປີ ຊິກັບກໍບໍ່ໄດ້ ກໍບໍ່ຮູ້ມາເອົາ ເມືອແລ້ວ ມັນເປັນມາຍາກ ມີສະຕິເຕືອນໃຈ ໂອ້ ບອກລູກບອກຫຼານລາວ ຜູ້ຍັງດີ ຍັງບໍ່ທັນເຈີະທັນພໍ້ ກໍຢາກໃຫ້ມີສະຕິເຕືອນໃຈ ບໍ່ໃຫ້ຢາກໃຫ້ເປັນ ຕົກເປັນຜູ້ຖືກເຄາະຮ້າຍ."
ແລະຕາມການຣາຍງານ ຂອງວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ ກໍຄື ວັນທີ 14 ເດືອນກຸມພາ ປີ 2024 ເດັກນ້ອຍວັຍໜຸ່ມ ອາຍຸ 13-19 ປີ ທັງໝົດ 3 ຄົນ ທີ່ຕົກເປັນເຫຍື່ອຄ້າມະນຸສ ຢູ່ຮ້ານບັນເທີງຈີນ ໃນເມືອງລາ ຣັຖສານ ປະເທດພະມ້າ ໄດ້ເດີນທາງກັບປະເທດລາວແລ້ວ ພາຍຫຼັງ ພວກເຂົາເຈົ້າ ຖືກຕົວະໄປເຮັດວຽກ ເປັນສາວຄາຣາໂອເກະ ເຄທີວີ ແລ້ວຖືກຫົວໜ້າຈີນ ບັງຄັບໃຫ້ຂາຍບໍຣິການທາງເພດ ແລະໃຊ້ໜີ້ ຄົນລະປະມານ 30,000 ຢວນ.
ຜູ້ເປັນແມ່ ຂອງເດັກນ້ອຍແມ່ຍິງ ອາຍຸ 17 ປີ ທີ່ຕົກເປັນຜູ້ຖືກເຄາະຮ້າຍນັ້ນ ກ່າວວ່າ ກ່ຽວກັບທາງການລາວ ແລະອົງກອນສາກົລ ເປີດນໍາໃຊ້ ເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ” ວ່າ ຈະເປັນຊ່ອງທາງຊ່ອຍລູກຫຼານ ສາມາດເຂົ້າເຖິງຂໍ້ມູນ ກ່ຽວກັບເດີນທາງໄປເຮັດວຽກທີ່ຖືກຕ້ອງ ເພື່ອບໍ່ຕົກເປັນເຫຍື່ອຄວາມຮຸນແຮງ ແລະເຫຍື່ອຄ້າມະນຸສ ແລະຈະໄດ້ເອົາກໍຣະນີ ລູກສາວຂອງໂຕເອງເປັນບົດຮຽນ ເຕືອນພັຍລູກຫຼານລຸ້ນຖັດໄປ ທີ່ຍັງບໍ່ໄດ້ເກີດເຫດ ເພື່ອຮູ້ວິທີປ້ອງກັນໂຕເອງ ຈາກການຄ້າມະນຸສ.
ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ລູກຫັ້ນ ມັນເຮັດເປັນວ່າຊັ້ນສາ ເຂົາກໍຫຼິ້ນ (ເຟສບຸກ) ຄືແມ່ນີ້ ບໍ່ຮູ້ຈັກເຮັດ ກໍມີແຕ່ອັນ ເອົາໄວ້ໂທຫາພີ່ຫານ້ອງ, ໃຫ້ຮູ້ ໃຫ້ເຮົາມີສະຕິ ໃຫ້ເຮົາຮູ້ວ່າ ມັນມາແຕ່ກີ້ຫັ້ນ ມັນມີແຕ່ຄົນຕ່າງປະເທດມາຕົວະ ມາຫຼອກ ບາດນີ້ ມັນມີລາວຕົ້ມ ອັນລາວຂາຍລາວກໍມີນ່າ ບາດນີ້ນ່າ ນັບມື້ ແລ້ວໃຫ້ຄວາມຮູ້ ກ່ຽວກັບລູກຫຼານ ໃຫ້ບອກໃຫ້ເຕືອນລູກຫຼານເຮົາ ພາຍຫຼັງຄົນທີ່ຍັງບໍ່ທັນໄດ້ເກີດ ວ່າຊັ້ນສາ ເວົ້າພື້ນສາ ລູກສາວແມ່ນີ້ ມັນກໍເປັນບົດຮຽນແລ້ວ ລູກຫຼານ ທີ່ວ່າກໍາລັງໄປຊອກວຽກເຮັດ ຢູ່ມ້ອງໃດ ກໍໃຫ້ຮູ້ຈຸດໝາຍ ໃຫ້ເຮົາຮູ້ປາຍທາງ ມ້ອງທີ່ເຮົາຈະເຮັດວຽກ ວ່າຊັ້ນສາ."
ສ່ວນວັຍໜຸ່ມລາວ ນາງນຶ່ງ ກ່າວວ່າ ເດັກນ້ອຍ-ວັຍໜຸ່ມລາວ ນິຍົມໃຊ້ເຟສບຸກ ແລະຕິກຕ໋ອກ ເພື່ອບອກເລົ່າເຣື່ອງລາວ ຊີວິດຂອງຕົນເອງ ແລະຕິດຕາມຄວາມເຄື່ອນໄຫວໄຫວຕ່າງໆ ສະນັ້ນ ການມີເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ-ເດັກນ້ອຍ” ຈະຊ່ອຍໃຫ້ເຂົາເຈົ້າ ເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບການຊ່ອຍເຫຼືອເຫຍື່ອ ຫາກຕົກເປັນເຫຍື່ອ ຫຼື ພົບເຫັນກໍຣະນີ ການໃຊ້ຄວາມຮຸນແຮງ ແລະການຄ້າມະນຸສ ພາຍໃນປະເທດ ກໍຈະຮູ້ວິທີ ການຕິດຕໍ່ຫາໜ່ວຍງານຣັຖ.
ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ສໍາລັບນ້ອງ ແມ່ນເຫັນດີເລີຍ ເພາະວ່າ ເຮົາຈະໄດ້ເຂົ້າເຖິງຂໍ້ມູນ ໄດ້ຫຼາຍຂຶ້ນ ແລ້ວກໍກວ້າງຂຶ້ນ ຫຼາຍໆຄົນທີ່ວ່າ ເຂົາເຈົ້າຢູ່ເຂດນອກນ່າ ເຂົາເຈົ້າກໍຍັງບໍ່ມີຄວາມຮູ້ ແລ້ວກໍຍັງບໍ່ເຂົ້າໃຈ ກະແສສັງຄົມ, ທາງເຟສບຸກ ຈັ່ງຊີ້ນ່າ ມັນກໍຫຼາຍ ການຄ້າມະນຸສ ການໃຊ້ຄວາມຮຸນແຮງນີ້ນ່າ ຊ່ວງເມື່ອກີ້ນີ້ ກໍແຮ່ງສົດໆຮ້ອນໆເລີຍເນາະ ບາງທີ ອາຈມີຄົນທີ່ວ່າ ຕົກໃນເຄສນັ້ນ ແຕ່ວ່າເຂົາເຈົ້າ ບໍ່ຮູ້ຊິໄປຂໍຄວາມຊ່ອຍເຫຼືອຢູ່ໃສ ບາງເທື່ອຄັນເຂົາເຈົ້າເຫັນເພສນີ້ ເຂົາເຈົ້າອາຈມາຂໍຄວາມຊ່ອຍເຫຼືອກະເປັນໄດ້ ນ້ອງ ຕາມທີ່ສັງເກດເບິ່ງນີ້ ເດັກນ້ອຍສມັຍນີ້ ປະມານ ປ.5 ຂຶ້ນໄປນີ້ ເຂົາເຈົ້າ ເຣີ່ມຫຼີ້ນໂທລະສັບແລ້ວ ກໍມີການເຂົ້າເຖິງ ອິນເຕີເນັດໄດ້ຫຼາຍ ສໍາລັບເດັກນ້ອຍ ປະມານ 13-14 ປີ ລົງມານີ້ ເຂົາກໍຫຼີ້ນເຟສບຸກຢູ່ ແຕ່ວ່າ ຄວບຄູ່ໄປກັບ ການຫຼິ້ນຕິກຕ໋ອກ ໃຫ້ຄວາມຮູ້ ກ່ຽວກັບເຣື່ອງນີ້ ຢູ່ຕິກຕ໋ອກ ຈະເປັນການດີເລີຍ."
ມູນນິທີ ເອເຊັຍ ປະຈໍາລາວ ໄດ້ໃຫ້ການສນັບສນູນ ສູນກາງສະພັນແມ່ຍິງລາວ ມາເປັນເວລາ ຫຼາຍກວ່າ 20 ປີ, ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າ ຂອງມູນນິທິ ເອເຊັຍ ປະຈໍາ ສປປລາວ ກໍໄດ້ກ່າວເຖິງການມີເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ-ເດັກນ້ອຍ” ໃນພິທີເປີດນີ້ ຜ່ານເຟສບຸກໄລຟ໌ ຂອງເຟສບຸກ ເພຈ Lao Youth Radio ຫຼື ສະຖານີວິທຍຸ ຊາວໜຸ່ມສິນໄຊຍຸກໃໝ່ ວ່າ:
“ຢູ່ໃນເຟສບຸກນີ້ເນາະ ຈະມີຂໍ້ມູນ ທີ່ວ່າ ເປັນປໂຍດ ສໍາລັບ ຜູ້ທີ່ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ຫຼື ຈາກການຄ້າມະນຸສຕ່າງໆ ຊິໄດ້ເຂົ້າເຖິງຂໍ້ມູນ ໄດ້ຮັບຂ່າວສານ ແລ້ວກໍຂໍຄວາມຊ່ອຍເຫຼືອ ແລ້ວນອກຈາກນັ້ນ ກໍສາມາດຕິດຕໍ່ພົວພັນກັບຜູ້ອື່ນໆ ທີ່ວ່າ ອາຈຕົກຢູ່ໃນກໍຣະນີດຽວກັນ ແລ້ວກໍເຮັດໃຫ້ເຂົາເຈົ້າ ສາມາດທີ່ ຈະມີຄວາມເຂັ້ມແຂງ ທີ່ຈະຂ້າມຜ່ານອຸປະສັກ ທີ່ເຂົາເຈົ້າພົບພໍ້ມາ, ສໍາລັບເຟສບຸກ ເພສໂຕນີ້ ບໍ່ແມ່ນພຽງແຕ່ ສໍາລັບຜູ້ຖືກເຄາະຮ້າຍເທົ່ານັ້ນ ແຕ່ກໍເປັນຂໍ້ມູນ ສໍາລັບທຸກໆຄົນ ທີ່ຈະເຂົ້າເຖິງຂໍ້ມູນ ແຕ່ກໍສາມາດທີ່ຈະເຫັນໄດ້ເຖິງຜົລສໍາເຣັດ ຫຼືວ່າ ອຸປະສັກ ທີ່ວ່າຜ່ານມາ ຫຼືວ່າວຽກງານທີ່ສາມາດບັນລຸວ່າ ແລ້ວກໍ ເປັນວິທີນຶ່ງ ທີ່ໃຫ້ເຮົາເຫັນວ່າ ເຮົາຍັງມີຄວາມຫວັງ ແລະຊິມີວິທີການແກ້ໄຂ ທີ່ຊ່ອຍບັນຫຼຸບັນຫານີ້."
ໃນພິທີ ເປີດນໍາໃຊ້ເຟສບຸກ ເພຈ ຂອງ “ສູນໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ-ເດັກນ້ອຍ” ຢ່າງເປັນທາງການນັ້ນ, ຍັງໄດ້ກ່າວເຖິງ ອັດຕຣາການຊົມໃຊ້ອິນເຕີເນັດ ແລະເຕັກໂນໂລຢີ ເຂົ້າມາໃຊ້ຊີວິດປະຈໍາວັນ ນັບມື້ຍິ່ງຫຼາຍຂຶ້ນ ຈຶ່ງເປັນໂອກາດ ໃຫ້ນັກຄ້າມະນຸສ ສວຍໃຊ້ເຕັກໂນໂລຢີດັ່ງກ່າວ ເພື່ອຕົວະຍົວະຫຼອກລວງຜູ້ບໍຣິໂພກ ສື່ສັງຄົມອ໋ອນລາຍນ໌ ຈຶ່ງເຮັດໃຫ້ມີພົລເມືອງຈໍານວນຫຼາຍ ຕົກເປັນເຫຍື່ອຂອງການຄ້າມະນຸສ, ສະນັ້ນ ການມີເຟສບຸກ ເພຈ “ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ” ຈະຊ່ອຍຮ່ວມກັນ ປ້ອງກັນ ແລະແກ້ໄຂການຄ້າມະນຸສ ແລະຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍໃນລາວ.