ເດັກນ້ອຍຜູ້ຍິງລາວ ເຫຍື່ອຂອງຂະບວນ ຄ້າມະນຸດ
2010.08.18
ອີງຕາມລາຍງານ ຈາກອົງການ ຕ້ານການ ຄ້າມະນຸດ ສະຫະປະຊາຊາດ ໃນເຄື່ອຂ່າຍ INTERNET HUMANTRAFFICKING.ORG ຣະບຸວ່າ ສປປລາວ ເປັນທັງຕົ້ນທາງ ທາງຜ່ານ ແລະ ປາຍທາງຂອງ ການຄ້າມະນຸດ ຜູ້ຍີງລາວ ທີ່ຕົກເປັນ ເຫຍື່ອຂອງກຸ່ມ ຄ້າມະນຸດ ນັ້ນສ່ວນໃຫຍ່ ຈະຖືກຫລອກລວງ ຈາກຄົນທີ່ ຮູ້ຈັກກັນ ໃນທ້ອງຖີ່ນ ຜູ້ທີ່ມີ ປະສົພການ ກ່ຽວກັບການ ຄ້າມະນຸດ ຂ້າມແດນ ແຕ່ບໍ່ໄດ້ ພົວພັນກັບ ກຸ່ມອັນຕະພານ ໃນຄະດີການ ຄ້າມະນຸດ ຂ້າມຊາດ.
ລາຍງານວ່າ ຜູ້ຍີງລາວ ຖືກຫລອກລວງ ໃຫ້ໄປຄ້າ ທາງເພດ ສຳລັບຜູ້ຊາຍ ແລະເດັກນ້ອຍ ກໍ່ຈະຖືກ ຫລວງລວງ ໄປເຮັດວຽກ ທີ່ໂຮງງານ ນາຣົກໃນໄທ. ຜູ້ທີ່ຕົກເປັນ ເຫຍື່ອຂອງຂະບວນ ການຄ້າມະນຸດ ຄົນລາວສ່ວນໃຫຍ່ ຈະມາຈາກ ເຂດພາກໃຕ້ ຂອງລາວ ເພາະເປັນເຂດ ທີ່ທຸກຈົນ ຫລາຍກວ່າ ແລະ ຜູ້ຊາຍລາວນັ້ນ ບາງກໍຣະນີ ຈະຖືກບີບ ບັງຄັບໃຫ້ ເຮັດວຽກໃນ ໂຮງງານທີ່ມີ ຄ່າຈ້າງຕ່ຳ ບາງຄົນບໍ່ໄດ້ ຄ່າຈ້າງເລີຍ ດັ່ງອຸດສາຫະກັມ ປະມົງ ແລະໃນໂຮງງານ ນາຣົກປະເພດ ຕ່າງໆ ໃນໄທ.
ຜູ້ຍີງລາວ ບາງກຸ່ມ ກໍ່ຖືກບັງຄັບ ໃຫ້ແຕ່ງງານ ກັບຄົນຈີນ ທີ່ປະເທດໄທ ກໍ່ຖືກບີບ ບັງຄັບໃຫ້ ຄ້າປະເວນີ ຊື່ງໃນ ເວລານີ້ ຍັງບໍ່ມີຕົວ ເລກທີ່ແນ່ນອນ ແຕ່ກໍ່ເພີ້ມຂື້ນ ເລື້ອຍໆ ເຈົ້າຫນ້າທີ່ ໄທ ເວົ້າວ່າ ປັດຈຸບັນ ຄາດວ່າ ມີແຮງງງານ ລາວ ທີ່ມາເຮັດ ວຽກແບບຖືກຕ້ອງ ຕາມກົດຫມາຍ ແລະ ຜິດກົດຫມາຍ ໃນໄທ ເກືອບຮອດ 3 ແສນຄົນ ໃນນັ້ນເກືອບ ເຄີ່ງນື່ງ ແມ່ນຜູ້ຍິງ ແລະເດັກນ້ອຍ ໃນຈຳນວນ ຜູ້ຍີງນັ້ນເກືອບເຄີ່ງນື່ງ ຕົກເປັນເຫຍື່ອ ຂອງຂະບວນ ການຄ້າມະນຸດ ປະເພດຕ່າງໆ.
ອົງການ WORLD VISION ລາຍງານວ່າ 44% ຂອງພໍ່ແມ່ ຂອງເດັກນ້ອຍ ກຸ່ມນີ້ ບໍ່ຮູ້ວ່າ ລູກຂອງຕົນ ໄປໃສ ແລະຢູ່ຈັງໃດ. ໃນຈຳນວນ ເດັກນ້ອຍຜູ້ຍີງ ທີ່ຖືກຈັບ ແລະຖືກສົ່ງ ກັບລາວ ເຄີ່ງນື່ງ ບອກວ່າ ພວກຂະເຈົ້າ ປະເຊີນກັບ ຄວາມເຈັບຊ້ຳ ໃນຊີວີດ ໃນໄທ ໃນນັ້ນ 40% ຖືກກັກຂັງ ຈາກນາຍຈ້າງ ແລະ 13% ຖືກຂົ່ມຂືນ ຕາມລາຍງານ.
ສປປລາວ ເປັນຕົ້ນທາງ ທາງຜ່ານແລະ ປາຍທາງ ສຳລັບ ກຸ່ມຄ້າມະນຸດ ເປັນທາງຜ່ານ ກໍ່ແມ່ນວ່າ ຂະບວນການ ຄ້າມະນຸດ ຂ້າມຊາດໄດ້ ນຳຜູ້ຍີງ ມາຈາກ ວຽດນາມ ພະມ້າ ແລະ ກຳພູຊາ ຜ່ານລາວໄປໄທ ຫລືມາເລເຊັຽ ເປັນປາຍທາງ ກໍ່ແມ່ນວ່າ ຜູ້ຍີງທີ່ຖືກ ຫລອກລວງມາ ຈາກວຽດນາມ ແລະ ຈີນ ມາຄ້າ ປະເວນີ ໃນລາວ ແລະເປັນຕົ້ນທາງ ກໍ່ແມ່ນວ່າ ກຸ່ມຄ້າມະນຸດ ຈະໄປຫລອກລວງ ເອົາຜູ້ຍີງ ລາວ ໃນເຂດ ຊົນນະບົດ ສ່ວນໃຫຍ່ກໍ່ ເປັນຄົນຮູ້ ຈັກກັນ ໄປ ຄ້າປະເວນີ ຢູ່ຕ່າງແດນ ໂດຍສະເພາະ ທີ່ປະເທດໄທ.
ເຈົ້າຫນ້າ ທີ່ປ້ອງກັນ ການຄ້າມະນຸດ ຈາກແຂວງພາກໃຕ້ ຂອງລາວ ບອກວ່າ ໃນປັດຈຸບັນ ມີເດັກນ້ອຍ ຜູ້ຍີງລາວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ນັບມື້ນັບ ຫລາຍຂື້ນ ສ່ວນຫລາຍຖືກ ຫລອກລວງ ແລະບາງກຸ່ມ ກໍ່ສມັກໃຈ ໄປເອງ ເພາະຄວາມທຸກຈົນ ໃນລາວ ແລະ ແສງສີລວງຕາ ໃນປະເທດໄທ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
ທ່ານກ່າວ ຕໍ່ໄປວ່າ ເດັກນ້ອຍກຸ່ມນີ້ ສ່ວນໃຫຍ່ ມາຈາກຄອບຄົວ ທີ່ທຸກຈົນແລະ ມີການຮຽນການ ສືກສາຕ່ຳ ພໍ່ແມ່ ບາງຄົນກໍ່ເຫັນດີ ໃຫ້ໄປຫາການ ໃນປະເທດ ເພື່ອນບ້ານ ເພື່ອເອົາເງີນ ມາຊ່ອຍຄອບຄົວ ແຕ່ປາກົດແລ້ວ ສ່ວນຫລາຍຈະຕົກ ເປັນເຫຍື່ອຂອງ ກຸ່ມຄ້າມະນຸດ ໂດຍບໍຮູ້ ເພາະນາຍຫນ້າ ຄົນລາວ ມາຫລອກລວງ ໄປສົ່ງໃຫ້ ນາຍຫນ້າຄົນ ໄທ.
ລາວວ່າ ໃນເຂດພາກໃຕ້ ໂດຍສະເພາະ ຈາກແຂວງ ສາຣະວັນ ຈຳປາສັກ ອັດຕະປື ຜູ້ຍີງລາວ ສ່ວນໃຫຍ່ຈະໄປ ຊອກຫາວຽກ ເຮັດງານທຳ ໃນໄທແລະ ບາງຄົນ ກໍ່ກາຍເປັນ ເດັກເສີບ ຄ້າປະເວນີ ໃນສະຖານທີ່ ບັນເທີງ ແລະຮ້ານອົບນວດ ປະເພດຕ່າງໆ ຕາມແຂວງຊາຍແດນ ແລະແຂວງຊັ້ນ ໃນຂອງໄທ.
ນອກຈາກແຂວງ ພາກໃຕ້ແລ້ວ ທີ່ມີຜູ້ຍີງ ລາວ ເປັນຈຳນວນ ຫລວງຫລາຍ ຖືກຫລອກລວງ ໄປໄທ ຍັງມີແຂວງ ພາກກາງ ແລະພາກເຫນືອ ນຳອີກ ເຊັ່ນທີ່ແຂວງ ວຽງຈັນ ຄຳມ່ວນ ສວັນນະເຂດ ແລະທາງເຫນືອ ກໍ່ແມ່ນ ອຸດົມໄຊ ຫລວງນ້ຳທາ ບໍ່ແກ້ວແລະ ໄຊຍະບຸຣີ ສ່ວນໃຫຍ່ ຈະເປັນຜູ້ຍີງ ມາຈາກເຂດ ຊົນນະບົດ ຫລືຊາວ ເຜົ່າ ໃນລາວ ຜູ້ທີ່ບໍຮູ້ຫຍັງ ຫລາຍແລະ ທຸກຍາກ. ກຸ່ມຄ້າມະນຸດ ຈະດຳເນີນງານ ເປັນຂະບວນການ ໃນການເອົາ ຜູ້ຍີງໄປຂາຍ ໃຫ້ນາຍທືນ ດ້ວຍການໃຊ້ ນາຍຫນ້າ ຄົນລາວ ມາຕົວະຍົວະ ສົ່ງຜູ້ຍີງ ຂ້າມຝາກແລ້ວ ຂະບວນການ ຄ້າມະນຸດ ຄົນໄທ ກໍ່ຈະມາ ຮັບເອົາ ຢູ່ຝັ່ງໄທ ບາງລາຍ ກໍ່ບໍ່ໄດ້ແຈ້ງ ການເຂົາອອກ ປະເທດໃນ ດ່ານເຂົ້າອອກ ແຕ່ຢ່າງໃດ ຍ່າງຂື້ນຮົຖຕູ້ ທີ່ລໍຖ້າໄວ້ ຢູ່ແລ້ວ. ຂະບວນການ ຄ້າມະນຸດ ຈະຂົນສົ່ງ ຜູ້ຍີງ ໃນຍາມກາງຄືນ ເພາະຫລີກລຽງ ການກວດຄົ້ນ ຈາກເຈົ້າຫນ້າ ທີ່ໄທ ເພື່ອລົງ ໄປກຸງເທບຫລື ແຂວງຕ່າງໆ ຂອງໄທ ໃນເຂດພາກໃຕ້ ຫລືພາກກາງ ກຸ່ມນາຍທືນ ຜູ້ຕ້ອງການ ຜູ້ຍີງ ກໍ່ຈະຕິດຕໍ່ມາ ແລ້ວກໍ່ສົ່ງຂາຍ ໃຫ້ກັນແບບ ສີນຄ້າ. ເຈົ້າຫນ້າທີ່ ຕຳຣວດໄທ ທ່ານນື່ງ ກ່າວກ່ຽວກັບ ເລື້ອງນີ້ວ່າ:
ຜູ້ຍີງລາວ ທີ່ຕົກເປັນ ເຫຍື່ອການ ຄ້າມະນຸດ ໃນໄທ ຜູ້ທີ່ໂຊກດີ ກໍ່ຖືກເຈົ້າຫນ້າ ທີ່ຊ່ອຍຊີວີດ ອອກມາໄດ້ ແຕ່ຫລາຍຄົນ ກໍ່ບໍ່ໂຊກດີ ແລະກໍ່ຫາຍ ສາບສູນໄປເລີຍ ດັ່ງເຈົ້າຫນ້າ ຕຳຣວດໄທ ອີກທ່ານນື່ງ ກ່າວກ່ຽວກັບການ ຊ່ອຍຊີວີດ ຜູ້ຍີງ ໂສເພນີລາວ ອອກຈາກ ສະຖານທີ່ ບັນເທີງແຫ່ງນື່ງ ທີ່ແຂວງ ພາກກາງ ຂອງໄທ ວ່າງຫລັງໆ ມານີ້ວ່າ:
ເຈົ້າຫນ້າທີ່ລາວ ທ່ານນື່ງ ຈາກຫ້ອງການ ສັງຄົມສົງເຄາະ ທີ່ນະຄອນ ຫລວງວຽງຈັນ ບອກວ່າ ບັນຫາ ການຄ້າມະນຸດ ໃນລາວ ບໍ່ສາມາດ ແກ້ໄຂໄດ້ ສ່ວນນື່ງຍ້ອນ ຄວາມທຸກຈົນ ແລະອີກສ່ວນນື່ງ ແມ່ນຍ້ອນ ຄວາມສມັກໃຈ ຂອງຂະເຈົ້າເອງ. ກຸ່ມຜູ້ຍີງ ແລະເດັກນອ້ຍ ມາກັນຫລັ່ງໄຫລ ໄປເຮັດວຽກ ແບບຜິດກົດຫມາຍ ໃນໄທ ເຖີງແມ່ນວ່າ ຈະມີຄວາມສ່ຽງ ທີ່ຈະຖືກ ຈັບກຸມ ຫລືຕົກເປັນ ເຫຍື່ອຂອງ ກຸ່ມຄ້າມະນຸດ ກໍ່ຕາມ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
ອົງການປາບປາມ ການຄ້າມະນຸດ ສະຫະ ປະຊາຊາດ ຖແລງເພີ້ມວ່າ ມີຫລາຍເຫດຜົລ ທີ່ພາໃຫ້ ເດັກນ້ອຍ ຜູ້ຍີງຕົກ ເປັນເຫຍື່ອຂອງ ກຸ່ມຄ້າມະນຸດ ໃນຂົງເຂດ. ຫລາຍພາກສ່ວນ ບອກວ່າ ສ່ວນໃຫຍ່ມາ ຈາກສະພາບ ເສຖກິດທີ່ມີ ຄວາມແຕກຕ່າງ ກັນໃນບັນດາ ປະເທດ ພູມີພາກ ລຸ່ມແມ່ນ້ຳຂອງ ຊື່ງປະເທດໄທ ມີເສຖກິດ ທີ່ກ້າວຫນ້າ ແລະດີກວ່າ ຈື່ງເຮັດໃຫ້ ແຮງງານ ຕ່າງດ້າວ ບໍ່ວ່າ ຜູ້ຍີງຜູ້ຊາຍ ແລະເດັກນ້ອຍ ຈາກປະເທດ ເພື່ອນບ້ານ ພາກັນຫລັ່ງໄຫລ ເຂົ້າໄປຊອກຫາ ວຽກເຮັດງານທຳ.
ອີງຕາມ ການສຳຣວດ ຈາກອົງການ ແຮງງານ Ilo ພົບວ່າ ປະມານ 7% ຂອງຄົວເຮືອນ ໃນ 3 ແຂວງ ຕາມເຂດຊາຍ ແດນລາວ-ໄທ ມີສະມາຊີກ ຄອບຄົວ ໄປເຮັດ ວຽກ ທີ່ປະເທດໄທ ແລະ ຫລາຍຄົນ ກໍ່ບໍ່ກັບບ້ານ ຫລືຫາຍສາບສູນ ໄປເລີຍ. ເຄີ່ງນື່ງຂອງ ປະຊາກອນລາວ ຜູ້ທີ່ມີ ອາຍຸຕ່ຳກວ່າ 20 ປີໄປຊອກ ຫາວຽກທີ່ ປະເທດ ໄທ ບາງຄົນ ກໍ່ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ. ອົງການ World vision ລາຍງານວ່າ ການເຄື່ອນຍ້າຍ ຂອງປະຊາກອນ ຈາກເຂດ ຊົນນະບົດ ມາຢູ່ໃນຫົວ ເມືອງໃຫຍ່ໆ ໃນລາວ ເພີ້ມຄວາມທຸກຈົນ ໃຫ້ແກ່ພວກ ຂະເຈົ້າ ໃນເຂດເມືອງໃຫຍ່ ເຮັດໃຫ້ກຸ່ມ ດ່ັງກ່າວ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໄດ້ງ່າຍຂື້ນ.
ກົດຫມາຍລາວ ກ່ຽວກັບການ ຄ້າມະນຸດ ກໍ່ບໍ່ມີການ ຈັບກຸມ ແລະລົງໂທດ ຜູ້ຕ້ອງຫາ ແຕ່ຢ່າງໃດ. ລາຍງານວ່າ ໃນປີ 2006 ເຈົ້າຫນ້າທີ່ ລາວ ໄດ້ທຳການ ສືບສວນ ການຄ້າມະນຸດ 27 ກໍຣະນີ ໃນນັ້ນ 15 ກໍຣະນີ ຖືກຈັບກຸມ ແລະ 12 ກໍຣະນີ ຖືກນຳຂື້ນສານ ແລະໃນນັ້ນ ມີພຽງແຕ່ 3 ກໍຣະນີ ເທົ່ານັ້ນ ຖືກຈຳຄຸກ ໂດຍສເຣັ່ຽຜູ້ລະ 6 ປີ. ແຕ່ບໍ່ມີ ລາຍງານ ການຈັບກຸມ ແລະ ລົງໂທດ ເຈົ້າຫນ້າທີ່ ລາວ ຜູ້ທີ່ມີ ສ່ວນພົວພັນ ກັບການ ຄ້າມະນຸດ ຈັກເທື່ອ ແຕ່ມີລາຍງານ ວ່າເຈົ້າຫນ້າທີ່ ລາວ ບາງຄົນມີ ການພົວພັນ ກັບການ ຄ້າມະນຸດ ໃນລາວ.
ໃນທີ່ສຸດ ຣັຖບານລາວ ກໍ່ຮ່ວມມື ກັບອົງການ ຕ່າງຊາດ ໃນການແກ້ໄຂ ແລະປາບປາມ ກຸ່ມຄ້າມະນຸດ ໃນລາວ ດ້ວຍວິທີການ ຕ່າງໆ ນື່ງໃນນັ້ນ ກໍ່ແມ່ນການ ຮ່ວມງານ ກັບຫນ່ວຍງານ ຂອງໄທ ໃນການສືບສວນ ສອບສວນ ແລະສກັດກັ້ນ ການປະຊາສຳພັນ ປະຊາຊົນ ດ້ວຍການອອກ ລາຍການວີທຍຸ ໂທລະທັດ ໃບປີວ ເປັນພາສາ ຊາວເຜົ່າ ດັ່ງພາສາ ມົ້ງ ຄະມຸ ແລະ ລາວລຸ່ມ ເພື່ອຕັກເຕືອນ ກ່ຽວກັບ ກົນອຸບາຍ ຂອງກຸ່ມ ຄ້າມະນຸດ.
ສະຫະພັນ ແມ່ຍີງລາວ ກໍໄດ້ໃຫ້ ຄວາມຮູ້ ແລະຄວາມເຂົ້າໃຈ ແກ່ເຈົ້າຫນ້າທີ່ ລາວ ກ່ຽວກັບ ຂະບວນການ ຄ້າມະນຸດ ແລະແກ່ຜູ້ຍີງ ເດັກນ້ອຍ ໃນແຂວງຕ່າງໆ ໃນລາວ. ຜູ້ຍີງລາວ ຜູ້ທີ່ຕົກເປັນ ເຫຍື່ອການ ຄ້າມະນຸດ ໃນໄທ ເມື່ອຖືກສົ່ງ ກັບລາວ ທາງການລາວ ກໍ່ໃຫ້ການ ບຳບັດ ອົບຣົມ ແລະຝືກອາຊີພ ໃຫມ່ ໃຫ້ແກ່ຂະເຈົ້າ.