ກອງປະຊຸມຮັບຜ່ານ ງົບປະມານສົກປີ 2010-2011

ກອງປະຊຸມ ຄນະຣັຖບານ ສປປລາວ ຮັບຜ່ານຮ່າງ ງົບປະມານ ປະຈໍາສົກປີ 2010-2011
ມະນີຈັນ
2010.08.18

ສາຕຣາຈານ ບໍ່ວຽງຄໍາ ວົງດາລາ ຣັຖມົນຕຣີ ຊ່ວຍວ່າການ ສໍານັກງານ ນາຍົກ ຣັຖມົນຕຣີ ໃນຖານະ ໂຄສົກຣັຖບານ ໄດ້ເປີດເຜີຍຕໍ່ ສື່ມວລຊົນ ໃນໂອກາດ ຖແລງຜົລ ກອງປະຊຸມ ຄນະຣັຖບານ ປະຈໍາເດືອນ ກໍຣະກະດານີ້ ວ່າ ຣັຖບານ ໄດ້ຮັບຜ່ານ ຮ່າງແຜນພັທນາ ເສຖກິດ-ສັງຄົມ ແລະ ງົບປະມານ ແຫ່ງຣັຖ ສົກປີ 2010-2011:

"ກອງປະຊຸມ ໄດ້ພິຈາຣະນາ ແລະເຫັນດີ ທາງດ້ານ ຫລັກການ ຮັບຮອງເອົາຮ່າງ ດໍາຣັດ ວ່າດ້ວຍ ແຜນພັທນາ ເສຖກິດສັງຄົມ ແລະແຜນ ງົບປະມານ ແຫ່ງຣັຖ ສົກປີ 2010-2011 ມອບໃຫ້ ກະຊວງແຜນການ ແລະການລົງທຶນ ສົມທົບ ກະຊວງການເງິນ ປັບປຸງແລ້ວຈຶ່ງ ນໍາສເນີ ທ່ານນາຍົກ ຣັຖມົນຕຣີ ປະກາດໃຊ້".

ຮ່າງແຜນພັທນາ ເສຖກິດສັງຄົມ ແຫ່ງຊາດ ແລະຮ່າງງົບປະມານ ແຫ່ງຣັດ ປະຈໍາສົກປີ 2010-2011 ທີ່ສເນີໂດຍ ກະຊວງແຜນການ ແລະ ການລົງທຶນ ມີເນື້ອໃນ ສໍາຄັນ ກ່ຽວກັບການ ກໍານົດວຽກງານ ໃຫ້ບັນດາ ຫນ່ວຍງານ ພາກຣັຖທັງ ໃນສູນກາງ ແລະທ້ອງຖີ່ນ ມີການ ປະຕິບັດ ແລະຄຸ້ມຄອງ ງົບປະມານ ເພື່ອພັທນາເສຖກິດ ຕລາດ ຕລອດຊ່ວງປີ ງົບປະມານ ຈະມານີ້. ໃນນັ້ນ ມີການສເນີ ໃຫ້ຮ່າງຂຍາຍ ແຜນງົບປະມານ ລະອຽດ ລົງສູ່ຂັ້ນ ພື້ນຖານ ຊຶ່ງທາງໜ່ວຍງານ ກ່ຽວຂ້ອງ ຕ້ອງໄດ້ສຶກ ສາ ປັບປຸງ ເພີ່ມເຕີມ ກ່ອນທີ່ຈະອອກ ເປັນດໍາຣັດ ຕ່າງຫາກ.  

ຮ່າງທັງ 2 ສະບັບນັ້ນ ຈະຖືກນໍາມາ ພິຈາຣະນາ ແລະປະກາດໃຊ້ ຢ່າງເປັນທາງການ ກ່ອນເລີ່ມປີ ງົບປະມານ ໃນເດືອນຕຸລາ 2010 ນີ້.  ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ:

"ກອງປະຊຸມ ໄດ້ພິຈາຣະນາ ຮ່າງຂໍ້ກໍານົດ ກ່ຽວກັບ ແບ່ງປັນຣາຍຮັບ  ງົບປະມານ ຣະຫວ່າງສູນກາງ ແລະທ້ອງຖີ່ນ ເຫັນວ່າ ເປັນການຜັນຂຍາຍ ກົດໝາຍວ່າດ້ວຍ ງົບປະມານ ໃຫ້ເປັນອັນ ລະອຽດ ແລະກວມລວມໃນ ທົ່ວປະເທດ ເຫັນຄວນໃຫ້ຮ່າງ ເປັນ ດໍາຣັດ ເພີ່ມເຕີມ".

ການປັບປຸງ ແຜນງົບປະມານ ປະຈໍາສົກ ປີ 2010-2011 ມີຄວາມສໍາຄັນ ຕໍ່ການພັທນາ ການສົ່ງເສີມ ໂຄງການລົງທຶນ ພາກຣັດ ໃຫ້ກະຈາຍ ອອກໄປຍັງ ທົ່ວປະເທດ ຊຶ່ງຣັຖບານ ຕ້ອງໄດ້ເຂັ້ມງວດ ກ່ຽວກັບການ ນໍາໃຊ້ ແລະຄຸ້ມຄອງ ງົບປະມານ ທັງໃນຂັ້ນ ສູນກາງ ແລະທ້ອງຖີ່ນ ຊຶ່ງລະຍະຜ່ານມາ ຣັຖບານ ກໍຍອມຮັບວ່າ ພົບບັນຫາ ການຮົ່ວໄຫລ ຂອງເງິນ ງົບປະມານ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.