ຄວາມຈໍາເປັນທີ່ຈະສ້າງ ເຂື່ອນໄຊຍະບຸຣີ

ໄທຈັດປະຊຸມ ເຣື້ອງຄວາມຈໍາເປັນ ໃນການສ້າງເຂື່ອນ ໄຊຍະບຸຣີ.
ສົມເນ
2010.10.18

ກົດຟັງສຽງ

ຕົວແທນຝ່າຍ ຣັຖບານໄທ ແລະຝ່າຍພາຄີ ອົງກອນເອກກະຊົນ ດ້ານສິ່ງແວດລ້ອມ ໃນປະເທດໄທ ໃນວັນທີ 18 ຕຸລານີ້ ໄດ້ປະຊຸມ ສົນທະນາກັນ ເຣື້ອງຄວາມຈໍາເປັນ ໃນການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຂວງໃຊຍະບຸຣີ. ກອງປະຊຸມ ໄດ້ຈັດຂື້ນຢູ່ທີ່ ຫໍຣັຖສະພາໄທ ທີ່ບາງກອກ.

ຫົວຂໍ້ຂອງການປະຊຸມ ໄດ້ແກ່ຜົນກະທົບ ດ້ານສິ່ງແວດລ້ອມ ຈາກການສ້າງເຂື່ອນ ຜົນກະທົບຕໍ່ ປະຊາຊົນ ໃນເຂດລຸ່ມເຂື່ອນ ແລະບັນຫາຄວາມ ໂປ່ງໃສໃນເຣື້ອງ ການກໍ່ສ້າງ. ບັນຫາທັງໝົດນີ້ ວຸດທິສະມາຊິກ ສະພາ ໄດ້ຮັບໄປ ພິຈາຣະນາ ເພື່ອລະງັບໂຄງການ ຊື້ໄຟຟ້າຈາກເຂື່ອນ ໃຊຍະບຸຣີ ດັ່ງ ດຣ. ທັສນາ ບຸນທອງ ປະທານ ກອງປະຊຸມ ໄດ້ກ່າວ:

"ວຸດທິ ສະມາຊິກສະພາ ໄດ້ສືກສາຄວາມ ໂປ່ງໃສ ແລະ ຜົນກະທົບ ເອກກະສານ ບັນທືກຄວາມເຂົາໃຈ ການຮັບຊື້ໄຟຟ້າ ຈາກເຂື່ອນ ໄຊຍະບຸຣີ ທີ່ຄນະກັມມະການ ນະໂຍບາຍ ພະລັງງານແຫ່ງຊາດ ໄດ້ອະນຸມັດ ໄປແລ້ວນັ້ນ ເປັນໄປຕາມ ຫລັກການຫລືບໍ່".

ຕົວແທນອົງການ ສິ່ງແວດລ້ອມ ຟື້ນຟູຊີວິດ ທັມມະຊາດ meene ເວົ້າວ່າ ມັນບໍ່ມີຄວາມ ຈໍາເປັນທີ່ຕ້ອງ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ໃນແຂວງ ໃຊຍະບູຣີ. ທ່ານວ່າ ໄທບໍ່ມີຄວາມ ຈໍາເປັນທີ່ຕ້ອງ ໄປຊື້ໄຟຟ້າ ທັງໝົດຈາກເຂື່ອນ ທີ່ສ້າງຢູ່ໃນລາວ. ໃນຂນະດຽວກັນ ອາຈານໄກສັກ ຊຸນຫາວັນ ຕົວແທນຝ່າຍ ຣັຖບານກໍເວົ້າວ່າ ເຂື່ອນໄຊຍະບຸຣີ ນີ້ຈະສົ່ງຜົນ ກະທົບໜັກໃສ່ ເສັ້ນທາງການຂື້ນລົງ ໄປວາງໄຂ່ ຂອງຝຸງປາ ຕັ້ງແຕ່ເໜືອ ຮອດຕົງເລສາບ ປະເທດຂເມນ:

"ມື້ນີ້ເຮົາກໍຮູ້ ແລ້ວວ່າ ລາວຈະເປັນປະເທດ ທໍາອິດທີ່ຈະສ້າງ ເຂື່ອນໃສ່ແມ່ນໍ້າຂອງ ໃນແຂວງ ໄຊຍະບູຣີ. ສິ່ງທີ່ກະທົບກະເທືອນ ຫລາຍທີ່ສຸດກໍຄື ກ່ຽວກັບການ ປະໂມງ ແລະຊີວິດຂອງສັດ ທີ່ອາໄສ ຢູ່ໃນນໍ້າ".

ກອງປະຊຸມໄດ້ ສລຸບວ່າ ເຂື່ອນໄຊຍະບູຣີ ຈະສົ່ງຜົນກະທົບ ທັງໃນ ປະເທດລາວ ປະເທດໄທ ຮ່ວມທັງປະເທດ ຢູ່ໃຕ້ເຂື່ອນ ແລະເຫັນວ່າ ໂຄງການສ້າງເຂື່ອນ ໄຊຍະບູຣີ ບໍ່ມີຄວາມຈໍາເປັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.