ວັນແມ່ຍິງສາກົລ 114 ປີ, ຂະນະທີ່ ແມ່ຍິງລາວ ພົບພໍ້ ຫຼາຍບັນຫາ

ພູວົງສ໌
2024.03.06
ວັນແມ່ຍິງສາກົລ 114 ປີ, ຂະນະທີ່ ແມ່ຍິງລາວ ພົບພໍ້ ຫຼາຍບັນຫາ ແມ່ຍິງລາວ ໃຊ້ຣົຖຈັກ 3 ລໍ້ ຂັບເລາະຂາຍເຄື່ອງ ໃນຍຸກທີ່ໂຄວິດ-19 ຣະບາດ ຕ້ອງໄດ້ປັບໂຕຫຼາຍຂຶ້ນ. ນະຄອນຫຼວງວຽງຈັນ ເດືອນຕຸລາ 2021.
RFA

ໃນວັນທີ 8 ມີນາ 2024 ທີ່ຈະມາຮອດນີ້, ເປັນວັນແມ່ຍິງສາກົລ ປະຈຳປີ 2024 ຄົບຮອບ 114 ປີ, ໂດຍທາງສູນກາງ ສະຫະພັນແມ່ຍິງລາວ ກໍກະຕຣຽມຫຼາຍກິຈກັມ ເພື່ອສເລີມສລອງ ວັນແມ່ຍິງສາກົລ ພາຍໃຕ້ຄຳຂວັນ “ລົງທຶນເລັ່ງໃສ່ ການພັທນາ ຄວາມກ້າວໜ້າ ຂອງແມ່ຍິງ”, ແຕ່ໃນສັງຄົມລາວ ປັດຈຸບັນ ຍັງປະກົດບັນຫາ ຄວາມບໍ່ສເມີພາບ ຂອງແມ່ຍິງ ແລະ ແມ່ຍິງລາວ ຈຳນວນນຶ່ງ ຍັງຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ, ຖືກໝິ່ນກຽດສັກສີ, ຖືກໃຊ້ຄວາມຮຸນແຮງ ຕໍ່ຮ່າງກາຍ ແລະ ຈິຕໃຈ ແລະ ຖືກເລືອກປະຕິບັດ.

ກ່ຽວກັບເຣື່ອງນີ້, ແມ່ຂອງເດັກຍິງລາວ ນາງນຶ່ງ ທີ່ຕົກເປັນເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ມີນາ ນີ້ວ່າ ລູກສາວຂອງຍານາງ ໄດ້ຖືກກຸ່ມ ຂະບວນການຄ້າມະນຸສ ຕົວະຍົວະໄປ ເຮັດວຽກຕອບແຊດ ຢູ່ກາສິໂນ ແຫ່ງນຶ່ງ ຂອງຊາວຈີນ ໃນປະເທດພະມ້າ ແລະ ຍານາງ ກໍຖືກທຳຮ້າຍຮ່າງກາຍ ພ້ອມທັງຖືກຂາຍ ໃຫ້ບໍຣິສັດກາສິໂນ. ຈົນເຖິງປັດຈຸບັນ, ກໍຍັງບໍ່ທັນ ກັບຄືນມາເຮືອນເທື່ອ.

“ເຂົາກໍຖືກທຳ ເຂົາເຈົ້າອັນ ຕົວະວ່າ ໄປເຮັດວຽກຢູ່ປະເທດໄທຍ ວ່າຊີ້ເດ. ຕົວະວ່າ ໄປເຮັດວຽກຢູ່ປະເທດໄທຍ ໄປເຮັດວຽກ ຢູ່ໂຮງງານ ວ່າຊີ້. ໄປຮອດພຸ້ນ ເລີຍບໍ່ແມ່ນອັນ ປະເທດໄທຍ ເປັນອັນປະເທດພະມ້າ ແລ້ວກໍໃຫ້ໄປຢູ່ອັນ ຕອບແຊດ. ລູກສາວຫັ້ນ ເຮັດຕອບແຊດບໍ່ໄດ້ ແລ້ວກໍປະມານ 4 ເຖິງ 5 ເດືອນນັ້ນແຫຼະ, ເຮັດບໍ່ໄດ້, ເຮັດບໍ່ໄດ້ເງິນໃຫ້ເຂົາ ແລ້ວກໍເຂົາກໍທຳຮ້າຍຮ່າງກາຍ ແລ້ວກໍຂາຍລູກສາວ ໃຫ້ໄປຢູ່ບໍຣິສັດ.”

ທາງດ້ານແມ່ ຂອງເດັກຍິງລາວ ອີກນາງນຶ່ງ ທີ່ຕົກເປັນເຫຍື່ອຄ້າມະນຸສ ເຊັ່ນດຽວກັນ ກ່າວວ່າ ລູກສາວຂອງຍານາງ ຖືກກຸ່ມ ຂະບວນການຄ້າມະນຸສ ຕົວະຍົວະໃຫ້ໄປ ເຮັດວຽກຮ້ານເສີມສວຍ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເພື່ອແບ່ງເບົາພາລະ ຄ່າໃຊ້ຈ່າຍ ຂອງຄອບຄົວ ແລະ ຫາເງິນໃຊ້ຈ່າຍເອງ, ໂດຍພວກກຸ່ມ ຂະບວນການຄ້າມະນຸສ ໄດ້ເຂົ້າມາຕີສນິດ ນຳລູກສາວ ຂອງຍານາງ ເປັນເວລາຫຼາຍເດືອນ. ຈົນລູກສາວ ຂອງຍານາງ ຫຼົງເຊື່ອ ແລະ ໄດ້ໂຕນໜີໄປນຳກຸ່ມ ຂະບວນການຄ້າມະນຸສ. ແຕ່ຍັງໂຊກດີທີ່ວ່າ ເຈົ້າໜ້າທີ່ຕຳຣວດ ສາມາດກັກໂຕ ພວກຄ້າມະນຸສ ໄດ້ສຳເຣັດ ແລະ ສາມາດສົ່ງຄືນລູກສາວ ຂອງຍານາງ ແກ່ຄອບຄົວໄດ້.

“ແມ່ນ, ເພາະວ່າ ກ່ອນເຂົາຊິເອົາ ເດັກນ້ອຍນີ້ໄປ ເຂົາກະວາງແຜນມາດົນແລ້ວ. ເບື້ອງຕົ້ນ ມາຕີສນິດກ່ອນ, ສນິດແລ້ວ ກະເປັນຄົນຮັກແພງ ເປັນເອື້ອຍຮັກ, ກະແຊດອີ່ຫຍັງ ໃຫ້ເດັກນ້ອຍຕາຍໃຈ, ຊີ້ນ່າ. ເຊື່ອໃຈວ່າ ເປັນຄົນດີ ຊິຊອກວຽກເຮັດດີໆໃຫ້. ຄະດີຢູ່ພີ້ ມັນກະໜ້າຈະຄ້າຍໆກັນ ຕ່າງແຕ່ວ່າ ບໍ່ຮູ້ວ່າ ຢູ່ພີ້ສັກສິດບໍ່ ເພາະວ່າ ເຣື່ອງມັນງຽບ ມາຫຼາຍເທື່ອແລ້ວ.”

ຂະນະທີ່ ນັກທຸຣະກິຈຊາວໄທຍ ຍານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ມີຄົນງານ ແມ່ຍິງລາວ ທີ່ເຄີຍເຮັດວຽກ ນຳບໍຣິສັດ ຂອງຍານາງ ຖືກພໍ່ແມ່ບັງຄັບ ໃຫ້ໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນຖືກບໍຣິສັດຈັດຫາງານ ນາບຂູ່ວ່າ ຈະປັບໃໝພໍ່ແມ່ ຫາກລູກບໍ່ຍອມ ໄປນຳເຂົາເຈົ້າ.

“ຕອນນີ້ ເຮົາກໍປະສົບບັນຫາ ຄືກັນວ່າ ມີການດຶງເອົາຄົນງານໄປ, ໂດຍບໍຣິສັດ ຈັດຫາງານ ທີ່ຢູ່ໃນ ສປປ ລາວ ເປັນຈຳນວນຫຼາຍ. ດຽວນີ້, ມັນບໍ່ໄດ້ໄປຕົວະ ເອົາເດັກເອງແລ້ວ ມັນໄປຫາພໍ່ແມ່ເດັກ  ທີ່ຢູ່ຕ່າງແຂວງ. ແລ້ວກໍໃຫ້ພໍ່ແມ່ ເອີ້ນລູກໄປວ່າ ຄັນຖ້າບໍ່ໄປ ຈະຖືກບໍຣິສັດປັບໃໝ.”

ໃນໄລຍະຜ່ານມາ, ກໍມີປະກົດການ ທີ່ແມ່ຍິງລາວ ຕົກເປັນເຫຍື່ອ ຄວາມຮຸນແຮງ ແລະ ການໝິ່ນກຽດສັກສີ ຫຼາຍກໍຣະນີ ເປັນຕົ້ນ ໃນເດືອນທັນວາ 2023 ທີ່ຜ່ານມາ, ພົບສົບແມ່ຍິງລາວ ນາງນຶ່ງ ຢູ່ແຄມນ້ຳຂອງ ໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ເຊິ່ງຄາດວ່າ  ຍານາງຖືກຄາຕກັມ ຢູ່ໃນເຂດສາມຫຼ່ຽມຄຳ ກ່ອນທີ່ຈະຖິ້ມສົບ ໃສ່ແມ່ນ້ຳຂອງ.

ໃນເດືອນກຸມພາ, ກໍໄດ້ມີເຫດການ ທີ່ໂຮງແຮມວຽງຈັນແມ່ຂອງ ໃນນະຄອນຫຼວງວຽງຈັນ ຂອງນັກລົງທຶນຈີນ ໄດ້ຈັດກິຈກັມ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງລາວ ຂອງໂຮງແຮມ ເພື່ອຊິງເອົາ ເຄື່ອງດື່ມເຫຼົ້າ-ເບັຽ ແລະ ເຫດການນັກຮຽນຍິງ ນາງນຶ່ງ ຖືກນັກຮຽນຊາຍ 3 ຄົນ ຂົ່ມຂືນ ຢູ່ແຂວງຊຽງຂວາງ, ເຊິ່ງເຫດການເຫຼົ່ານີ້ ໄດ້ສ້າງຄວາມສະເທືອນໃຈ ແກ່ຊາວລາວ ເປັນຈຳນວນຫຼາຍ.

ສ່ວນການສເລີມສລອງ ວັນແມ່ຍິງສາກົລ ປີນີ້ ນັ້ນ, ຕາມປົກກະຕິແລ້ວ ກໍຈະມີການສເລີມສລອງ ຕາມຫ້ອງການຕ່າງໆ ທັງພາກຣັຖ ແລະ ເອກຊົນ, ແຕ່ເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ຢູ່ແຂວງພາກກາງ ຂອງລາວ ນາງນຶ່ງ ກ່າວວ່າ ການຈັດກິຈກັມ ສເລີມສລອງ ວັນແມ່ຍິງສາກົລ ແລະ ການສົ່ງເສີມສິດ ຂອງແມ່ຍິງ ຂອງສະຫະພັນແມ່ຍິງ ແຂວງດັ່ງກ່າວ ປະຈຳປີ 2024 ນີ້, ຍັງບໍ່ທັນມີ ຣາຍລະອຽດກິຈກັມ ທີ່ຈະແຈ້ງ ໃຫ້ຊາບເທື່ອ.

ສຳລັບບົດບາດ ຂອງແມ່ຍິງ ຢູ່ໃນການເມືອງ ຂອງລາວນັ້ນ, ເຖິງແມ່ນວ່າ ພັກປະຊາຊົນປະຕິວັດລາວ ໃນຖານະ ພັກກຳອຳນາດ ແລະ ຣັຖບານລາວ ໄດ້ມີການສົ່ງເສີມ ໃຫ້ແມ່ຍິງ ເຂົ້າຮັບຕຳແໜ່ງຂັ້ນສູງ ທາງການເມືອງ ເປັນຕົ້ນ ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາຕ ແລະ ຕຳແໜ່ງອື່ນໆ ແລ້ວກໍຕາມ, ແຕ່ກໍຍັງຖືວ່າ ມີແມ່ຍິງລາວ ໃນອັດຕຣາສ່ວນ ທີ່ໜ້ອຍຫຼາຍ ເມື່ອທຽບໃສ່ກັບຜູ້ຊາຍ. ໂດຍຄະນະບໍຣິຫານງານ ສູນກາງພັກ ສໄມທີ 11 ນີ້, ມີກັມມະການສູນກາງພັກ ທັງໝົດ 71 ຄົນ, ແຕ່ມີກັມມະການສູນກາງພັກ ທີ່ເປັນແມ່ຍິງ ພຽງ 12 ຄົນ, ຄິດໄລ່ເປັນ 16.9% ເທົ່ານັ້ນ.

ວັນແມ່ຍິງສາກົລ ແມ່ນເປັນວັນທີ່ ລະນຶກເຖິງ ເຫດການກັມມະກອນແມ່ຍິງ ຢູ່ມະຫານະຄອນນິວຢ໋ອກ ປະເທດສະຫະຣັຖອາເມຣິກາ ຈຳນວນຮ້ອຍກວ່າຄົນ ຖືກສັງຫານ ຍ້ອນປະທ້ວງ ຮຽກຮ້ອງສິດ ແລະ ຄ່າແຮງງານ ທີ່ເປັນທັມ ໃນວັນທີ 8 ມີນາ ປີ 1857. ໂດຍໃນປີ 1910, ກອງປະຊຸມໃຫຍ່ ແມ່ຍິງສັງຄົມນິຍົມສາກົລ ຄັ້ງທີ 2 ຢູ່ປະເທດເດນມາກ ໄດ້ສເນີເອົາ ວັນທີ 8 ມີນາ ເປັນວັນແມ່ຍິງສາກົລ. ສຳລັບຢູ່ປະເທດລາວ, ວັນແມ່ຍິງສາກົລ ວັນທີ 8 ມີນາ ກໍຖືກກຳນົດ ໃຫ້ເປັນວັນພັກຣັຖການ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 07, 2024 10:42 AM

ຊົມເຊີຍວັນແມ່ຍິງ ສາກົນຄົບຮອບ 114 ປີ ໃນປະເທດລາວ ກໍ່ມີແມ່ຍິງຫລາຍໆຄົນ ໄດ້ຮັບຜົນສໍາເລັດ ໄດ້ຮັບຕໍາແຫນ່ງສູງ ມີທຸລະກິດ ເປັນຂອງຕົວເອງ ໄດ້ຮັບສູງ ພໍສົມຄວນ ແຕ່ໃນຂະນະດຽວກັນ ແມ່ຍິງ ແລະ ເດັກນ້ອຍ ຍັງຕົກເປັນເຫຍື່ອ ຂອງການຄ້າມະນຸດ ເປັນເຄືື່ອງຫລິ້ນ ຂອງຜູ້ຊາຍ ໂດຍສະເພາ ແມ່ນຊາວຕ່າງຊາດ ກໍ່ຍ້ອນຄວາມທຸກຍາກ ຍ້ອນການນໍາ ມອງຂ້າມ ແລະ ບໍ່ໃຫ້ຄວາມສໍາຄັນ ແກ່ແມ່ຍິງເຫລົ່ານັ້ນ ປ່ອຍໃຫ້ຕ່າງຊາດ ມາເປີດຊ່ອງໂສເພນີ ຕາມໂຮງແຮມ ແລະ ໃນເຂດເສດຖະກິດ ພິເສດ ເຊິ່ງນັບມື້ນັບຂີ້ຮ້າຍ ກ່ວາເກົ່າ. ສະຫະພັນແມ່ຍິງລາວ ແຕ່ຂັ້ນທ້ອງຖິ່ນ ກໍ່ບໍ່ມີປະສິດທິພາບ ພຽງພໍ ທີ່ຈະຊ່ວຍເຫລືອ ແລະ ສ້າງວຽກເຮັດງານທໍາ ໃຫ້ແມ່ຍິງລາວໄດ້ຫລາຍ. ບ້ານເມືອງນັບມື້ນັບ ເປື່ອຍເຍື່ອຍ. ທ່ານຜູ້ນໍາ ກໍ່ມີເມຍເລັກເມຍນ້ອຍ ດັ່ງນັ້ນ ພວກເພິ່ນ ເວົ້າໃຫ້ກັນ ກະບໍ່ໄດ້ ກະເລີຍໄດ້ປ່ອຍເລີຍຕາມເລີຍ.