ກົດຟັງສຽງ
ເມືອງແປກ ແຂວງຊຽງຂວາງ ຮັກສາປ່າໄມ້ ໃນເມືອງ ເພື່ອໃຫ້ຢູ່ໃນ ສະພາບເດີມ ຊຶ່ງໃຫ້ປະຊາຊົນ ທ້ອງຖິ່ນ ເປັນຜູ້ຄຸ້ມຄອງ ໂດຍແບ່ງເຂດແດນ ແຕ່ລະບ້ານ ແລະ ຖ້າຫາກ ມີການຕັດໄມ້ ເພື່ອນໍາໄປເຮັດຟືນ, ປະຊາຊົນ ຕ້ອງແຈ້ງ ໃຫ້ອໍານາດ ການປົກຄອງເມືອງ ເສັຍກ່ອນ. ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການກະສິກມັ ແລະ ປ່າໄມ້ ເມືອງແປກ ແຂວງຊຽງຂວາງ:
“ການຄຸ້ມຄອງ ປ່າໄມ້ ທາງເມືອງພວກເຮົາ ໃຫ້ປະຊາຊົນ ຄຸ້ມຄອງ ຕາມການແບ່ງປັນເຂດແດນ ຂອງແຕ່ລະບ້ານ ໃນການປົກປັກ ຮັກສາ ແລະ ນໍາໃຊ້. ທາງເມືອງ ເຮົາກໍມີ ແຕ່ວ່າຊຸກຍູ້ ໃນການປົກປັກ ຮັກສາ ແລະ ບໍ່ໃຫ້ຕັດ ແບບຊະຊາຍ ໃນເມື່ອ ຈະຕັດ ກໍເປັນໄມ້ ປຸກສ້າງບໍ ຫລືວ່າ ຈະມາເຮັດຟືນ ຕ້ອງໃຫ້ອໍານາດ ການປົກຄອງຮູ້ນໍາ.”
ທ່ານກ່າວຕື່ມວ່າ ການທີ່ໃຫ້ ປະຊາຊົນ ໄປແຈ້ງ ກ່ອນທີ່ຈະຕັດໄມ້ ປຸກສ້າງນັ້ນ ເພື່ອນໍາໄປສ້າງບ້ານ ຫລື ເຮັດຟືນ ເນື່ອງຈາກວ່າ ທາງການຈະໄດ້ຮູ້ເຖິງ ຈຸດປະສົງ ທີ່ປະຊາຊົນ ຈະນໍາໄປໃຊ້. ເຖິງຢ່າງໃດ ກໍຕາມ, ໃນລະຍະຜ່ານມາ ມີການຕັດໄມ້ ແບບຊະຊາຍ ແລະ ການຕັດໄມ້ ເພື່ອນໍາໄປເຮັດຟືນ ນັ້ນຖືວ່າ ເປັນການຕັດໄມ້ ເພື່ອນໍາໄປໃຊ້ ຜົນປໂຍດສ່ວນຕົວ. ນອກຈາກນັ້ນ, ການເຜົາຟືນ ຍັງເຮັດໃຫ້ ເກີດມົລພິດ ທາງອາກາດ ອີກດ້ວຍ.
ທ່ານ ກ່າວໃນຕອນທ້າຍ ວ່າ ການຕັດໄມ້ ທໍາລາຍປ່າ ຂອງປະຊາຊົນ ໃນຊ່ວງຣະດູຝົນ ສົ່ງຜົນໃຫ້ ສະພາບແວດລ້ອມ ຊຸດໂຊມລົງນໍາທຸກມື້, ຊຶ່ງການຕັດໄມ້ ທໍາລາຍປ່າ ຢ່າງຕໍ່ເນື່ອງ ທັງຖືກກົດໝາຍ ແລະ ຜິດກົດໝາຍ ເຮັດໃຫ້ສະພາບປ່າໄມ້ ເຊື່ອມໂຊມ ແລະ ບໍ່ສາມາດ ເຮັດໜ້າທີ່ປ້ອງກັນ ພະຍຸຝົນ ແລະ ດິນເຈື່ອນ ຈາກພະຍຸຝົນໄດ້ ຊຶ່ງການວາງນະໂຍບາຍ ດັ່ງກ່າວ ທາງເມືອງແປກ ຄາດວ່າ ຈະເຮັດໃຫ້ ປະຊາຊົນ ສາມາດເບິ່ງແຍງ ພື້ນທີ່ປ່າ ໃນເຂດ ຂອງຕົນເອງໄດ້ ເປັນຢ່າງດີ.