ທາງການເຕືອນຣະວັງ ການບໍຣິໂພຄຊີ້ນໝູ

ກະຊວງ ກະສິກັມ ເຕືອນ ປະຊາຊົນ ໃຫ້ຣະວັງ ກ່ອນນໍາ ຊີ້ນໝູມາ ບໍຣິໂພຄ ຍ້ອນພຍາທ ຫູໝູກໍ່າ ກັບມາຣະບາທ ຄືນໃໝ່.
ຫວາດ ສີມູນ
2010.08.18

ກະຊວງ ກະສິກັມ-ປ່າໄມ້ ເປີດເຜີຽ ຫວ່າງມໍ່ໆ ມານີ້ວ່າ ພົບເຫັນມີ “ພຍາທຫູໝູກໍ່າ” ກັບມາ ຣະບາດຄືນໃໝ່ ຢູ່ຕາມຟາຣ໌ມ ຫລາຍແຫ່ງ ໃນເຂຕ ນະຄອນຫລວງ ວຽງຈັນ ເຮັດໃຫ້ໝູຕາຍ ໄປແລ້ວກວ່າ 1,200 ໂຕ ແລະອີກບໍ່ຕໍ່າ ກວ່າ 700 ໂຕ ມີສະພາບຕິດ ເຊື້ອພຍາທ ດັ່ງກ່າວ ໃນປັຈຈຸບັນນີ້ ເຮັດໃຫ້ທາງເຈົ້າ ໜ້າທີ່ກ່ຽວຂ້ອງ ຕ້ອງໄດ້ ຕິດຕາມຢ່າງ ໃກ້ຊິດ ແລະຕັກເຕືອນ ປະຊາຊົນ ໃຫ້ມີຄວາມ ຣະມັດຣະວັງ.

ສະເພາະຢູ່ຕາມ ຟາຣ໌ມລ້ຽງໝູ ທີ່ຍັງມີກາຣ ຣະບາດຂອງ ພຍາທຢູ່ນັ້ນ ກໍມີເຈົ້າໜ້າທີ່ ຈາກ ແຂນງສັຕລ້ຽງ ແລະ ສັຕວະແພທໄປ ປະຈຳຢູ່ນຳ ເພື່ອກວດກາ ແລະຫ້າມບໍ່ໃຫ້ ມີກາຣເຄື່ອນຍ້າຍ ຫລືນຳເອົາ ຊີ້ນໝູທີ່ຕິດ  ເຊື້ອພຍາທ ອອກຈຳໜ່າຍ ຫລືນຳໄປ ບໍຣິໂພຄ ແຕ່ຢ່າງໃດ.

ທາງກະຊວງ ກະສິກັມ-ປ່າໄມ້ ໄດ້ແຈ້ງເພີ່ມວ່າ ໃນຣະຍະ ຜ່ານມາ ທາງໜ່ວຍງານ ກ່ຽວຂ້ອງ ກໍໄດ້ຮັບ ກາຣຊ່ວຍເຫລືອ ຈາກ ສປຈີນ ທາງດ້ານ ຢາວັກຊີນ ສຳຫລັບ ກຳຈັດ ແລະປ້ອງກັນ ເຊື້ອພຍາທ ຫູໝູກໍ່າ ດັ່ງກ່າວ ແລະ ໄດ້ຮັບຜົລດີ ພໍສົມຄວນ.

ແຕ່ໃນ ປັຈຈຸບັນນີ້ ທາງກາຣກ່ຽວຂ້ອງ ຂອງລາວ ກໍມີແຕ່ກາຣ ເຝົ້າຣະວັງ ແລະ ປະສານງານ ກັບທາງຝ່າຍຜູ້ ເປັນເຈົ້າຂອງຟາຣ໌ມ ລ້ຽງໝູ ໃນທົ່ວເຂຕ ພ້ອມກັບຫວັງວ່າ ຄົງຈະສາມາດ ຄວບຄຸມບັນຫາ ກາຣຣະບາດ ຂອງພຍາທ ຫູໝູກໍ່າ ດັ່ງກ່າວນີ້ ໄວ້ໄດ້ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.