ອົງການ ມໍຣະດົກຈາກສົງຄາມ ຮ່ວມປະຊຸມວຽງຈັນ

ອົງການ Legacies of War ເຂົ້າຮ່ວມ ກອງປະຊຸມ ເທື່ອທໍາອິດ ຣັຖພາຄີ ວ່າດ້ວຍ ສົນທິສັນຍາ ຕ້ານລະເບີດ ລູກຫວ່ານ.
ໂພໄຊສວັດ
2010.11.12
F-legacy-war ຍານາງຈັນນະພາ ຄໍາວົງສາ (ເສື້ອສີຕັບໝູຊໍ້າສີ້ນລາຍ)ຜູ້ຕາງໜ້າ ອົງການ Legacies of war ຈາກວໍຊິງຕັນ ດີຊີ ສະຫະຣັຖ ຖ່າຍຮູປຮ່ວມກັບ ທ່ານຍົ້ງ ຈັນທະລັງສີ ເອກອັຄຣາຊທູຕ ລາວ ປະຈໍາ ສວິທເຊີແລັນ (ໃສ່ຊຸດດໍາ) ພ້ອມດ້ວຍ ຜູ້ຕາງໜ້າອື່ນໆ
PX/RFA

ກົດຟັງສຽງ

ອົງການ Legacies of War ທີ່ມີ ສູນກາງໃຫຍ່ຢູ່ Washington DC ສະຫະຣັຖ ອະເມຣິກາ ເປັນອົງການດຽວ ໃນເວລານີ້ ທີ່ຊຸກຍູ້ ໃຫ້ຄົນ ອະເມຣິກັນ ລຸ້ນໃໝ່ ຮັບຮູ້ກ່ຽວກັບ  ປວັດສາດ ສົງຄາມ ວຽດນາມ ແລະ ຍຸກສໄມ ການຖິ້ມລະເບີດ ໃນລາວ.

ອົງການ Legacies of War ເຂົ້າຮ່ວມໃນ ກອງປະຊູມ ເທື່ອທໍາອິດ ຣັຖພາຄີ ວ່າດ້ວຍ ສົນທິສັນຍາ ຕ້ານລະເບີດ ລູກຫວ່ານ ກໍເພາະວ່າ ລະເບີດລູກຫວ່ານ ກໍເປັນສ່ວນນຶ່ງ ທີ່ສົ່ງຜົນ ກະທົບ ຢ່າງໃຫຍ່ຫລວງ ຕໍ່ຜູ້ຄົນ ໃນຍາມສົງຄາມ ແລະ ພາຍຫລັງສົງຄາມ. ຜູ້ບໍຣິຫານ ຈັດການຂອງ ອົງການ ຍານາງ ຈັນນະພາ ຄຳວົງສາ ເວົ້າເຖິງ ຈຸດປະສົງຫລັກ ຂອງອົງການ Legacies of War ວ່າ:

"ຈຸດປະສົງ ແມ່ນ 1-ສົ່ງເສີມຊູກຍູ້ ການເກັບກູ້ ລະເບີດ ບໍ່ທັນແຕກ. 2-ຮັກສາ ປິ່ນປົວບາດແຜ ຈາກ ສົງຄາມ ແລະ 3-ສ້າງຄວາມຫວັງ ເພື່ອ ສັນຕິພາບ ໃນອະນາຄົດ".

ທ່ານ Brett Deakin ປະທານ ຄນະກັມມະການ ຜູ້ບໍຣິຫານ ກ່າວກ່ຽວກັບ ການເຂົ້າຮ່ວມ ກອງປະຊຸມ ເທື່ອນີ້ວ່າ:

"ແລະພວກເຮົາ ເຫັນໂອກາດ ສຳຄັນ ໃນການດຶງດູດ ຄວາມສົນໃຈ ຫລາຍເພີ້ມຂຶ້ນ ກ່ຽວກັບບັນຫາ ຈາກ ລະເບີດລູກຫວ່ານ ໃນລາວ ຍ້ອນວ່າລາວ ເປັນປະເທດ ທີ່ໄດ້ຮັບ ຜົນກະທົບ ຫລາຍທີ່ສູດ ໃນໂລກ ຈາກ ອາວູດ ຊນິດນີ້ ແລະລາວ ກໍຕ້ອງການ ອຸປກອນ ຫລາຍເພີ້ມຂຶ້ນ ເພື່ອກວດລ້າງ ທຳລາຍ ລະເບີດ ທີ່ຍັງເຫລືອຢູ່ ແລະ ຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ທີ່ຍັງໄດ້ ຮັບຄວາມ ທໍຣະມານ ຈາກລະເບີດ ແຕກໃສ່ ແມ່ນວ່າເວລາ ຈະຜ່ານໄປ 30 ກວ່າປີ ແລ້ວກໍຕາມ".

ອີງຕາມ ອົງການ Legacies of War ສະຫະຣັຖ ໄດ້ໃຫ້ ງົບປະມານ ຊ່ວຍເຫລືອລາວ ທີ່ກ່ຽວກັບ ການເກັບ ກູ້ລະເບີດ ໂດຍຜ່ານ ອົງການຕ່າງໆ ໃນປີ 2010 ເປັນຈໍານວນ ເງິນທັງໝົດ 5 ລ້ານ 1 ແສນໂດລາ, ແລະ ນັບຕັ້ງແຕ່ປີ 1993 ເຖິງປີ 2010 ໄດ້ຊ່ວຍເຫລືອ ທັງໝົດ 51 ລ້ານໂດລາ.

ເຖິງຢ່າງໃດ ກໍຕາມ ແຫລ່ງຂ່າວ Guardian ຈາກປະເທດ ອັງກິດ ວ່າ ສະຫະຣັຖ ໃຫ້ເງິນ ຊ່ວຍເຫລືອລາວ ເກັບກູ້ລະເບີດ ປະມານ 3 ລ້ານ ໂດລາ ຕໍ່ປີ ແຕ່ໄດ້ໃຊ້ ງົບປະມານ 2 ລ້ານ ໂດລາ ຕໍ່ມື້ ເປັນ ລະຍະເວລາ 9 ປີ ຖິ້ມລະເບີດໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.