ຫຼາຍແຂວງ ສລອງ ວັນປະຊາກອນ ໂລກ

ອຸ່ນແກ້ວ
2022.07.21
ຫຼາຍແຂວງ ສລອງ ວັນປະຊາກອນ ໂລກ ການອອກແຮງງານ ເພື່ອຄວາມຢູ່ລອດ ໄປໃນແຕ່ລະມື້ ຂອງ ເດັກນ້ອຍລາວ ຢູ່ຂົນນະບົດ ແຂວງສວັນນະເຂດ
ນັກຂ່າວ ພົລເມືອງ

ຫຼາຍແຂວງໃນລາວ ສລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງ ດ້ານປະຊາກອນ ສນັບສນູນສິທທິ ແລະ ທາງເລືອກສໍາລັບທຸກຄົນ. ໃນຂະນະ ບັນຫາການເຂົ້າເຖິງການວາງແຜນຄອບຄົວ ແລະ ທາງເລືອກ ແລະ ການຄຸມກໍາເນີດ ຂອງຊາວໜຸ່ມແມ່ຍິ່ງ ຢູ່ເຂດຊົນນະບົດ ຍັງພົບຄວາມທ້າທາຍ ທີ່ຈະບັນລຸ ຄໍາໝັ້ນສັນຍາ ຕໍ່ກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັທນາຄັ້ງທີ 25 ຫຼື ICPD25 ຮອດປີ 2030 ຈະຢຸດຕິອັດຕຣາການຕາຍຂອງແມ່.​

ຮອດປີ 2030 ​ຈະເພີ່ມອັດຕຣາ ການນໍາໃຊ້ວິທີ່ການຄຸ້ມກໍາເນີດ ໃຫ້ກວມ 70 ເປີເຊັນ ສ່ວນປີ 2021 ອັດຕຣາການຄຸມກໍາເນີດ ກວມເອົາ 53 ເປີເຊັນ. ທາງການລາວ ມີວາງແຜນການເອົາໄວ້ ຮອດປີ 2030 ຈະຕ້ອງມີຜູ້ວາງແຜນຄອບຄົວຕື່ມອີກ  140,000 ຄົນ ສ່ວນວ່າ ປີ 2012-2021 ມີ ຜູ້ວາງແຜນຄອບຄົວ 190,000 ​ຄົນ.​

ແຂວງຫລວງພຣະບາງ ກໍເປັນແຂວງນຶ່ງ ທີ່​ມີບັນຫາເຣື່ອງຊົນເຜົ່າ ແຕ່ງງານແຕ່ອາຍຸ 12-13 ປີ ເຊິ່ງມີການປະຕິບັດກັນມາ ຈົນກາຍເປັນຄວາມຊິນເຄີຍ, ແລະ ເຮັດໃຫ້ ແມ່ຍິງ ອາຍຸ 17 ບາງຄົນ ມີລູກຮອດ 3 ຄົນແລ້ວ ຫຼື ບາງກໍຣະນີ ແມ່ຍິງກໍເສັຽຊີວິຕ ໃນເວລາເກີດລູກ.​

ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ວ່າ:

ແຕ່ມັນມົ້ງນີ້​ມັນມີບັນຫາ ໃຫ້ພວກເຮົາວ່າ ມັນແຕ່ງງານແຕ່ອາຍຸ 12-13 ປີ ນີ້ນ່າ. ພວກເອື້ອຍ ກໍອຸກໃຈ ເວົ້າກໍເຄີຍໄດ້ສຶກສາ ໄປລົມພໍ່ແມ່ ລົມນາຍບ້ານ ເປັນຫຍັງ ໃຫ້ອະນຸຍາດເອົາ ມິຫຍັງຫັ້ນນ່າ ແຕ່ວ່າ ທາງບ້ານນີ້ ວ່າບໍ່ໄດ້ ເຜົ່າມົ້ງນີ້ ມັນອັນຕຣາຍ ເພາະວ່າ ຄັນຖ້າບໍ່ໃຫ້ເຂົາແຕ່ງງານ ຄັນນັ້ນແລ້ວ ເຂົາກິນຢາຕາຍ ເຮົາກໍເວົ້າປັດໃຈຄວາມສ່ຽງ ວ່າ ເຈົ້າຊິມີຄວາມສ່ຽງ ຕໍ່ການມີລູກ ການຖືພາ ແມ່ນຫຍັງຕ່າງໆ ແຕ່ເຂົາກໍບໍ່ຟັງເຮົາ.”

ຍາງນາງ ຍັງກ່າວຕື່ມວ່າ ໄລຍະໂຄວິດ-19​ ຣະບາດ ແຂວງຫລວງພຣະບາງ ຍັງຂາດເຄື່ອງມື ແລະ ຢາ ໃນການຄຸມກໍາເນີນ ສະນັ້ນ ຈຶ່ງເຮັດໃຫ້ອັດຕຣາການຄຸມກໍາເນີດ ແບບ CPR ໃນປີ 2021 ໄດ້ພຽງແຕ່ 53 ເປີເຊັນ. ການຄຸມກໍາເນີນ ຢູ່ແຂວງຫລວງພຣະບາງ ປະກອບມີ ການໃສ່ຫ່ວງ, ກິນຢາ ແລະ ແບບຝັງເຂັມ.​

ໃນ​ປີ 2021, ຜູ້ໃຊ້ບໍຣິການວາງແຜນຄອບຄົວ ຢູ່ ແຂວງຈຳປາສັກ ມີພຽງ 39 ເປີເຊັນ ຂະນະທີ່ ປີ 2020 ແຂວງ ຈຳປາສັກ ມີຜູ້ໃຊ້ບໍຣິການວາງແຜນຄອບຄົວ 44 ເປີເຊັນ ຍ້ອນວ່າ ໃນໄລຍະການແຜ່ຣະບາດໂຄວິດ-19 ຊາວໜຸ່ມ ແມ່ຍິງ ບໍ່ສາມາດເດີນທາງເຂົ້າເມືອງ ແລະ ແຂວງ ເພື່ອຮັບການບໍຣິການວາງແຜນຄອຄົວໄດ້ອີກ.

ໃນ​ຂະ​ນະ​ທີ່ ທີມ​ແພດ-ໝໍ ແຂວງ​ຈຳ​ປາ​ສັກ ກໍ​ໄດ້ ຂຽນ​ແຜນ​ສ​ເນີ ຂຶ້ນ​ບັນ​ຊີ​ຢາ ແລະ ເຄື່ອງ​ມື​ທາງ​ການ​ແພດ ທີ່ຕ້ອງ​ການໄປ​ຍັງ​ຂັ້ນ​ສູນ​ກາງ ແລະ ​ໃຫ້​ໂຄ​ສ​ນາ ​ວາງ​ແຜນ​ຄອບ​ຄົວ ໃຫ້​ຫຼາຍ​ຂຶ້ນ.

ເຈົ້າ​ໜ້າ​ທີ່ ​ຜ​ແນກ​ສາ​ທາ​ຣະ​ນະ​ສຸ​ຂ ແຂວງ​ຈຳ​ປາ​ສັກ ກ່າວ​ໃນ​ວັນ​ທີ 21 ກໍ​ຣະ​ກະ​ດາ ວ່າ:

ເຮົາພະຍາຍາມ ຍາຍການໂຄນານີ້ນ່າ ໃຫ້ມັນຫຼາຍຂຶ້ນ ໄປຮອດເຂດຫ່າງໄກ​. ເຮົາກໍວ່າ ເອີ ມັນຈັ່ງຊິດີຂຶ້ນ ເຂົາເຈົ້າໄປຊື້ຢາກິນເອງ ຢູ່ນຳຮ້ານ ເຮົາກໍຍັງບໍ່ທັນໄດ້ເກັບໂຕນີ້ຫັ້ນ. ເຮົາກໍອັນນັ້ນຫັ້ນ ເຮົາກໍເນີສູນກາງ ວ່າ ອັນນັ້ນ ຂໍໃຫ້ເພິ່ນຈັດສົ່ງຢາມາໃຫ້ປົກຕິ ຄັນຖ້າວ່າ ເຂົາເຈົ້າໄດ້ວາງແຜນຄອບຄົວເນາະ ມັນກໍກ່ຽວຂ້ອງທາງດ້ານສຸພາບແມ່. ສຸພາບດີ ມີລູກຫ່າງ ບໍ່ມີລູກຫຼາຍຄົນ ຫ່າງໄກ ທຸກຍາກ.”

ຍານາງ ກ່າວ​ຕື່ມ​ວ່າ ອັນ​ຕ​ຣາ​ການຕາຍ​ຂອງ​ແມ່ ຢູ່ ແຂວງ​ຈຳ​ປາ​ສັກ ໄລ​ຍະ 6 ເດືອນ ຕົ້ນ​ປີມີ​ແມ່​ເສັຽ​ຊີ​ວິຕ 1 ຄົນ ເຊິ່ງ​ເປັນ​ຈຳ​ນວນ​ທີ່​ຫຼຸດ​ລົງ​ຫຼາຍ​ຈາກ​ປີ 2021 ທີ່​ຜ່ານ​ມາ ທີ່ຈຳ​ນວນ​ການ​ຕາຍ​ ຂອງ​ແມ່ມີ​ເຖິງ 10 ຄົນ. 

ສ່ວນ​ຢູ່ ແຂວງ​ຫລວງພ​ຣະ​ບາງ ກໍ​ມີ​ຄົນ​ງານ​ລາວ ຈາກ​ປະ​ເທດ​ໄທ​ຍ ເດີນ​ທາງ​ກັບ​ບ້ານ ແລະ ຈຳ​ນວນ​ນຶ່ງ ກໍ​ຕິດ​ເຊື້ອ HIV/Aids ໂດຍ​ບໍ່​ຮູ້​ໂຕ ຈຶ່ງ​ມີ​ລູກ​ນຳ​ກັນ ເຮັດ​ໃຫ້​ເມື່ອ​ລູກ​ເກີດ​ມາ ກໍ​ມີ​ເຊື້ອ​ດັ່ງ​ກ່າວ​ນຳ​ດ້ວຍ, ປັດ​ຈຸ​ບັນ ຜູ້​ເປັນ​ພໍ່ ແລະ ແມ່ ໄດ້​ເສັຽ​ຊີ​ວິຕແລ້ວ ເຫຼືອ​ແຕ່​ລູກ ເປັນ​ເດັກ​ຍິງ​ອາ​ຍຸ 5 ປີ ທີ່​ຢູ່​ໃນ​ການ​ດູ​ແລ​ຂອງ​ທີມ​ແພດ-ໝໍ ຢ່າງ​ໃກ້​ຊິດ ເພື່ອ​ໃຫ້​ເດັກ​ຍິງ​ຄົນ​ດັ່ງ​ກ່າວ ກິນ​ຢາ​ຢັບ​ຢັ້ງ​ເຊື້ອ HIV ແລະ ມີ​ຊີ​ວິດຕຢູ່​ໄດ້ ​ຄືຄົນ​ປົກ​ຕິ.

ເຫດ​ການ​ດັ່ງ​ກ່າວ ເຮັດ​ໃຫ້​ທີມ​ງານ​ແພດ-ໝໍ ແຂວງ​ຫລວງ​ພ​ຣະ​ບາງ ເລັງ​ເຫັນ​ວ່າ ຊາວ​ໜຸ່ມແມ່​ຍິງ​ລາວ ພາຍ​ໃນ​ແຂວງ​ຫລວງ​ພ​ຣະ​ບາງ ບໍ່​ມີ​ຄວາມ​ຕ​ະ​ໜັກ ແລະ ເຂົ້າ​ໃຈ​ການ​ປ້ອງ​ກັນ ດ້ວຍ​ການ​ໃສ່​ຖົງ​ຢາງ​ອະ​ນາ​ມັຍ ເຊິ່ງ​ເປັນ 1 ໃນ 7 ວີ​ທີ​ການ​ຄຸມ​ກຳ​ເນີດ ແລະ ການປ້ອງ​ກັນ​ພະ​ຍາດ​ຕິດ​ຕໍ່​ທາງ​ເພດ​ສັມ​ພັນ ຫຼື ພ​ຕ​ພ. ເຈົ້າ​ໜ້າ​ທີ່ ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ແຂວງຫລວງ​ພ​ຣະ​ບາງ ໄດ້​ກ່າວ​ວ່າ​ໃນວັນ​ທີ 21 ກໍ​ຣະ​ກະ​ດາ ວ່າ:

ເຮົາກະບອກມັນເປັນສິ່ງດຽວ ສຳລັບການປ້ອງກັນ. ບໍ່ໃຫ້ຖືພາ ຊື່ໆ ແຕ່ເຣື່ອງ ນີ້ ມັນປ້ອງກັນບໍ່ໄດ້ ເຮົາກໍບອກ ເຣື່ອງການນຳໃຊ້ຖົງຢາງ ອະນາມັຍ ເຂົາ ກໍຍັງເປັນການໜ້າອາຍຢູ່ ເມື່ອເວລາເອົາຂໍ້ມູນ ສຸສຶກສານີ້ ຜົວບໍ່ມີນີ້ ມີແຕ່ເມັຽມານີ້ ມັນກໍຄາ ຢູ່ແຕ່ບ່ອນນີ້ ແຫຼະເຮົານ່າ ເພິ່ນບໍ່ຢາກໃຫ້ເພິ່ນ ຄິດວ່າ ເມັຽເພິ່ນປ້ອງກັນແລ້ວ ຊິບໍ່ມີບັນຫາ ແຕ່ສຸດທ້າຍ ມັນ ມີບັນຫາເຣື່ອງ ຫຼືວ່າ ດີແທ້ຜົວດຽວ ເມັຽດຽວ ແຕ່ວ່າ ມັນບໍ່ເປັນຄືໃຈເຮົາໝົດທຸກຄົນ ຄື ເຮົາຮູ້ນາະ.”

ຍາ​ນາງ ກ່າວ​ຕື່ມວ່າ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ນັບ​ແຕ່​ເດືອນ ມົກ​ກະ​ຣາ ຫາ ເດືອນ ມິ​ຖຸ​ນາ ປີ 2021 ຜ່ານ​ມາ ປະ​ເທດ​ລາວ ມີ​ຜູ້​ຕິດ​ເຊື້ອ HIV/Aids ຈຳ​ນວນ 818 ຄົນ ໃນ​ນັ້ນ ເພດ​ຊາຍ 558 ຄົນ, ຍິງ 260 ຄົນ ແລະ ໃນນັ້ນ ເສັຽ​ຊີ​ວິຕ 182 ຄົນ.  

ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງເລັ່ງ​ໃສ່ ປູກ​ຈິດ​ສຳ​ນຶກ ໃຫ້​ແມ່​ມີ​ການ​ຄຸມ​ກຳ​ເນີດ ຫຼື ວ່າ ແຜນ​ຄອບ​ຄົວ ຢູ່​ເຂດຫ່າງ​ໄກ​ສອກ​ຫຼີກ ເພື່ອບໍ່​ໃຫ້​ເດັກ​ຍິງ ມີ​ລູກ​ກ່ອນ​ໄວ​ອັນ​ຄວນ.

ເຈົ້າ​ໜ້າ​ທີ່ ​ອົງການສະຫະປະຊາຊາຕ ກອງທຶນສະລັບປະຊາກອນ ຫຼື  (UNFPA) ໄດ້​ກ່າວ​ວ່າ:

ເລັງໃສ່ປົ້າໝາຍ ແມ່ນ ໄວໜຸ່ມ ແມ່ຍິງ ທີ່ຢູ່ຫ່າງໄກສອກຫຼີກ ກັບແມ່ຍິງທີ່ວ່າ ເຂົາເຈົ້າບໍ່ພ້ອມທີ່ຈະມີລູກ ເຂົາເຈົ້າ ກໍສາມາດໃຊ້ຢາຄຸມກຳເນີດໄປກ່ອນ ຈົນຊິເຂົ້າເຖິງໄວອັນຄວນເນາະ ເພາະວ່າ ເຂົາເຈົ້າແຕ່ງງານແຕ່ກ່ອນໄວ ໃຫ້ເຂົາເຈົ້າມີເວລາວາງແຜນ ບາງເທື່ອເດັກນ້ອຍ ທີ່ວ່າອູ້ມເດັກນ້ອຍຢູ່ ຄິດວ່າ ແມ່ນນ້ອງເຂົາເຈົ້າ ແຕ່ວ່າ ແມ່ນຈິງ ແມ່ນຢູ່ວ່າ ເຂົາເຈົ້າ ທ້າທາຍ ກໍແມ່ນເຣື້ອງໃຫ້ບໍຣິການ ທີ່ເປັນມິດ ຄື ແບບບໍ່ເປັນມິດນຳເຂົານ່າ ເວົ້າແບບເອີ ມາເຮັດຫຍັງ ບາງເທື່ອ ເຂົາກໍໄປບ່ອນອື່ນ ບາງເທື່ອມີລູກກໍໄປເອົາລູກອອກ ແບບບໍ່ມີແພດຊ່ຽວຊານ ແຕ່ຈິງໆ ແລ້ວ ເຂົາເຈົ້າ ສາມາດເຂົ້າໄດ້ໝົດທຸກໆ ບ່ອນ ຕາມສະຖານທີ່ບໍຣິການ ຢູ່ໃນລາວນ່າ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ມູນ​ຈາກ​ ອົງການສະຫະປະຊາຊາຕ ກອງທຶນສຳລັບປະຊາກອນ UNFPA ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປີ 2021 ມີ​ຈຳ​ນວນ​ແມ່​ທີ່​ຖືກ​ພາ ແບບບໍ່​ຕັ້ງ​ໃຈຫຼຸດ​ລົງ​ເຖິງ 243,000 ຄົນ ແລະ ການ​ລຸ​ລູກ​ແບບບໍ່​ປອດ​ພັຍ ​ຫຼຸດ​ລົງ​ເຖິງ 63,000 ຄົນ, ການ​ຕາຍ​ຂອງ​ແມ່​ ຫຼຸດ​ລົງ​ເຖິງ 170 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.