ການລັກລອບ ຂຸດຄໍາໃນລາວ
2010.10.18
ກົດຟັງສຽງ
ການລັກຂຸດຄົ້ນແຮ່ຄໍາ ໃນເຂດພາກເໜືອ ຂອງລາວ ເປັນບັນຫາທີ່ ແກ້ໄຂ ບໍ່ແລ້ວຈັກເທື່ອ ແຕ່ຫາກຍັງຂຍາຍ ອອກນໍາເລື້ອຍໆ ເຖິງແມ່ນວ່າຈະ ມີການກວດກາ ປາບປາມ ຜູ້ລັກລອບ ຫລາຍເທື່ອແລ້ວ. ຕາມຄໍາເວົ້າຂອງ ກະຊວງພະລັງງານ ແລະບໍ່ແຮ່ ໃນນະຄອນຫລວງ ວຽງຈັນ.
ບົດສລຸບ ຣາຍງານ ຂອງກະຊວງດັ່ງກ່າວ ເວົ້າວ່າ ໃນການລົງກວດກາ ຕິດຕາມ ເມື່ອເດືອນ ກັນຍາ ຜ່ານມາ ໄດ້ພົບວ່າ ການລັກລອບ ຂຸດຄົ້ນແຮ່ຄໍາ ແຜ່ຂຍາຍອອກ ຢ່າງກວ້າງຂວາງ ໃນຫລາຍແຂວງ ເຊັ່ນ ຫລວງພະບາງ, ຊຽງຂວາງ, ວຽງຈັນ ເປັນຕົ້ນ. ໃນເຂດທີ່ມີ ການລັກລອບ ຂຸດຄົ້ນນັ້ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດ ໃຊ້ສິດ ອໍານາດ ໃນການສກັດກັ້ນ ແລະປາບປາມ ໄດ້ຢ່າງເຕັມທີ່ ຍ້ອນມີຜູ້ຢູ່ ເບື້ອງຫລັງ ສນັບສນູນການ ກະທໍາຜິດກົດໝາຍ ດັ່ງກ່າວ ເພື່ອຜົລປະໂຫຍດ ສ່ວນຕົວ.
ແຕ່ເຖິງຢ່າງໃດ ກໍຕາມ ກະຊວງພະລັງງານ ແລະບໍ່ແຮ່ກໍວ່າ ຈະຕ້ອງຮີບຮ້ອນ ແກ້ໄຂ ໂດຍມອບສິດ ໃຫ້ແຂວງຕ່າງໆ ກວດກາຢ່າງເຂັ້ມງວດ. ຖ້າພົບເຫັນ ຜູ້ກະທໍາຜິດ ກໍໃຫ້ດໍາເນີນ ມາຕການ ຢ່າງເດັດຂາດ ແລະທັງຈະສ້າງ ຣະບຽບການຄຸ້ມຄອງ ການຂຸດຄົ້ນຄໍາ ທັງເທິງບົກ ແລະໃນນໍ້າ. ພ້ອມດຽວກັນນີ້ ທາງກະຊວງ ກໍຍອມຮັບວ່າ ການຕິດຕາມກວດກາ ແລະ ຕີຣາຄາກິຈການ ການລົງທຶນ ດ້ານບໍ່ແຮ່ ໃນຂອບເຂດ ທົ່ວປະເທດ ໂດຍລວມ ຍັງມີຂໍ້ຫຍູ້ງຍາກ ໃນການປະຕິບັດ ແລະ ການຕັດສິນ ເນື່ອງຈາກວ່າເປັນ ບັນຫາກ່ຽວຂ້ອງ ກັບຫລາຍພາກສ່ວນ.
ຫົວໜ້າກົມບໍ່ແຮ່ ເຜີຍວ່າ ຫລາຍໂຄງການລົງທຶນ ດ້ານບໍ່ແຮ່ ມີການເຄື່ອນໄຫວ ທີ່ບໍ່ສອດຄ່ອງ ກັບຣະບຽບ ກົດໝາຍ ແລະ ສັນຍາ ທີ່ໄດ້ລົງນາມ ກັບຣັຖບານ ມາແຕ່ຕອນ ຕົ້ນ. ດັ່ງນັ້ນ ເມື່ອບໍ່ດົນ ຜ່ານມານີ້ ທາງກະຊວງ ຈຶ່ງໄດ້ອອກແຈ້ງການ ໃຫ້ມີການກວດກາ ການເຄື່ອນໄຫວ ຂອງໂຄງການ ຂຸດຄົ້ນ ແຮ່ທາດຕ່າງໆ ທັງໝົດ 262 ກິຈການ ຊຶ່ງເປັນການ ລົງທຶນ ຂອງ 152 ບໍຣິສັດ.