ໂຄງການເຂື່ອນປາກແບງ ບໍ່ຄືບໜ້າ

ໂຄງການສ້າງເຂື່ອນ ປາກແບງ ທີ່ແຂວງ ອຸດົມໄຊ ບໍ່ມີຄວາມ ຄືບໜ້າ ຍ້ອນວ່າ ລາຍງານການ ສໍາຣວດ ຍັງຄ້າງຄາ.
ຈໍາປາທອງ
2010.10.20

ກົດຟັງສຽງ

ລາຍງານກ່ຽວກັບ ການສຳຣວດ ຄວາມເປັນໄປໄດ້ ຮວມທັງຜົນ ກະທົບຕໍ່ສິ່ງ ແວດລ້ອມ ແລະແຜນການໂຍກຍ້າຍ ປະຊາຊົນ ອອກຈາກບ້ານ ຂອງພວກເຂົາເຈົ້າ ທີ່ຈະໄດ້ຮັບ ຜົນກະທົບ ຊຶ່ງຖືກສົ່ງໃຫ້ ທາງການ ພິຈາຣະນາ ເມື່ອປີຜ່ານມານັ້ນ ຍັງຄ້າງຄາຢູ່ນຳ ຜູ້ມີອຳນາດຕັດສິນ ໃນຄນະຣັຖບານລາວ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ເວົ້າວ່າ:

"ຕົວນີ້ ຍັງບໍ່ທັນຮູ້ ເພາະວ່າການສໍາຣວດ ຍັງສິຕ້ອງ ເອົາໄປຜ່ານບົດ ສຳຣວດກ່ອນບໍ ຫລືຍັງສິຕ້ອງໄປສເນີຣັຖບານ ກ່ອນຈະໄດ້ ກໍ່ສ້າງຫລືບໍ່ ຕົວນີ້ ຍັງຕອບບໍ່ໄດ້".

ການກໍ່ສ້າງ ເຂື່ອນປາກແບງ ທີ່ຣັຖບານລາວ ໄດ້ລົງນາມ ໃນບັນທຶກຄວາມ ເຂົ້າໃຈ ຫລື MoU ກັບບໍຣິສັດຈີນ ໃນປີ 2007 ຊຶ່ງປັດຈຸບັນ ສຳເຣັດການ ສຳຣວດໜ້າດິນ ແລະ ກຳນົດເຂດກໍ່ສ້າງ ແຈ່ມແຈ້ງແລ້ວ. ບໍຣິສັດຈີນ ທີ່ໄດ້ຮັບ ສໍາປະທານ ກໍາລັງລໍຖ້າ ຣັຖບານລາວ ພິຈາຣະນາ ການສຳຣວດ ຄວາມເປັນໄປໄດ້ ຊຶ່ງການສຳຣວດ ນັ້ນ ເວົ້າວ່າ ຖ້າຫາກມີການ ກໍ່ສ້າງ ປະຊາຊົນ ໃນແຖບນັ້ນ ຈະໄດ້ຮັບຜົນ ກະທົບປະມານ 1,700 ຄົນ ທີ່ຈະຕ້ອງ ໄດ້ໂຍກຍ້າຍ ອອກຈາກບ້ານເດີມ ທີ່ເຄີຍຢູ່ມາ ແຕ່ດົນນານ ແລ້ວ.

ເຂື່ອນປາກແບງ ເປັນເຂື່ອນທີ່ຈະສ້າງ ກັ້ນແມ່ນ້ຳຂອງ ຢູ່ບໍຣິເວນ ເມືອງອຸດົມໄຊ ແລະຈະສາມາດ ຜລິດກະແສ ໄຟຟ້າໄດ້ 1,350 MW ຊຶ່ງບໍຣິສັດຈີນ ໄດ້ສຳປະທານ ເປັນເວລາ 30 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.