ລາວພິຈາຣະນາ ຊື້ຂາຍກະແສໄຟ

ຣັຖວິສະຫະກິດ ໄຟຟ້າລາວ ກໍາລັງ ພິຈາຣະນາ ຣາຄາ ຊື້-ຂາຍ ກະແສໄຟຟ້າ ເຂື່ອນດອນສະໂຮງ.
ຈະເຣີນສຸກ
2010.10.12

ກົດຟັງສຽງ

ປັດຈຸບັນ ຣັດວິສະຫະກິດ ໄຟຟ້າລາວ ກໍາລັງ ເຈຣະຈາ ກັບປະເທດ ຜູ້ຮັບຊື້ໄຟຟ້າ ເພື່ອຕົກລົງຣາຄາ ຊື້ຂາຍ ໄຟຟ້າ ຂອງໂຄງການ ເຂື່ອນດອນສະຫົງ ຂນາດ 240 ເມກາວັດ ໃນເມືອງໂຂງ, ແຂວງຈໍາປາສັກ, ຫລັງຈາກ ຜ່ານການສໍາຣວດ ອອກແບບ ແລະ ເຈຣະຈາ ຊື້-ຂາຍ ໄຟຟ້າ ສໍາເລັດແລ້ວ ກໍຈະມີການລົງມື ກໍ່ສ້າງໄດ້ ໃນປີ 2011, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຣັຖວິສະຫະກິດ ໄຟຟ້າລາວ.

“ກໍາລັງ ເຈຣະຈາ ກັບ PPA ກັບໄຟຟ້າລາ ວຢູ່ ຄື ໃນທ້າຍປີ 2011 ຈະໄດ້ເຣີ້ມກໍ່ສ້າງ ຂະເຈົ້າ ກໍາລັງສໍາຣວດ ກໍຄົງຈະ ບໍ່ມີບັນຫາ  ຜົນກະທົບກັບ ສະພາບແວດລ້ອມ ແທ້ໆ ກໍຄົງຈະບໍ່ຫລາຍ.”

ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ພະລັງນໍ້າ ດອນສະຫົງ ມີຄວາມເປັນໄປໄດ້ສູງ ທີ່ຈະມີການ ກໍ່ສ້າງ ຫລັງຈາກທີ່ມີ ຄວາມກະຈ່າງແຈ້ງ ໃນການເຈຣະຈາ ກັບລຜູ້ຮັບຊື້ ໄຟຟ້າ, ຊຶ່ງມີຄວາມ ເປັນໄປໄດ້ ວ່າ ປະເທດໄທ ຈະຮັບຊື້ ໄຟຟ້າ ດັ່ງກ່າວ ພາຍຫລັງ ຮູ້ຜົນທັງໝົດແລ້ວ ຈະລົງມື ກໍ່ສ້າງໄດ້ ຕາມແຜນ ທີ່ໄດ້ວາງໄວ້ແນ່ນອນ.

ສໍາລັບ ບັນຫາ ສິ່ງແວດລ້ອມ ທີ່ຫລາຍຝ່າຍ ເປັນຫ່ວງນັ້ນ, ຕົວແທນ ຂອງຣັຖວິສະຫະກິດ ໄຟຟ້າລາວ ຍອມຮັບວ່າ ບັນຫາ ທີ່ອາດເກີດຂຶ້ນ ຄື ຜົນກະທົບ ເຣື້ອງປາ ແລະ ການວາງໄຂ່, ແຕ່ວ່າ ກໍມີທາງແກ້ໄຂບັນຫາ ເອົາໄວ້ແລ້ວ.

ຣາຍງານ ຂອງ ອົງການແມ່ນໍ້າສາກົນ ຣະບຸວ່າ ເຂື່ອນດອນສະໂຮງ, ຊຶ່ງຈະມີກໍາລັງ ຕິດຕັ້ງ ປັ່ນໄຟຟ້າ ຂນາດ 240 ເມກາວັດ ເພື່ອສົ່ງໄຟຟ້າ ຈໍາໜາຍ ໃຫ້ແກ່ໄທ, ກັມພູຊາ ແລະ ວຽດນາມນັ້ນ, ຈະປິດກັ້ນ ເສັ້ນທາງເຄື່ອນຍ້າຍ ຂອງຝູງປາ, ທໍາລາຍ ການດໍາລົງຊີວິດ ຂອງປານາໆຊນິດ ຕລອດແນວຂອງແມ່ນໍ້າ ໃນສ່ວນ ທີ່ໄຫລຜ່ານ 4 ປະເທດ ໄດ້ແກ່ ລາວ, ໄທ, ກັມພູຊາ ແລະ ວຽດນາມ. ເຂື່ອນດອນສະໂຮງ ຍັງຈະສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ທີ່ເພິ່ງພາ ລໍານໍ້າ ໃນພື້ນທີ່ 4 ປະເທດອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.