ເດັກນ້ອຍຍິງລາວ ຕົກເປັນເຫຍື່ອ ກຸ່ມຄ້າມະນຸດ

ອົງການຊ່ວຍເຫລືອ ປ້ອງກັນ ການຄ້າມະນຸດ ປະຈໍາແຂວງ ພາກໃຕ້ ເປີດເຜີຍວ່າ ໃນປັດຈຸບັນນີ້ ເດັກນ້ອຍຜູ້ຍິງ ໄດ້ຕົກເປັນ ເຫຍື່ອຂອງ ຂະບວນການ ຄ້າມະນຸດ ນັບມື້ນັບ ຫລາຍຂື້ນ.
ໂພໄຊສວັດ
2010.08.17
F-bargirls ຍິງສາວທີ່ ຖືກບັງຄັບ ໃຫ້ເຮັດວຽກ ໃນບາຣ໌ ສະຖານທີ່ ບໍຣິການ ຕາມເຂດຕາເວັນ ອອກສ່ຽງໃຕ້ ສ່ວນຫລາຍຈະຖືກ ຫລອກລວງ ໄປຈາກເຂດ ຊົນນະບົດ ປະເທດໃກ້ຄຽງ ເດັກຍິງຈຳພວກນີ້ ຈະຖືກບັງຄັບ ຫາເງີນໃຫ້ ເຈົ້າຂອງບາຣ໌ ໃຫ້ໄດ້ຕາມ ກຳໜົດ ແຕ່ລະເດືອນ ຖ້າບໍ່ໄດ້ກໍ່ຖືກ ຕົບຕີທາຣຸນ ບາງພວກກໍໄດ້ ເຮັດວຽກຢູ່ບ່ອນ ອາບອົບນວດ ຄ້າປະເວນີ.
Photo: "Kay Chernush for the U.S. State Department."

ເດັກນ້ອຍຜູ້ຍິງ ທີ່ຖືກຕົວະຍົວະ ຫລອກລວງນັ້ນ ສ່ວນນຶ່ງ ສມັກໃຈໄປ ຫາເຮັດວຽກ ຢູ່ປະເທດ ເພື່ອນບ້ານ ໂດຍພວກຂະເຈົ້າ ຈະເດີນທາງຜ່ານ ແຂວງ ຈຳປາສັກ. ເຈົ້າໜ້າທີ່ຈາກ ອົງການຊ່ວຍເຫລືອ ປ້ອງກັນ ການຄ້າມະນຸດ ຜູ້ນຶ່ງ ອະທິບາຍວ່າ:

"ຈຸດປະສົງ ຕົ້ນຕໍ ຂອງໂຄງການ ຜ່ານມາພວກເຮົາ ກໍໄດ້ມີການ ສົ່ງເດັກນ້ອຍ ແມ່ຍິງ ຫຍັງນາ ພວກເຮົາໄດ້ມີ ການຈັດສົ່ງກັນ ເປັນລະຍະໆ ໄປຊອກໄດ້ ຢູ່ທາງໄທ ຫັ້ນແຫລະ ທີ່ຖືກແຮງງານ ຖືກຂະເຈົ້າ ຄ້າຂາຍ ຢູ່ບ່ອນນັ້ນແຫລ໋ະ ຂະເຈົ້າຈັດສົ່ງ ມາມີຈຳນວນ ຫລາຍເຕີບແຫລ໋ະ ຂະເຈົ້າພວກນີ້ ແມ່ນຖືກຕົກ ເປັນເຫຍື່ອແລ້ວ ເຮົາຈຶ່ງ ຊ່ວຍມາ ສ່ວນຫລາຍເປັນ ເດັກນ້ອຍ ເປັນແມ່ຍິງ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເດັກນ້ອຍພວກນີ້ ສ່ວນຫລາຍ ຈະມາຈາກຄອບຄົວ ທີ່ທຸກຍາກ ແລະມີການຮຽນ ການສຶກສາຕໍ່າ ທັງພໍ່ແມ່ ກໍເຫັນດີໃຫ້ ໄປຫາເຮັດວຽກ ໃນປະເທດ ເພື່ອນບ້ານ ເພື່ອເອົາເງິນ ມາຊ່ວຍເຫລືອ ຄອບຄົວ ແຕ່ປາກົດວ່າ ເມື່ອໄປແລ້ວ ສ່ວນຫລາຍ ຈະຕົກເປັນເຫຍື່ອ ຂອງຂະບວນ ການຄ້າມະນຸດ ໂດຍບໍ່ຮູ້ເມື່ອ ຍ້ອນວ່າມີ ນາຍໜ້າຊາວລາວ ມາຫລອກລວງ ໄປສົ່ງໃຫ້ ນາຍໜ້າ ຊາວໄທ.

ເມືອງສາຣະວັນ ເມືອງເລົ່າງາມ ແລະເມືອງວາປີ ໃນແຂວງ ສາລະວັນ ມີເດັກນ້ອຍ ແມ່ຍິງຖືກ ຫລອກລວງໄປ ຕ່າງປະເທດ ຫລາຍກວ່າເມືອງອື່ນໆ ຊຶ່ງເຈົ້າໜ້າທີ່ ທາງການກ່ຽວຂ້ອງ ກໍໄດ້ພຍາຍາມ ໃຫ້ການຊ່ວຍເຫລືອ. ນັບແຕ່ຕົ້ນປີ 2010 ຈົນເຖິງເດືອນ ມິຖຸນາ ມີເດັກນ້ອຍ ຜູ້ຍິງກວ່າ 50 ຄົນໄດ້ຮັບ ການຊ່ວຍເຫລືອ ສົ່ງກັບໄປ ຫາຄອບຄົວ.

ນອກຈາກແຂວງ ສາຣະວັນ ແລ້ວ ໃນແຂວງທາງ ພາກໃຕ້ເຊັ່ນ ຄຳມ່ວນ ສວັນນະເຂດ ແລະຈຳປາສັກ ຍັງເຫັນວ່າມີ ທັງເດັກນ້ອຍ ເຍົາວະຊົນ ແລະ ຜູ້ໃຫຍ່ທີ່ມີ ອາຍຸ ກາງຄົນ ເຂົ້າໄປຂາຍ ແຮງງານ ໃນປະເທດໄທ ເປັນຄົນຮັບໃຊ້ ຕາມບ້ານເຮືອນ ເປັນພະນັກງານ ຕາມສະຖານທີ່ ບັນເທີງ ແລະເຮັດວຽກຕາມ ໂຮງງານ ຕັດຫຍິບ ຫລື ໂຮງຈັກໂຮງງານ ຕ່າງໆ ຈົນກາຍເປັນ ເຣື້ອງປົກກະຕິໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.