ປະຊາກອນໂລກແລະ ຜົລກະທົບຈາກເຂື່ອນ

ປະຊາກອນໂລກ ເກືອບ ເຄີ່ງພັນລ້ານ ຄົນ ໄດ້ຮັບຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໃນທົ່ວໂລກ.
ສິດນີ
2010.10.08

ກົດຟັງສຽງ

ທ່ານ Patrick Mckelly ຜູ້ອຳນວຍການ ອົງການແມ່ນ້ຳ ນານາຊາດໄດ້ເປີດເຜີຍ ໃນກອງປະຊຸມ ນານາຊາດຄັ້ງທີ 3 ກ່ຽວກັບຜົລກະທົບ ແລະຜູ້ທີ່ໄດ້ຮັບ ຄວາມເດືອດ ຮ້ອນ ຈາກການສ້າງເຂື່ອນ ໃນທົ່ວໂລກ.

ກອງປະຊຸມກັນ ມີຂື້ນທີ່ເມືອງ ເທມາກາລູປີ ປະເທດເກມຊີໂກ ໃນຕົ້ນອາທີດ ນີ້ວ່າໃນປັດຈຸບັນ ທົ່ວໂລກມີເຂື່ອນໄຟຟ້າ ຂນາດໃຫຍ່ ທີ່ສ້າງສຳເຣັດ ແລ້ວກວ່າ 45 ພັນ ເຂື່ອນ ແຕ່ໃນບັນດາ ປະເທດຢູໂຣບ ແລະອະເມຣິກາເຫນືອ ໄດ້ຍົກເລີກການ ໃຊ້ງານ ດ້ວຍການທຸບເຂື່ອນຖີ້ມ ຫລາຍແຫ່ງ ເນື່ອງຈາກຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ນິເວດວິທຍາ.

ແຕ່ໃນປະເທດ ທີ່ກຳລັງພັທນາ ຊໍ້າພັດຫັນມາສ້າງເຂື່ອນ ຫລາຍຂື້ນເຊັ່ນ ໃນປະເທດ ອະເມຣິກາໃຕ້ ອະຟຣີກກາ ແລະເອເຊັຽ ຮ່ວມທັງປະເທດ ເພື່ອນບ້ານຂອງໄທ ເຊັ່ນ ສປປລາວ ພະມ້າ ກຳພູຊາ ແລະວຽດນາມ. ຈາກການຄົ້ນຄວ້າ ຂອງນັກສັງຄົມສາດ ສະຫະຣັຖ ທົ່ວໂລກມີປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈາກການສ້າງເຂື່ອນ  ກວ່າ 472 ລ້ານ ຄົນ ແລະບັນຫາສ່ວນໃຫຍ່ ຈະຮ່ວມດ້ວຍ ການບໍ່ໄດ້ ຄ່າຊົດເຊີຍສຳລັບ ຄວາມເສັຽຫາຍ ບໍ່ວ່າຈະເປັນການ ອົພຍົບ ໂຍກຍ້າຍຈາກທີ່ດີນ ການເສັຽພື້ນທີ່ ທຳມາຫາກີນ ຂາດອາຊີບ ແລະ ຂາດວິຖິຊີວິດ ໃນສະຖານທີ່ແຫ່ງໃຫມ່ ຮ່ວມດ້ວຍ ຄວາມເຊື່ອມເສັຽ ຕໍ່ສີ່ງແວດລ້ອມ ແລະ ຊີວະນານາພັນ ຊນີດຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 11, 2012 03:08 AM

The Mekong River is an international river because it flows through many countries.The Mekong doesn't belong to the whole planet as common goods like someone has claimed.The Mekong River is a natural border between Laos and Thailand delimited by the 1907 Franco-Siamese treaty over which Laos does exercise fully its sovereignty.Laos in cooperation with Thaialnd has a sovereign right to build the hydroelectric dams over the body of that watercourse.

Anonymous
Mar 11, 2012 02:28 AM

The Mekong River is an international river because it flows through many countries. The Mekong doesn’t belong to the whole planet as common goods. The Mekong River is a natural border between Laos and Thailand delimited by the 1907 Franco-Siamese treaty over which Laos exercises fully it Sovereignty. Laos in cooperation with Thailand has a sovereign right to build the hydroelectric dams over the body of that watercourse.