ກອງປະຊຸມກໍາຈັດລະເບີດ ບອມບີ້ໃນທົ່ວໂລກ

ຜູ້ຕາງໜ້າ ຈາກຫລາຍປະເທດ ທົ່ວໂລກ ກໍາລັງເດີນທາງ ເຂົ້າຮ່ວມປະຊຸມ ໃນລາວ ກ່ຽວກັບລະເບີດ ທີ່ບໍ່ທັນແຕກ.
ໂພໄຊສວັດ
2010.11.08

ກົດຟັງສຽງ

ເຈົ້າໜ້າທີ່ ລະດັບ ຣັຖມົນຕຣີ ຈາກຫລາຍກວ່າ 100 ປະເທດ ທົ່ວໂລກ ພ້ອມທັງ ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ, ອົງການ ປະຊາສັງຄົມ ແລະ NGO ທີ່ກ່ຽວຂ້ອງກັບ ການຕ້ານ ລະເບີດລູກຫວ່ານ  ກຳລັງເດີນທາງ ເຂົ້າຮ່ວມ ໃນກອງປະຊຸມ ຣັຖພາຄີ ຄັ້ງທີນຶ່ງ ທີ່ຈະຈັດ ຂຶ້ນຢູ່ ນະຄອນຫລວງ ວຽງຈັນ ລະຫວ່າງວັນທີ 9 ຫາ 12 ພຶສຈິກາ 2010. ທ່ານ ອີບຣະຣາຮິມ ຈາກອົງການ ຕ້ານລະເບີດ ນາໆຊາດ ສາຂາປະເທດ ໂຊມາເລັຍ ກ່າວຢູ່ທີ່ ສນາມບິນ ນາໆຊາດວັດໄຕ ນະຄອນຫລວງ ວຽງຈັນ ເມື່ອມາເຖິງ ກ່ຽວກັບ ກອງປະຊຸມ ເທື່ອນີ້ວ່າ:

"ຂ້າພະເຈົ້າ ຊື່ອີບຣະຣາຮິມ ມາຈາກ ອົງການຕ້ານ ລະເບີດຝັງດິນ ປະເທດ ຊູມາເລັຍ ສະມາຊິກ ຂອງ CMC. ຂ້າພະເຈົ້າ ດີໃຈທີ່ໄດ້ ມາຮ່ວມ ກອງປະຊູມ ຢູ່ລາວ ກອງປະຊູມ ຣັຖພາຄີ ຄັ້ງທີນຶ່ງ ຢູ່ວຽງຈັນ".

ໃນເວລາດຽວກັນ ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງ ທີ່ບໍ່ປະສົງ ອອກຊື່ ກໍໄດ້ເວົ້າ ກັບຜູ້ສື່ຂ່າວ ເອເຊັຍເສຣີ ກ່ຽວກັບ ກອງປະຊຸມ ຣັຖພາຄີ ຄັ້ງທີນຶ່ງ ນີ້ວ່າ:

"ຄັນຖ້າຫາກວ່າ ຜູ້ແທນ ຜູ້ທີ່ຂະເຂົ້າ ມາປະຊຸມ ໃນບັນດາ ທີ່ໄດ້ເຮັດ ສົນທິສັນຍາ ນຳກັນນັ້ນ ກໍເປັນການດີ ຫັ້ນແຫລ໋ະ ຖ້າຫາກວ່າ ພ້ອມກັນ ເອົາຈິງເອົາຈັງ ວ່າຊັ້ນຊ໋ະ ແກ້ໄຂລົບລ້າງ ພ້ອມກັນທຳລາຍ ໝົດຫັ້ນແຫລ໋ະ ໂຕທີ່ວ່າມີ ຢູ່ນຳການ ຄອບຄອງ ຂອງຂະເຈົ້າ ຫລືວ່າໂຕ ທີ່ເຂົາ ຜລິດຫັ້ນໜາ".

ທາງການລາວ ໄດ້ຕັ້ງຄວາມຫວັງ ໄວ້ສູງວ່າ ກອງປະຊຸມ ຣັຖພາຄີ ຄັ້ງທີນຶ່ງ ນີ້ ຈະເຮັດໃຫ້ ຊາວໂລກຮູ້ວ່າ ລະເບີດລູກຫວ່ານ ແລະ ລະເບີດ ບໍ່ທັນແຕກ ທີ່ຍັງເຫລືອ ຢັງຢາຍຢູ່ ຫລາຍແຂວງ ຂອງລາວ ຍັງເປັນພັຍ ອັນຕະລາຍ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ລາວ ຢ່າງຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.