ສັມພາດທ່ານທອງລຸນ ການຢ້ຽມຢາມສະຫະຣັດ

ເມື່ອບໍ່ນານ ມານີ້ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ຂອງສປປລາວ ໄດ້ເດີນທາງ ໄປຢ້ຽມຢາມ ສະຫະຣັຖ ອະເມຣິກາ ຢ່າງເປັນທາງການ ຕາມການ ເຊື້ອເຊີນ ຂອງ madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ. ນັບວ່າການ ຢ້ຽມຢາມເທື່ອນີ້ ມີຄວາມໝາຍ ສຳຄັນ ໂດຍສະເພາະ ວ່າມີຂຶ້ນ ຫລັງຈາກທີ່ ສະຫະຣັຖ ໄດ້ປະກາດວ່າ ຕົນຈະກັບມາ ມີບົດບາດ ໃນຂົງເຂດ ເອເຊັຍ ຕາເວັນອອກ ສຽງໃຕ້ ອີກເທື່ອນຶ່ງ ຫລັງຈາກທີ່ໄດ້ ຖອນອອກໄປ ໃນກາງຊຸມ ປີ 1970. ວຽງໄຊ ໄດ້ສັມພາດ ດຣ. ທອງລຸນ ກ່ຽວກັບ ການເດີນທາງໄປ ສະຫະຣັຖ ຂອງທ່ານ ໃນເທື່ອນີ້ວ່າ ຈະນໍາການ ປ່ຽນແປງ ຢ່າງໃດແດ່ ມາສູ່ການ ພົວພັນ ຣະຫວ່າງ ສະຫະຣັຖ ແລະ ສປປລາວ ຊຶ່ງມື້ນີ້ ຈະເວົ້າເຖິງ ການປ່ຽນແປງ ທາງຍຸທສາຕ ການເມືອງ. ເຊີນທ່ານ ຕິດຕາມ ຮັບຟັງ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ວຽງໄຊ
2010.08.18
F-THONGLOUN-VS ໃນວັນທີ 8/14/2010 ທ່ານທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ໄດ້ໃຫ້ສັມພາດ ຜູ້ສື່ຂ່າວເອເຊັຽເສຣີ ກ່ຽວກັບການຢ້ຽມຢາມ ສະຫະຣັດ ອະເມຣິກາ ໃນເດືອນ ກໍຣະກະດາ 2010
VS-RFA


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.