ແຂວງຜົ້ງສາລີ ແກ້ບັນຫາ ບ່ອນຖີ້ມຂີ້ເຫຍື່ອ
2010.08.17
ປັດຈຸບັນນີ້ ໃນແຂວງ ຜົ້ງສາລີ ຍັງມີຫລາຍບ່ອນ ທີ່ບໍ່ມີ ສະຖານທີ່ ຖີ້ມຂີ້ເຫຍື້ອ ປະຊາຊົນ ໂດຍສະເພາະ ຢູ່ໃນເຂດ ຊົນນະບົດ ພາກັນຖີ້ມ ຂີ້ເຫຍື່ອຊະຊາຍ ຕາມຖນົນ. ການກໍາຈັດ ຂີ້ເຫຍື້ອ ສ່ວນມາກກໍເຜົາ ຫລືຖິ້ມລົງນໍ້າ. ການກະທໍາ ດັ່ງກ່າວ ທາງແຂວງ ເຫັນວ່າມັນເຮັດ ໃຫ້ເກີດມົລພິດ ທາງບົກ ທາງນໍ້າ ແລະທາງອາກາດ. ທາງແຂວງ ຈື່ງໄດ້ສັ່ງ ໃຫ້ປະຊາຊົນ ກໍາຈັດຂີ້ເຫຍື້ອ ໂດຍຂຸດຂຸມຝັງ ດັ່ງເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງ ໄດ້ອະທິບາຍ ວິທີກໍາຈັດ ຂີ້ເຫຍື່ອຢູ່ໃນ ແຂວງວ່າ:
"ບ່ອນທີ່ບໍ່ມີ ກໍເຮັດເປັນ ຂຸມຊົນ ເຕັມແລ້ວກໍໃຫ້ ປະຊາຊົນ ເອົາດິນຖົມ ແລ້ວກໍຂຸດ ບ່ອນໃໝ່ ບັນຫາເພາະວ່າ ເຮັດຕົວນີ້ ບໍ່ໃຫ້ປະຊາຊົນ ນັ້ນໄດ້ຖີ້ມ ຕາມແຄມທາງ ແລ້ວ ກໍຖິ້ມໃສ່ນໍ້າ ກໍາຈັດອັນນີ້ ບໍ່ໃຫ້ມີມົລພິດ ທາງນໍ້າ ແລະກໍມົລພິດ ທາງອາກາດ ຕາມແຄມທາງ ເຂົາຈູດແລ້ວ ກໍມີຄວັນ".
ທ່ານອະທິບາຍ ວ່າການຖິ້ມ ຂີ້ເຫຍື້ອຢູ່ໃນ ແຂວງຜົ້ງສາລີ ໃນເຂດນອກເມືອງ ມີການຈັດຕັ້ງ 4-5 ຄອບຄົວໃດ ຈະຕ້ອງມີຂຸມ ຝັງຂີ້ເຫຍື້ອ ໂດຍບ້ານນື່ງ ຈະມີຂຸມຝັງ ຂີ້ເຫຍື້ອປະມານ 9-10 ຂຸມ ແຕ່ລະຂຸມ ມີຄວາມເລິກ ປະມານ 1 m 50. ຂຸມຝັງຂີ້ເຫຍື້ອ ທີ່ກ່າວມານີ້ ແມ່ນັກວິຊາການ ສິ່ງແວດລ້ອມ ເປັນຜູ້ ອອກແບບໃຫ້.
ສໍາລັບໃນເຂດ ເທດສບານນັ້ນ ທ່ານວ່າ ມີຫນ່ວຍອະນາໄມ ປະຈໍາເມືອງ ເປັນຜູ້ ຮັບຜິດຊອບ ໃນການກໍາຈັດ ຂີ້ເຫຍື້ອ ບ່ອນຖິ້ມຂີ້ເຫຍື້ອ ຢູ່ໃນເຂດນອກ ເມືອງແດ່ນັ້ນ ຖືວ່າເປັນການ ຊົ່ວຄາວ:
"ຜົ້ງສາລີ ມີທັງໝົດ 7 ເມືອງ. ດຽວນີ້ຍັງ 4 ເມືອງບໍ່ທັນມີ ສະຖານທີ່ ຖິ້ມຂີ້ເຫຍື້ອ ແຕ່ພວກເຮົາກໍໄປ ກໍານົດໄວ້ວ່າ ບ່ອນຂີ້ເຫຍື້ອ ຊົ່ວຄາວ. ສໍາລັບເຂດ ເທສບານ ນັ້ນກໍມີ ຫນ່ວຍງານ ອະນາໄມ ໂຕເມືອງເປັນ ຜູ້ບໍຣິການ ຮັບໃຊ້ແລ້ວ ແຕ່ວ່າສນາມ ຂີ້ເຫຍື້ອຂອງພວກເຮົາ ເປັນສນາມຂີ້ເຫຍື້ອ ຊົ່ວຄາວ ອານຸມັດໃຫ້ຖິ້ມຊົ່ວຄາວ ຢູ່ໃນ 1-2 ປີ ຄົງຈະຊອກ ເງິນອັນນີ້".
ເຈົ້າໜ້າທີ່ວ່າ 3 ເມືອງ ທີ່ມີບ່ອນ ຖິ້ມຂີ້ເຫຍື້ອ ແລ້ວນັ້ນມີ ຄືເມືອງ ຜົ້ງສາລີ ເມືອງບຸນເໜືອ ແລະເມືອງໃໝ່. ສ່ວນ 4 ເມືອງທີ່ບໍ່ທັນ ມີບ່ອນ ຖິ້ມຂີ້ເຫຍື້ອນັ້ນ ໄດ້ແກ່ເມືອງ ຍອດອູ ເມືອງບຸນໃຕ້ ເມືອງຂວາ ແລະ ເມືອງສໍາພັນ.