ກາຣສົ່ງຂາຍຊ້າງລາວ ໄປຍັງສປຈີນ ແລະເກົາຫລີໃຕ້

ກາຣທີ່ຍັງມີ ກາຣສົ່ງຂາຍ ຊ້າງລາວ ໄປຍັງ ສປຈີນ ແລະ ເກົາຫລີໃຕ້ ເຮັດໃຫ້ກຸ່ມ ອະນຸຮັກ ສັຕປ່າ ເປັນຫ່ວງ ແລະຢ້ານວ່າ ຈໍານວນ ຊ້າງ ໃນເມືອງລາວ ຍິ່ງຈະຫລຸດນ້ອຍ ລົງເລື້ອຍໆ ດັ່ງ: ຫວາດ ສີມູນ ຈະນໍາມາສເນີ ໃນອັນດັບ ຕໍ່ໄປ...
ຫວາດ ສີມູນ
2010.08.17

ເມືອງລາວ ໃນເມື່ອກ່ອນ ຂຶ້ນຊື່ລືຊາ ເປັນປະເທສ ລ້ານຊ້າງ ທີ່ເຕັມໄປ ດ້ວຍຄວາມ ອຸດົມສົມບຸນ ທາງດ້ານ ຊັພຍາກອນ ທັມມະຊາຕ ແຕ່ປັຈຈຸບັນ ກໍຄ່ອຍຫລຸດ ນ້ອຍລົງ ແມ້ກະທັ້ງຊ້າງ ທີ່ເປັນເຄື່ອງ ໝາຍປະຈຳ ຊາຕລາວ ກໍມີຈຳນວນ ນ້ອຍລົງເຊັ່ນກັນ ຊຶ່ງໃນທົ່ວ ປະເທສຄົງມີ ເຫລືອທັງຊ້າງປ່າ ແລະຊ້າງລ້ຽງ ພຽງພັນກວ່າ ໂຕເທົ່ານັ້ນ.

ໃນມື້ວັນທີ່ 13 ສິງຫານີ້ ທາງເວັບໄຊຕ໌ "Guardian.co.uk" ຂອງອັງກິດ ໄດ້ແຈ້ງວ່າ ທາງກາຣ ສປປລາວ ໄດ້ຕົກລົງ ທີ່ຈະສົ່ງຊ້າງ ນ້ອຍ 7 ໂຕ ພ້ອມກັບຊ້າງແມ່ ໃນຂັ້ນກ້າວ ເຂົ້າສູ່ ວັຍເຈຣີນພັນ 4 ໂຕ ຈາກເຂຕເມືອງ ທົ່ງມີໄຊ ແຂວງໄຊຍະບູຣີ ໄປໃຫ້ ບໍຣິສັທ “ລະຄອນສັຕ” ຫລື Circus ຢູ່ເຂຕແຄວ້ນ ພາຄໃຕ້ ຂອງປະເທສ ຈີນ ຕື່ມອີກພາຍ ໃນທ້າຍປີ 2010 ນີ້.

ທ່ານ Sebashtian Duffillot ຜູ້ຮ່ວມ ຈັດຕັ້ງຫລື Co-founder ຂອງອົງກາຣ ປົກປັກຮັກສາ ຊ້າງເອເຊັຽ ກໍໃຫ້ກາຣ ຢືນຢັນວ່າ ຊ້າງໃນເມືອງລາວ ສ່ວນຫລາຍ ຖືກສົ່ງໄປຍັງ ປະເທສ ສປຈີນ ແລະ ເກົາຫລີໃຕ້ ຕາມໂຄງກາຣ ແລກປ່ຽນ ຫລືກາຣຢືມຊ້າງ ໄປປະຈຳ ຢູ່ຕາມສວນສັຕ ຂອງທັງສອງ ປະເທສ ຫລືບໍ່ກໍຖືກ ສົ່ງຂາຍ ເຂົ້າໄປປະກອບ ເປັນສ່ວນໜຶ່ງ ຂອງງານ ແສດງຢູ່ຕາມ ສະຖານທີ່ຂອງ “ລະຄອນສັຕ” ໃນປະເທສຈີນ.

ທ່ານ Duffillot ໄດ້ກ່າວເນັ້ນ ເພີ່ມວ່າ ໃນຣະຫວ່າງປີ 2002-2003 ຜ່ານມາ ທາງກາຣ ກ່ຽວຂ້ອງຂອງລາວ ກໍໄດ້ສົ່ງຊ້າງ ໄປຍັງເກົາຫລີໃຕ້ ບໍ່ຕໍ່າກວ່າ 19 ໂຕ ດ້ວຍກັນ ອັນເປັນສາ ເຫຕ ເຮັດໃຫ້ທາງກຸ່ມ ອະນຸຮັກ ສັຕປ່າ ມີຄວາມເປັນຫ່ວງ ນຳປະຊາກອນ ຊ້າງລ້ຽງ ໃນເມືອງລາວ ຈະຫລຸດນ້ອຍລົງ ຢ່າງຕໍ່ເນື່ອງ ເຖິງຂັ້ນຕ້ອງ ໄດ້ຈົດເຂົ້າໃນ ບັນຊີເປັນສັຕ ທີ່ໃກ້ຈະ ສູນພັນ ກໍອາຈເປັນໄດ້.

ຄວາມຈິງແລ້ວ ຊ້າງໃນທົ່ວ ປະເທສລາວ ມີສ່ວນສຳຄັນ ທີ່ປະກອບ ເຂົ້າເປັນ “ຊ້າງເອເຊັຽ” ທີ່ທາງກາຣ ໃນແຕ່ລະ ປະເທສຄວນ ຈະເອົາໃຈໃສ່ ຮັກສາໄວ້ ໃຫ້ມີຄົງຢູ່ ຄູ່ບ້ານຄູ່ເມືອງ ຕລອດໄປ ໂດຽສະເພາະ ຕາມເຂຕປ່າສງວນ ເຊັ່ນ: ເຂຕ “ນ້ຳເທີນ-ນາກ່າຍ” ແລະເຂຕປ່າດົງ ຫລາຍແຫ່ງອື່ນໆ ໃນທົ່ວປະເທສ.

ສາເຫຕສຳຄັນ ອີກອັນໜຶ່ງ ທີ່ເຮັດໃຫ້ ຈຳນວນຊ້າງປ່າ ໃນເມືອງລາວ ຫລຸດນ້ອຍລົງ ຕລອດມານັ້ນ ກໍຍ້ອນມີ ກາຣຕັດໄມ້ ທຳລາຍປ່າ ບັນຫາຂອງ ກາຣພັທນາ ຕາມເຂຕ ຊົນນະບົດ ຊຶ່ງກໍເປັນກາຣ ບຸກຣຸກເຂຕ ທີ່ເພີ່ງພາອາສັຍ ຂອງປະຊາກອນ ຊ້າງ ພ້ອມຍັງມີ ບັນຫາກາຣ ລັກລອບລ່າຊ້າງ ເພື່ອເອົາງາ ແລະອະວັຍວະ ອື່ນໆຂອງຊ້າງ ໄປຂາຍແກ່ ພວກນາຍທຶນ ໂດຽບໍ່ມີກາຣ ຄຳນຶງເຖິງ ຄວາມເສັຽຫາຍ ໃນອະນາຄົຕ ແຕ່ຢ່າງໃດ.

ເພື່ອເປັນກາຣ ຊ່ວຍໃນກາຣ ປົກປັກຮັກສາ ຊ້າງລ້ຽງ ໃນເມືອງລາວ ທາງກາຣກ່ຽວຂ້ອງ ຂອງລາວ ກໍເຣີ່ມໃຫ້ ກາຣສົ່ງເສີມ ອົງກາຣຮັກສາຊ້າງ ແລະ ມູລນິທິຕ່າງໆ ໃນດ້ານກາຣ ສົ່ງເສີມໃຫ້ຄວາມ ຮູ້ແກ່ ປະຊາຊົນ ພ້ອມກັບເປັນກາຣ ສົ່ງເສີມ ກາຣທ່ອງທ່ຽວ ດ້ວຍກາຣຈັດ ໃຫ້ມີ “ງານບຸນຊ້າງ” ຂຶ້ນແຕ່ຣະຫວ່າງ 3-4 ປີ ຜ່ານມາ ໂດຽສະເພາະ ຢູ່ແຂວງ ໄຊຍະບູຣີ ຊຶ່ງຈັດຂຶ້ນ ຢູ່ເມືອງນ້ຳຮຸ່ງ ຫລືເມືອງ ໄຊຍະບູຣີເອງ ໃນປີ 2008 ແລະຢູ່ເມືອງ ປາກລາຍ ໃນປີ 2009 ພ້ອມກັບຈັດຂຶ້ນ ຢູ່ເມືອງຫົງສາ ໃນເດືອນກຸມພາ ຜ່ານມານີ້ ໂດຽມີກາຣ ກະຕຣຽມເພື່ອ ຄົບງັນກັນ ຢ່າງໃຫຍ່ໂຕ ດັ່ງທ່ານຄຳສິງ ສັນສຸຂ ເຈົ້າເມືອງໆຫົງສາ ໄດ້ກ່າວ ກ່ຽວກັບເຣື່ອງນີ້ ໃນຕອນໜຶ່ງວ່າ:

“ສຳເຣັຈກາຣ ຈັດກຽມຂັ້ນພື້ນ ຖານແລ້ວ ເປັນຕົ້ນແມ່ນເຣື່ອງ ກາຣຝຶກອົບຮົມ ເຣື່ອງກາຣພັກ ແລະໂຮງແຮມ ສູນບໍຣິກາຣ ໂຮມສເຕຍ໌ ແລະທັງກາຣ ກະກຽມກຳໜົດ ສະຖານທີ່ ບ່ອນງານແສດງ ຂອງຊ້າງ ແລະເວທີໃຫຍ່ ແສດງ ຄອນເສີຣ໌ຕ ເພື່ອໃຫ້ມີ ຄວາມເບີກບານ ມ່ວນຊື່ນ ແລະກໍໄດ້ກຳໜົດ ກາຣວາງກຳລັງ ຕ່າງໆຂອງບ້ານ ທີ່ຈະເຂົ້າ ຮ່ວມງານ ດັ່ງກ່າວນີ້”.

ເຖິງຈະມີກາຣ ຈັດງານບຸນຊ້າງ ດັ່ງກ່າວຂຶ້ນ ທຸກໆປີກໍຕາມ ແຕ່ບັນດາ ນັກອະນຸຮັກ ສັຕປ່າ ແລະຊ້າງລ້ຽງໃ ນເມືອງລາວ ຢ່າງບໍ່ລົດລະ ໂດຽສະເພາະ ທີ່ມີຈຳນວນ ນ້ອຍລົງເລື້ອຽໆ ຍ້ອນຈຳນວນກາຣ ເກີດຂອງຊ້າງນ້ອຍ ມີໜ້ອຍກວ່າ ກາຣຕາຍຂອງຊ້າງ ໂດຽທົ່ວໄປ ເສລັ່ຽແລ້ວ ປະມານ 2 ຕໍ່ 10 ຊຶ່ງກໍໝາຍ ຄວາມວ່າ ໃນເມື່ອໃດ ມີຊ້າງນ້ອຍ ເກີດໄດ້ 2 ໂຕ ກໍມີຊ້າງໂຕ ອື່ນໆຕາຍໄປ ຈາກນ້ຳມື ຂອງນັກລ່າ ຫລືໂດຽ ທັມມະຊາຕ ຕ່າງໆເຖິງ 10 ໂຕ ພ້ອມ ຍັງມີກາຣ ຈັດສົ່ງຂາຍອອກ ນອກປະເທສ ນຳດ້ວຍ. ອີງຕາມກາຣ ຣາຍງານຂອງ ມູລນິທິ ElefantAsia.

ທາງອົງກາຣ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ໃນທົ່ວເມືອງລາວ ປັຈຈຸບັນນີ້ ອາຈຍັງມີ ຊ້າງປ່າ ເຫລືອຢູ່ປະມານ 600 ກວ່າ ໂຕເທົ່ານັ້ນ ແລະຊ້າງບ້ານ ຫລືຊ້າງທີ່ ປະຊາຊົນ ລ້ຽງໄວ້ສຳຫລັບ ແກ່ໄມ້ ຫລືຕ່າງສິ່ງ ຂອງຕ່າງໆ ກໍອາຈມີປະມານ 500 ໂຕເທົ່ານັ້ນ.

ກ່ຽວກັບເຣື່ອງ ນີ້ທ່ານ Sebastian Duffillot ໄດ້ກ່າວເພີ່ມວ່າ: “ມີຄວາມ ເປັນຫ່ວງທີ່ສຸດ ນຳກາຣຢູ່ ລອຕຂອງ ປະຊາກອນຊ້າງ ໃນລາວ ຖ້າຫາກວ່າ ຍັງຈະມີກາຣ ສົ່ງຊ້າງອອກ ຂາຍ ຫລືສົ່ງໄປ ຕາມໂຄງກາຣ ແລກປ່ຽນກັບ ຕ່າງປະເທສ ດັ່ງທີ່ມີກາຣ ສົ່ງໄປຍັງ ປະເທສຈີນ ແລະ ເກົາຫລີໃຕ້ ດັ່ງກ່າວ ໂດຽສະເພາະ ທີ່ມີແຕ່ ຊ້າງ ນ້ອຍ ແລະຊ້າງແມ່ ໃນຂັ້ນທີ່ ກຳລັງຈະ ເຈຣີນພັນນັ້ນ. ເຈົ້າໜ້າທີ່ ທາງອົງກາຣ ປົກປັກຮັກສາ ຊ້າງ ໃນເມືອງລາວ ກໍໃຫ້ທັສນະ ກ່ຽວກັບໂຄງກາຣ ຟື້ນຟູ ປະຊາກອນ ຂອງຊ້າງບ້ານວ່າ:

"with your support, elephant park project and elephant excel will continue …” ທ່ານວ່າ “ກາຣສນັບສູນ ດ້ານຄວາມຊ່ວຍ ເຫລືອທາງດ້ານ ກາຣທຶນ ຈະຊ່ວຍຄ້ຳຊູ ໂຄງກາຣສ້າງບ່ອນ ທີ່ເພິ່ງພາ ອາສັຍຂອງຊ້າງ ໃນລາວ ໃຫ້ມີຢູ່ຕໍ່ໄປ ໃນອະນາຄົຕ ພ້ອມກັບເປັນຊ່ອງ ທາງໃຫ້ຄວາມຊ່ວຍ ເຫລືອແກ່ຊ້າງ ໃນລາວ ໂດຽທີ່ບໍ່ຈຳເປັນ ຕ້ອງໄດ້ໄປ ແກ່ໄມ້ ຕື່ມຕໍ່ໄປແຕ່ ຢ່າງໃດ … ແລະໂດຽສະເພາະ ທາງອົງກາຣ ຮັກສາຊ້າງ ກໍມີໂຄງກາຣ ທີ່ຈະຈ້າງ ພນັກງານ ຈຳນວນໜຶ່ງ ສຳຫລັບປູກຫຍ້າ ແລະພືຊຕ່າງໆ ເພື່ອນຳໄປຂາຍ ເປັນອາຫາຣໃຫ້ ແກ່ຈຳພວກ ຊ້າງ ທີ່ນຳມາລ້ຽງ ໄວ້ໃນເຂຕ ຄວາມຮັບຜິດຊອບ ຂອງທາງອົງກາຣ ພ້ອມຍັງເປັນ ກາຣຫາວຽກ ເຮັດງານທຳ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນນຳດ້ວຍ ໂດຽທີ່ບໍ່ຕ້ອງ ໄດ້ໄປຖາກຖາງ ປ່າເພື່ອກາຣ ເຮັດໄຮ່ ເລື່ອນລອຍ ຕື່ມຕໍ່ໄປ ແຕ່ຢ່າງໃດ ແລະໃນຂນະ ດຽວກັນ ທາງອົງ ກາຣກໍຍັງ ມີໂຄງກາຣ ທີ່ຈະຈັດຕັ້ງ ໃຫ້ເປັນສູນ ລ້ຽງຊ້າງໃຫ້ໄດ້ ເພື່ອໃຫ້ຄວາມ ເບິ່ງແຍງແກ່ ປະຊາກອນຊ້າງ ທີ່ບໍ່ສາມາດ ອອກແຮງງານ ໄດ້ຕື່ມຕໍ່ໄປ ນັ້ນ ແຕ່ຢ່າງໃດ”.

ເຖິງຢ່າງໃດ ກໍຕາມ ທ່ານ Sebashtian Duffillot ໄດ້ກ່າວເນັ້ນ ເພີ່ມວ່າ ທາງກາຣກ່ຽວ ຂ້ອງຂອງລາວ ຄວນທີ່ຈະເອົາ ໃຈໃສ່ໃນ ດ້ານກາຣປົກປັກ ຮັກສາຊ້າງ ໃນເມືອງລາວ ຢ່າງແທ້ຈິງ ໂດຽສະເພາະທີ່ ທາງກາຣລາວ ກໍໄດ້ເຊັນ ສັນຍາ ໃນຂໍ້ຕົກລົງ ປີ 2004 ທີ່ຜ່ານມາ ກັບອົງ ກາຣນາໆຊາຕ ທີ່ຈະຕ້ອງມີ ກາຣປະຕິບັຕ ຕາມກົດໝາຍ ກ່ຽວກັບກາຣ ຕໍ່ຕ້ານ ກາຣລັກລອບ ຄ້າຈຳພວກສັຕປ່າ ທີ່ຫາຍາກ ຫລືຈຳພວກທີ່ ໃກ້ຈະສູນພັນ ຊຶ່ງເຈົ້າໜ້າທີ່ ທ່ານນີ້ມີ ຄວາມເປັນຫ່ວງ ຖ້າຫາກວ່າ ຍັງມີກາຣ ອະນຸຍາຕ ໃຫ້ມີກາຣ ສົ່ງຊ້າງໄປຂາຍ ຕ່າງປະເທສ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.