ໂຮງຂ້າສັດຄວນເຮັດ ໃຫ້ໄດ້ມາຕຖານ

ປະຊາຊົນ ຕ້ອງການ ໃຫ້ຣັຖບານ ປັບປຸງ ໂຮງຂ້າສັດ ໃຫ້ໄດ້ ມາຕຖານ ເພື່ອສຸຂພາບ.
ສົມເນ
2010.08.18

ປະຊາຊົນ ໃນນະຄອນ ຫລວງວຽງຈັນ ຕ້ອງການຢາກໃຫ້ ພາກສ່ວນກ່ຽວ ຂ້ອງຂອງຣັຖ ລົງໄປສໍາຣວດ ກວດກາສະພາບ ໂຮງຂ້າສັດ ຫລາຍແຫ່ງຕື່ມ ອີກໃໝ່ ເພາະວ່າ ໂຮງຂ້າສັດ ຈໍານວນນື່ງ ຍັງບໍ່ ປະຕິບັດ ຕາມລະບຽບ ຄຸ້ມຄອງ ໂຮງຂ້າສັດ. ໃນລະຍະ ທີ່ມີສັດຕາຍ ຍ້ອນພຍາດນັ້ນ ປະຊາຊົນ ບໍ່ໝັ້ນໃຈ ໃນຊີ້ນ ຈາກໂຮງຂ້າສັດ ທີ່ນໍາໄປຂາຍ ຢູ່ໃນຕລາດ ແຫ່ງຕ່າງໆ ດັ່ງປະຊາຊົນ ຜູ້ນື່ງເວົ້າວ່າ:

"ໂຮງຂ້າສັດນີ້ ມັນເລິະເທິະ ກັນໄປໝົດແລ້ວ ດຽວນີ້ເພິ່ນປ່ອຍ ໃຫ້ພວກພໍ່ຄ້າ ເຮັດໂຮງ ຂ້າສັດນ້ອຍ ຫັ້ນນະ ກ່ອນມັນຈະ ເລະເທະນີ້ນະ. ເຮົາຢາກໃຫ້ ພວກຂະເຈົາ ປັບປຸງເຣື້ອງ ຄວາມສະອາດ ປັບປຸງ ລະບົບນີ້ນະ ປັບປຸງ ອັນນີ້ໃໝ່".

ຂໍ້ມູນຂອງຜແນກ ອຸດສາຫະກັມ ການຄ້ານະຄອນ ຫລວງວຽງຈັນ ແຈ້ງວ່າ ປັດຈຸບັນນີ້ ມີໂຮງງຂ້າສັດ 31 ແຫ່ງ. ຍັງມີໂຮງຂ້າສັດ ຈໍານວນນື່ງ ບໍ່ເອົາໃຈໃສ່ ຕໍ່ຫລັກການ ອະນາໄມ ຊື່ງອາດເຮັດໃຫ້ ເກີດພຍາດຕໍ່ ຜູ້ບໍຣິໂພກ. ທາງການລາວວ່າ ໄດ້ອອກປະກາດ ລະບຽບການ ຄຸ້ມຄອງ ໂຮງຂ້າສັດ ແລ້ວຕັ້ງແຕ່ເດືອນ ມີນາ ຜ່ານມາ ແຕ່ວ່າ ຫລາຍໂຮງງານ ຂ້າສັດ ບໍ່ປະຕິບັດ ລະບຽບຫລັກ ການຢ່າງແທ້ຈິງ.

ໃນເວລາເກີດ ໂຣກພຍາດຫູເປື່ອຍ ຫລືພຍາດອື່ນໆ ໃນໂຕສັດ ປະຊາຊົນ ມີຄວາມຢ້ານກົວ ວ່າຊີ້ນສັດ ທີ່ວາງຂາຍ ໃນຕລາດນັ້ນ ອາດເປັນຊີ້ນ ທີ່ມີເຊື້ອໂຣກ ຈື່ງບໍ່ຢາກ ສ່ຽງຊື້ມາກິນ. ປະຊາຊົນວ່າ ເຈົ້າຂອງໂຮງຂ້າສັດ ຄວນເອົາໃຈໃສ່ ຕື່ມໃນການ ຄຸ້ມຄອງ ໂຮງຂ້າສັດໃຫ້ ຢູ່ໃນລະດັບ ມາຕຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.