ກຸ່ມແກ໊ງເຂົ້າປຸ້ນຊ້າງ ເພື່ອຫວັງງາ

ກຸ່ມແກ໊ງ ຄົນຮ້າຍ ເຂົ້າໄປປຸ້ນ ຊ້າງເພື່ອຫວັງ ຂ້າເອົາງາ ແຕ່ຖືກເຈົ້າຂອງ ຊ້າງຍິງຕາຍ ໜຶ່ງຄົນ.
ຫວາດ ສີມູນ
2010.08.18

ເກີດມີເຫຕ ກາຣຍິງ ຕອບໂຕ້ກັນ ຣະຫວ່າງຜູ້ ເປັນເຈົ້າຂອງ ຫລືຄວານຊ້າງ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ໃນຄືນວັນຈັນ ຂອງສັປດາ ຜ່ານມາ ອັນເປັນເຫຕ ໃຫ້ໂຈນ ຮ້າຍຜູ້ໜຶ່ງຕາຍ ໄປພ້ອມກັບຊ້າງ ໜຶ່ງໂຕ.

ທ່ານຈັນເພັງ ດວງພຣະຈັນ ເຈົ້າເມືອງໆ ຫີນເຫີບ ໄດ້ແຈ້ງຕໍ່ ທາງໜັງສືພິມ ວຽງຈັນໄທມສ໌ ວ່າ ເຫຕຮ້າຍອັນ ຂຍອງຂວັນ ດັ່ງກ່າວເກິດຂຶ້ນ ໃນຕອນທ່ຽງຄືນ ຂອງມື້ວັນທີ່ 9 ສິງຫານີ້ ໂດຽມີຄົນຮ້າຍ 4 ຄົນ ພຍາຍາມ ເຂົ້າໄປໃນຄອກ ທີ່ມີຊ້າງ 4 ໂຕຂັງໄວ້ ຢູ່ໃນ ເພື່ອຈະຂ້າ ເອົາງາ ແລະອະວັຍວະ ຕ່າງໆຂອງຊ້າງ ຊຶ່ງພວກຄົນຮ້າຍ ໄດ້ຍິງ ປືນ ສຸມໃສ່ເຮືອນ ຂອງຄວານຊ້າງ ຈຶ່ງມີກາຣ ຍິງຕອບໂຕ້ກັນ ເປັນຊົ່ວ ຣະຍະໜຶ່ງ.

ໃນເມື່ອເຫັນທ່າ ຈະສູ້ບໍ່ໄຫວ ຜູ້ຮັກສາ ຊ້າງກໍເອົາ ຕົວຫລົບໜີ ໄປແຈ້ງຕໍ່ ເຈົ້າໜ້າທີ່ ແລະເວລາ ເຈົ້າໜ້າທີ່ ຕຳຣວຈ ມາເຖິງບ່ອນ ທີ່ເກີດເຫຕ ກໍພົບເຫັນ ຜູ້ຮ້າຍຕາຍ ໜຶ່ງຄົນ ພ້ອມກັບ ຊ້າງຖືກຂ້າ ຕາຍໜຶ່ງໂຕ ໂດຽມີຮອຍ ບາດແຜ ແລະທັນຜ່າຕັດ ເອົາງາອອກ ໄປໄດ້. ທ່ານເຈົ້າເມືອງ ຫີນເຫີບ ໃຫ້ກາຣຢືນຢັນ ຕໍ່ທາງ ໜັງສືພິມວ່າ ມີຄວາມໝັ້ນໃຈ ທີ່ຈະສາມາດ ຕິດຕາມຫາ ພວກໂຈນດັ່ງກ່າວ ນີ້ໄດ້ຢ່າງ ແນ່ນອນ ໃນຂັ້ນຕໍ່ໄປ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ ແຈ້ງເພີ່ມວ່າ ຜູ້ເປັນເຈົ້າຂອງ ຫລືຄວານ ຊ້າງ ໄດ້ຮັບ ອະນຸຍາຕ ໃຫ້ຖື ອາວຸທປືນ ເພື່ອປົກປ້ອງ ສັຕລ້ຽງ ຂອງຕົນເອງ ແຕ່ກໍເປັນໜ້າ ເສັຽດາຍ ທີ່ເຫຕຮ້າຍ ດັ່ງກ່າວຕ້ອງ ມີກາຣສູນ ເສັຽຊີວີຕ ແລະໂດຽສະເພາະ ກໍເປັນກາຣເຮັດ ໃຫ້ຈຳນວນຊ້າງ ລ້ຽງໃນເມືອງລາວ ຫລຸດນ້ອຍລົງ ເລື້ອຽໆ ຊຶ່ງປັຈຈຸບັນນີ້ ໃນທົ່ວເມືອງລາວ ອາຈບໍ່ມີເຖິງ 500 ໂຕຊ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.