ແມ່ຍິງ ປະເຊີນ ຄວາມຮຸນແຮງ ໃນຄອບຄົວ ເຖິງ 30%

ສຸພັດຕາ
2022.07.28
ແມ່ຍິງ ປະເຊີນ ຄວາມຮຸນແຮງ ໃນຄອບຄົວ ເຖິງ 30% ການດຳເນີນ ຊີວິຕຂອງແມ່ຍິງ ທີ່ທຳໜ້າທີ່ຫຼາຍຢ່າງ ໂດຍສະເພາະ ໃນໄລຍະການຣະບາດ ຂອງໂຄວິດ-19.
ນັກຂ່າວ ພົລເມືອງ

ອົງການສະຫະປະຊາຊາຕ ເພື່ອການພັທນາ ຫຼື (UNDP) ປະຈໍາລາວ ລະບຸວ່າ ຫຼາຍກວ່າ 30% ຂອງຈໍານວນແມ່ຍິງລາວ ປະສົບບັນຫາຄວາມຮຸນແຮງ ໃນຄອບຄົວ ມີພຽງແຕ່ 2% ເທົ່ານັ້ນ ທີ່ຣາຍງານຕໍ່ເຈົ້າໜ້າທີ່ ແລະສ່ວນໃຫຍ່ ເປັນແມ່ຍິງຊົນເຜົ່າ ທີ່ປະເຊີນກັບຄວາມຮຸນແຮງ ແລະບໍ່ມາຣາຍງານ ເຈົ້າໜ້າທີ່. ເຊິ່ງຄວາມຮຸນແຮງ ທີ່ແມ່ຍິງປະເຊີນນັ້ນ ປະກອບດ້ວຍ 4 ຮູບແບບຄວາມຮຸນແຮງ ຄື ຄວາມຮຸນແຮງທາງຮ່າງກາຍ, ທາງຈິຕໃຈ, ທາງເພດ ແລະທາງຊັພສິນ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ UNDP ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 28 ກໍຣະກະດາ ນີ້ວ່າ:

“ຄວາມຮຸນແຮງທາງດ້ານຮ່າງກາຍ ຈະເປັນເຣື່ອງຂອງການຕີ. ການທຸບ. ການທີ່ເຮັດໃຫ້ແມ່ຍິງນັ້ນບາດເຈັບ ຄວາມຮຸນແຮງທາງຈິຕໃຈ ກະຄື ຈະເປັນຄວາມເວົ້າ ຄໍາວ່າ ການເວົ້າຢຽດສີ ທີ່ເຮັດໃຫ້ແມ່ຍິງ ຫຼືເດັກນ້ອຍນັ້ນ ຮູ້ສຶກບໍ່ສະບາຍໃຈ. ເວົ້າເຣື່ອງຄວາມຮຸນແຮງທາງເພດ ຄື ການຂົ່ມຂືນ ກະທໍາຊໍາເລົາ ທີ່ເຮັດໃຫ້ແມ່ຍິງນັ້ນເສັຍຫາຍ. ຄວາມຮຸນແຮງທາງດ້ານຊັບສິນ ແລະເສຖກິຈ ກໍເວົ້າເຣື່ອງຂອງເສຖກິຈ ທີ່ວ່າເຮັດໃຫ້ແມ່ຍິງ ບໍ່ໄດ້ຮັບຜົລປໂຍດອັນຊອບທັມ.”

ພາຍໃຕ້ໂຄງການຄັນຮົ່ມ ປັດຈຸບັນ UNDP ໄດ້ຮັບທຶນສນັບສນູນ ຈາກອົງການຮ່ວມມື ສາກົລຍີ່ປຸ່ນ ຫຼື Japan International Cooperation Agency (JICA) ຈຶ່ງໄດ້ຮ່ວມມືກັບ ສະຫະພັນແມ່ຍິງລາວ ຄະນະກັມມະການແຫ່ງຊາຕ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະເດັກນ້ອຍ, ກະຊວງຍຸຕິທັມ, ກະຊວງປ້ອງກັນຄວາມສະຫງົບ, ອົງການອັຍການ ປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ ເພື່ອຈັດຕັ້ງໂຄງການ ມາຕຖານ ການດໍາເນີນການຊ່ອຍເຫຼືອ ສໍາລັບຜູ້ລອດຊີວິຕ ຈາກຄວາມຮຸນແຮງ ທີ່ເກີດຂຶ້ນຈາກຄວາມບໍ່ສເມີພາບ ຂອງເພດຍິງ ແລະເພດຊາຍ.

ພາກສ່ວນທີ່ກ່ຽວຂ້ອງທັງໝົດ ໂດຍສະເພາະຂແນງຍຸຕິທັມ ຈະດໍາເນີນການ ເປັນທີ່ປຶກສາ ໃຫ້ແມ່ຍິງລາວ ສາມາດເຂົ້າເຖິງແຫຼ່ງທຶນ ທີ່ຊ່ອຍເຫຼືອທາງດ້ານກົດໝາຍ ພາຍຫຼັງທີ່ແມ່ຍິງ ໄດ້ຮັບຄວາມຮຸນແຮງ ທາງຮ່າງກາຍ ແລະຈິຕໃຈ ແລ້ວບໍ່ໄດ້ຮັບການປິ່ນປົວ ພ້ອມທັງຂຶ້ນແຜນໂຄສະນາ ກ່ຽວກັບສິທ ແລະບ່ອນບໍຣິການ ທີ່ແມ່ຍິງ ສາມາດເຂົ້າຮັບການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ຫາກໄດ້ຮັບຄວາມຮຸນແຮງ ພາຍໃນຄອບຄົວ.

ດັ່ງເຈົ້າໜ້າທີ່ UNDP ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ມັນມີຄ່າໃຊ້ຈ່າຍ ອິຫຍັງຕ່າງໆຫັ້ນນ່າ ຕ້ອງໄດ້ຈ່າຍໃນເຣື່ອງ ຂອງການຮ້ອງຟ້ອງ ອິຫຍັງຕ່າງໆ ເອົາໄປເອົາມາ ຜູ້ທີ່ຖືກໃຊ້ຄວາມຮຸນແຮງ ແຫ່ງທຸກຕື່ມອີກຫັ້ນນ່າ ເຂົາກະເລີຍວ່າ ຕ້ອງເອົາບັນດາຂແນງຍຸຕິທັມ ເຂົ້າມາມີສ່ວນຮ່ວມ ໃນການແກ້ໄຂບັນຫາ.”

ຄວາມຮຸນແຮງໃນຄອບຄົວ ທີ່ແມ່ຍິງ ແລະເດັກນ້ອຍປະເຊີນ ແມ່ນມີຢູ່ທຸກບ່ອນ ໂດຍສະເພາະ ແຂວງອັດຕະປື ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ຖືກຄົນໃກ້ຊິດ ໃຊ້ຄວາມຮຸນແຮງ ທາງຮ່າງກາຍ, ຈິຕໃຈ ແລະທາງເພດ ເປັນຕົ້ນ ເຈົ້າໜ້າທີ່ຣັຖ ທີ່ກິນບໍານານແລ້ວ ອາຍຸປະມານ 70 ປີ ຂົ່ມຂືນ ກະທໍາຊໍາເລົາ ຫຼານຂອງເມັຍ ອາຍຸ 10 ປີ, ພໍ່ຂົ່ມຂືນກະທໍາຊໍາເລົາ ລູກຂອງໂຕເອງ ອາຍຸ 15 ປີ ແລະຜົວນອກໃຈເມັຍ ອີກທັງຄວາມຮຸນແຮງ ພາຍໃນຄອບຄົວ ທີ່ແມ່ຍິງ ແລະເດັກນ້ອຍ ປະເຊີນນັ້ນ ເຂົາເຈົ້າບໍ່ມັກມາຣາຍງານຕໍ່ເຈົ້າໜ້າທີ່ ໂດຍສະເພາະ ແມ່ຍິງແລະເດັກນ້ອຍ ໃນເຂດນອກ.

ດັ່ງເຈົ້າໜ້າທີ່ ຜແນກຍຸຕິທັມ ແຂວງອັດຕະປື ກ່າວໃນມື້ດຽວກັນ ນີ້ວ່າ:

“ປີກ່ອນກໍມີ ພໍ່ຂົ່ມຂືນລູກລ້ຽງຈັ່ງຊີ້ຫັ້ນນ່າ. ແລ້ວກໍ ປີຕໍ່ມາ ກະມີລຸງເຂີຍ ຂົ່ມຂືນຫຼານ. ກໍເປັນນິສັຍສ່ວນໂຕຫັ້ນແຫຼະ. ຄັນຊິວ່າ ຄື ຜູ້ຂົ່ມຂືນຫຼານຫັ້ນ ເພິ່ນກໍເປັນພະນັກງານບໍານານ ເພິ່ນກໍຮູ້ຄືກັນ. ລະບຽບກົດໝາຍຫັ້ນນ່າ. ດຽວນີ້ເຂົາເຈົ້າ ກໍແບບຄືຜູ້ຍິງ ທີ່ເຂົາຖືກກະທໍາ. ເຂົາບໍ່ທັນຮູ້ບ່ອນໃດ ບ່ອນມາຫັ້ນນ່າ ເຂົາບໍ່ທັນຮູ້ບ່ອນທີ່ເພິ່ງ. ເຂົາກະບໍ່ທັນເຂົ້າໃຈຈະແຈ້ງຫັ້ນນ່າ ພົບຄວາມຮຸນແຮງ. ເຂົາກໍໍບໍ່ກ້າຊິໄປສເນີບ່ອນໃດຫັ້ນນ່າ. ສ່ວນຫຼາຍແມ່ຍິງ ກໍຍັງຖືກຄອບງໍາອິຫຍັງຢູ່ຫັ້ນນ່າ ຍັງບໍ່ທັນກ້າສະແດງອອກ.”

ຍານາງກ່າວຕື່ມວ່າ ບັນຫາຄວາມຮຸນແຮງ ພາຍໃນຄອບຄົວ ທີ່ກ່າວມາຂ້າງຕົ້ນນັ້ນ ໜ້າເປັນຫ່ວງ ເຊິ່ງທາງພາກສ່ວນທີ່ກ່ຽວຂ້ອງ ກໍລົງໂຄສະນາຕາມບ້ານ ທີ່ຢູ່ຫ່າງໄກສອກຫຼີກ ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້ເຖິງຄວາມສເມີພາບ ຂອງຍິງ-ຊາຍ ແລະສິທໃນການເຂົ້າເຖິງ ຂໍ້ມູນຂ່າວສານ ແຕ່ການໂຄສະນາດັ່ງກ່າວ ກໍບໍ່ທົ່ວເຖິງ, ຂະນະດຽວກັນ ຫ້ອງການແມ່ຍິງ ແຂວງອັດຕະປື ໄດ້ດໍາເນີນການຂໍງົບປະມານ ສນັບສນູນ ຊື້ອຸປະກອນສໍານັກງານ ແລະອື່ນໆ ຈາກກອງທຶນປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື (UNFPA) ປະຈໍາລາວ ເພື່ອຕຣຽມເປີດສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ປະຈໍາແຂວງອັດຕະປື. ປັດຈຸບັນສູນນີ້ ສ້າງອາຄານສໍາເຣັດແລ້ວ ແລະຫວັງວ່າ ແມ່ຍິງແລະເດັກນ້ອຍພາຍໃນແຂວງ ຈະເຂົ້າມາໃຊ້ບໍຣິການສູນນີ້ເພີ່ມຂຶ້ນ ແລະສາມາດຫຼຸດຜ່ອນ ຄວາມຮຸນແຮງພາຍໃນຄອບຄົວໄດ້.

ຂະນະທີ່ ຢູ່ເມືອງສຸຂຸມາ ແຂວງຈໍາປາສັກ ເພດຊາຍ ມັກພາກັນ ມົວເມົາກັບຢາເສບຕິດ ອັນເປັນສາເຫດ ເຮັດໃຫ້ເກີດຄວາມຮຸນແຮງ ໃນຄອບຄົວ ແລະສັງຄົມ ເປັນຕົ້ນ ມີກໍຣະນີ ເດັກນ້ອຍອາຍຸ 10 ປີ ຖືກວັຍຣຸ້ນຊາຍ ເມົາຢາບ້າຂົ່ມຂືນກະທໍາຊໍາເລົາ ແລ້ວຂ້າຕາຍ ແລະ ແມ່ມານ ຖືກຜົວເມົາຢາບ້າ ທໍາຮ້າຍຮ່າງກາຍ.

ປັດຈຸບັນ ຜແນກຍຸຕິທັມ ແຂວງຈໍາປາສັກ ກໍໄດ້ລົງໂຄສະນາ ປູກຈິຕສໍານຶກ ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ແລະບໍຣິການ ໃຫ້ຄໍາປຶກສາ ແບບເຄື່ອນທີ່ ເພື່ອສ້າງການປ່ຽນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະສົ່ງເສີມການ ເຂົ້າເຖິງຄວາຍຸຕິທັມຕໍ່ຍິງ.

ດັ່ງເຈົ້າໜ້າທີ່ ຫ້ອງການແມ່ຍິງ ເມືອງສຸຂຸມາ ແຂວງຈໍາປາສັກ ກ່າວໃນມື້ດຽວກັນ ນີ້ວ່າ:

“ບໍ່ແມ່ນວ່າ ເຂົາບໍ່ຢາກມາສເນີດອກ ເຂົາບໍ່ຮູ້ເນາະ ສ່ວນຫຼາຍເຮົາໄປບໍ່ເຖິງເຂົາຫັ້ນນ່າ ຈັກຊິສເນີກັບໃຜ ມາຫາໃຜອິຫຍັງຫັ້ນນ່າ ສ່ວນຫຼາຍແມ່ນຄົນບ້ານນອກວ່າຊັ້ນສາ ຄ່ອຍໆດີຂຶ້ນ ເຮົາມາເບິ່ງທາງຍຸຕິທັມ ກໍໄດ້ລົງນໍາ ລົງເຜີຍແຜ່ເຣື່ອງກົົດໝາຍອິຫຍັງ.”

ຢູ່ບ້ານປາກຮຸງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກໍມີກໍຣະນີ ຜົວເມົາເຫຼົ້າ, ເມົາຢາເສບຕິດ ພໍມາຮອດເຮືອນແລ້ວ ກໍຕົບຕີເມັຍ ເຊິ່ງເປັນຄວາມຮຸນແຮງທາງດ້ານຮ່າງກາຍ ແລະຈິຕໃຈ ຍ້ອນເຮັດໃຫ້ເມັຍໄດ້ຮັບບາດເຈັບ ແລະເມັຍ ຖືກຜົວປ້ອຍດ່າ ຈົນເຮັດໃຫ້ອໍານາດການປົກຂັ້ນບ້ານ ໄດ້ສຶກສາອົບຮົມ ແລະເຮັດບົດບັນທຶກ ກັບຜູ້ເປັນຜົວໄວ້ ເພື່ອບໍ່ໃຫ້ກັບມາທໍາຮ້າຍຮ່າງກາຍເມັຍອີກ.

ດັ່ງຊາວບ້ານ ຢູ່ບ້ານປາກຮຸງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນ ນີ້ວ່າ:

“ເກີດຂຶ້ນໃນຄອບຄົວ ບາງເທື່ອກໍຜົວເມັຍບໍ່ເຂົ້າໃຈກັນ ແລະກໍ ກິນເຫຼົ້າກິນຢາມາ ຈັ່ງຊີ້ນ່າ ມາໃຊ້ຄວາມຮຸນແຮງຢູ່ໃນຄອບຄົວ ມາແກ້ ກໍມີແຕ່ບ້ານແກ້ ສຶກສາອົບຮົມ ເຮັດບົດບັນທຶກໄວ້ ເຊັນໄວ້ຊີ້ນ່່າ ເຮັດບົດບັນທຶກແລ້ວ ເຂົາເຈົ້າກໍແລ້ວໄປຫັ້ນນ່າ ເຂົາເຈົ້າກໍຢ້ານ ຜູ້ຜິດພາດໄປ ເຮົາຕ້ອງວາງລະບຽບໃສ່ເຂົາເຈົ້າ ມາສຶກສາອົບຮົມ ແລ້ວໃສ່ລະບຽບໄວ້ ຮຸນແຮງໄປ ເຮົາກໍໄດ້ປັບໃໝບໍ ແນວນັ້ນແນວນີ້ນ່າ.”

ສ່ວນຢູ່ບ້ານໂພນໄຊ ເມືອງນໍ້າບາກ ແຂວງຫຼວງພຣະບາງ ຜົວເມັຍຄູ່ນຶ່ງ ກໍແຍກກັນຢູ່ ຍ້ອນຜູ້ເປັນຜົວ ເຮັດໃຫ້ເກີດຄວາມຮຸນແຮງ ທາງເສຖກິຈແລະສັງຄົມ ຄືຄອບຄົວເສັຍໂອກາດ ໃນການສ້າງລາຍໄດ້ ຍ້ອນຜົວຕິດຢາເສບຕິດ ມີແຕ່ເມັຍທໍາມາຫາກິນ ຢູ່ຜູ້ດຽວ ຈຶ່ງເຮັດໃຫ້ແຍກກັນຢູ່ ແຕ່ບໍ່ເຖິງຂັ້ນຢ່າຮ້າງ.

ດັ່ງອໍານາດການປົກຄອງບ້ານ ບ້ານໂພນໄຊ ເມືອງນໍ້າບາກ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນ ນີ້ວ່າ:

“ຜົວກິນຢາບໍ ເມັຍເຂົາບາດນີ້ ບໍ່ຢາກສ້າງຄອບຄົວ ເຂົາບໍ່ຢາກເຮັດຢາກສ້າງ ແລ້ວກໍຜົວເມັຍ ເຂົາກໍຢາກແຍກກັນຢູ່ຫັ້ນແຫຼະ ເຣື່ອງເອົາຜົວເອົາເມັຍ ມັນມັນຕ້ອງຢາກຮັ່ງຢາກມີຫັ້ນແຫຼະ ບໍ່ເຮັດບໍ່ສ້າງ ແລ້ວກໍຢາກແຍກກັນຢູ່ຫັ້ນແຫຼະ ສ່ວນຫຼາຍກະເປັນແບບນັ້ນ ແຕ່ເຂົາກໍທັບບໍ່ຕີບໍ່ສັງ ບາງທີຕໍ່ໄປ ໃນອະນາຄົດນັ້ນ ຄັນວ່າຜົວຢ່າ (ຢາເສບຕິດ) ໄດ້ ເຂົາກໍເອົາກັນຄືນ ແບບວ່າ ແຍກກັນຢູ່ຊື່ໆຫັ້ນນ່າ.”

ນອກຈາກນີ້ ອີງຕາມການສໍາຣວດດັດສະນີສັງຄົມຂອງລາວ ໃນປີ 2011-2012 ພົບວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຖືກຍອມຮັບວ່າ ບໍ່ແມ່ນສິ່ງທີ່ຜິດ ຖ້າແມ່ຍິງຄົນນັ້ນ ບໍ່ປະຕິບັດຕາມລະບຽບປະເພນີ, ພາຣະບົດບາດ ແລະການພົວພົນ ລະຫວ່າງຍິງ-ຊາຍ ໃນສັງຄົມລາວ. ຂະນະທີ່ ແມ່ຍິງ 1 ໃນ 3 ຄົນ ຖືກກະທໍາຄວາມຮຸນແຮງ ທາງດ້ານຮ່າງກາຍ, ທາງເພດ ແລະ ທາງຈິຕໃຈ ແລະແມ່ຍິງ 3 ໃນ 4 ຄົນ ຖືກກະທໍາຄວາມຮຸນແຮງ ທາງດ້ານຮ່າງກາຍ, ທາງເພດ ແລະຈິຕໃຈ ບໍ່ໄປຊອກຄວາມຊ່ອຍເຫຼືອ, ອີງຕາມການຣາຍງານ ຈາກແຜນປະຕິບັດແຫ່ງຊາຕ ເພື່ອຫຼຸດຜ່ອນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ປີ 2014-2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.