ບໍຣິສັດແພນອອສ ເພີ້ມຂຸດຄໍາແລະທອງແດງ
2010.10.26
ກົດຟັງສຽງ
ທາງບໍຣິສັດ ໄດ້ກ່າວໃນມື້ວັນ ອັງຄານ ທີ 26 ຕຸລາ 2010 ວ່າເປົ້າໝາຍ ປະຣິມານການຜລິດ ໃນປີ 2010 ໂດຍສະເພາະ ທອງແດງ ຈະໄດ້ປະມານ 65 ພັນຕັນ, ຄຳ 55 ພັນອອນສິດ ແລະເງິນ 5 ແສນ ອອນສິດ.
ບໍຣິສັດແພນອອສ ໄດ້ຕັ້ງເປົ້າໝາຍ ໄວ້ວ່າ ຈະຜລິດທອງແດງ ລະຫວ່າງ 60 ຫາ 63 ພັນຕັນ, ຄຳ 43 ພັນອອນສິດ ແລະເງິນ 3 ແສນອອນສິດ. ບໍຣິສັດ ຂຸດຄົ້ນແຮ່ທາດ ເປີດເຜີຍອີກວ່າ ບໍ່ພູຄຳ ໃນລາວ ໄດ້ຜລິດແຮ່ທາດ ໄດ້ສູງສຸດ ຄືທອງແດງ 16, 919 ຕັນ ແລະຄຳ 14,410 ອອນສິດ ພາຍໃນລະຍະເວລາ 3 ເດືອນ ເຖິງວັນທີ 30 ເດືອນກັນຍາ, ແລະ ໃນເວລາດຽວກັນ ກໍສາມາດຜລິດ ເງິນໄດ້ 134,068 ອອນສິດ.
ບໍຣິສັດແພນອອສ ກ່າວຕື່ມອີກວ່າ ບໍ່ພູຄຳໄດ້ ຜລິດທອງແດງ ທີ່ເຂັ້ມຂຸ້ນເກືອບຮອດ 66 ພັນຕັນ ພາຍໃນ 12 ເດືອນຜ່ານມາ. ທາງບໍຣິສັດ ຍັງຄາດວ່າລະດັບ ການຜລິດແຮ່ທາດ ໃນໄຕຣມາດສຸດທ້າຍ ເດືອນທັນວາ ຈະສືບຕໍ່ໄປ ຕາມທີ່ໄດ້ກະໄວ້.
ເມື່ອຮອດປີ 2014 ທາງບໍຣິສັດ ແພນອອສ ຄາດວ່າຈະເພີ້ມ ປະຣິມານ ການຜລິດທອງແດງ ໄດ້ປະມານ 1 ແສນຕັນ, ຄຳໄດ້ 2 ແສນອອຣສິດ ແລະ ເງິນໄດ້ 1 ລ້ານອອນສິດ, ຫາກທາງ ບໍຣິສັດສາມາດ ຊື້ຫຸ້ນສ່ວນ ແລະພັທນາ ບໍ່ທອງແດງແລະຄຳ ຢູ່ Inca de Oro ໃນປະເທດ Chile ໄດ້.