ທາງການລາວ ຕໍ່ຕ້ານການແພ່ຂຍາຍ ພຍາດໄຂ້ເລືອດອອກ

ທາງການລາວ ວ່າ ທາງການ ກ່ຽວຂ້ອງ ທຸກຜແນກ ໃນທົ່ວປະເທດ ພຍາຍາມ ທີ່ສຸດເພື່ອ ສະກັດກັ້ນ ການແພ່ລະບາດ ຂອງພຍາດ ໄຂ້ເລືອດອອກ ໃນທົ່ວປະເທດ.
ສົມເນ
2010.08.18

ນັບຕັ້ງແຕ່ ການແພ່ລະບາດ ຂອງພຍາດ ດັ່ງກ່າວ ໄດ້ເລີ້ມເກີດຂື້ນ ຕັ້ງແຕ່ເດືອນ ກໍຣະກະດາ ມາຫາເດືອນ ສິງຫາ ນີ້ ໂດຍສະເພາະ ໃນເມືອງໃຫ່ຽ ຈໍານວນຜູ້ເປັນ ໄຂ້ເລືອດອອກ ເພີ້ມຂື້ນ ຢ່າງຕໍ່ເນື່ອງ. ການສະກັດກັ້ນ ພຍາດນີ້ ໄດ້ຣັບ ຄວາມຫຍຸ້ງຍາກ ພໍສົມຄວນຍ້ອນ ການລະບາດນີ້ ມີລັກສນະ ກະຈັກກະຈາຍ ແລະ ອົງປະກອບ ອື່ນໆ ດັ່ງທ່ານ ບຸນປອນ ສີດາວົງ ຫົວໜ້າຜແນກ ໄຂ້ເລືອດອອກ ສູນໄຂ້ຫຍຸ້ງ ແມ່ກາຝາກ ແລະແມງໄມ້ ນະຄອນຫລວງ ວຽງຈັນ ໄດ້ກ່າວ:

"ມັນເປັນແບບ ກະຈັກກະຈາຍນະ ບໍ່ໄດ້ຢູ່ ບ່ອນດຽວ ມັນບໍ່ໄດ້ມາ ເປັນກຸ່ມ ເປັນກຸ່ມມາ ຕົວຢ່າງຄືຢູ່ ນະຄອນຫລວງ ວຽງຈັນ ບ້ານລະຄົນ ລະສອງຄົນ ສາມຄົນ ມນັບໍ່ໄດ້ ຢູ່ບ່ອນດຽວນະ".

ໃນການ ສະກັດກັ້ນ ການແພ່ລະບາດ ຂອງພຍາດ ໄຂ້ເລືອດອອກນີ້ ທາງການລາວ ໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນ ກ່ຽວຂ້ອງ ແລະປະຊາຊົນ ພຍາຍາມຮັກສາ ບໍຣິເວນ ອ້ອມເຮືອນຊານ ໃຫ້ສະອາດ ບໍ່ໃຫ້ມີ ນໍ້າຂັງໃນອຸ ໃນແອ່ງ ເພື່ອຫລີກລຽງ ບໍ່ໃຫ້ຍຸງລາຍ ໄຂ້ໃສ່ ຫລືຖ້າມີ ໜອງນໍ້າຢູ່ ໄກ້ໆບ້ານເຮືອນ ກໍໃຫ້ໃຊ້ ສານເມັດເຄມີ ອາເບດ ຖອກລົງໃສ່ນໍ້າ ເພື່ອຂ້າໜອນນໍ້າ ຫລືວ່າ ຝົ່ນຢາໃສ່ ບໍຣິເວນທີ່ ພຍາດລະບາດຂື້ນ ຮຽກຮ້ອງໃຫ້ ປະຊາຊົນ ມີຄວາມ ລະມັດລະວັງ. ໃນເວລານອນ ກໍ່ໃຫ້ນອນໃນມຸ້ງ ທີ່ຍ້ອມດ້ວຍ ນໍ້າຢາຂ້າເຊື້ອ ເພື່ອບໍ່ໃຫ້ຍຸງ ຕິດພຍາດ ມາກັດ. ສໍາລັບຜູ້ທີ່ ມີອາການ ເປັນໄຂ້ນັ້ນ ນາຍແພດແນະນໍາ ໃຫ້ກິນຢາ ບັນເທົາໄຂ້ ພ້ອມທັງກິນນໍ້າ ໃຫ້ຫລາຍໆ.

ສະຖິຕິ ຈາກສູນໄຂ້ຍຸງກາຝາກ ແລະແມງໄມ້ ນະຄອນຫລວງ ແຈ້ງວ່າ ນັບແຕ່ເດືອນ ມົກກະຣາ ປີ 2010 ມາຮອດເດືອນ ສິງຫາ ນີ້ ມີຜູ້ເປັນ ໄຂ້ເລືອດອອກ ໃນທົ່ວ ປະເທດເກືອບ 10,000 ຄົນ ແລະມີຜູ້ເສັຽ ຊີວິດ 31 ຄົນ. ແຂວງທີ່ມີ ຜູ້ຕິດພຍາດ ໄຂ້ເລືອດອອກ ຫລາຍທີ່ສຸດ ແມ່ນນະຄອນ ຫລວງວຽງຈັນ ສວັນນະເຂດ  ຈໍາປາສັກ ແລະ ຄໍາມ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.