ຫຼາຍນາຍຈ້າງຍັງບໍ່ຮັບ ສມັກງານ
2020.07.16

ຫລາຍທຸຣະກິດຢູ່ລາວ ເປັນຕົ້ນແມ່ນໂຮງງານຕັດຫຍິບ ໂຮງງານເຟີນິເຈີ ໂຮງແຮມ ແລະຮ້ານອາຫານ ຍັງບໍ່ເປີດຮັບພະນັກງານເພີ່ມເຕີມ ຍ້ອນວ່າໄດ້ຮັບຜົນກະທົບ ຈາກໂຄວິດ-119.ເຈົ້າຂອງໂຮງງານຕັດຫຍິບ ຂນາດນ້ອຍແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
"ຍັງຟື້ນໂຕບໍ່ໄດ້ເທື່ອ ຍັງບໍ່ມີວຽກມີຫຍັງເລີຍ ແຕ່ວ່າແຕ່ກີ້ມີຫຼາຍຢູ່ ແຕ່ວ່າວຽກເຮົາມັນບໍ່ຫຼາຍ ເລີຍຖອນອອກຍັງເຫຼືອ 10 ປາຍຄົນແຕ່ກ່ອນ ກໍປະມານ 40-50 [ຄົນ] ເທົ່ານັ້ນແຫຼະ ບໍ່ແມ່ນໂຮງງານໃຫຍ່ເນາະ ຊ່ວງນີ້ມັນຂາຍບໍ່ອອກ ຄັນມີວຽກກໍເອີ້ນກັນມາ ຫລືປະມານນັ້ນແຫຼະ."
ໂຮງງານຕັດຫຍິບບາງແຫ່ງ ຢູ່ນະຄອນຫຼວງວຽງຈັນ ກໍເປີດແລ້ວ ແຕ່ຍັງບໍ່ເປີດຮັບຄົນງານເພີ່ມ, ພະນັກງານ ຝ່າຍບຸກຄົນຂອງໂຮງງານຕັດ ຫຍິບໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເຮົາເປີດຢູ່ແຕ່ວ່າ ພວກເຮົາກະບໍ່ໄດ້ຮັບແບບວ່າ ພວກເຮົາບໍ່ຕ້ອງການ ເຮົາຍັງບໍ່ຮັບເທື່ອ ພະນັກງານເຮົາພຽງພໍແລ້ວ ເຮົາກໍບໍ່ຕ້ອງການຈະ ຮັບເພີ່ມຫັ້ນແຫຼະ ຮັບເພີ່ມກໍຕ້ອງເວົ້າເຣື້ອງ ການເພີ່ມຄ່າໃຊ້ຈ່າຍ ຖ້າເຮົາຕ້ອງການຕ້ອງເບິ່ງວ່າ ຕຳແໜ່ງຫັ້ນສຳຄັນບໍ່ ຖ້າບໍ່ສຳຄັນເຮົາກະບໍ່ ຮັບຄືກັນ."
ສ່ວນພະນັກງານ ທີ່ເຮັດວຽກຢູ່ແຮງແຮມແຫ່ງໜຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
"ຍັງເທື່ອເດີ ເພາະພະນັກງານ ປະຈຳເຮົາຍັງຄົບ ພະນັກງານພຽງພໍແລ້ວ ແຂກລາວເຮົານີ້ກະພໍມີ ແຂກຕ່າງປະເທດກໍພໍມີ ເປັນແຂກປະຈຳ ຈະບໍ່ຄືເກົ່າ."
ປັດຈຸບັນເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດີການສັງຄົມ ກຳລັງເກັບກໍາຂໍ້ມູນກ່ຽວກັບ ເລື່ອງຄົນຕົກງານ ແລະແນະນຳໃຫ້ເຂົາເຈົ້າຊ່ອຍ ຕົນເອງ. ດັ່ງທ່ານກ່າວວ່າ:
"ວ່າງງານຢູ່ພາຍໃນຫຼາຍຢູ່ເດ້ ຍັງບໍ່ທັນຮູ້ວ່າ ມີເທົ່າໃດ ສມັກງານທາງອິນເຕີເນັດ ລົງຊື່ລົງຫຍັງສມັກຢູ່ຫັ້ນເລີຍ ຈະມີຂອງກະຊວງແຮງງານ ເຮົາເນາະ ແລ້ວກໍຈະເຫັນວ່າ ຢູ່ໃນລະບຽບ ເລີຍ."
ບໍຣິສັດຈັດຫາງານ ທີ່ສົ່ງຄົນງານລາວໄປເຮັດວຽກ ຕ່າງປະເທດ ໂດຍສະເພາະ ປະເທດໄທຍ ກໍຍັງບໍ່ສາມາດຈັດຄົນງານລາວ ໄປເຮັດວຽກ ໄດ້, ດັ່ງເຈົ້າໜ້າທີ່ ບໍຣິສັດ ໄດ້ກ່າວວ່າ:
ເຂົາກະໂທມາຢູ່ມື້ໃດຈະໄດ້ໄປ ກະໃຫ້ຕິດຕາມຂ່າວເອົາ ອັນນີ້ ກະບໍ່ມີອີ່ຫຍັງ ຈະຕອບຂໍ້ມູນເຂົາເຈົ້າໄດ້ ຍັງບໍ່ໄດ້ມີຫຍັງປ່ຽນແປງ ຫຍັງເລີຍ ມິດນິ້ງຢູ່ ຍັງບໍ່ມີຫຍັງສາມ ສີ່ເດືອນມາແລ້ວ ເພາະວ່າ ລົງທະບຽນໄວ້ ກະຫຼາຍເປັນຄົນຄົນແລ້ວ."
ຄົນລາວຄົນນຶ່ງ ໄດ້ກ່າວວ່າ ໄປສມັກງານບ່ອນໃດ ເຂົາກໍບໍ່ຮັບເອົາ ສະນັ້ນຕ້ອງໄປຫາເກັບຜັກຫັກໜໍ່ໄປຂາຍ:
"ໄປຊອກບ່ອນສມັກບໍ່ໄດ້ ໄປເປັນແມ່ບ້ານ ເຂົາເຈົ້າກະວ່າ ຍັງບໍ່ທັນເອົາຜູ້ໃດ ເຂົ້າເທື່ອ ເພາະວ່າຊ້ວງນີ້ ມັນຈຳກັດໄປຊອກເຮັດວຽກຮ້ານ ອາຫານ ເຂົາເຈົ້າກະວ່າ ກະມີຄົນເຕັມແລ້ວ ໄປສມັກໂຮງງານ ເຂົາເຈົ້າກະວ່າຍັງບໍ່ທັນເອົາຄົນ ປັດຈຸບັນກະຢູ່ເຮືອນ ມີແຕ່ເກັບຜັກຂາຍໄດ້ 10-20 ພັນ ບາງມື້ກະບໍ່ກຸ້ມກິນ."
ສະເພາະຢູ່ແຂວງສວັນນະເຂດ ມີຄົນງານລາວກັບມາຈາກ ປະເທດໄທຍຫຼາຍກ່ວາ 20 ພັນຄົນເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການ ສັງຄົມແຂວງສວັນນະເຂດ ໄດ້ກ່າວວ່າ:
"ພວກເຮົາກໍໄດ້ມີການປະຊຸມພາກສ່ວນກ່ຽວຂ້ອງ ມີການຊອກຫາວິທີຊ່ວຍເຫຼືອ ກະຈະມີແຜນຝຶກຕຽມອາຊີບໃຫ້ເຂົາ ສະເພາະຜູ້ທີ່ກັບມາໃຊ້ ຊ້ວງໄລຍະໂຄວິດ ບັນຫາຫຼາຍໃນຊ້ວງ ໄລຍະໂຄວິດ ແຕ່ໄທຍ 20 ປາຍພັນຄົນ ສະເພາະແຂວງສວັນນະເຂດ."
ກະຊວງແຮງງານ ແລະສວັດດີການສັງຄົມ ມີແຜນການ ແລະມາຕການຊຸກຍູ້ຄົນງານລາວ ທີ່ວ່າງງານໃຫ້ໄປສ້າງອາຊີບດ້ານການກະສິກັມ ເປັນຫຼັກ, ປູກຕົ້ນໄມ້ໃຫ້ໝາກ, ປູກຜັກ ເພື່ອໃຫ້ສາມາດເພິ່ງພາຕົນເອງໄດ້ ແລະ ຣັຖບານໄດ້ມີງົບປະມານ 77 ຕື້ກີບໃຫ້ຜູ້ວ່າງງານສາມາດ ກູ້ຢືມໃນອັດຕຣາ ດອກເບັ້ຽຕ່ຳ ເພື່ອໄປສ້າງອາຊີບ.
ອີງຕາມການປະເມີນຂອງອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ຫລື FAO, ມີຄົນງານລາວຕົກງານ 350 ພັນຄົນ ໃນໄລຍະໂຄວິດ19 ຣະບາດໃນນັ້ນມີຢູ່ໃນ ຂແນງການທ່ອງທ່ຽວ 50 ພັນຄົນ ໂຮງຈັກໂຮງງານ 100 ພັນຄົນ ແລະມາຈາກປະເທດໄທຍ ປະມານ 200 ພັນຄົນ.