ເດັກນ້ອຍນັກຮຽນຍິງຖືກ ຣະເບີດຕົກຄ້າງແຕກໃສ່

ສອງເອື້ອຍນ້ອງ ເປັນຜູ້ເຄາະຮ້າຍ ຫລ້າສຸດ ຈາກລະເບີດ ບໍ່ທັນແຕກ ໃນລາວ
ໂພໄຊສວັດ
2010.11.11
F-bomb-victim ເດັກຍິງທີ່ຖືກ ຣະເບີດຕົກຄ້າງ ແຕກໃສ່ໄດ້ຖືກ ນໍາໄປປິ່ນປົວ ທີ່ໂຮງພຍາບານ
PX/RFA

ກົດຟັງສຽງ

ມື້ວັນທີ 10 ເດືອນ ພຶສຈິກາ 2010 ຫລັງຈາກເລີກ ໂຮງຮຽນ ເກືອບຮອດ ຕອນທ່ຽງ ນາງແປ້ງ ອາຍຸ 15 ປີ ແລະ ນ້ອງສາວ ນາງປຸຍອາຍຸ 10 ປີ ຈາກ ບ້ານທ່າສາລາ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ໄດ້ປະສົບ ອຸບັດຕິເຫດ ລະເບີດແຕກໃສ່, ໃນຂນະທີ່ ຍ່າງກັບຈາກ ໂຮງຮຽນ. ຈາກເຫດ ລະເບີດແຕກໃສ່ ດັ່ງກ່າວ ທັງສອງຄົນ ໄດ້ຖືກນຳສົ່ງ ໂຮງໝໍ ມິຕພາບ ນະຄອນຫລວງ ວຽງຈັນ.

ຜູ້ນ້ອງທົນ ບາດເຈັບ ບໍ່ໄຫວ ເສັຍຊີວິດໄປ, ສ່ວນຜູ້ເອື້ອຍ ໄດ້ຮັບບາດເຈັບ ຕາມຮ່າງກາຍ ຫລາຍບ່ອນ ແລະຍັງຮັກສາ ປິ່ນປົວ ຢູ່ໂຮງໝໍ. ນາງແປ້ງ ທີ່ຮັກສາໂຕ ຢູ່ໂຮງໝໍ ເລົ່າເຫດການ ໃຫ້ຜູ້ສື່ຂ່າວ ເອເຊັຍເສຣີ ຟັງວ່າ:

"ຍ່າງກັບເມືອເຮືອນ ນ້ອງກະຍ່າງມາ ເຫັນງອຍຢູ່ ນຳດິນ ກໍເລີຍເກັບ ຂຶ້ນມາເບິ່ງ ຖາມເຮົາວ່າ ແມ່ນຫຍັງເອື້ອຍ ອັນນີ້ ເຮົາແລ໋ະວ່າ ລະເບີດ ນ້ອງຕົກໃຈ ກໍເລີຍແກວ່ງໄປ. ເດັກນ້ອຍ ໝູ່ນໍາບ້ານ ເຂົາກໍໝັ່ນ ເກັບເຫລັກຢູ່, ວຽດໝັ່ນມາຊື້ເຫລັກ ເຂົາກໍໝັ່ນ ເກັບເຫລັກໄປຂາຍ ລາວຄິດວ່າ ເຫລັກຕີ໋ ເກັບເມືອບໍ່ ລາວຖາມວ່າ ແມ່ນຫຍັງ ລາວບໍ່ເຄີຍເຫັນ ວ່າລະເບີດ ຕົກໃຈແກວ່ງໄປ".

ສຳລັບນາງແປ້ງ ຜູ້ເປັນເອື້ອຍ ທີ່ຮັກສາໂຕ ຢູ່ໂຮງໝໍ, ຮອງສາສດາຈານ ດຣ ວັນລ່ຽນ ບົວລະວົງ ໄດ້ກ່າວກ່ຽວ ກັບອາການ ຂອງນາງວ່າ:

"ແຕ່ວ່າຜູ້ເອື້ອຍ ມີສະເກັດ ຄ້າງຢູ່ຄໍ ຢູ່ກົກຂາ ແລະນິ້ວມື ກໍ້າຂວານິ້ວທີ 4 ຫັກ ປັດຈຸບັນນີ້ ກຽມປິ່ນປົວ ອັນນີ້ຈະດີຂຶ້ນ ກະດູກ ກໍຈະຕິດຕໍ່ຄືນ ຫລັງຈາກ ທີ່ປິ່ນປົວແລ້ວ ການປິ່ນປົວ ກໍຈະໃຊ້ ເວລາບໍ່ດົນ ປະມານ ອາທິດນຶ່ງ ກະປະມານ 2 ຫາ 3 ເດືອນກ່ອນ ກະດູກ ຈະຕິດຕໍ່".

ຈາກເຫດການ ດັ່ງກ່າວ ກໍເປັນບົດຮຽນ ສຳຄັນ ໃຫ້ປະຊາຊົນ ໃນເຂດທີ່ເຄີຍ ຖືກລະເບີດ ຖິ້ມໃສ່ ໃຫ້ມີຄວາມ ລະມັດລະວັງ ເພາະອາດເກີດ ອຸບັດຕິເຫດ ໄດ້ຮັບບາດເຈັບ ແລະ ເສັຍຊີວິດ ໄດ້ງ່າຍໆ ຈາກລະເບີດ ບໍ່ທັນແຕກນີ້. ໃນເວລາ ດຽວກັນ ທາງການກ່ຽວຂ້ອງ ກໍຄວນ ເອົາໃຈໃສ່ ຫລາຍຂຶ້ນກວ່າເກົ່າ ໃນການ ອົບຮົມສັ່ງສອນ ເດັກນ້ອຍ ທີ່ຍັງບໍ່ຮູ້ ເຖິງອັນຕະລາຍ ຈາກລະເບີດ ບໍ່ທັນແຕກນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 01, 2012 03:42 PM

ໄປຂໍເອົານໍາລັດຖະບານອາເມລິກາຕື່ມ ເພາະເປັນລະເບີດອາເມລິກາ

Anonymous
Jan 27, 2012 11:30 AM

ຜູ້ກ່ຽວປະຈຸບັນ ໄດ້ຮັບເງິນຊົດເຊີຍພຽງ 9 ລ້ານກິບ, ລູກຄົນໜຶ່ງເສຍຊີວິດ ກັບຜູ້ໜຶ່ງບາດເຈີບ.

Anonymous
Nov 07, 2012 02:13 AM

ອັນນີ້ພວກເຮົາຕ້ອງໄປໂທດ ພວກຈັກກະພັດອາເມລິກາ ທີ່ພວກມັນໄດ້ ສ້າງເວນສ້າງກຳ ໄວ້ແຜ່ນດິນແມ່ຂອງເຮົ່າ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]