ເຣື້ອງທີ່ເກັບບັນທຶກໄວ້
2010-08-19
ອົງການ NGO ດ້ານແຮງງານ ຄາດວ່າ ຂົວມິຕພາບ ລາວ-ໄທ ທຸກແຫ່ງ ຈະເປັນບ່ອນ ອໍານວຍຄວາມ ສະດວກແກ່ ບັນດາແຮງງານ ຜິດກົດໝາຍ ເຂົ້າອອກປະເທດ ເພີ່ມຂຶ້ນ.
2010-08-18
ເດັກນ້ອຍ ຜູ້ຍີງລາວ ຕົກເປັນເຫຍື່ອ ຂອງຂະບວນ ການຄ້າມະນຸດ ຫລາຍຂື້ນ ໃນທຸກມື້ນີ້ ເປັນຍ້ອນ ສະພາບ ເສຖກິດ ແລະການຄອງ ຊີພຝຶດເຄືອງ ໃນລາວ ການຂາດວຽກ ເຮັດງານທໍາ ປະກອບດ້ວຍ ແສງສີລວງຕາ ທີ່ປະເທດໄທ. ສິດນີ ມີລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-08-18
ກຸ່ມແກ໊ງ ຄົນຮ້າຍ ເຂົ້າໄປປຸ້ນ ຊ້າງເພື່ອຫວັງ ຂ້າເອົາງາ ແຕ່ຖືກເຈົ້າຂອງ ຊ້າງຍິງຕາຍ ໜຶ່ງຄົນ.
2010-08-18
ກະຊວງ ກະສິກັມ ເຕືອນ ປະຊາຊົນ ໃຫ້ຣະວັງ ກ່ອນນໍາ ຊີ້ນໝູມາ ບໍຣິໂພຄ ຍ້ອນພຍາທ ຫູໝູກໍ່າ ກັບມາຣະບາທ ຄືນໃໝ່.
2010-08-18
ກອງປະຊຸມ ຄນະຣັຖບານ ສປປລາວ ຮັບຜ່ານຮ່າງ ງົບປະມານ ປະຈໍາສົກປີ 2010-2011
2010-08-18
ກອງປະຊຸມ ຄນະຣັຖບານ ສປປລາວ ຮັບຜ່ານຮ່າງ ງົບປະມານ ປະຈໍາສົກປີ 2010-2011
2010-08-18
ທາງການລາວ ວ່າ ທາງການ ກ່ຽວຂ້ອງ ທຸກຜແນກ ໃນທົ່ວປະເທດ ພຍາຍາມ ທີ່ສຸດເພື່ອ ສະກັດກັ້ນ ການແພ່ລະບາດ ຂອງພຍາດ ໄຂ້ເລືອດອອກ ໃນທົ່ວປະເທດ.
2010-08-18
ໂຄງການຊ່ວຍ ລາວ ໃນການອອກ ໃບຕາດິນ ຂອງອົງການ ເຢັຽຣະມັນ GTZ ປະສົບບັນຫາ ເທັກນິກພາບຖ່າຍ ດາວທຽມ ໃນຊ່ວງ ຣະດູຝົນ.
2010-08-18
ປະຊາຊົນ ຕ້ອງການ ໃຫ້ຣັຖບານ ປັບປຸງ ໂຮງຂ້າສັດ ໃຫ້ໄດ້ ມາຕຖານ ເພື່ອສຸຂພາບ.
2010-08-18
ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນ ຂອງ madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ. ນັບວ່າການ ຢ້ຽມຢາມເທື່ອນີ້ ມີຄວາມໝາຍ ສຳຄັນ ໂດຍສະເພາະ ວ່າມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບມາ ມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມ ປີ 1970. ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບ ການເດີນທາງໄປ ສະຫະຣັຖ ຂອງທ່ານ ໃນເທື່ອນີ້ວ່າ ຈະນໍາການ ປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການປ່ຽນແປງ ທາງຍຸທສາຕ ການເມືອງ. ເຊີນທ່ານ ຕິດຕາມ ຮັບຟັງ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-08-17
ກາຣທີ່ຍັງມີ ກາຣສົ່ງຂາຍ ຊ້າງລາວ ໄປຍັງ ສປຈີນ ແລະ ເກົາຫລີໃຕ້ ເຮັດໃຫ້ກຸ່ມ ອະນຸຮັກ ສັຕປ່າ ເປັນຫ່ວງ ແລະຢ້ານວ່າ ຈໍານວນ ຊ້າງ ໃນເມືອງລາວ ຍິ່ງຈະຫລຸດນ້ອຍ ລົງເລື້ອຍໆ ດັ່ງ: ຫວາດ ສີມູນ ຈະນໍາມາສເນີ ໃນອັນດັບ ຕໍ່ໄປ...
2010-08-17
ການເລັ່ງພັທນາ ເສຖກິດ-ສັງຄົມ ຂອງ ສປປລາວ ແລະ ປະເທດຕ່າງໆ ໃນຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ເປັນການເຮັດໃຫ້ ພົລເມືອງຈີນ ຫລັ່ງໄຫລລົ່ງສູ່ ພາກພື້ນນີ້ ໄວຂຶ້ນ ຕາມແຜນຍຸທສາດ ທີ່ທາງການລາວ ເຄີຍໄດ້ເວົ້າ ເມື່ອກ່ອນນັ້ນວ່າ ຈີນ ປະຕິບັດ ຍຸທສາດ ຂຍາຍອານາເຂດ ແຜ່ອໍານາດ ຊາດໃຫຍ່ ຢູ່ໃນຂົງເຂດ ນີີ້ແທ້ຫລືບໍ່ ຫລືວ່າເປັນ ພຽງຄຳ ໂຄສະນາ ຊວນເຊື່ອ ໃສ່ຮ້າຍ ປ້າຍສີ ເທົ່ານັ້ນ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ...
2010-08-17
ບໍຣິສັດ ໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ເຊັນບັນທຶກ ຄວາມເຂົ້າໃຈ ຊື້ກະແສ ໄຟຟ້າ ຈາກ ສປປລາວ.
2010-08-17
ອົງການຊ່ວຍເຫລືອ ປ້ອງກັນ ການຄ້າມະນຸດ ປະຈໍາແຂວງ ພາກໃຕ້ ເປີດເຜີຍວ່າ ໃນປັດຈຸບັນນີ້ ເດັກນ້ອຍຜູ້ຍິງ ໄດ້ຕົກເປັນ ເຫຍື່ອຂອງ ຂະບວນການ ຄ້າມະນຸດ ນັບມື້ນັບ ຫລາຍຂື້ນ.
2010-08-17
ແຂວງຜົ້ງສາລີ ແກ້ໄຂບັນຫາ ຂີ້ເຫຍື່ອ ຊະຊາຍ ໂດຍແນະນໍາ ໃຫ້ປະຊາຊົນ ຂຸດຫລຸມຝັງ.