ໄທເຊັນສັນຍາ ຊື້ໄຟຟ້າຈາກລາວ

ບໍຣິສັດ ໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ເຊັນບັນທຶກ ຄວາມເຂົ້າໃຈ ຊື້ກະແສ ໄຟຟ້າ ຈາກ ສປປລາວ.
ໂພໄຊສວັດ
2010.08.17

ບໍຣິສັດ ໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື Egat ໄດ້ເຊັນບັນທຶກ ຄວາມເຂົ້າໃຈ ໃນມື້ວັນຈັນ ທີ 16 ສິງຫາ 2010 ເພື່ອຊື້ ກະແສໄຟຟ້າ ຈາກໂຄງການ ພະລັງ ໄຟຟ້າ ເຂື່ອນເຊປ່ຽນ ເຊນ້ຳນ້ອຍ ທາງພາກໃຕ້ ຂອງລາວ.

ຣາຄາທີ່ Egat ຈະຊື້ ເປັນຣາຄາ ທີ່ສູງທີ່ສຸດ ສຳລັບກະແສໄຟ ຈາກໂຄງການ ພະລັງໄຟຟ້າ ຈາກສປປລາວ. ບົດບັນທຶກ ຄວາມເຂົ້າໃຈ ດັ່ງກ່າວຈະໝົດ ອາຍຸພາຍໃນ 1 ປີ ກັບ 5 ເດືອນຫາກບໍ່ມີ ການລົງນາມ ສັນຍາ ຊຶ່ງ Egat ຈະຊື້ກະແສ ໄຟຟ້າໃນ ຣາຄາ 2 ບາດ 40 ສະຕາງຕໍ່ unit ນຶ່ງໂດຍລະຍະ ເວລາໃນສັນຍາ ຊື້ຂາຍ ມີກຳນົດ 27 ປີ. ໂຄງການພະລັງ ໄຟຟ້າດັ່ງກ່າວ ຈະເລີ້ມຜລິດ ແລະຂາຍໃຫ້ Egat ໃນປີ 2018.

ໂຄງການ ພະລັງໄຟຟ້າ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ມີມູນຄ່າ 877 ລ້ານໂດລາ ສະຫະຣັຖ ຫລືປະມານ 28 ຕື້ 400 ລ້ານບາດ. ບໍຣິສັດໄຟຟ້າ ຣາຊບູລີ ມີຮຸ້ນສ່ວນ 25 ສ່ວນຮ້ອຍ ບໍຣິສັດ SK ວິສວະກອນ ແລະກໍ່ສ້າງ ມີຮຸ້ນສ່ວນ 26 ສ່ວນຮ້ອຍ Korea Western Power ມີຮຸ້ນສ່ວນ 25 ສ່ວນຮ້ອຍ ສ່ວນບໍຣິສັດ ຣັຖວິສຫະກິດ ລາວ ມີຮຸ້ນສ່ວນ 24 ສ່ວນຮ້ອຍ.

ປະທານ ບໍຣິສັດ Egat ທ່ານ ສຸທັດ ປັທມາສິຣິວັດ ກ່າວວ່າ ໂຄງການພະລັງ ເຂື່ອນໄຟຟ້າ 390 ເມັກກະວັດ ນີ້ໄດ້ຮັບການ ອະນຸມັດ ໃຫ້ສຳປະທານ ຈາກ ຣັຖບານລາວ ພາຍໃຕ້ການ ຮ່ວມມືພັທນາ ໄຟຟ້າ ລາວ-ໄທ. ສາຍໄຟທີ່ໃຊ້ ໃນການສົ່ງ ກະແສໄຟ ຈະເຊື່ອມຕໍ່ ສາຍໄຟຂອງ ບໍຣິສັດ Egat ຈາກແຂວງ ອຸບົນຣາຊທານີ.

ຜູ້ຮັບເໝົາ ກໍ່ສ້າງໂຄງການ ໄດ້ສຶກສາ ຜົນກະທົບຕໍ່ ສິ່ງແວດລ້ອມແລ້ວ. ຂໍ້ມູນທາງດ້ານ ການເງິນ ຈະໄດ້ສຶກສາ ຕໍ່ຫລັງຈາກໄດ້ ເຊັນບົດບັນທຶກ ຄວາມເຂົ້າໃຈ ແລ້ວ. ສັນຍາການ ຕົກລົງຊື້ຂາຍ ຄາດວ່າ ຈະມີຂື້ນ ໃນປີໜ້າ ແລະການກໍ່ສ້າງ ຈະໃຊ້ເວລາ ປະມານ 5 ຫາ 6 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.