ເຂດພັດທະນາກວມລວມ ໄຊເສດຖາ ຍັງບໍ່ດຶງດູດນັກລົງທຶນ
2024.03.05
ໃນປີ 2023 ທີ່ຜ່ານມາມີບໍລິສັດ ຈາກທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນໃໝ່ ໃນເຂດພັດທະນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນຈຳນວນ 26 ບໍລິສັດທຽບໃສ່ປີ 2022 ເພີ່ມຂຶ້ນ 14 ບໍລິສັດ.
ເຖິງວ່າມີຫຼາຍບໍລິສັດທີ່ເຂົ້າມສຳຫຼວດແລະສຶກສາຄວາມເປັນໄປໄດ້ແລ້ວແຕ່ບໍ່ໄດ້ສືບຕໍ່ລົງທຶນເນື່ອງຈາກນັກລົງທຶນເລົ່ານັ້ນເຫັນວ່າເຂດດັ່ງກ່າວຍັງຂາດສີ່ງອຳນວຍຄວາມສະດວກຫຼາຍຢ່າງເຊີ່ງບໍ່ເອື້ອອຳນວຍໃນການສ້າງຕັ້ງໂຮງງານລະດັບມາດຕະຖານສາກົນ.
ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ທ່ານກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນວັນທີ 05 ມີນາ ນີ້ວ່າ:
“ມີຈໍານວນໜຶ່ງມາສົນໃຈ ແຕ່ຜູ້ທີ່ຕັດສິນໃຈລົງແທ້ ກາຍັງບໍ່ທັນຫຼາຍ ສ່ວນຫຼາຍແມ່ນທາງຢີ່ປຸ່ນ ຈີນກາມາຈຳນວນໜຶ່ງ. ອຸດສາຫະກຳເຄື່ອງປະກອບ, ພວກອີເລັກໂທຣນິກ, ຊິ້ນສ່ວນອີເລັກໂທຣນິກ ອຸດສາຫະກຳເບົາ ເປັນສ່ວນຫຼາຍ (ເນື້ອທີ່ດິນ) ນັກລົງທຶນຕ້ອງການເທົ່າໃດ ລັດຖະບານເຮົາ ກາຈັດສັນໃຫ້.”
ທ່ານກ່າວຕື່ມວ່າ ບໍລິສັດທີ່ເຂົ້າມາລົງທຶນໃໝ່ ຢູ່ເຂດພັດທະນາກວມລວມ ໄຊເສດຖາ ສ່ວນຫຼາຍເປັນປະເພດ ອຸດສາຫະກຳເບົາ ຈາກປະເທດຢີ່ນປຸ່ນ ແລະຈີນ ເປັນຕົ້ນໂຮງງານ ໂຮຢາ ລາວ ຈຳກັດ ຈາກປະເທດຢີ່ປຸ່ນ, ໂຮງງານຜະລິດ ແວ່ນຕາ ແລະແຜ່ນຮາດດິສຄ໌ ເພື່ອສົ່ງອອກ, ບໍລິສັດຈົງຫຼີນຕັກໂນໂລຊີ ຈຳກັດ ຜູ້ດຽວ ຜະລິດແຜ່ນໂຊລາເຊວ ແລະໂຮງງານຜະລິດ ອາຫານສັດ ຈາກປະເທດສິງກະໂປ.
ເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະການຄ້າກ່າວວ່າ ການເຂົ້າມາລົງທຶນໃໝ່ ຢູ່ໃນເຂດພັດທະນາກວມລວມ ໄຊເສດຖາຖືວ່າ ໃນລະດັບຕໍ່າຫຼາຍ ນັບແຕ່ໄລຍະການລະບາດ ຂອງໂຄວິດ-19 ເປັນຕົ້ນມາ. ໜັກໄປກ່ວາປະເທດລາວ ຍັງຜະເຊີນກັບສະພາບເສດຖະກິດ-ການເງິນ ທີ່ຕົກຕໍ່າ, ຂາດສະຖຽນລະພາບຈຶ່ງເຮັດໃຫ້ປະເທດລາວ ບໍ່ດຶງດູດການລົງທຶນ ຈາກຕ່າງປະເທດຫຼາຍ ເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະການຄ້າທ່ານໄດ້ກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເວົ້າເລື່ອງການຜະລິດກາຢາກງຽບແດ່ ເພາະວ່າສ່ວນຫຼາຍມັນກາຢາກໄປຊ້າແດ່ ແຕ່ວ່າຊ່ວງໄລຍະໂຄວິດມານີ້ ແລ້ວກາເຂົ້າມາໄລຍະນີ້ເສດຖະກິດ ຜັນຜວນໄປທຸກມຸມໂລກ ແລ້ວກາຢາກມີຜົນກະທົບ ຕໍ່ຜູ້ລົງທຶນ.”
ພະນັກງານບໍລິສັດຈັດຫາງານ ໃນນະຄອນຫຼວງຈັນກ່າວ່ວາບໍລິສັດ ທີ່ເຂົ້າມາລົງທຶນຢູ່ໃນເຂດພັດທະນາກວມລວມ ໄຊເສດຖາ ສ່ວນຫຼາຍຈະໃຫ້ເງິນເດືອນຄົນງານ ຕາມອັດຕາຈ້າງຂັ້ນຕໍ່າ ຄືປະມານ 1,600,000 ກີບບວກກັບເງິນລ່ວງເວລ າຖ້າລວມກັນແລ້ວກໍຢູ່ປະມານ 2-3 ລ້ານກີບຕໍ່ເດືອນ.
ປັດຈຸບັນມີຫຼາຍບໍລິສັດ, ຫຼາຍໂຮງງານຕ້ອງການຄົນງານລາວ ເຂົ້າໄປເຮັດວຽກນໍາແຕ່ດ້ວຍສະພາບເສດຖະກິດ ພາຍໃນລາວບໍ່ສອດຄ່ອງ ກັບລາຍຮັບໃນແຕ່ລະເດືອນ ຈຶ່ງເຮັດໃຫ້ຄົນງານລາວ ຈຳນວນໜຶ່ງຫັນໄປເຮັດວຽກຢູ່ໄທຍ ຫຼາຍຂຶ້ນ ແລະບໍ່ໄປສະມັກວຽກນຳບໍລິສັດ, ໂຮງງານ ຢູ່ໃນເຂດພັດທນາກວມລວມ ໄຊເສດຖາ.
ດັ່ງພະນັກງານບໍລິສັດ ຈັດຫາງານ ນາງໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ພາຍໃນສ່ວນຫຼາຍ ມັນຈະບໍ່ມີສ່ວນຫຼາຍມີແຕ່ຕ່າງປະເທດ ເຮົາສົ່ງອອກໄປຕ່າງປະເທດ ພາຍໃນຫັ້ນນ່າໄດ້ເງິນເດືອນໜ້ອຍ ແລ້ວຂະເຈົ້າບໍ່ຢາກເຮັດຂະເຈົ້າ ອອກໄປຕ່າງປະເທດໝົດເງິນ ເດືອນບໍ່ກຸ້ມຄ່າ.”
ຄົນງານລາວ ທີ່ເຮັດວຽກຢູ່ໂຮງງານຕັດຫຍິບໃນເຂດພັດທະນາ ກວມລວມໄຊເສດ ຖາກ່າວວ່າບໍລິສັດ, ໂຮງງານຢູ່ໃນເຂດດັ່ງກ່າວນີ້ ສ່ວນຫຼາຍຈະຈ່າຍເງິນເດືອນ ໃຫ້ກັບຄົນງານລາວຕາມອັດຕາ ຂັ້ນຕໍ່າທີ່ລັດຖະບານກຳນົດໄວ້ ບວກກັບເງິນລ່ວງເວລາ ຖ້າສົມທຽບໃສ່ລາຍຮັບ-ລາຍຈ່າຍ ຕໍ່ເດືອນກາຖືວ່າລາຍຮັບຄົນງານລາວ ຢູ່ໃນລະດັບຕໍ່າຫຼາຍກຸ້ມ ແຕ່ໂຕເອງແຕ່ບໍ່ກຸ້ມຄອບຄົວ ແລະບໍ່ສາມາດເກັບທ້ອນໄດ້.
ດັ່ງຄົນງານລາວນາງ ໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເງິນເດືອນເພິ່ນໃຫ້ຂັ້ນຕໍ່າລ້ານປາຍ ຈັ່ງຊີ້ ແລ້ວບວກໃສ່ເງິນໂອທີ ຕາມຜູ້ເກັ່ງ ຜູ້ບໍ່ເກັ່ງນ່າ ໂອທີຫຼາຍຈັ່ງຄ່ອຍໄດ້ຫຼາຍ ບໍ່ໂອທີກາແມ່ນບໍ່ໄດ້ເຮັດໄປວັນໆ (ຕ້ອງການເງິນເດືອນປະມານເທົ່າໃດ) ເງິນເດືອນ 5 ລ້ານ 6 ລ້ານພະນັກງານເຂົາກາຢູ່ໄດ້.”
ຄົນງານລາວ ນາງໄດ້ກ່າວຕື່ມວ່າ ຄົນງານສ່ວນຫຼາຍທີ່ເຮັດວຽກ ຢູ່ເຂດພັດທະນາກວມລວມ ໄຊເສດຖາເຖິງຈະຮູ້ວ່າ ໄດ້ຮັບເງິນເດືອນຕໍ່າບໍ່ກຸ້ມກິນ ແຕ່ກາຈຳເປັນທີ່ຈະຕ້ອງດີ້ນຮົນ ເອົາໂຕລອດໄປກ່ອນ ເພາະບໍ່ຕ້ອງການທີ່ຈະເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຫຼືບາງຄົນຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດແຕ່ບໍ່ມີ ເງິນພຽງພໍ ທີ່ຈະດຳເນີນການໃດໆ.
ຊາວນະຄອນຫຼວງວຽງຈັນ ກ່າວວ່າບໍລິສັດ, ໂຮງງານທີ່ດໍາເນີນກິດຈະການ ຢູ່ປະເທດລາວ ສ່ວນຫຼາຍຈະຈ່າຍເງິນເດືອນຕໍ່າ ບໍ່ກຸ້ມກີນຫາກທຽບໃສ່ ສະພາບເສດຖະກິດ ປັດຈຸບັນ ຈຶ່ງເຮັດໃຫ້ຄົນລາວຈຳນວນບໍ່ໜ້ອຍ ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະຢູ່ໄທຍ ແລະ ເກົາຫຼີໃຕ້.
ສ່ວນບໍລິສັດ, ໂຮງງານຈໍານວນໜຶ່ງ ທີ່ເຂົ້າມາເປີດກິດຈະການຢູ່ປະເທດລາວ ເຖິງວ່າຈະຈ່າຍເງິນເດືອນສູງປະມານ 10 ລ້ານກີບຂຶ້ນໄປ ແຕ່ເງື່ອນໄຂໃນການຮັບສະມັກກາສູງ ຕາມໄປນໍາ. ໂດຍຄົນລາວສ່ວນຫຼາຍມີຄຸນນະສົມບັດ ບໍ່ກົງຕາມເງື່ອນໄຂທີ່ກຳນົດ ເປັນຕົ້ນທັກສະພາສາຈີນ, ພາສາອັງກິດ ແລະ ເຂົ້າໃຈເລື່ອງເທັກໂນໂລຈີ ທັນສະໄໝ.
“ແມ່ນດຽວນີ້ຄົນລາວມັນຂະເຈົ້າ ຂ້າມໄປໄທຍໄປເຮັດວຽກ ຢູ່ໄທຍມີໂຮງງານຂອງຈີນ ແຕ່ວ່າຂະເຈົ້າກາຢາກໄດ້ຄົນລາວ ທີ່ວ່າໄດ້ພາສາຈີນໄປເຮັດວຽກ ຕັ້ງເງື່ອນໄຂສູງ ເງິນເດືອນກາສູງຢູ່ແຕ່ວ່າເງື່ອນໄຂ ກາມາສູງຄືກັນຫັ້ນນ່າ.”
ປັດຈຸບັນ ເຂດພັດທະນາກວມລວມ ໄຊເສດຖາມີບໍລິສັດ ທັງຈາກພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນຈຳນວນ 132 ບໍລິສັດ ລວມມູນຄ່າການລົງທຶນ ປະມານ 2,400 ລ້ານໂດລ້າຣ໌ສະຫະລັດ. ໃນເຂດນີ້ມີຄົນງານ ທັງຈາກພາຍໃນ ແລະຕ່າງປະເທດ ປະມານ 7,800 ປາຍຄົນ.
ສະເພາະ ນະຄອນຫຼວງວຽງຈັນ ມີເຂດເສດຖະກິດພິເສດ 5 ເຂດປະກອບມີເຂດພັດທະນາ ກວມລວມໄຊເສດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລອງແທງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດວຽງຈັນໂລຈິສຕິກ ມີເນື້ອທີ່ທັງໝົດ 2,360 ເຮັກຕ້າຣ໌ ຕາມສັນຍາສຳປະທານທັງ 5 ເຂດແມ່ນສາມາດດຶງດູດ ຈາກພາຍໃນແລະຕ່າງປະເທດ ໄດ້ທັງໝົດ 229 ບໍລິສັດ. ມີທຶນຈົດທະບຽນ 950 ລ້ານໂດລ້າຣ໌ສະຫະລັດ. ໃນນີ້ການລົງທຶນໂຕຈິງ ມູນຄ່າປະມານ 3 ຕື້ໂດລ້າຣ໌ສະຫະລັດ. ປະຕິບັດພັນທະໃຫ້ກັບລັດຖະບານ ໄດ້ປະມານ 278 ຕື້ກີບ. ສ້າງວຽກເຮັດງານທຳໄດ້ 9,623 ຄົນ. ສິນຄ້າທີ່ສົ່ງອອກ ປະກອບມີເຄື່ອງອີເລັກໂທຣນິກ, ເຄື່ອງນຸ່ງຮົ່ມ, ຜະລິດຕະພັນ ການແພດ, ຜະລິດຕະພັນດອກໄຟ ສະຫວ່າງ, ແຜ່ນໂຊລາເຊວ ແລະ ຜະລິດຕະພັນເຄື່ອງດື່ມ.