ຂົວຂ້າມແມ່ນໍ້າຂອງ ແຂວງໄຊຍະບູຣີ
2010.09.14
ຊາວແຂວງ ໄຊຍະບູຣີ ຕ່າງກໍຢາກ ເຫັນຄວາມ ຈະເຣີນກ້າວໜ້າ ເຊັ່ນດຽວກັບ ປະຊາຊົນ ຊາວລາວ ໃນທົ່ວ ປະເທສ ທີ່ທາງກາຣ ຣັຖບາລ ຈະປະຕິບັຕ ຕາມໂຄງກາຣ ພັທນາ ຕ່າງໆໃນ ທຸກຮອບດ້ານ ເພື່ອຊ່ວຍເຮັດ ໃຫ້ເມືອງລາວ ສາມາດຫລຸດພົ້ນ ອອກຈາກຖານະ ກາຣເປັນປະເທສ ດ້ອຍພັທນາ ໃຫ້ໄດ້ ພາຍໃນປີ 2020 ທີ່ຈະມາ ເຖິງໃນສິບປີ ຂ້າງໜ້ານີ້ນັ້ນ.
ແຕ່ສະເພາະ ກາຣພັທນາ ຖນົນຫົນທາງ ຕ່າງໆ ພາຍໃນແຂວງ ໄຊຍະບູຣີ ໃນປັຈຈຸບັນ ນີ້ນັ້ນ ຖືວ່າຍັງ ບໍ່ມີຄວາມ ຄືບໜ້າດີ ເທົ່າທີ່ຄວນ ເທື່ອ ດັ່ງຈະເຫັນໄດ້ ຈາກ ໂຄງກາຣ ສ້າງທາງຫລວງ ເລຂທີ່ 4 ຈາກໂຕເມືອງ ໄຊຍະບູຣີ ໄປຍັງ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ທີ່ມີຣະຍະ ທາງທັງໝົດ 87 ກິໂລແມ໊ຕ ທີ່ບໍຣິສັທ ເກົາຫລີໃຕ້ ໄດ້ຮັບກາຣ ປະມູລ ບູຣະນະສ້າງສາ ທີ່ໄດ້ເຣີ່ມ ແຕ່ຕົ້ນປີ 2009 ມາ ກໍຍັງສ້າງ ບໍ່ທັນແລ້ວ ໝົດເທື່ອ.
ເສັ້ນທາງດັ່ງກ່າວ ເປັນເສັ້ນທາງ ທີ່ເຄີຽໃຊ້ ມາກ່ອນແລ້ວ ແຕ່ຫາກບໍ່ທັນ ໄດ້ມີກາຣ ລາດຢາງ ໃຫ້ໄດ້ມາຕຖານ ເທົ່ານັ້ນ ຊຶ່ງ ປັຈຈຸບັນນີ້ ກໍມີກາຣ ສ້າງພື້ນຖານ ແຕ່ບາງສ່ວນ ເທົ່ານັ້ນ ແລະຄາດວ່າ ຄົງຈະຕ້ອງ ໃຊ້ເວລາ ເຖິງທ້າຍປີ 2013 ເສັຽກ່ອນ ຈຶ່ງຈະສ້າງ ແລ້ວສຳເຣັຈ ຊຶ່ງກໍເປັນ ທາງເລຂທີ່ 4 ຈາກ ຂົວມິຕພາບ ລາວ-ໄທຽ ຂ້າມແມ່ນ້ຳເຫືອງ ທີ່ ເປັນຊາຍແດນ ຣະຫວ່າງ ແຂວງເລີຽ ແລະ ໄຊຍະບູຣີ ດັ່ງທ່ານບົວຈັນ ອະດີດ ພນັກງານ ຂອງກະຊວງ ໂຍທາທິກາຣ ປະຈຳແຂວງ ໄຊຍະບູຣີ ໄດ້ໃຫ້ກາຣ ອະທິບາຍວ່າ:
“ເສັ້ນເມືອງ ແກ່ນທ້າວ - ຫລວງພຣະບາງ ນີ້ ມັນມີຈາກ (ບ້ານ) ໜອງຜື ລົງມາ ປາກຫ້ວຍ ແກ່ນທ້າວຫັ້ນ ເຮັດຂົວ ຮຽບຮ້ອຍແລ້ວ ແລ້ວກ໋າຂຶ້ນເມືອ ຜ່ານປາກລາຍ ນ້ຳພູນ ຂຶ້ນເມືອ ຈົນຮອດ ໄຊຍະບູຣີ ດຽວນີ້ກໍ ກຳລັງເຣີ່ມ ເຮັດຂົວ ຢູ່ເໜືອປາກມ່ອນ ກ້ອງທ່າເດື່ອ ຂຶ້ນໄປຫາ ເມືອງນານ ແລ້ວກະໄປ ອອກຊຽງເງິນ ແລ້ວກ໋າຫລວງ ພຣະບາງໂລດ”.
ນອກຈາກເສັ້ນ ທາງສາຍ 4 ດັ່ງກ່າວໄປຕໍ່ໃສ່ ທາງຫລວງເລຂ 13 ທີ່ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ແລ້ວ ໄຊຍະບູຣີ ຍັງມີທາງຫລວງ ຈາກໂຕເມືອງ ໄຊຍະບູຣີ ຜ່ານເມືອງພຽງ ໄປຍັງ ເມືອງເງິນ ຊຶ່ງເປັນດ່ານ ຊາຍແດນສາກົນ ກົງຂ້າມກັບ ເຂຕບ້ານ ຫ້ວຍໂກນ ໃນແຂວງນ່ານ ຂອງໄທ ທີ່ເປັນຫົນທາງ ທີ່ສຳຄັນ ທັ້ງທາງດ້ານ ກາຣຄ້າ ແລະ ທາງຍຸທສາຕ ນຳດ້ວຍ:
“ອັນນ໋າ ເສັ້ນເມືອງເງິນ - ຈັງຫວັດ (ແຂວງ) ນ່ານນີ້ ມັນອອກທາງ ເມືອງພຽງພີ້ ໄຊຍະບູຣີ - ເມືອງພຽງ - ແລ້ວກ໋າເມືອງເງິນ ໂລດ ເປັນທາງນ້ອຍ ເປັນທາງ ຍຸທສາຕ ຊື່ໆ ໂຄງກາຣສ້າງສາ ຕໍ່ກໍມີແລ້ວ ແຕ່ຂາດດ້ານ ງົບປະມານ ສ້າງ”.
ເສັ້ນທາງ ທີ່ສຳຄັນ ອີກສາຍໜຶ່ງ ໃນແຂວງ ໄຊຍະບູຣີ ທີ່ກຳລັງ ມີກາຣກໍ່ສ້າງ ໃນປັຈຈຸບັນ ນີ້ນັ້ນ ກໍຄືເສັ້ນທາງ ຕໍ່ຈາກສາຍ ເລຂ 2W ຕໍ່ຈາກແຄມ ນ້ຳຂອງ ກົງຂ້າມກັບ ເມືອງປາກແບງ ແຂວງອຸດົມໄຊ ຊຶ່ງເປັນບ່ອນ ທີ່ມີກຳໜົດ ສ້າງຂົວຂ້າມ ແມ່ນ້ຳຂອງ ຕາມແຜນ ຍຸທສາຕດ້ານ ເສຖກິຈ ແຕ່ເໜືອ ຕລອດໃຕ້ ໃນເຂຕລຸ່ມ ແມ່ນ້ຳຂອງ ຫລື GMS ເພື່ອກາຣຂົນສົ່ງ ທາງດ້ານສິນຄ້າ ແຕ່ພາຄໃຕ້ ຂອງ ປະເທສຈີນ ເພື່ອເຊື່ອມໂຍງ ກັບຫລາຍປະເທສ ໃນເຂຕເອເຊັຽ ຕາເວັນອອກ ສ່ຽງໃຕ້ ອັນມີ ລາວ ພະມ້າ ກັມພູຊາ ໄທຽ ແລະວຽຕນາມ.
ທາງຫລວງສາຍໃໝ່ ດັ່ງກ່າວ ຈາກຫົວຂົວ ແຫ່ງໃໝ່ ທີ່ ເມືອງປາກແບງ ໄປຍັງເມືອງເງິນ ໃນແຂວງ ໄຊຍະບູຣີ ດັ່ງກ່າວ ມີຄວາມຍາວ ທັງໝົດ 49 ກິໂລແມ໊ຕ ໂດຽແມ່ນ ທາງ ຣັຖບາລໄທ ໃຫ້ທຶນ ແລະເງິນກູ້ຢືມ ຮວມທັງໝົດ ປະມານ 26 ລ້ານ ດອລລາຣ໌ ສະຫະຣັຖ ຊຶ່ງເສັ້ນ ທາງດັ່ງກ່າວ ຍິ່ງຈະເປັນ ເສັ້ນທາງ ທີ່ສຳຄັນ ສຳຫລັບກາຣ ສົ່ງສິນຄ້າ ຈາກປະເທສຈີນ ຜ່ານພາຄເໜືອ ຂອງລາວ ເຂົ້າໄປຍັງ ແຂວງນ່ານ ແລະເຂຕແຂວງ ອື່ນໆໃນພາຄ ເໜືອຂອງໄທ:
“ໂຕນີ້..ມັນເປັນ ຍຸທສາຕ PC (ສູນຄວບຄຸມ) ໃຫຍ່ຢູ່ນ້ຳບາກ ທາງນີ້ ຈີນ ເຮັດແຕ່ນ້ຳບາກ ມາ ປາກແບງ ມັນເຮັດ ຖາວອນ ແລ້ວໆເດ໋ ຈີນມັນລົງມາ ຜ່ານອຸດົມໄຊ ເມືອງສິງ ແລະ ເມືອງຕ່າງໆ ລົງມາ”.
ຢ່າງໃດກໍຕາມ ນອກຈາກ ເສັ້ນທາງສາຍ ສຳຄັນຕ່າງໆ ດັ່ງກ່າວ ນີ້ແລ້ວ ແຂວງ ໄຊຍະບູຣີ ດັ່ງກ່າວ ຍັງຈະເປັນ ແຂວງດຽວ ໃນເມືອງລາວ ທີ່ຈະມີ ກາຣສ້າງຂົວ ຂ້າມແມ່ນ້ຳຂອງ ຢູ່ຫລາຍແຫ່ງ ກວ່າແຂວງອື່ນໆ ນຳດ້ວຍ ຊຶ່ງນອກຈາກ ທີ່ມີໂຄງກາຣ ຈະສ້າງເພື່ອ ເສື່ອມເສັ້ນທາງ ຈາກເມືອງເງິນ ຕໍ່ກັບເມືອງ ປາກແບງ ແຂວງ ອຸດົມໄຊ ແລ້ວນັ້ນ ກໍແມ່ນ ໂຄງກາຣ ສ້າງຂົວຂ້າມ ແມ່ນ້ຳຂອງ ຢູ່ເຂຕ ບ້ານປາກມ່ອນ ຊຶ່ງຢູ່ກ້ອງ ເມືອງທ່າເດື່ອ ແຂວງ ໄຊຍະບູຣີ ເຊັ່ນກັນ ກັບບ້ານປາກຄອນ ເຂຕເມືອງນານ ເສື່ອມກັບ ເສັ້ນທາງຫລວງ ເລຂ 13 ເໜືອ ທີ່ເມືອງຊຽງເງິນ ກ່ອນເຂົ້າສູ່ ເມືອງ ມໍຣະດົກໂລກ ຫລວງພຣະບາງ ໂດຽແມ່ນທາງ ທະນາຄາຣ ເກົາຫລີໃຕ້ ໃຫ້ເງິນກູ້ຢືມ ໃນອັຕຣາ ດອກເບັ້ຽຕໍ່າ.
ນອກຈາກນັ້ນ ທາງກາຣລາວ ຍັງມີໂຄງກາຣ ທີ່ຈະສ້າງຂົວ ຂ້າມແມ່ນ້ຳຂອງ ຕື່ມອີກ ຣະຫວ່າງ ເຂຕບ້ານ ຄົກເຂົ້າດໍ ເມືອງສານະຄາມ ແຂວງວຽງຈັນ ກັບ ບ້ານນາສັກ ເມືອງປາກລາຍ ທີ່ມີກຳໜົດ ຈະເຣີ່ມໃນ ຣະຫວ່າງທ້າຍປີ 2011 ແລະໃຫ້ສາມາດ ສ້າງໃຫ້ແລ້ວ ພາຍໃນ ປີ 2013 ໂດຽແມ່ນ ບໍຣິສັທ ຂອງ ສປຈີນ ເປັນຜູ້ ຮັບຜິດ ຊອບ.
ຢ່າງໃດກໍຕາມ ໂຄງກາຣສ້າງສາ ພັທນາ ດັ່ງກ່າວ ຈະເປັນກາຣ ສົ່ງເສີມ ດ້ານຄົມມະນາຄົມ ຂົນສົ່ງ ຢ່າງຫລວງຫລາຍ ພາຍໃນແຂວງ, ແຕ່ໃນຂນະ ດຽວກັນ ກໍອາຈ ເຮັດໃຫ້ ປະຊາຊົນ ມີຄວາມເປັນຫ່ວງ ດ້ານຜົລກະທົບ ທາງລົບນຳດ້ວຍ ດັ່ງ ທ່ານ ອິນທະວົງ ໄດ້ກ່າວວ່າ:
“ຊິອອກ ຄຳຄິດຄຳເຫັນ ເພາະວ່າ ກາຣສ້າງສາ ກາຣພັທນາ ບ້ານເມືອງ ຫັ້ນມັນດີ ສຳຫລັບປະເທສ ແຕ່ວ່າ ມັນກ໋າບໍ່ດີ ອັນທີ່ວ່າ ອັນມີຄົນ ຕ່າງດ້າວ (ລັກລອບ) ມາທຳກາຣຄ້າ ຢູ່ໃນປະເທສ ອັນນັ້ນ ມັນບໍ່ດີ ແຕ່ວ່າອັນ ເຂົາມາສ້າງ ໃຫ້ເຮົາຫັ້ນ ຫ້ວຍ… ຍິນດີຮັບເອົາ ອັນນີ້ນ໋າ! ອັນຢາກໃຫ້ ປະເທສ ບ້ານເມືອງ ເຮົາຮຸ່ງເຮືອງ ຈະເຣີນ ເພາະວ່າຊິອາສັຍ ຣັຖບາລ ລາວ ກໍບໍ່ມີທຶນເດ໋ ຊິມາສ້າງ ກະດ໋າຍ… ກະອິຕົນ ຢູ່ໄດ໋… ອັນຄວາມທຸກຂ໌ ຄວາມຍາກ ຂອງ ປະຊາຊົນ ນ໋າ”.
ເຖິງຢ່າງໃດ ກໍຕາມ ບັນຫາ ທີ່ຊາວລາວ ທ້ອງຖິ່ນ ອາຈເປັນຫ່ວງ ຫລາຍທີ່ສຸດ ນັ້ນ ກໍຈະແມ່ນ ດ້ານ ກາຣຈລາຈົລ ກາຣຄ້າ ຢາເສພຕິດ ແລະ ກາຣລັກລອບ ຄ້າມະນຸສ ທີ່ອາຈຈະ ຕາມມາ ພ້ອມໆກັບ ຄວາມສະດວກ ສະບາຍ ທີ່ຈະໄດ້ຮັບ ຈາກກາຣພັທນາ ຕ່າງໆ ດັ່ງກ່າວນີ້.