ປະຊາຊົນບໍ່ດີໃຈ ຕໍາຣວດ ຕັ້ງດ່ານກວດ
2020.08.18

ປະຊາຊົນແຂວງສວັນນະເຂດ ບໍ່ພໍໃຈກ່ຽວກັບການຕັ້ງດ່ານກວດຄວມໄວ ຢູ່ເສັ້ນທາງເລກ 13 ໃຕ້ ຈຸດເຊື່ອມຕໍ່ ຣະຫວ່າງເມືອງສອງຄອນ ແຂວງສວັນນະເຂດ ຫາ ເມືອງລະຄອນເພັງ ແຂວງສາຣະວັນ. ເຈົ້າຫນ້າທີ່ຕຳຣວດ ກຳນົດຈັບຄວາມໄວປະມານ 50 ກິໂລແມັດຕໍ່ຊົ່ວໂມງ ຢູ່ເຂດດັ່ງກ່່າວ ແຕ່ຜູ້ໃຊ້ຣົດເຫັນວ່າ ບໍ່ເຫມາະສົມ ເພາະຣົດແລ່ນປົກກະຕິ ຢ່າງນ້ອຍ 80 ກິໂລແມັດຕໍ່ຊົ່ວໂມງ ຍ້ອນເປັນທາງສາຍດ່ວນ. ຕາມຄຳເວົ້າຊາວບ້ານ ແຂວງສວັນນະເຂດ ນາງນຶ່ງ ຕໍ່ວິທຸຍເອເຊັຽເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ:
“ຕັ້ງດ່ານຊົ່ວຄາວບາງເທື່ອເຂົາກະບໍໄດ້ກວດທຸກມື້ດອກ ຕັ້ງດ່ານສຳລັບກວດຄວາມໄວຈັບ 50 ສຳລັບຄວາມໄວຫັ້ນ ໃຜຈະໄປແລ່ນຊ້າ ປານນັ້ນ ແລ່ນສາຍທາງຕົງແລ້ວ ມັນກໍຣະດັບ 80 ຕ່ຳສຸດເອົາ 50 ມັນກະໂດນທຸກຄົນຫ້ັ້ນແຫລະ ໂບກທຸກຄົນແຫລະ ກະໄດ້ເສັຽເງິນ ໃຫ້ເຂົາ 50 ພັນ ເຮົາຈ່າຍຢູ່ໃນຣົດ ກະບໍ່ໄດ້ມີໃບບິນໃຫ້.”
ນາງກ່າວຕື້່ມວ່າປັດຈຸບັນເຈົ້າຫນ້າທີ່ຈະຕັ້ງດ່ານ ບາງຄັ້ງບາງຄາວເທົ່ານັ້ນ ບໍ່ໄດ້ຕັ້ງເປັນປະຈຳ ແຕ່ກໍບໍ່ເຫມາະສົມທີ່ຈະຕັ້ງດ່ານບໍຣິເວນ ທາງໂຄ້ງ ເຖິງແມ່ນວ່າ ທາງກົດຫມາຍຈະບໍ່ມີ ກຳນົດໃຫ້ຕັ້ງກໍຕາມ ຫລາຍຄົນກໍສົງສັຍວ່າ ການຕັ້ງດ່ານດັ່ງກ່າວ ມີຫນັງສື ຖືກຕ້ອງ ຫລືບໍ່ຫລືວ່າເພຶ່ອຫາເງິນເຂົ້າຖົງໂຕເອງ.
“ສ່ວນຫລາຍ ຕົງນັ້ນມັນຄົດນ້ອຍນຶ່ງ ປົກກະຕິເຂົາບໍ່ໃຫ້ຕັ້ງດ່ານ ແຕ່ກໍມາຕັ້ງຂ້ອຍ ກໍເຄີຍເຈີເທື່ອນຶ່ງ ມີແຕ່ເສັຽເງິນ ແຕ່ບໍ່ໄດ້ໃບບິນກະແມ່ນ ມີສ່ວນຄືແບບນີ້ ເຂົາເອົານຳຜູ້ນີ້ ເທົ່ານີ້ເທົ່ານັ້ນ ບັດເຫລືອທີ່ເຂົາໃຫ້ຫ້ອງການ ຫລື ເອົາຫົມດ.”
ປະຊາຊົນ ແຂວງສວັນນະເຂດອກີທ່ານນຶ່ງ ທີ່ເຄີຍຖືກຈັບຄວາມໄວ ແລະຖືກປັບໃຫມ 50,000 ກີບ ຢູ່ບໍຣິເວນ ດັ່້ງກ່າວເວົ້າວ່າຢູ່ເຂດນັ້ນ ຄົນຂັບຣົດໄວຢູ່ແລ້ວ ເພາະຢູ່ນອກເຂດຊຸມຊົນ:
“ເຫັນເຂົາຕັ້ງດ່ານຈັບຄວາມໄວ ເຮົາກະບໍ່ເຂົ້່າໃຈຄືກັນ ເຮົາຄິດວ່າກະບໍ່ໄດ້ ຢູ່ໃນຊຸມຊົນນ່າ ເຮົາກະເປັນຄົນທຽວທາງຊື່ໆເນາະກະໄດ້ເສັຽ ໃຫ້ເພິ່ນລະເນາະ ເຮົາແລ່ນກາຍ ກຳນົດເນາະ ຄັນເຮົາຈະເວົ້າໄປ ກະຢ້ານມັນຜິດຣະບຽບເພີ່ນ ເຮົາຮູ້ນຳກັນ ກົດຫມາຍບ້ານເມືອງ ເວົ້າຫລາຍກະຜິດເພິ່ນ ມັນມີຜົລກະທົບ ຕໍ່ຕົນເອງວ່າຊັ້ນນ່າ.”
ເຈົ້າຫນ້າທີ່ຕຳຣວດແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ໃນຈຸດທີ່ມີເຈ້າຫນ້າທີ່ ໄປຕັ້ງດ່ານກວດຄວາມໄວ ທີ່ກຳນົດບໍ່ໃຫ້ເກີນ 50 ກິໂລ ແມັດຕໍ່ຊົ່ວໂມງນັ້ນ ຈະມີປ້າຍບອກລ່ວງຫນ້າວ່າ ຕ້ອງຫລຸດຄວາມໄວລົງ ບໍ່ດັ່ງນັ້ນຈະຖືກປັບໃຫມ ຊຶ່ງເປັນກົດຫມາຍ ສະບັບປັບປຸງ ແຕ່ຊາວບ້ານອາດຈະຍັງບໍ່ຮູ້ ຖ້າເຂົ້າຊຸມຊົນ ບໍ່ໃຫ້ເກີນ 50 ກິໂລແມັດຕໍ່ຊົ່ວໂມງ:
”ມັນຖີ່ເດ້ ເຂົາຕັ້ງດ່ານຢູ່ຫັ້ນ ກະຜ່ອນລົງໃນໄລຍະນັ້ນ ບ່ອນປ້າຍຕັ້ງດ່ານແຫລະ ເຂົາຈັບກອ້ງຄວາມໄວ ບໍ່ໃຫ້ໃຊ້ ເກີິນນີ້ເກີນນັ້ນມັນ ຣະບຽບຂອງຈາຣະຈອນ ກົດຫມາຍປັບປຸງໃຫມ່ ຂອງຣະບຽບຂອງກົມທາງຫລວງ ຫັ້ນເດ້ ຄວາມໄວບໍ່ໃຫ້ເກີນ ບ່ອນຊຸມຊົນ ບໍ່ໃຫ້ເກີນ 50 ກິໂລແມັດຕໍ່ຊົ່ວໂມງ.”
ປະຊາຊົນອີກທ່ານນຶ່ງເວົ້າວ່າ ຕົນເອງກໍຖືກປັບໃຫມ ໃນດ່ານຊົ່ວຄາວ ຕັ້ງຢູ່ເຂດບ້ານນາເຕີຍ ໃກ້ກັບຫລັກ 35 ເຈົ້າຫນ້າທີ່ຕຳຣວດກວດ ເອກສານ ຕົນເອງ ກໍມີຄົບທຸກຢ່າງ ແລ້ວພັດບອກ ວ່າຂັບໄວ ຊື່ງຕົນເອງ ກໍບໍ່ໄດ້ແລ່ນໄວ ມີກ້ອງບັນທຶກທຸກຢ່າງ ແຕ່ຕຳຣວດບໍ່ຍອມ ເພີ່ນບອກວ່າ ໄດ້ຖ່າຍຄວາມໄວ ແລະ ຮູບທະບຽນຣົດໄວ້ ໄດ້ກໍຖືກປັບໃຫມ 50 ພັນກີບ ແລະການປັບໃຫມ ກໍບໍ່ມີໃບບິນ.
ເຈົ້່າຫນ້າທີ່ຕຳຣວດ ເມືອງສອງຄອນເວົ້າວ່າ ບາງເທື່ອກໍມີ ກໍຣະນີ ເຈົ້າຫນ້າທີ່ຕຳຣວດ ບໍ່ຂຽນໃບບິນ ຫລັງຈາກຮັບເງິນ ແລະ ປັບໃຫມ ປະຊາຊົນ:
“ອິງໃສ່ ທີດທາງຊີ້ນຳ ຂອງກອງບັນຊາການ ປກສ ແຂວງເນາະ ແລະກະອິງໃສ່ຫລັກການເຄື່ອນໄຫວ ຂອງເຈົ້າຫນ້າທີ່ຈະຣາຈອນເຂົາ ກະຕິດຕາມ ເພື່ອຫຼຸດຜ່ອນຄວາມໄວ ຂອງຜູ້ຂັບຂີ່ ບາງເທື່ອພວກອ້າຍນ້ອງ ທີ່ເຮັດໂຕຈິງ ເຂົາຈະບໍ່ໄດ້ຂຽນໃຫ້ ກະຊີ່ມີບໍ່ຈັກໂຕນີ້ເຮົາ ກະຍັງບໍ່ຮູ້.”
ເຖິງຢ່າງໃດກໍຕາມ ກົດຫມາຍວ່າດ້ວຍ ຈາຣະຈອນທາງບົກ ສະບັບປັບປຸງມາຕຣາ 19 ຣະບຸວ່າ ຄວາມໄວສຸງສຸດ ທີ່ອະນຸຍາດໃຫ້ຣົດທຸກ ປະເເພດ ແລ່ນຕາມຖນົນໃນ ສປປລາວ ກຳນົດໃວ້ດັ່ງນີ້ຄື: 1-ບໍ່ໃຫ້ເກິນ 40 ກິໂລແມັດຕໍ່ຊົ່ວໂມງ ສຳລັບເສັ້ນທາງໃນໂຕເມືອງເທສບານ ເຂດຊຸມຊົນ. 2-ບໍ່ໃຫ້ເກີນ 90 ກິໂລແມັດຕໍ່ຊົ່ວໂມງ ສຳລັບການສັນຈອນ ໃນເຂດ ນອກເມືອງ ແລະ 3-ບໍ່ໃຫ້ເກີນ 70 ກິໂລແມັດຕໍ່ຊົ່ວໂມງ ສຳລັບຣົດບັນທຸກຂົຍສິນຄ້າ, ຣົດໂດຍສານ ຕາມເສັ້ນທາງນອກເຂດໂຕເມືອງ.