ADB ວ່າເສຖກິດລາວ ຈະຟື້ນໂຕ ປີໜ້າ
2020.09.17

ທະນາຄານພັທນາເອເຊັຍ ຫຼື ADB ຣາຍງານກ່ຽວກັບ ສະພາບເສຖກິດ ໃນຂົງເຂດເອເຊັຽຄັ້ງ ຫຼ້າສຸດ ຊຶ່ງໃນນັ້ນຄາດວ່າ ເສຖກິດຂອງ ລາວຈະກັບມາຂຍາຍໂຕ ໃນຣະດັບ 4.5% ຂອງລວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP ໃນປີ 2021 ຖ້າຫາກຣັຖບາລລາວ ເຮັດໃຫ້ຂແນງການບໍຣິການ ໃນປະເທດ ຟື້ນໂຕຄືນ ໄດ້ໄວ, ດັ່ງເຈົ້າໜ້າທີ່ ທະນາຄານ ພັທນາ ເອເຊັຍ ປະຈໍາລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກັນຍາ ນີ້ວ່າ:
“ໃນສະພາບໂດຍລວມແລ້ວ ຄົນລາວກະຍັງສາມາດຍອມຮັບຕົນເອງໄດ້, ແລ້ວການກໍ່ສ້າງບັນດາໂຄງການ ໃຫຍ່ໆກະຖືວ່າຍັງດໍາເນີນຢູ່ ຄືສ້າງທາງ ຣົດໄຟ ບໍ່, ເຂື່ອນໄຟຟ້າບໍ່, ອັນນີ້ບໍ່ໄດ້ຮັບ ຜົລກະທົບ ຫລາຍນໍ໋ ປີໜ້າອາຈເພີ່ມຂຶ້ນ ຖ້າວ່າຂແນງການ ບໍຣິການ ຟື້ນໂຕຄື. ກະສິກັມມັນກະຢູ່ ໃນຂອບເຂດ ຂອງມັນເນາະ. ການທ່ອງທ່ຽວ ກັບຄືນມາ ໂຮງແຮມ ຮ້ານອາຫານ ແລະ ການບໍຣິການຕ່າງໆການຊື້ ການຂາຍ ຟື້ນໂຕຂຶ້ນມາ ອັນນີ້ຈະເຮັດ ໃຫ້ຜັກດັນ ໃຫ້ການຂຍາຍໂຕ ທາງດ້ານເສຖກິດເນາະ.”
ທ່ານກ່າວຕື່ມວ່າ ຣັຖບາລລາວ ຈະຕ້ອງເລັ່ງເຮັດໃຫ້ຂແນງການ ບໍຣິການຟື້ນໂຕໄວທີ່ສຸດ ເພາະຖືວ່າເປັນຂແນງການທີ່ສ້າງງານສ້າງເງິນ ໄດ້ຢ່າງມະຫາສານໃຫ້ປະເທດ ທັງພາກ ການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ການບໍຣິການຕ່າງໆ ທີ່ກະຕຸ້ນໃຫ້ຄົນໃນປະເທດ ທ່ອງທ່ຽວ ເພື່ອໃຫ້ເກີດການ ຊື້-ຂາຍ ສິນຄ້າ ແລະ ການບໍຣິການ ແລະວ່າ ເງື່ອນໄຂ ດັ່ງກ່າວນີ້ ອາຈເປັນເຣື່ອງທ້າທາຍ ແຕ່ກໍເປັນຊ່ອງ ທາງດຽວ ທີ່ຈະເຮັດ ໃຫ້ ເສຖກິດ ຂອງລາວ ຂຍາຍໂຕໄດ້ໄວ.
ກ່ຽວກັບເຣື່ອງນີ້ ຜູ້ປະກອບການໂຮງແຮມ ໃນນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ຫາກ ຣັຖບາລລາວເປີດຊາຍແດນ ກໍອາຈເຮັດໃຫ້ ເສຖກິດລາວຟື້ນໂຕໄດ້ໄວ ຕາມທີ່ທະນາຄານພັທນາເອເຊັຍ ຄາດຄະເນໄວ້ແຕ່ຖ້າຍັງປິດ ຊາຍແດນຢູ່ຕໍ່ໄປ.
ພາກການທ່ອງທ່ຽວ ກໍຈະບໍ່ສາມາດຟື້ນໂຕໄດ້ຕາມການຄາດຄະເນ ນັ້ນຢ່າງແນ່ນອນ ເພາະປະເທດລາວ ຕ້ອງເພິ່ງພານັກທ່ອງທ່ຽວ ຕ່າງປະເທດ ເປັນຫລັກ, ສ່ວນນະໂຍບາຍ ລາວທ່ຽວລາວ ເພື່ອກະຕຸ້ນເສຖກິດນັ້ນ ຈະບໍ່ຊ່ອຍໃຫ້ ຜູ້ປະກອບການໂຮງແຮມ ແລະ ຮ້ານອາຫານຢູ່ລອດໄດ້ ເພາະຄົນລາວ ມີໂອກາດ ທ່ອງທ່ຽວໜ້ອຍ ດັ່ງທີ່ທ່ານກ່າວວ່າ:
“ບໍ່ ບໍ່ໄດ້ລະ ຄົນບໍ່ຫລາຍ ເປັນເມືອງລາວ ກໍຈະຟື້ນຄືນງ່າຍຢູ່ ຄັນເປີດຊາຍແດນ ເພາະເມືອງມັນນ້ອຍ ຟື້ນງ່າຍກວ່າໄທຢູ່. ຄັນບໍ່ເປີດ ແລ້ວກໍ ຕາຍເປັນແຖວ ແລ້ວກະ 7 ເດືອນແລ້ວເດ໋ ຕ້ອງໄດ້ເປີດແລ້ວ. ພຸ້ນແລ້ວຈົນເປີດດ່ານ ສ່ວນຫລາຍແຄມຂອງ ມັນຕ້ອງອາສັຍ ແຕ່ຄົນຕ່າງປະເທດຫັ້ນນ່າ.”
ແລະຜູ້ປະກອບການຮ້ານອາຫານ ຢູ່ແຂວງຫລວງພຣະບາງ ທີ່ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກັນຍານີ້ວ່າເຖິງຢູ່ລາວ ບໍ່ມີຄົນຕິດເຊື້ອ ພຍາດໂຄວິດ-19 ເພິ່ມຂຶ້ນ ແລະບໍ່ມີການຣະບາດຂອງ ເຊື້ອພະຍາດນີ້ ແຕ່ທາງການ ກໍຍັງມີມາດຕະການ ເຂັ້ມງວດບໍ່ໃຫ້ ເປີດຮ້ານກິນດື່ມ, ຮ້ານບັນເທີງ ທຸກປະເພດ ແລະ ການຣະບາດຂອງໂຄວິດ-19 ຢູ່ປະເທດອ້ອມຂ້າງທັງວຽດນາມ ແລະພະມ້າກໍຍັງຮູຸນ ແຮງຢູ່. ເມື່ອເປັນແນວນັ້ນຈຶ່ງເຫັນວ່າ ເສຖກິດລາວ ຍາກທີ່ຈະຟື້ນໂຕຄືນ ໄດ້ ໃນມໍ່ໆນີ້ ດັ່ງທີ່ທ່ານ ກ່າວວ່າ:
“ນັກທ່ອງທ່ຽວ ມັນບໍ່ໄດ້ຫລາຍເດ໋. ບາບໍ່ ອິຫຍັງເຂົາ ກະຢາກໃຫ້ປິດ ແຕ່ວ່າດຽວນີ້ ຫາກໄຄແດ່ແລ້ວແຫຼະ ມັນບໍ່ຣະບາດ ກະມີແຮງ ໜ້ອຍນຶ່ງ. ປະເທດຂ້າງໆ ບໍ່ມີບັນຫາກະບໍ່ເປັນຫຍັງ ນີ້ປະເທດໂຕກະ ບໍ່ມີບັນຫາ ປະເທດຂ້າງໆພັດ ຍັງລາມຫລາຍເດ໋.”
ໃນຂນະດຽວກັນ ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າພາບລວມ ຂອງການລົງທຶນໃນລາວ ນັບຕັ້ງແຕ່ເກີດການຣະບາດຂອງໄວຣັສ ໂຄວິດ-19 ມານີ້ ແລະມາດຕການປິດປະເທດຂອງ ທາງການ ເຮັດໃຫ້ບໍ່ມີການລົງທຶນໃນໂຄງການໃຫຍ່ໆ ເຂົ້າມາເທື່ອ:
"ຫລື ບໍ່ເຂົ້າຮ້ານ ອາຫານຫລາຍພໍປານ“ ການລົງທຶນ ໂດຍລວມ ຢູ່ລາວເຮົານີ໋ ແມ່ນຍັງອຮງໃສ່ການລົງທຶນ ຂອງຕ່າງປະເທດຢູ່. ຊ່ວງ ໂຄວິດນີ໋ ມັນກະໄດ້ຮັບຜົລກະທົບ ໂດຍກົງວ່າຊັ້ນສາ ຍ້ອນວ່າບໍ່ມີການລົງທຶນ ເພີ່ມຕື່ມເນື່ອງຈາກ ປິດປະເທດ.”
ກ່ຽວກັບສະພາບເສຖກິດໃນປີນີ້ ນັກເສຖສາຕລາວ ທ່ານນຶ່ງ ໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 16 ກັນຍາ ນີ້ວ່າ ສະພາບເສຖກິຈ ລາວໂດຍລວມຖືວ່າຍັງໄດ້ຮັບ ຜົລກະທົບໂດຍຕຣົງຈາກການແຜ່ ຣະບາດຂອງເຊື້ອໄວຣັສໂຄວິດ-19 ແລະອຸດສາຫະກັມ ການທ່ອງທ່ຽວ ແມ່ນຄົງເປັນໄປໄດ້ຍາກທີ່ຈະຟື້ນໂຕໃນປີນີ້ ແລະ ປີໜ້າກໍຍັງບໍ່ມີຄວາມ ແນ່ນອນເຊັ່ນກັນ:
“ໝົດປີນີ້ ມັນກະຊິເປັນຈັ່ງຊີ້ນີ້ແຫຼະ ຊິບໍ່ດີຂຶ້ນເທື່ອດອກ. ປີໜ້າຈັກເດືອນໃດ ມັນຊິດີຂຶ້ນ? ບໍ່ແນ່. ແປວ່າທຸກໆປະເທດ ຕ້ອງໄດ້ຣະມັດຣະວັງ ຍ້ອນວ່າປະເທດອື່ນ ມີເຊື້ອຣະບາດຫຼາຍ. ເພາະສະນັ້ນ, ເຣື່ອງການທ່ອງທ່ຽວຢູ່ລາວນີ້ ໝົດປີນີ້ ຈະເປັນແບບຄືຈັ່ງຊີ້ແຫຼະ ຈະມີແຕ່ພາຍໃນ.”
ທ່ານກ່າວຕື່ມວ່າ ມາຕການກະຕຸ້ນການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ຈະເປັນສ່ວນສຳຄັນໃນການກະຕຸ້ນການທ່ອງທ່ຽວ, ແຕ່ກໍຄົງຢູ່ ໃນວົງແຄບເພາະຄົນລາວຈະທ່ອງທ່ຽວ ແຕ່ທ້າຍສັປດາ ຫຼືວັນເສົາວັນທິດ ບໍ່ມີການພັກຜ່ອນແບບໄລຍະຍາວ ຄືນັກທ່ອງທ່ຽວຕ່າງປະເທດ.
ນອກຈາກນີ້, ການໃຊ້ຈ່າຍຂອງຜູ້ຄົນ ກໍເຣີ່ມຣະມັດຣະວັງຫຼາຍຂຶ້ນ ອັນເນື່ອງມາຈາກຣາຍໄດ້ ຂອງເຂົາເຈົ້າຫຼຸດລົງ ແລະ ການລົງທຶນຈາກ ພາກສ່ວນຕ່າງໆ ກໍຫຼຸດລົງເຊັ່ນກັນ ເຮັດໃຫ້ເສຖກິຈລາວໂດຍລວມ ຍັງເປັນໄປໃນຈັງຫວະທີ່ຄ່ອຍເປັນຄ່ອຍໄປ, ການຜລິຕສິນຄ້າ ແລະ ການເຄື່ອນຍ້າຍສິນຄ້າ ກໍບໍ່ເຕັມເມັດເຕັມໜ່ວຍ.
ອີງຕາມການຣາຍງານຂອງທະນາຄານພັທນາເອເຊັຍ ປະຈໍາເດືອນກັນຍາ ທີ່ຣະບຸວ່າ ເດືອນມິຖຸນາຜ່ານມາ ເສຖກິດລາວຂຍາຍໂຕໃນ ຣະດັບລົບ 0.5%, ແຕ່ຮອດເດືອນກັນຍານີ້ ເສຖກິດລາວຕົກລົງຕື່ມ ຄືຢູ່ໃນຣະດັບລົບ 2.5% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຫຼື GDP ຍ້ອນການຣະບາດຂອງໄວຣັສ ໂຄວິດ-19 ໃນຂົງເຂດຍັງຮຸນແຮງ.
ແລະຍ້ອນນະໂຍບາຍກະຕຸ້ນເສຖກິດຂອງຣັຖບາລລາວ ຍັງບໍ່ມີປະສິດທິຜົລປານໃດ ຕົວຢ່າງ ເມື່ອເດືອນກໍຣະກະດາຜ່ານມາ ທາງການລາວ ວາງນະໂຍບາຍລາວທ່ຽວລາວ ເພື່ອກະຕຸ້ນ ເສຖກິດພາຍໃນປະເທດ, ແຕ່ການປະຕິບັດຕົວຈິງ ພັດບໍ່ໄດ້ຜົລເທົ່າທີ່ຄວນເພາະປະຊາຊົນ ບໍ່ມີເງິນໄປທ່ອງທ່ຽວ, ບໍ່ໃຊ້ບໍຣິການໂຮງແຮມ ໃດ.