ແມ່ຍິງລາວ ຍັງມີບັນຫາ ທ້າທາຍ ຫຼາຍຢ່າງ
2022.07.20

ເນື່ອງໃນວັນຄົບຮອບ 67 ປີ ຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຊຶ່ງມີຈຸດປະສົງ ເພື່ອຊຸກຍູ້ ສົ່ງເສີມຖານະບົດບາດ ຂອງແມ່ຍິງລາວ, ແຕ່ໃນປັດຈຸບັນ ແມ່ຍິງລາວຫຼາຍຄົນ ຍັງມີຖານະບົດບາດ ຕົກຕໍ່າຢູ່ ຍັງບໍ່ມີຄວາມຮູ້ ຄວາມສາມາດເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ເມືອງແປກ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ ນີ້ວ່າ:
“ເອື້ອຍນ້ອງແມ່ຍິງຂອງພວກເຮົາ ມີຈໍານວນນຶ່ງ ບໍ່ເຊື່ອມຊຶມ ຮູ້ເທົ່າບໍ່ເຖິງການ ບໍ່ກໍາໄດ້ ບໍ່ໄດ້ຮຽນຮູ້ກົດໝາຍຕ່າງໆ ກໍຖືກກົລອຸບາຍ ຕົວະຍົວະຫຼອກລວງບໍ ຫຼືຊັກຊວນໄປແນວບໍ່ດີເນາະ ຄ້າຂາຍຢາເສບຕິດບໍ ຫຼືວ່າ ການພນັນບໍ ຫຼືວ່າ ໂສເພນີຕ່າງໆ ອັນນີ້ກະຍັງມີປະກົດການຫຍໍ້ທໍ້ອັນນຶ່ງ ບາດນີ້ ການຖືກທໍາຮ້າຍຈິດໃຈ ຢູ່ໃນຄອບຄົວກໍຍັງມີ ບາງເອື້ອຍນ້ອງ ໂດຍສະເພາະ ແມ່ຍິງຊົນເຜົ່າ ການທີ່ຄອບຄົວ ຍັງບໍ່ຮູ້ເທົ່າເຖິງການ ຫຼືວ່າ ຍັງກົດໜ່ວງຖ່ວງດືງແມ່ຍິງຫັ້ນນ່າ ອັນນີ້ ຍັງມີຈໍານວນນຶ່ງ.”
ຍານາງກ່າວຕື່ມວ່າ ສະຫະພັນແມ່ຍິງເມືອງແປກ ກໍຍັງຄົງສືບຕໍ່ໂຄສະນາກົດໝາຍ ຄວາມສເມີພາບ-ຍິງຊາຍ ການສະກັດກັ້ນຄວາມຮຸນແຮງ ບົດລົງໂທດ ຂອງຜູ້ຕ້ອງຫາ ຄະດີຄ້າ-ຂາຍຢາເສບຕິດ ແລະຜົລຮ້າຍຂອງການຄ້າມະນຸສໃຫ້ຜູ້ຊາຍ ແລະ ຜູ້ຍິງພາຍໃນບ້ານໄດ້ຮັບຮູ້ ເນື່ອງຈາກເປັນແຜນການດຽວ ທີ່ສະຫະພັນແມ່ຍິງ ຈະຊ່ອຍປົກປ້ອງແມ່ຍິງລາວ ໃຫ້ຮູ້ເທົ່າທັນເຖິງຜົລຮ້າຍ ແລະກົດໝາຍ ເພື່ອຢ້ານກົວແລະມີສະຕິ ໃນການປົກປ້ອງໂຕເອງ ຈາກປະກົດການຫຍໍ້ທໍ້ເຫຼົ່ານັ້ນ.
ຢູ່ແຂວງຫຼວງພຣະບາງ ປັດຈຸບັນ ບົດບາດຂອງແມ່ຍິງ ໄດ້ຖືກສນັບສນູນ ຈາກຂັ້ນນໍາຕ່າງໆຫຼາຍກວ່າເມື່ອກ່ອນ ສັງເກດເຫັນໄດ້ຈາກ ທຸກຂແນງການ ບໍ່ວ່າຈະເປັນພັກ-ຣັຖ ຫຼືເອກຊົນ ຈະມີຂແນງແມ່ຍິງ ເຂົ້າໄປປະກອບສ່ວນຢູ່ໃນຂັ້ນເມືອງ ແລະຂັ້ນແຂວງນໍາດ້ວຍ ຂະນະທີ່ຂັ້ນທ້ອງຖິ່ນ ຫຼືເຂດຊົນນະບົດ ບົດບາດຂອງແມ່ຍິງ ຍັງຖືກຮີດຄອງປະເພນີກີດກັ້ນ ໂດຍສົ່ງເສີມໃຫ້ແຕ່ເພດຊາຍເປັນໃຫຍ່ ເຮັດໃຫ້ແມ່ຍິງບໍ່ໄດ້ຮຽນໜັງສື ໃນລະດັບຊັ້ນທີ່ສູງຄືກັນກັບຜູ້ຊາຍ ໂດຍທາງຄອບຄົວ ຈະໃຫ້ລູກສາວຮຽນແຕ່ພໍອ່ານອອກ ຂຽນໄດ້ ແລ້ວກໍໃຫ້ອອກໂຮງຮຽນ ມາເອົານ້ອງຊ່ອຍພໍ່ແມ່.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍແມ່ຍິງ ຢູ່ແຖວຊົນນະບົດນີ້ ກໍຮຽນຈົບມັທຍົມ ຫຼືວ່າຂັ້ນໃດຂັ້ນນຶ່ງຫັ້ນນ່າ ກໍບໍ່ໄດ້ໄປຮຽນວິຊາຊີບ ມັນຈຶ່ງເຮັດໃຫ້ຄວາມສາມາດ ຄວາມຮັບຮູ້ມີບາງອັນ ບໍ່ທັນເພດຊາຍຫັ້ນນ່າ ຍ້ອນສະພາບຄອບຄົວ ແມ່ຍິງລະແມ່ນ ຮຽນໄປໄດ້ໜ້ອຍນຶ່ງ ພໍ່ແມ່ກໍໃຫ້ອອກມາຊ່ອຍຄອບຄົວ ເອົານ້ອງຊ່ອຍພໍ່ແມ່ ຈັ່ງຊີ້ນ່າ ຮີດຄອງປະເພນີ ຍັງກວມກົດດັນຫຼາຍຢ່າງເນາະ ແມ່ຍິງ ຍັງໆ ຄິດຈົ່ງຄິດຈຽມ ບໍ່ກ້າຫານ ຍັງອາຍ.”
ຍານາງກ່າວຕື່ມວ່າ ສະຫະພັນແມ່ຍິງ ແຂວງຫຼວງພຣະບາງ ກໍຈະສືບຕໍ່ ແຜນການລົງໂຄສະນາເຜີຍແຜ່ ໃຫ້ກຸ່ມຜູ້ຊາຍເປົ້າໝາຍ ທີ່ມີອາຍຸ 15 ຂຶ້ນເມືອ ຮູ້ເຖິງບົດບາດ ຄວາມສເມີພາບຂອງ ຍິງ-ຊາຍ ເຊິ່ງບໍ່ແມ່ນເຣື່ອງງ່າຍ ທີ່ຈະເຮັດວຽກງານນີ້ໄດ້ ຈະຕ້ອງໃຊ້ເວລາໃຫ້ຮຽນຮູ້ກັນໄປເທື່ອລະກ້າວ ຄຽງຄູ່ກັນນີ້ ສະຫະພັນແມ່ຍິງ ແຂວງຫຼວງພຣະບາງ ກໍຈະສືບຕໍ່ ແຜນການຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ ກັບຄືນສູ່ຄອບຄົວ ພ້ອມທັງຝຶກອົບຮົມອາຊີບ ໃຫ້ພວກເຂົາເຈົ້າ ເພື່ອບໍ່ໃຫ້ແມ່ຍິງລາວ ຜູ້ຖືກເຄາະຮ້າຍ ກັບຄືນໄປສູ່ຂບວນການຄ້າມະນຸສອີກ.
ໃນຂະນະທີ່ ຊາວໜຸ່ມແມ່ຍິງລາວ ຢູ່ບ້ານນາແກ ເມືອງວິລະບູລີ ແຂວງສວັນນະເຂດ ກ່າວວ່າ ເຂດບ້ານນາແກ ມີບົດບາດຍິງ-ຊາຍ ເທົ່າທຽມກັນ ບໍ່ຈໍາແນກ ແລະບໍ່ແບ່ງເພດຄືແຕ່ກ່ອນແລ້ວ ເຫັນໄດ້ຈາກຄອບຄົວຂອງໂຕເອງ ແລະຄອບຄົວຂອງຜູ້ອື່ນ ທີ່ຜົວເມັຍ ຊ່ອຍກັນລ້ຽງລູກ ຮວມທັງຊ່ອຍກັນເຮັດວຽກເຮືອນນໍາດ້ວຍ ອີກທັງແມ່ຍິງໃນປັດຈຸບັນ ກໍເຮັດວຽກຕ່າງໆໄດ້ຄືກັນກັບຜູ້ຊາຍແລ້ວ.
ດັ່ງນາງກ່າວວ່າ:
“ສັງເກດເຫັນແຖວບ້ານ ບົດບາດຍິງ-ຊາຍ ດຽວນີ້ກໍເທົ່າທຽມ ເຂົາເຈົ້າບໍ່ໄດ້ແບ່ງແຍກ ແຕ່ກີ້ກໍ ຜູ້ຍິງ ຈະຕ້ອງຢູ່ເຮືອນເອົາລູກ ບໍ່ໄດ້ໄປໃສ ທຸກມື້ນີ້ເຮັດໄດ້ສໍ່າຜູ້ຊາຍລະ ໄປຫາເງິນຫາຄໍາ ຜູ້ຊາຍເຂົາເຈົ້າກໍເອົາລູກ ເອົາຫຍັງຊ່ວຍໄດ້ ທຸກມື້ນີ້ບໍ່ໄດ້ແບ່ງແຍກແລ້ວ ທຸກມື້ນີ້ ຜູ້ຍິງບໍ່ກ້າເວົ້າ ບໍ່ກ້າວ່າແຫຼະ ບໍ່ຄືແຕ່ກີ້ ແຕ່ກີ້ຢ້ານຜົວຕີ ທຸກມືີ້ນີ້ ກ້າເວົ້າກ້າວ່າແລ້ວ ຮ້ອງເຖົ້າແກ່ ມາບອກມາສອນເອົາຫັ້ນນ່າ.”
ນອກຈາກນີ້ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານ ການຄ້າມະນຸສ ປະຈໍາປີ ແລະໄດ້ຈັດໃຫ້ປະເທດລາວ ຢູ່ໃນບັນຊີປະເທດ ທີ່ມີການປາບປາມ ການຄ້າມະນຸສ ບໍ່ໄດ້ດີປານໃດ ຫຼືຢູ່ໃນ Tier 2 ໃນປີ 2022 ຄືກັບປີ 2021 ທີ່ຜ່ານມາ ໂດຍເດືອນມິຖຸນາ ທີ່ຜ່ານມານີ້ ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ສາມາດຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ໄດ້ທັງໝົດ 477 ຄົນ, ທັງຄົນລາວ ແລະ ຄົນຕ່າງປະເທດ ໂດຍໃນນັ້ນ ມີແມ່ຍິງ 199 ຄົນ ແລະໃນປີ 2021, ເຈົ້າໜ້າທີ່ທາງການລາວ ໄດ້ຣາຍງານການເຮັດວຽກກັບຄູ່ຮ່ວມງານສາກົນ ເພື່ອສົ່ງຄົນໄທຍ 37 ຄົນ, ຄົນວຽດນາມ 12 ຄົນ, ແລະ ຄົນຣັດເຊັຽ 6 ຄົນ ກັບຄືນປະເທດ ເຊິ່ງເຂົາເຈົ້າທັງໝົດ ຖືກບັງຄັບໃຫ້ເຮັດວຽກ ແລະ ຄ້າປະເວນີ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄຳ.