ການຂຍາຍອານາເຂດ ແຜ່ອໍານາດຊາດໃຫຍ່ ຂອງຈີນ
2010.08.17
ໂລກປັດຈຸບັນ ແມ່ນໂລກແຫ່ງ ສັນຕິພາບ ຄວາມໝັ້ນຄົງ ແລະ ການຮ່ວມມື ສາກົນ ເປັນໂລກແຫ່ງ ການພັທນາ. ເວົ້າສະເພາະ ການເລັ່ງພັທນາ ຢູ່ ສປປລາວ ແລະ ໃນຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ມີຫລາຍຄົນ ພາກັນສົງໄສວ່າ ຈະເປັນການ ເພີ້ມທະວີໃຫ້ ພົລເມືອງຈີນ ຫລັ່ງໄຫລລົ່ງສູ່ ພາກພື້ນນີ້ ຢ່າງໄວວາ ຕາມແຜນ ຍຸທສາດ ທີ່ທາງການລາວ ເຄີຍໄດ້ເວົ້າ ເມື່ອທ້າຍ ທົສວັດທີ 1970 ເຖິງຕົ້ນທົສວັດ ທີ 1980 ນັ້ນຫລືບໍ່ ທີ່ວ່າ ຈີນ ປະຕິບັດ ຍຸທສາດຂຍາຍ ອານາເຂດ ແຜ່ອຳນາດ ຊາດໃຫຍ່ ບໍ່ພຽງແຕ່ເຂົ້າ 3 ປະເທດ ໃນອິນດູຈີນ ລາວ ວຽດນາມ ກຳພູຊາ ເທົ່ານັ້ນ ແຕ່ກຫາກຍັງ ໄປທົ່ວຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ນຳດ້ວຍ. ຄຳກ່າວຫາ ທີ່ວ່ານີ້ ມີມູນຄວາມຈິງ ຫລືວ່າ ເປັນພຽງຄຳ ໂຄສະນາ ຊວນເຊື່ອ ໃສ່ຮ້າຍປ້າຍສີ ໃນຣະຍະທີ່ ເປັນສັດຕຣູ ກັບຈີນ ຕາມທີ່ວຽດນາມ ໃຫ້ເວົ້າເທົ່ານັ້ນ.
ຍຸທສາດທີ່ວ່ານີ້ ເປັນຍຸທສາດ ຂອງພັກ ຄອມມິວນິສຈີນ ຊຶ່ງພັກ ຄອມມິວນິສ ວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ເຜີຍແພ່ ໂຄສະນາຫລາຍ ໃນຊຸມປີ ດັ່ງກ່າວ ຄືໃນຊ່ວງທີ່ ຈີນ ແລະ ວຽດນາມ ປະເຊີນໜ້າກັນ ຢ່າງຮຸນແຮງ ຈົນເຖິງຂັ້ນ ສູ້ຮົບກັນຂນານ ໃຫຍ່ຢູ່ຊາຍແດນ ແຕ່ວັນທີ 17 ກຸມພາ ເຖິງວັນທີ 16 ມິນາ 1979 ໂດຍສີ້ນສຸດລົງ ດ້ວຍຄວາມເສັຍຫາຍ ຢ່າງໃຫຍ່ຫລວງ ທັງຊີວິດ ແລະຊັພສິນ ຂອງທັງ 2 ຝ່າຍ.
ສຳລັບປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ການເຄື່ອນຍ້າຍ ຂອງພົລເມືອງຈີນ ລົງມາຕັ້ງ ຖິ່ນຖານ ຢູ່ຫລາຍເພີ້ມຂຶ້ນ ໃນປັດຈຸບັນ ອັນມີທັງມາ ແບບຖືກກົດໝາຍ ແລະ ຜິດກົດໝາຍ ຊຶ່ງໃນນັ້ນ ຮວມທັງການ ເຂົ້າມາລົງທຶນ ເຂົ້າມາໃນຮູບ ທ່ອງທ່ຽວ ມາເປັນ ກັມມະກອນ ຄ້າຂາຍ ຕລອດຮອດ ລັກລອບເຂົ້າມາ ກໍມີບໍ່ໜ້ອຍ.
ເວົ້າສະເພາະ ການໂຍກຍ້າຍ ຂອງຊາວຈີນເຂົ້າມາ ສປປລາວ ໃນຣະຍະນີ້ ຫລາຍຂຶ້ນ ກໍແມ່ນຍ້ອນ ຜູ້ນຳຂອງ 2 ພັກ ລາວ ແລະຈີນ ເຮັດຄື ລືມຄວາມເກົ່າ ບໍ່ເລົ່າ ຄວາມຫລັງ ເຖິງວ່າມັນຍັງຝັງ ຢູ່ສ່ວນເລິກ ຂອງແນວຄິດຈິດໃຈ ກໍຫັນມາພົວພັນ ແລະຮ່ວມມືກັນ ໃຫ້ກວ້າງຂວາງ ຍິ່ງຂຶ້ນ. ທ້າວສົມຄິດ ປະສາດຖິດາ ຊາວນະຄອນ ຫລວງວຽງຈັນ ມີຄວາມຄິດເຫັນວ່າ ການທີ່ ປະຊາຊົນຈີນ ມາຢູ່ ປະເທດລາວ ນັບມື້ນັບຫລາຍ ຂຶ້ນນັ້ນ ກໍຍ້ອນວ່າ ຣັຖບານ 2 ປະເທດ ສ້າງເງື່ອນໄຂ ໃຫ້ພວກເຂົາເຈົ້າ ເຂົ້າມາ … ເຂົາເຈົ້າມີ ປະຊາກອນຫຼາຍ ນໍ ການຫາກິນຢູ່ ບ້ານເຂົາກໍຫຍຸ້ງຍາກ ແດ່ຈັກໜ່່ອຍ ຈັ່ງຊັ້ນ ດ້ານນຶ່ງ ກໍມີນະໂຍບາຍ ຂອງ 2 ປະເທດ ເປີດກວ້າງ ການຮ່ວມມື ການຄ້າ. ດ້ານທີ 2 ການຫາກິນ ຢູ່ລາວກໍງ່າຍ ເລີຍສ້າງເງື່ອນໄຂ ໃຫ້ເຂົາເຈົ້າ ເຂົ້າມາຫລາຍ.
ປະຊາຊົນ ໃນເຂດ ນະຄອນຫລວງ ວຽງຈັນ ແລະ ຢູ່ແຂວງອື່ນໆ ເປັນຕົ້ນແຂວງ ພາກເໜືອ ສ່ວນໃຫຍ່ເວົ້າກັນ ໃນວົງກວ້າງວ່າ ຊາວຈີນເຫລົ່ານີ້ ເຂົ້າມາ ຍາດແຍ່ງ ວຽກເຮັດງານທຳ ຂອງປະຊາຊົນ ລາວ. ທ້າວ ຄຳສຸກ ແກ້ວຈັນດາ ປະຊາຊົນແຂວງ ອຸດົມໄຊ ເວົ້າວ່າ … ກໍຈັ່ງວ່າມາ ແຍ້ງວຽກກັບຄົນລາວ ທີ່ຄົນລາວ ເຮັດວຽກ ວ່າເອີອັນໃດ ທີ່ຄົນລາວ ມາເຮັດໄດ້ ຄົນຈີນກໍມາ ແກ້ງແຍ້ງ ມາຍາດແຍ່ງວຽກ ເຮັດນຳຄົນລາວ ນີ້ກໍເປັນສິ່ງ ທີ່ຫລີກລ້ຽງ ບໍ່ໄດ້ ບາງຄັ້ງມັນ ກໍມີຢູ່ນໍ. ລາວເວົ້າຕື່ມວ່າ ແຂວງທີ່ມີ ຄົນງານຈີນ ເຂົ້າມາເຮັດວຽກ ຫລາຍກວ່າໝູ່ ແມ່ນແຂວງ ຫລວງນ້ຳທາ ຜົ້ງສາລີ ອຸດົມໄຊ ແລະແຂວງ ບໍ່ແກ້ວ. ໂຕເລກທີ່ບໍ່ ເປັນທາງການວ່າ ໃນແຕ່ລະ ແຂວງ ທີ່ວ່ານັ້ນ ມີຄົນງານຈີນ ເພີ້ມຂຶ້ນປີລະ ປະມານ 1,000 ຄົນ ແລະວ່າ ມາເຖິງ ປັດຈຸບັນນີ້ ກໍຍັງບໍ່ທັນ ມີໜ່ວຍງານ ຂອງຣັຖບານ ມາຊ່ວຍແກ້ໄຂ ບັນຫານີ້ເທື່ອ.
ເຊັ່ນຕົວຢ່າງ ເມື່ອບໍ່ນານ ມານີ້ ກໍມີຂ່າວວ່າ ຄົນງານທີ່ເຮັດວຽກ ໃນຂແນງການຕ່າງໆ ຢູ່ເຂດ ເສຖກິດພິເສດ ຕາມສະຖານທີ່ ຫລິ້ນການພະນັນ ຫລື ກາຊີໂນ ຕາມໂຮງແຮມ 5 ດາວ ສະຖານທີ່ ບັນເທີງ ດິສໂກແທັກ ສູນການຄ້າ ທີ່ຕັ້ງຢູ່ ແຂວງບໍ່ແກ້ວ ຫລາຍກວ່າ 95% ເປັນຄົນຈີນ. ຄົນງານກໍ່ສ້າງ ເກືອບວ່າ 100% ເປັນຄົນຈີນ ເຈົ້າຂອງຮ້ານ ແລະຄົນງານ ຮ້ານອາຫານ ຜູ້ບໍຣິການ ແລະຄົນງານ ຕາມຮ້ານຄ້າຕ່າງໆ ລ້ວນແລ້ວແຕ່ ເປັນຄົນຈີນ. ສ່ວນຄົນງານລາວ ມີປະມານພຽງ 1% ເທົ່ານັ້ນ.
ປະຊາຊົນຈີນ ທີ່ອາໄສ ຢູ່ຕາມຊາຍແດນ ທີ່ຕິດກັບ ປະເທດລາວ ມັກສ້າງບັນຫາ ໃຫ້ລາວ ດັ່ງເຈົ້າໜ້າທີ່ ແຂວງຜົ້ງສາລີ ທ່ານນຶ່ງ ເວົ້າວ່າ … ກ່ຽວກັບການ ປະຕິບັດ ຣະບຽບກົດໝາຍ ນີ້ ມັນບໍ່ຄ່ອຍ ຈະດີ ລັກລອບ ມາຖາງປ່າ ເຮັດໄຮ່ປູກເຂົ້າ ລັກລອບຍິງສັດປ່າ ຂອງພວກເຮົານີ້ ແລະ ນອກຈາກນີ້ ກໍຍັງມີການ ລັກຄ້າຂາຍເຖື່ອນ ປະເພດ ຍາເສພຕິດ ອັນນີ້ຢູ່ຕາມ ລຽບຊາຍແດນ.
ທ່ານວ່າ ສຳລັບການ ລັກຕັດໄມ້ນັ້ນ ສ່ວນຫລາຍ ຈະມີຢູ່ເມືອງ ສຳພັນ ແລະເມືອງໃໝ່ ຊຶ່ງຈະເປັນ ເຂດປ່າສງວນ ແຫ່ງຊາດ ພູແດນດິນ ແລະຈະມີຢູ່ ຕາມບ່ອນໃກ້ ເສັ້ນທາງ ທີ່ຂົນໄປ ຊາຍແດນຈີນ ແລະຊາຍແດນ ວຽດນາມ ໄດ້ງ່າຍ. ນອກຈາກນັ້ນ ກໍມີຊາວຈີນ ຈຳນວນບໍ່ໜ້ອຍ ທີ່ເຂົ້າມາ ຢູ່ລາວ ໃນຮູບຂອງ ນັກທ່ອງທ່ຽວ ແລ້ວ ຊອກປະກອບ ອາຊີບ ເຮັດທຸຣະກິດ ຢູ່ລາວ ແບບບໍ່ກັບຄືນ ປະເທດຂອງຕົນ ແລະມີຈຳນວນ ຫລາຍຂຶ້ນ ພາຍຫລັງທີ່ ທາງການ ອຳນວຍຄວາມ ສະດວກໃຫ້ແກ່ ນັກທ່ອງທ່ຽວ ໃນການເດີນທາງ ເຂົ້າ-ອອກປະເທດ ໂດຍບໍ່ມີການ ກວດກາເຂັ້ມງວດ ເທົ່າທີ່ຄວນ ດັ່ງເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ແຂວງຫລວງນ້ຳທາ ທ່ານນຶ່ງ ເວົ້າວ່າ … ນັກທ່ອງທ່ຽວຈີນ ສ່ວນຫລາຍມັນ ເປັນນັກທ່ອງທ່ຽວ ລົງທຶນ ເຂົ້າມາທ່ຽວ ແບບຊອກຫາແຫລ່ງທຶນ ຊອກຫາບ່ອນ ລົງທຶນ ເຂົ້າມາຂາຍເຄື່ອງ ມາຫຍັງແຫລະ ແຕ່ວ່າທີ່ຈະ ເຂົ້າມາທ່ຽວແລ້ວ ກັບໄປນີ້ ບໍ່ຫລາຍ.
ບັດຈຸບັນນີ້ ຄື້ນໃໝ່ ຂອງການໂຍກຍ້າຍ ຖິ່ນຖານ ຂອງຊາວຈີນ ແມ່ນຫັນທິດ ລົງໄປທາງທິດໃຕ້ ຊຶ່ງສ່ວນຫລາຍໄປ ຈາກພາກໃຕ້ ຂອງປະເທດຈີນ ບ່ອນທີ່ ບໍ່ໄດ້ຮັບ ຄວາມຈະເຣີນ ທາງເສຖກິດ ພໍເທົ່າໃດ ເມື່ອທຽບໃສ່ເຂດ ແຄມຝັ່ງທະເລ ຕາເວັນອອກ ໄປປະເທດຕ່າງໆ ເຊັ່ນ ລາວ ວຽດນາມ ໄທ ພະມ້າ ຟີລິບປິນ. ພວກທີ່ໂຍກ ຍ້າຍນັ້ນ ສ່ວນຫລາຍເປັນ ພໍ່ຄົວ ພໍ່ຄ້າ-ແມ່ຄ້າ ຄົນຂາຍແຮງງານ ແລະມີທັງໄປ ໃນຮູບແບບ ນັກທ່ອງທ່ຽວ.
ຕົວຢ່າງ ທີ່ໄປລາວ ຢູ່ຄິວຣົດໂດຍສານ ເມືອງ ຄຸນໝິງ ທີ່ວ່າການ ຂອງແຂວງ ຢຸນນານ ໃນແຕ່ລະມື້ ພວກພໍ່ຄ້າ ແມ່ຄ້າຈີນ ແລະນັກທ່ອງທ່ຽວ ຫລາຍຮ້ອຍຄົນ ຍາດກັນ ຂຶ້ນຣົດໄປ ນະຄອນຫລວງ ວຽງຈັນ. ຢູ່ນະຄອນຫລວງ ວຽງຈັນ ແລະຢູ່ພາກເໜືອ ຂອງລາວ ຜູ້ທີ່ເປັນເຈົ້າ ຂອງບໍຣິສັດ ເຈົ້າຂອງທຸຣະກິດ ຫ້າງຮ້ານຕ່າງໆ ສ່ວນຫລາຍ ເປັນຄົນຈີນ ມີທັງຈີນເກົ່າ ແລະ ຈີນໃໝ່. ຕາມຂ່າວ ເມື່ອກາງປີ ຜ່ານມາ. ໃນວັນທີ 13 ສິງຫາ 2010 ນີ້ ກໍມີຂ່າວອອກ ມາຕື່ມອີກວ່າ ຈີນໃຊ້ງົບປະມານ 1.5 ລ້ານ ຢວນ ເຂົ້າໃນໂຄງການ ກໍ່ສ້າງ ຣະບົບ ຄົມມະນາຄົມ ຂົນສົ່ງ ແລະໂຄງຮ່າງພື້ນຖານ ຢູ່ເຂດ ກວ່າງຊີ ຊຶ່ງເປັນເຂດ ປົກຄອງຕົນເອງ ເພື່ອເຊື່ອມ ນະຄອນ ໜານໜິງ ໃສ່ກັບ ບັນດາປະເທດ ສະມາຊິກ ອາຊຽນ ຊຶ່ງໃນນັ້ນ ຮວມທັງປະເທດ ໃນເຂດແມ່ນ້ຳຂອງ ຕອນລຸ່ມນຳດ້ວຍ.
ກ່ຽວກັບເລື້ອງນີ້ ຢູ່ ກອງປະຊຸມ ສາທາຣະນະຊົນ ໃນຫົວຂໍ້ວ່າ “ ການໃຊ້ແມ່ນ້ຳຂອງ ໃຫ້ເປັນປະໂຫຍດ “ ທີ່ ບາງກອກ ປະເທດໄທ ເມື່ອວັນທີ 11 ສິງຫາ 2010 ກໍໄດ້ມີການ ເຕືອນເຖິງຜົນ ກະທົບ ຈາກການໂຍກຍ້າຍ ຂອງຊາວຈີນ ຈຳນວນຫລວງຫລາຍ ເຂົ້າໄປ ປະເທດຕ່າງໆ ໃນຂົງເຂດ ດັ່ງກ່າວ ແລະ ໃຫ້ເອົາໃຈໃສ່ ຣະມັດ ຣະວັງ ຊຶ່ງຫລາຍພາກສ່ວນ ມີຄວາມເປັນຫ່ວງ ນຳການພັທນາ ນຳການຮ່ວມມື ທາງເສຖກິດ ຊຶ່ງໃນນັ້ນ ຮວມທັງການຄ້າ 2 ຝ່າຍ ອັນມີທັງ ການສ້າງເຂື່ອນ ໄຟຟ້າ ນ້ຳຕົກ ການຂຸດຄົ້ນ ແຮ່ທາດ ການປຸກຕົ້ນໄມ້ ອຸດສຫະກັມ ແລະການຮ່ວມມື ໃນກອບການຄ້າ ເສຣີຣະຫວ່າງ ຈີນ ແລະ ອາຊຽນ ເພື່ອການພັທນາ ປະເທດຊາດ ໃຫ້ພໍຢູ່ພໍກິນ ແລະ ຈະເຣີນຮຸ່ງເຮືອງ ເປັນຕົ້ນກໍແມ່ນ ເພື່ອຜ່ານຜ່າ ວິກິດການ ທາງດ້ານເສຖກິດ ຂອງໂລກຢູ່ ໃນປັດຈຸບັນ. ຜົນກະທົບ ທີ່ວ່ານັ້ນ ມີທັງຕໍ່ຄວາມ ໝັ້ນຄົງ ຂອງປະເທດຊາດ ແລະຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ໃນຂົງເຂດນີ້.
ທ່ານ ອຸທິດ ປັດທະມານັນ ຮອງຜູ້ອຳນວຍການ ສະຖາບັນ ເອເຊັຍສຶກສາ ມະຫາວິທະຍາໄລ ຈຸລາລົງກອນ ຂອງໄທ ເວົ້າເຖິງການ ເຄື່ອນຍ້າຍຂອງ ຊາວ ຈີນ ວ່າ … ທ່ານວ່າ ການເຄື່ອນຍ້າຍ ສະຖານທີ່ຂອງ ການປະມົງ ມີຄວາມສຳຄັນ ແຕ່ການ ໂຍກຍ້າຍ ປະຊາກອນ ມີຄວາມ ສຳຄັນກວ່າ ປັດຈຸບັນນີ້ ຊາວຈີນຈາກ ຍຸນນານຫລື ຈາກແຫ່ງອື່ນໆ ຍ້າຍເຂົ້າມາຕັ້ງ ຊຸມຊົນໃໝ່ ຢູ່ທາງພາກເໜືອ ຂອງລາວ ແລະກາຍເປັນ ເຈົ້າກີ້ເຈົ້າການ ຄືກັນກັບ ພໍ່ຄ້າຊາວຈີນ ໃນປະເທດ ກຳພູຊາ ຊຶ່ງມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນ ມີຂ່າວວ່າ ແຕ່ລະປະເທດ ໃນຂົງເຂດນີ້ ມີຂໍ້ຕົກລົງ ກ່ຽວກັບການ ໂຍກຍ້າຍຂອງ ປະຊາກອນ ທີ່ຄ້າຍຄືກັນກັບ ສະຫະພາບ ຢູໂຣບ.
ແຕ່ເຖິງແນວໃດ ກໍຕາມ ຫລາຍໆຄົນ ກໍຍັງສົງໄສຢູ່ ວ່າ ສປປລາວ ແລະ ປະເທດຕ່າງໆ ໃນຂົງເຂດ ເອເຊັຍຕາເວັນ ອອກສ່ຽງໃຕ້ ຈະຍັງຕົກ ຢູ່ໃນຄວາມສ່ຽງ ທີ່ວ່າ ຈະເປັນໄປໄດ້ ຕາມທີ່ພັກ ຄອມມິວນິສວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ຕີຣາຄາ ຍຸທສາດຂອງພັກ ຄອມມິວນິສຈີນ ຕໍ່ຂົງເຂດນີ້ ໃນເມື່ອ ກ່ອນທີ່ວ່າ “ ຈີນປະຕິບັດ ຍຸທສາດຂຍາຍ ອານາເຂດ-ແຜ່ອຳນາດ ຊາດໃຫຍ່ ບໍ່ພຽງແຕ່ເຂົ້າ 3 ປະເທດ ໃນອິນດູຈີນ ເທົ່ານັ້ນ ແຕ່ຫາກຍັງໄປ ທົ່ວຂົງເຂດ ເອເຊັຍຕາເວັນ ອອກສ່ຽງໃຕ້ ນຳດ້ວຍ ” ນັ້ນແທ້ບໍ ຫລືບໍ່ ຖ້າຫາກວ່າ ພົລເມືອງຈີນ ຍັງຫລັ່ງໄຫລ ລົ່ງສູ່ພາກພື້ນນີ້ ຫຼາຍຂຶ້ນ ຢູ່ຕໍ່ໄປ ຊຶ່ງພໍພຽງແຕ່ ມາຮອດຂນະນີ້ ອິດທິພົນ ຂອງຈີນ ເປັນຕົ້ນ ອິດທິພົນ ທາງເສຖກິດ ກໍມີຫຼາຍ ບໍ່ພຽງແຕ່ຢູ່ ລາວ ທີ່ວຽດນາມ ພຍາຍາມປົກປ້ອງ ເອົາໄວ້ເທົ່ານັ້ນ ແຕ່ຫາກຍັງມີ ຢູ່ເກືອບວ່າ ທຸກປະເທດ ໃນຂົງເຂດນີ້ ອີກດ້ວຍ.