ບົດບາດ ແມ່ຍິງລາວ ຍັງບໍ່ຫລາຍ ເທົ່າຜູ້ຊາຍ

ໄຊຍາ
2023.03.08
ບົດບາດ ແມ່ຍິງລາວ ຍັງບໍ່ຫລາຍ ເທົ່າຜູ້ຊາຍ ສະຫະພັນແມ່ຍິງ ກະຊວງສາທາຣະນະສຸຂ ຈັດກິຈກັມ ຍ່າງເພື່ອສຸຂພາບ ເນື່ອງໃນໂອກາດສເລີມສລອງ ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ, ທີ່ນະຄອນຫຼວງວຽງຈັນ ວັນທີ 4 ມີນາ ປີ 2023.
ຮູບພາບຈາກ: ປກສ

ວັນທີ 08 ມີນາ 2023 ທາງການລາວ ໄດ້ຈັດສະຫລອງ ວັນແມ່ຍິງສາກົນ ຄົບຮອບ 113 ປີ ຄືກັບທຸກປີທີ່ຜ່ານມາ ກິຈກັມການສລອງ ສ່ວນໃຫຍ່ແມ່ນປະຖະກະຖາ ຄວາມເປັນມາ ຂອງວັນແມ່ຍິງສາກົນ ແລະ ການສລອງມ່ວນຊື່ນທົ່ວໄປ. ຂະນະທີ່ບົດບາດຫນ້າທີ່ ແລະຄວາມເທົ່າທຽມ ສເມີພາບລະຫວ່າງຍິງ-ຊາຍໃນປັດຈຸບັນນີ້ ຜູ້ຊາຍລາວຫລາຍຄົນ ໃຫ້ກຽດຮັບຟັງ ແລະໃຫ້ຄວາມເທົ່າທຽມ ຕໍ່ແມ່ຍິງຫລາຍຂຶ້ນກວ່າອະດີດ ເຊັ່ນແມ່ຍິງລາວ ໄດ້ເປັນສະມາຊິກ ສະພາ ເປັນເຈົ້າຫນ້າທີ່ຂັ້ນບ້ານ, ຂັ້ນທ້ອງຖິ່ນ, ຂັ້ນເມືອງ, ຂັ້ນແຂວງແຕ່ກໍຍັງບໍ່ 100%.

ດັ່ງແມ່ຍິງ ໃນນະຄອນຫລວງວຽງຈັນ ຍານາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 08 ມີນານີ້ວ່າ:

“ຄວາມສເມີພາບ ຍິງ-ຊາຍ ກະຖືວ່າດີຫລາຍແຕ່ກີ້ ເຂົາເຈົ້າໃຫ້ຄ່າແມ່ຍິງ ເຮົາຕໍ່າດຽວນີ້ກະປະຕິບັດຕໍ່ແມ່ຍິງເຮົາ ມີຄວາມຄວາມສເມີພາບ ເທົ່າກັບຜູ້ຊາຍ ສາມາດເຂົ້າເປັນສະມາຊິກ ສະພາ, ເປັນອົງການຈັດຕັ້ງມະຫາຊົນ, ເປັນການຈັດຕັ້ງຂັ້ນທ້ອງຖິ່ນແລະກໍຂັ້ນເມືອງ ຂັ້ນແຂວງ ນະຄອນຫລວງ.

ຍານາງ ໄດ້ກ່າວຕື່ມວ່າສ່ວນການຈັດກິຈກັມ ໃນວັນແມ່ຍິງສາກົນປີນີ້ ເຫັນຫລາຍຫ້ອງການ ໃຫ້ແມ່ຍິງພັກວຽກເພາະກ່ອນຫນ້ານີ້ 1-2 ມືຫລາຍຫ້ອງການກໍມີການຈັດກິຈກັມ ໄປແລ້ວສ່ວນໃຫຍ່ ກໍຈະປະຖະກະຖາໃນເຣື່ອງຄວາມເປັນມາ ຂອງວັນແມ່ຍິງສາກົນ.

ແມ່ນຍິງ ໃນແຂວງສວັນນະເຂດ ຍານາງນຶ່ງກໍກ່າວວ່າ ຄວາມເທົ່າທຽມ ສເມີພາບຍິງ-ຊາຍ ໃນປັດຈຸບັນນີ້ກໍຖືວ່າດີຂຶ້ນ ກ່ວາແຕ່ກ່ອນຫລາຍເທົ່າ ແຕ່ບາງເທື່ອ ຂຶ້ນຢູ່ກັບຄອບຄົວ ເພາະບາງຄອບຄົວ ກໍຍັງເຫັນຜູ້ຊາຍ ຂົ່ມເຫັງແມ່ຍິງ ຊຶ່ງກໍຖືວ່າການໃຊ້ຄວາມຮຸນແຮງ ໃນປັດຈຸບັນ ຢູ່ລາວຍັງບໍ່ໄດ້ຫມົດໄປ ໃນສັງຄົມເທື່ອ.

ແມ່ນດຽວນີ້ມັນກໍດີກ່ວາເກົ່າ ສມັຍພໍ່ແມ່ແຕ່ກີ້ຫັ້ນນ່າ ກໍແລ້ວແຕ່ບາງຄອບຄົວຫັ້ນແຫລະ ຊິວ່າລວມກາບໍ່ຫັ້ນນ່າບາງຄົນເຮົາ ເຫັນກໍຍັງຂົ່ມ ເຫັງຢູ່ຄືແບບຂົ່ມເຫັງອິຫຍັງຫັ້ນແຫລະ ໃຫ້ຟັງໃຫ້ຫຍັງຫັ້ນແຫລະ ເຮົາກໍບໍ່ເຂົ້າໃຈນຳເຂົາເນາະ.

ແມ່ຍິງ ຢູ່ແຂວງຊຽງຂວາງ ຍານາງນຶ່ງກ່າວວ່າ ປັດຈຸບັນຜູ້ຊາຍໃຫ້ກຽດ ແມ່ຍິງຫລາຍຂຶ້ນ ຊຶ່ງດີກ່ວາອະດີດ. ຜ່ານມາທີ່ຜູ້ຊາຍມັກຈະຂົ່ມຂູ່ ຂົ່ມເຫັງແມ່ຍິງ ຢູ່ໂດຍສະເພາະ ຄົນຊົນເຜົ່າ ຜູ້ຊາຍມັກຈະທຳໂຕເປັນໃຫຍ່ ໃຫ້ແມ່ຍິງຕ້ອງເຊື່ອຟັງ ແລະປະຕິບັດຕາມ ແຕ່ປັດຈຸບັນນີ້ ກໍຖືວ່າດີຂຶ້ນຫລາຍ ໃນຄວາມເທົ່າທຽມ ສເມີພາບລະຫວ່າງຍິງ-ຊາຍ.

ຕອນນີ້ກໍດີຂຶ້ນກວ່າອະດີດຫລາຍ ແຫລະກາຜູ້ຊາຍກໍໃຫ້ໂອາກດ ໃຫ້ກຽດເນາະ ຫນ້າທີ່ວຽກງານກໍເທົ່າທຽມກັນເນາະ 95% ນີ້ແຫລະເວົ້າເຖິງອະດີດນີ້ ມັນກໍມີຄວາມກົດຫນ່ວງ ແມ່ຍິງຫັ້ນແຫລະ ສ່ວນຫລາຍເວົ້າສະເພາະ ເຜົ່າຂະມຸເບາະ ເຜົ່າມົ້ງນີ້ລະແມ່ນກົດຫນ່ວງຫລາຍ.

ແມ່ຍິງລາວ ຢູ່ແຂວງຈຳປາສັກ ຍານາງນຶ່ງກ່າວວ່າ ປັດຈຸບັນຜູ້ຊາຍ ໃຫ້ກຽດແມ່ຍິງຫລາຍຂຶ້ນ ເຊັ່ນວັນແມ່ຍິງສາກົນ ມື້ນີ້ຜູ້ຊາຍຫລາຍຄົນ ພາພັນລະຍາໄປກິນເຂົ້າ ນອກບ້ານ ຊື້ຂອງຂັວນ ຊື້ດອກໄມ້ໃຫ້ ຫລືຈະຈັດສລອງເລັກນ້ອຍ ໃນຄອບຄົວ ຊຶ່ງແຕກຕ່າງຈາກສມັຍກ່ອນຫລາຍ.

“ດຽວນີ້ເຂົາໃຫ້ສິດນ່າ ຊື້ດອກໄມ້ດອກຫຍັງ ມີບາງຄົນຫລາຍຄົນກໍຊື້ຂອງຂັວນ ໃຫ້ເມັຽ ພາເມັຽໄປທ່ຽວຈັ່ງຊີ້ເນາະ ທຸກຢ່າງຖືວ່າເຂົ້າໃຈຫລາຍ ຄ່ອຍໆຫມົດໄປເກືອບໄດ້ 85% ພຸ້ນແຫລະ.”

ເຈົ້າຫນ້າທີ່ ທີ່ເຮັດວຽກພາກປະຊາສັງຄົມ ຍານາງນຶ່ງກ່າວວ່າ ຫາກກ່າວເຖິງຄວາມເທົ່າທຽມ ລະຫວ່າງຍິງ-ຊາຍ ໃນປັດຈຸບັນກໍຖືວ່າດີຂຶ້ນກ່ວາເກົ່າ ເພາະປັດຈຸບັນລາວ ມີກົດຫມາຽຄຸ້ມຄອງ ແມ່ຍິງ ແລະເດັກນ້ອຍ, ແຕ່ທ່ານເອງກໍຍັງເປັນຫ່ວງ ເຣື່ອງບັນຫາແມ່ຍິງລາວ ທີ່ມັກຖືກຕົວະຍົວະ ຈາກຸ່ມຄົນບໍ່ດີແລ້ວນຳພາພວກເຂົາເຈົ້າ ໄປເປັນເຫຍື່ອ ໃນຂະບວນການຄ້າມະນຸດ ເພາະໃນປັດຈຸບັນນີ້ ບັນຫາການຄ້າມະນຸດ ກໍຍັງມີຫລາຍຢູ່ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຄວນຈະລົງສົ່ງເສີມ ໂຄສະນາກົດຫມາຽ ຢ່າງຕໍ່ເນື່ອງຫລື ຫາວິທີຈະຊ່ອຍເຫລືອ ແມ່ຍິງທີ່ຕົກເປັນເຫຍື່ອຄ້າມະນຸດ ໃຫ້ດີຂຶ້ນກ່ວານີ້.

ດັ່ງທ່ານໄດ້ກ່າວວ່າ:

“ກໍມີຫລາຍອັນປົກປ້ອງສິດ ທິຜົນປໂຍດ ຂອງແມ່ຍິງນີ້ແຫລະ ກ່ຽວກັບການໃຊ້ຄວາມຮຸນແຮງເບາະ ອິຫຍັງຕ່າງໆ ການຖືກຕົວະຍົວະ ຫລອກລວງໄປກ່ຽວກັບ ຢູ່ໃນກຸ່ມສ່ຽງຂອງການຄ້າມະນຸດນີ້ ກໍແມ່ນສິ່ງສຳຄັນ ກໍເປັນຫ່ວງຫລາຍໂຕນີ້ນ່າ ມີຫລາຍຢູ່ຢູ່ໃນສັງຄົມ ມັນບໍ່ແມ່ນແຕ່ລາວເນາະ.”

ເຈົ້າຫນ້າທີ່ ພາກຣັຖທີ່ກ່ຽວຂ້ອງ ອີກຍານາງນຶ່ງກ່າວວ່າ ເຣື່ອງສິດທິ ແລະຄວາມເທົ່າທຽມ ສເມີພາບລະຫວ່າງ ຍິງ-ຊາຍ ນີ້ ພາກຣັຖກໍມີການສົ່ງເສີມ ໃຫ້ຄວາມຮູ້ໃຫ້ຢຸດຕິ ການໃຊ້ຄວາມຮຸນແຮງ ແລະຜັກດັນມາໂດຍຕລອດ. ສ່ວນບັນຫາແມ່ຍິງ ຖືກຕົວະຍົວະຈາກກຸ່ມຄົນບໍ່ດີ ແລ້ວຖືກຄ້າມະນຸດນີ້ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ໃຫ້ຄວາມສຳຄັນເຊັ່ນກັນ ບໍ່ໄດ້ປ່ອຍປະລະເລີຍ ມີການໂຄສະນາ ເຣື່ອງກົດຫມາຽ ຕໍ່ເນື່ອງ.

ພາກຣັຖເຮົາກໍສົ່ງເສີມ ໃນປັດຈຸບັນນີ້ກະຕຸກຊຸກຍູ້ຜັກດັນ ໃຫ້ອ້າຍນ້ອງແມ່ຍິງມີສິດເທົ່າທຽມກັນ ທຸກດ້ານເຮົາຕ້ງໄດ້ໂຄສະນາ ເຣື່ອງການຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງເນາະກໍແມ່ນວຽກງານ ທີ່ວ່າສະກັດກັ້ນ ໃນການຄ້າມະນຸດເຣື່ອງກົດຫມາຽ ຕ້ງອໄດ້ເຮັດປະຈຳ ຫລື ເຮັດໄປຕລອດວ່າຊັ້ນສະ.

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດ ຜົນສຳຣວດພົລເມືອງລາວ ຫລ້າສຸດ ມີແມ່ຍິງລາວທັງຫມົດ ປະມານ 3,660,000 ຄົນ ຈາກພົລເມືອງລາວທັງຫມົດ ມີປະມານ 7,330,000 ຄົນ. ປັດຈຸບັນໃນຄະນະຣັຖບານລາວ ມີແມ່ຍິງລາວພຽງ 14 ຄົນ ທີ່ດຳຣົງຕຳແຫນ່ງ ເປັນຣັຖມົນຕຣີ, ຮອງຣັຖມົນຕຣີ, ຮອງປະທານປະເທດ ແລະ ຮອງປະທານສະພາ, ຊຶ່ງບົດບາດຫນ້າທີ່ ຂອງແມ່ຍິງລາວ ກໍຍັງບໍ່ຫລາຍເທົ່າຜູ້ຊາຍ ຖືວ່າຍັງຫນ້ອຍຢູ່ ເນື່ອງຈາກປະເທດລາວ ຍັງມີເວທີການເມືອງ ພັກດຽວ ບໍ່ໄດ້ຫລາກຫລາຍ ແລະ ຕາມຊົນນະບົດຫ່າງໄກ ຕາມແຂວງຕ່າງໆ ທົ່ວປະເທດລາວ ແມ່ຍິງລາວບາງຄົນ ມີການສູ້ຊົນດິ້ນຮົນ ຫາຢູ່ຫາກິນ ພໍກຸ້ມປາກກຸ້ມທ້ອງ ຂອງຄອບຄົວບາງຄົນ ກໍຖືກຜົວໃຊ້ຄວາມຮຸນແຮງ ກໍຍັງມີບາງຄົນກໍບໍ່ໄດ້ເຂົ້າໃຈ ກົດຫມາຽດີເທົ່າທີ່ຄວນ ໃນເຣື່ອງສິດທິ ຂອງຕົນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.